ຕ້ອນຮັບຮອງລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງຫວຽດນາມ

ທ່ານ ລມຕ ກະຊວງ ຍທຂ ຕ້ອນຮັບຮອງລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງຫວຽດນາມ

ທ່ານ ລມຕ ກະຊວງ ຍທຂ ຕ້ອນຮັບຮອງລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງຫວຽດນາມ
ໃນວັນທີ 3ມັງກອນຜ່ານມາ ທີ່ຫ້ອງຮັບແຂກກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ງາມປະສົງ ເມືອງມະນີລັດຖະມົນຕີກະຊວງ ຍທຂແຫ່ງສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານຫງວຽນ ຊວັນ ຊາງ ຮອງລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງແຫ່ງ ສສ ຫວຽດນາມ ເນື່ອງໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.



ທ່ານງາມປະສົງ ເມືອງມະນີ ໄດ້ສະແດງຄວາມຍິນດີຕ້ອນຮັບທ່ານຫງວຽນຊວັນຊາງ ທີ່ໄດ້ໃຫ້ຄວາມສໍາຄັນແກ່ການຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ສອງກະຊວງໃນການມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້.ພ້ອມທັງຕີລາຄາສູງຕໍ່ການພົວພັນຮ່ວມມືສອງກະຊວງທາງດ້ານການຄົມມະນາຄົມ ແລະ ຂົນສົ່ງໃນໄລຍະຜ່ານມາ ທີ່ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການເຊື່ອມໂຍງ ເຊື່ອມຈອດກັບພາກພື້ນ ແລະ ສາກົນ.
ໃນໂອກາດດັ່ງກ່າວ, ທັງສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງສອງນາຍົກລັດຖະມົນຕີທີ່ຕິດພັນກັບການຮ່ວມມືດ້ານການຄົມມະນາຄົມແລະ ຂົນສົ່ງ ເປັນຕົ້ນການຈັດກອງປະຊຸມພົບປະສອງຝ່າຍປະຈໍາປີລະຫວ່າງກະຊວງ ຍທຂ ສປປ ລາວ ແລະ ກະຊວງຄົມມະນາຄົມຂົນສົ່ງ ສສ ຫວຽດນາມ, ທິດທາງຂອງຂະບວນການໂອນຮຸ້ນ ແລະ ການບໍລິຫານທ່າເຮືອຫວຸ້ງອ່າງ,ການຊຸກຍູ້ໂຄງການທາງລົດໄຟວຽງຈັນ-ທ່າແຂກ-ຫວຸ້ງອ່າງ ແລະ ໂຄງການທາງດ່ວນວຽງຈັນ-ຮ່າໂນ້ຍ, ແຜນຍຸດທະສາດການຮ່ວມມືລະຫວ່າງກະຊວງ ຍທຂ ແລະ ກະຊວງຄົມມະນາຄົມຂົນສົ່ງແຕ່ປີ 2026-2030, ການປັບປຸງສັນຍາການຂົນສົ່ງທາງບົກ, ແຜນການຮ່ວມມືດ້ານການບິນ ແລະ ການຂົນສົ່ງທາງອາກາດ ແລະ ການຮ່ວມມືເພື່ອພັດທະນາຍົກລະດັບບຸກຄາລະກອນດ້ານການຂົນສົ່ງ, ການບໍລິຫານທ່າເຮືອ, ການຂົນສົ່ງທາງທະເລ ແລະ ອື່ນໆ.
ການຢ້ຽມຢາມຄັ້ງນີ້, ທ່ານຫງວຽນ ຊວັນ ຊາງ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງທ່ານງາມປະສົງ ເມືອງມະນີແລະ ພ້ອມທີ່ຈະໃຫ້ການສະໜັບສະໜູນດ້ານປະສົບການ ແລະ ບົດຮຽນຕ່າງໆໃນການສະໝັກເປັນສະມາຊິກຂອງອົງການຂົນສົ່ງທາງລະເລສາກົນ ແລະ ສະມາຄົມທ່າເຮືອໃນອາຊຽນພ້ອມດຽວກັນນີ້, ທັງສອງຝ່າຍໄດ້ເປັນເອກະພາບ ແລະ ເຊື່ອໝັ້ນວ່າ ພາຍໃຕ້ທິດຊີ້ນໍາຂອງສອງພັກ, ສອງລັດຖະບານ ແລະ ສອງກະຊວງຈະສາມາດບັນລຸແຜນງານການຮ່ວມມືທີ່ວາງໄວ້ ແລະ ປະສົບຜົນສໍາເລັດໃນການພັດທະນາໂດຍສະເພາະການພັດທະນາວຽກງານຄົມມະນາຄົມຂົນສົ່ງໃຫ້ມີຜົນສໍາເລັດທີ່ດີ ແລະ ມີປະສິດທິຜົນສູງຂຶ້ນເລື້ອຍໆ.
ຂ່າວ-ພາບ: ກະຊວງ ຍທຂ

ຄໍາເຫັນ

ຂ່າວການຮ່ວມມື

ສະຫະພັນກໍາມະບານສາລະວັນ ແລະ ສະຫະພັນແຮງງານ ນະຄອນເຫວ້ ພົບປະແລກປ່ຽນບົດຮຽນ

ສະຫະພັນກໍາມະບານສາລະວັນ ແລະ ສະຫະພັນແຮງງານ ນະຄອນເຫວ້ ພົບປະແລກປ່ຽນບົດຮຽນ

ພິທີພົບປະແລກປ່ຽນບົດຮຽນ ລະຫວ່າງ ຄະນະຜູ້ແທນສະຫະພັນກໍາມະບານ ແຂວງສາລະວັນ ສປປ ລາວ ກັບ ຄະນະຜູ້ແທນສະຫະພັນແຮງງານ ນະຄອນເຫວ້ ສສ ຫວຽດນາມ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ຢູ່ຫ້ອງປະຊຸມຊັ້ນໜຶ່ງ ສະ ໂມສອນແຂວງສາລະວັນ ໂດຍໃຫ້ກຽດເຂົ້າຮ່ວມຝ່າຍຄະນະຜູ້ແທນສະຫະພັນກໍາມະບານ ແຂວງສາລະວັນ ໂດຍ ສະຫາຍ ຈິດຕະກອນ ສາຍສະໜຸດ ປະທານສະຫະພັນກໍາມະບານ ແຂວງສາລະວັນ ພ້ອມຄະນະ ແລະ ຝ່າຍຄະນະຜູ້ແທນສະຫະພັນແຮງ ງານ ນະຄອນເຫວ້ ໂດຍ ສະຫາຍ ຫງຽນ ກຸ່ຍ ຮອງປະທານສະຫະພັນແຮງງານ ນະຄອນເຫວ້ ພ້ອມຄະນະ.
ສື່ມວນຊົນລາວເຄື່ອນໄຫວຢ້ຽມຢາມຫໍພິພິທະພັນຮູບເງົາຈີນ

ສື່ມວນຊົນລາວເຄື່ອນໄຫວຢ້ຽມຢາມຫໍພິພິທະພັນຮູບເງົາຈີນ

ສື່ມວນຊົນລາວຈາກຄະນະໂຄສະນາອົບຮົມສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ເຄື່ອນໄຫວຢ້ຽມຢາມຫໍພິພິທະພັນຮູບເງົາຈີນໃນວັນທີ 10 ສິງຫາ ນີ້ ທີ່ປັກກິ່ງ ສປ ຈີນ, ຕາງໜ້າຄະນະໂດຍທ່ານ ເພັດ ມະນີພອນ ກຳມະການພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ ແລະ ທ່ານນາງ ວິລະພອນ ທອງພິມ ກຳມະການພັກ ແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງໄຊຍະບູລີ, ມີນັກຂ່າວຈາກ ສປປ ລາວ ແລະ ຄະນະຮັບຜິດຊອບຈາກສູນການສຶກສາ ແລະ ຝຶກອົບຮົມຂອງກຸ່ມການສື່ສານສາກົນຈີນເຂົ້າຮ່ວມ.
ສະມາຄົມການຮ່ວມມື ແລະ ພັດທະນາຊາວໜຸ່ມລາວ-ຈີນມອບ​ເຄື່ອງ​ໃຫ້​ປະ​ຊາ​ຊົນ ​ເຂດ​ຊົນ​ນະ​ບົດນະ​ຄອນຫຼວງວຽງ​ຈັນ-ວັງ​ວຽງ

ສະມາຄົມການຮ່ວມມື ແລະ ພັດທະນາຊາວໜຸ່ມລາວ-ຈີນມອບ​ເຄື່ອງ​ໃຫ້​ປະ​ຊາ​ຊົນ ​ເຂດ​ຊົນ​ນະ​ບົດນະ​ຄອນຫຼວງວຽງ​ຈັນ-ວັງ​ວຽງ

ໃນ​ລະ​ຫວ່າງວັນທີ 6 ຫາ 7 ສິງຫາຜ່ານ​ມາ​ນີ້,ສະມາຄົມການຮ່ວມມື ແລະ ພັດທະນາຊາວໜຸ່ມ ລາວ - ຈີນ, ໄດ້​ນຳ​ເອົາ​ເຄື່ອງ​ນຸ່ງ​ຫົ່ມໄປ​ມອບ​ໃຫ້​ປະ​ຊາ​ຊົນ, ເດັກ​ນ້ອຍ​ໃນ​ເຂດ​ຊົນ​ນະ​ບົດທີ່​ອາ​ໄສ​ຢູ່ ເຂດ​ນະ​ຄອນຫຼວງວຽງ​ຈັນຫາ​ເມືອງວັງ​ວຽງ.
ອົງການກວດກາລັດແຂວງເຊກອງ ແລະ ນະຄອນດາໜັງ ພົບປະແລກປ່ຽນບົດຮຽນ

ອົງການກວດກາລັດແຂວງເຊກອງ ແລະ ນະຄອນດາໜັງ ພົບປະແລກປ່ຽນບົດຮຽນ

ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ອົງການກວດກາລັດແຂວງເຊກອງ ແລະ ອົງການກວດກາລັດນະຄອນດາໜັງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 9 ສິງຫາຜ່ານ​ມາ ທີ່ ແຂວງເຊກອງ, ໂດຍມີທ່ານ ສາກົນ ພອນປະເສີດ ປະທານອົງການກວດກາລັດ ແຂວງເຊກອງ, ທ່ານ ຮິ່ງຢຸຍ ພຸກ ຮອງປະທານອົງການກວດກາລັດ ນະຄອນດາໜັງ ພ້ອມຄະນະທັງສອງຝ່າຍ ເຂົ້າຮ່ວມ.
ເປີດປ້າຍຈຸດຝຶກອົບຮົມຢູ່ລາວ ຂອງສະຖາບັນການຊ່າງແຂວງຢູນນານ

ເປີດປ້າຍຈຸດຝຶກອົບຮົມຢູ່ລາວ ຂອງສະຖາບັນການຊ່າງແຂວງຢູນນານ

ໃນວັນ ທີ 6 ສິງຫາ ຜ່ານມານີ້ ທີ່ເຂດພັດທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີເປີດປ້າຍ “ຈຸດຝຶກອົບຮົມຢູ່ ສປປ ລາວ ຂອງສະຖາບັນການຊ່າງແຂວງຢູນນານ” ຢ່າງເປັນທາງການ , ເພື່ອຝຶກອົບຮົມທັກສະສີມືແຮງງານ ໃຫ້ແກ່ພະນັກງານ, ສະມາຊິກກຳມະບານ ແລະ ກຳມະກອນ-ຊາວຜູ້ອອກແຮງງານ ຢູ່ນະຄອນຫຼວງວຽງຈັນ.
ສະຫຼອງ 59 ປີ ການສ້າງຕັ້ງອາຊຽນ ແລະ 29 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ

ສະຫຼອງ 59 ປີ ການສ້າງຕັ້ງອາຊຽນ ແລະ 29 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ

ໃນຕອນເຊົ້າຂອງວັນທີ 7 ສິງຫານີ້, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເປັນປະທານພິທີເອົາທຸງອາຊຽນຂຶ້ນສູ່ຍອດເສົາ ເພື່ອສະເຫຼີມ ສະຫຼອງ ຄົບຮອບ 59 ປີ ແຫ່ງການສ້າງຕັ້ງອາຊຽນ (8/8/1967-8/8/2026) ແລະ ວັນຄົບຮອບ 29 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ (23/7/1997-23/7/2026) ທີ່ກະຊວງການຕ່າງປະເທດ, ໂດຍມີບັນດາລັດຖະມົນຕີຈາກສາມເສົາຄໍ້າປະຊາຄົມອາຊຽນ, ບັນດາຮອງລັດຖະມົນຕີ, ບັນດາເອກອັກຄະລັດຖະທູດປະເທດສະມາຊິກອາຊຽນ ແລະ ຄູ່ເຈລະຈາອາຊຽນ ປະຈຳ ສປປ ລາວ, ບັນດາຄະນະກົມ ແລະ ພະນັກງານກ່ຽວຂ້ອງຂອງກະຊວງການຕ່າງປະເທດ ແລະ ກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມ.
ສ້າງຄວາມເຂັ້ມແຂງໃຫ້ສື່ມວນຊົນຊາວໜຸ່ມລາວ

ສ້າງຄວາມເຂັ້ມແຂງໃຫ້ສື່ມວນຊົນຊາວໜຸ່ມລາວ

ກະຊວງການຄ້າແຫ່ງ ສປຈີນ ໄດ້ຈັດພິທີເປີດໂຄງການຝຶກອົບຮົມຍົກລະດັບຄວາມຮູ້ໃຫ້ນັກຂ່າວສື່ມວນຊົນຊາວໜຸ່ມລາວ ຂຶ້ນໃນວັນທີ 7 ສິງຫານີ້ ທີ່ນະຄອນຫຼວງປັກກິ່ງ ສປ ຈີນ ຝ່າຍລາວນໍາໂດຍທ່ານ ເພັດມະນີພອນ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ, ທ່ານ ນາງ ວິລະພອນ ທອງພິມ ຫົວໜ້າຄະນະໂຄສະນາອົບຮົມແຂວງໄຊຍະບູລີ, ຝ່າຍຈີນມີທ່ານ ລີ ເຮິງທຽນ ຮອງຫົວໜ້າສູນການສຶກສາ ແລະ ຝຶກອົບຮົມຂອງກຸ່ມການສື່ສານສາກົນຈີນ, ມີບັນດາຫົວໜ້າ-ຮອງຫົວໜ້າຄະນະໂຄສະອົບຮົມແຂວງ, ສື່ມວນຊົນອ້ອມຂ້າງຈຳນວນ 24 ຄົນ ຍິງ 8 ຄົນ ແລະ ໜ່ວຍງານຮັບຜິດຊອບຂອງຈີນເຂົ້າຮ່ວມ.
ກອງປະຊຸມຄະນະກຳມະການຮ່ວມມື ລາວ-ຫວຽດນາມ

ກອງປະຊຸມຄະນະກຳມະການຮ່ວມມື ລາວ-ຫວຽດນາມ

ໃນວັນທີ 5 ສິງຫາ ຜ່ານມາ, ຫ້ອງການຄະນະກຳມະການຮ່ວມມື ລາວ-ຫວຽດນາມ ໄດ້ຈັດກອງປະຊຸມຊຸກຍູ້ບັນດາໜ້າວຽກຮ່ວມມືລະຫວ່າງ ສອງຄະນະກຳມະການຮ່ວມມື ແລະ ສອງກະຊວງການເງິນ ລາວ-ຫວຽດນາມ, ຫວຽດນາມ-ລາວ ໂດຍການເປັນປະທານຮ່ວມຂອງທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີກະຊວງການເງິນ ຮອງປະທານຄະນະກຳມະການຮ່ວມມື ລາວ-ຫວຽດນາມ ແລະ ທ່ານ ເຈິ່ນ ກັວກ ເຟືອງ ຮອງລັດຖະມົນຕີກະຊວງການເງິນ ຮອງປະທານຄະນະກຳມະການຮ່ວມມື ຫວຽດນາມ-ລາວ, ມີ ທ່ານ ຈັນທະພອນ ຄໍາມະນີຈັນ ຫົວໜ້າຫ້ອງການຄະນະກຳມະການຮ່ວມມື ລາວ-ຫວຽດນາມ, ພ້ອມດ້ວຍບັນດາຜູ້ຕາງໜ້າຈາກກົມກ່ຽວຂ້ອງ ແລະ ຄະນະວິຊາການຂອງທັງສອງຝ່າຍເຂົ້າຮ່ວມ.
ລາວ-ຍີ່ປຸ່ນ ລົງນາມເອກະສານແລກປ່ຽນສະບັບປັບປຸງສໍາລັບໂຄງການປັບປຸງສະໜາມບິນສາກົນວັດໄຕ

ລາວ-ຍີ່ປຸ່ນ ລົງນາມເອກະສານແລກປ່ຽນສະບັບປັບປຸງສໍາລັບໂຄງການປັບປຸງສະໜາມບິນສາກົນວັດໄຕ

ໃນວັນທີ 5 ສິງຫາ ຜ່ານມານີ້ ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນ (ສະບັບປັບປຸງ) ສໍາລັບໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ ໃນການປັບປຸງສະໜາມບິນສາກົນວັດໄຕ ມູນຄ່າລວມທັງໝົດ 3,863,000,000 ເຢນ ຫຼື ປະມານ 26,5 ລ້ານໂດລາ, ຕາງໜ້າລັດຖະບານລາວ ໃຫ້ກຽດລົງນາມໂດຍ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າລັດຖະບານຍີ່ປຸ່ນໃຫ້ກຽດລົງນາມໂດຍທ່ານ ໂຄອິຊຸມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ຊຶ່ງມີພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍ ລາວ ແລະ ຍີ່ປຸ່ນ ເຂົ້າຮ່ວມເປັນສັກຂີພິຍານ.
ທົບທວນຄືນ ການຈັດຕັ້ງປະຕິບັດມາດຕະການໂຕ້ຕອບສະພາບພະຍາດໝາກແດງໃຫຍ່ ຢູ່ ສປປ ລາວ

ທົບທວນຄືນ ການຈັດຕັ້ງປະຕິບັດມາດຕະການໂຕ້ຕອບສະພາບພະຍາດໝາກແດງໃຫຍ່ ຢູ່ ສປປ ລາວ

ກອງປະຊຸມໄດ້ນຳສະເໜີວິທີການຈັດຕັ້ງການທົບທວນຄືນໄລຍະການໂຕ້ຕອບການລະບາດພະ ຍາດ ໝາກແດງໃຫຍ່ ຢູ່ ສປປ ລາວ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 6–7 ສິງຫານີ້, ທີ່ທ່າລາດ ແຂວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ພອນປະດິດ ສັງໄຊຍະລາດ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ທ່ານ Mackenzie Rowe ຫົວໜ້າ ພະແນກເສດຖະກິດ-ການເມືອງ, ມີສະຖານເອກອັກຄະລັດຖະທູດສະຫະລັດ ອາເມຣິກາ ປະຈຳ ສປປ ລາວ, ບັນດາຜູ້ເຂົ້າຮ່ວມຈາກກົມ, ສູນ, ໂຮງໝໍສູນກາງ, ຄະນະພະແນກສາທາ 18 ແຂວງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ