ທ່ານ ມະໄລທອງ ກົມມະສິດ ຕ້ອນຮັບ ເອກະອັກຄະລັດຖະທູດສະວິດ

ທ່ານ ມະໄລທອງ ກົມມະສິດ ຕ້ອນຮັບ ເອກະອັກຄະລັດຖະທູດສະວິດ

ທ່ານ ມະໄລທອງ ກົມມະສິດ ຕ້ອນຮັບ ເອກະອັກຄະລັດຖະທູດສະວິດ
ໃນວັນທີ 13 ພຶດສະພາ ຜ່ານມານີ້, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຕ້ອນຮັບ ທ່ານ ເປໂດຣ ສະວາເລັນ (Pedro Zwahlen) ເອກອັກຄະລັດຖະທູດສະວິດ ເພື່ອຢ້ຽມອຳລາ ແລະ ແຈ້ງໃຫ້ທ່ານລັດຖະມົນຕີຊາບ ກ່ຽວກັບການຮ່ວມມື ແລະ ຊ່ວຍເຫຼືອຂອງສະວິດ ໃຫ້ແກ່ບັນດາປະເທດຕ່າງໆໃນພາກພື້ນອາຊີ-ປາຊີຟິກ.

 

ທ່ານລັດຖະມົນຕີ ສະແດງຄວາມຊົມເຊີຍ ແລະ ຂອບໃຈມາຍັງລັດຖະບານສະວິດ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ໃນການຈັດຕັ້ງປະຕິບັດໂຄງການຕ່າງໆໃນໄລຍະຜ່ານມາ ເຊັ່ນ: ການສະໜັບສະໜູນຈັດຕັ້ງປະຕິບັດໂຄງການໃຫ້ຄໍາປຶກສາ ແລະ ການຊ່ວຍເຫຼືອດ້ານນະໂຍບາຍ, ການສະໜັບສະໜູນຈັດຕັ້ງປະຕິບັດໂຄງການສົ່ງເສີມການທ່ອງທ່ຽວແບບຍືນຍົງ, ການຜະລິດທີ່ສະອາດ ແລະ ຄວາມສາມາດໃນການສົ່ງອອກ (ໄລຍະທີ 1 ແລະ 2), ການສະໜັບສະໜູນຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງໃຫ້ກັບຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ຂອງ ສປປ ລາວ ເພື່ອຮັບມືກັບຜົນກະທົບຈາກການແຜ່ລະບາດຂອງໂຄວິດ-19.

ໃນຕອນທ້າຍທັງສອງຝ່າຍ ໄດ້ສະເໜີສືບຕໍ່ປຶກສາຫາລືຮ່ວມກັນໃນການສຶກສາຄວາມເປັນໄປໄດ້ໃນການສ້າງສັນຍາການຄ້າສອງຝ່າຍ ລາວ-ສະວິດ ເພື່ອສົ່ງເສີມການຄ້າ ແລະ ການລົງທຶນ, ສະເໜີການສະໜັບສະໜູນຊຸກຍູ້ ແລະ ຍົກລະດັບການພັດທະນາວຽກງານອຳນວນຄວາມສະດວກທາງດ້ານການຄ້າ, ການຄ້າເອເລັກໂຕຣນິກ, ອຸດສາຫະກຳສະອາດ, ພະລັງງານສະອາດ ແລະ ການຮ່ວມມືດ້ານແຮ່ທາດສີຂຽວ ແລະ ປຶກສາຫາລື ກ່ຽວກັບສິນຄ້າລະຫວ່າງ 2 ປະເທດ ນໍາເຂົ້າ-ສົ່ງອອກ. ເປັນຕົ້ນແມ່ນສິນຄ້າຫຼັກທີ່ ສປປ ລາວ ນໍາເຂົ້າ: ແກ້ວປະເສີດ ຫຼື ເຄິ່ງປະເສີດ (ເພັດພອຍ); ຜະລິດຕະພັນການຢາ (ເພສັດຊະກໍາ); ຜະລິດຕະພັນທາງເຄມີ; ໄຮໂດຣຄາບອນ; ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ); ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ ແລະ ສິນຄ້າຫຼັກທີ່ ສປປ ລາວ ສົ່ງອອກ: ຄໍາປະສົມ, ຄຳແທ່ງ; ເຄື່ອງນຸງຫົ່ມ; ເກີບ, ຊາ (ບໍ່ທັນໄດ້ປຸງແຕ່ງ); ເກີບ; ເສັ້ນດ້າຍ) ນັບແຕ່ປີ 2008 ຮອດປັດຈຸບັນ ເຫັນວ່າການລົງທຶນຂອງ ສະວິດ ໃນ ສປປ ລາວ (ສະເພາະໃນຂະແໜງກິດຈະການທົ່ວໄປ ບໍ່ກວມເອົາຂົງເຂດເສດຖະກິດພິເສດ ແລະ ເຂດສໍາປະທານ) ມີຈໍານວນວິສາຫະກິດທັງໝົດ 12 ຫົວໜ່ວຍ ແລະ ມີມູນຄ່າການລົງທຶນ 11.5 ຕື້ໂດລາ, ໃນນັ້ນ ອຸດສາຫະກໍາປຸງແຕ່ງ ກວມເອົາ 8:1 ສ່ວນ.

(ແຫຼ່ງຂ່າວ: ຂ່າວສານ ອຄ)

ຄໍາເຫັນ

ຂ່າວການຮ່ວມມື

ນະຄອນຫຼວງວຽງຈັນ-ນະຄອນໂຮ່ຈິມິນ ສືບຕໍ່ການຮ່ວມມື 2026-2030

ນະຄອນຫຼວງວຽງຈັນ-ນະຄອນໂຮ່ຈິມິນ ສືບຕໍ່ການຮ່ວມມື 2026-2030

ພິທີພົບປະລະຫວ່າງຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນ ແລະ ຄະນະຜູ້ແທນຂັ້ນສູງນະ ຄອນໂຮ່ຈິມິນ ຈັດຂຶ້ນວັນທີ 15 ພຶດສະພາຜ່ານມານີ້ ທີ່ນະຄອນໂຮ່ຈິມິນ ຊຶ່ງຝ່າຍນະຄອນຫຼວງວຽງຈັນ ນໍາໂດຍ ສະຫາຍ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ເລຂາຄະນະພັກ ປະທານສະ ພາປະຊາຊົນນະຄອນຫຼວງວຽງຈັນ ຝ່າຍນະຄອນໂຮ່ຈິມິິນ ນໍາໂດຍ ສະຫາຍ ຫວໍ ວັນ ມິງ ກຳມະການສູນກາງພັກ ຮອງເລຂາຄະນະພັກ ປະທານສະພາປະຊາຊົນນະຄອນໂຮ່ຈິມິນ ມີ ສະຫາຍ ພອນສີ ບຸນມີໄຊ ຫົວໜ້າກົງສູນໃຫຍ່ ສປປ ລາວ ປະຈໍານະຄອນໂຮ່ຈິມິນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງທັງສອງນະຄອນ ເຂົ້າຮ່ວມ.
ສະຫາຍ ອາດສະພັງທອງ ສີພັນດອນ ຢ້ຽມຂໍ່ານັບການນໍາຂັ້ນສູງ ສສ ຫວຽດນາມ

ສະຫາຍ ອາດສະພັງທອງ ສີພັນດອນ ຢ້ຽມຂໍ່ານັບການນໍາຂັ້ນສູງ ສສ ຫວຽດນາມ

ສະຫາຍ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນນະຄອນຫຼວງວຽງວຽງຈັນ ພ້ອມຄະນະ ໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ ວັນທີ 12 ພຶດສະພາ ຜ່ານມາ ຢູ່ຫ້ອງວ່າການສູນກາງພັກ ສສ ຫວຽດ ນາມ ເນື່ອງໃນໂອກາດທີ່ນໍາພາຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ໃນວັນທີ 11-16 ພຶດສະພາ 2026 ໂດຍມີທ່ານນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດ ສປປ ລາວ ປະຈໍາ ສສ ຫວຽດນາມ ເຂົ້າຮ່ວມ.
ຫາລືການສົ່ງເສີມພັດທະນາກິລາລາວ ເພື່ອກຽມເປັນເຈົ້າພາບຊີເກມໃນປີ 2031

ຫາລືການສົ່ງເສີມພັດທະນາກິລາລາວ ເພື່ອກຽມເປັນເຈົ້າພາບຊີເກມໃນປີ 2031

ກະຊວງສຶກສາທິການ ແລະ ກິລາ (ສສກ) ຕາງໜ້າລັດຖະບານແຫ່ງ ສປປ ລາວ ແລະ ກະຊວງວັດ ທະນະທຳ ກິລາ ແລະ ທ່ອງທ່ຽວ ສສ ຫວຽດນາມ ໄດ້ພົບປະປຶກສາຫາລືແລກປ່ຽນການຮ່ວມມືຫຼາຍດ້ານໃນໄລຍະຜ່ານມາ, ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນດີງາມໃນການຊ່ວຍເຫຼືອຊຶ່ງກັນ ແລະ ກັນ ເພື່ອກຽມຄວາມພ້ອມຮອບດ້ານໃຫ້ ສປປ ລາວ ເປັນເຈົ້າພາບງານມະຫະກໍາກິລາຊີເກມ ຄັ້ງທີ 36 ໃນປີ 2031.
ລາວ-ຫວຽດນາມ ແລກປ່ຽນບົດຮຽນວຽກງານກວດສອບແຫ່ງລັດ

ລາວ-ຫວຽດນາມ ແລກປ່ຽນບົດຮຽນວຽກງານກວດສອບແຫ່ງລັດ

ເພື່ອເສີມຂະຫຍາຍສາຍພົວພັນຮ່ວມມືພາຍໃຕ້ຂອບການຮ່ວມມືສອງຝ່າຍ ລະຫວ່າງ ອົງການກວດສອບແຫ່ງລັດ ສປປ ລາວ ກັບອົງການກວດສອບແຫ່ງລັດ ສ​ສ ຫວຽດ​ນາມ ໃນ​ລະ​ຫວ່າງວັນ​ທີ 11-15 ພຶດ​ສະ​ພາ 2026, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ ນໍາໂດຍ ທ່ານ ຕ້ອຍ ພົນ​ທິ​ລາດຮອງປະທານອົງການກວດສອບແຫ່ງລັດ ພ້ອມຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ທີ່ອົງການກວດສອບແຫ່ງລັດ ສ​ສ ຫວຽດ​ນາມ ທີ່ນະຄອນຫຼວງຮ່າ​ໂນ່ຍ ສ​ສ ຫວຽດ​ນາມ, ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ນາງ ຮາທີ ມີຢຸງ ຮອງປະທານອົງການກວດສອບແຫ່ງລັດ ສ​ສ ຫວຽດ​ນາມ ພ້ອມດ້ວຍຄະນະ.
ປະທານ ສນຊ ຕ້ອນຮັບເອກອັກຄະລັດຖະທູດຕວັກກີ

ປະທານ ສນຊ ຕ້ອນຮັບເອກອັກຄະລັດຖະທູດຕວັກກີ

ໃນວັນທີ 13 ພຶດສະພາ ຜ່ານມາ, ທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ) ໄດ້ໃຫ້ການຕ້ອນຮັບທ່ານ ນາງ ໂອຢ່າ ຢ່າຊາຣ ເອກອັກຄະລັດຖະທູດຕວັກກີ ປະຈຳ ສປປ ລາວ ໃນໂອກາດເຂົ້າຢ້ຽມຢາມພົບປະປຶກສາຫາລືວຽກງານຮ່ວມມືສອງຝ່າຍ.
ລມຕ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຕ້ອນຮັບເອກອັກຄະລັດຖະທູດ ຕວັກກີ

ລມຕ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຕ້ອນຮັບເອກອັກຄະລັດຖະທູດ ຕວັກກີ

ໃນວັນທີ 14 ພຶດສະພານີ້ ທີ່ຫ້ອງຮັບແຂກກະຊວງ, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຕ້ອນຮັບ ທ່ານ ນາງ ໂອຢ່າ ຢ່າຊາຣ ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ຕວັກກີ ປະຈຳ ສປປ ລາວ. ພ້ອມນີ້, ມີຜູ້ແທນທີ່ກ່ຽວຂ້ອງ ຂອງທັງສອງຝ່າຍເຂົ້າຮ່ວມ.
ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ພົບປະໂອ້ລົມນັກຮົບຫັດແອບຝຶກອົບຮົມຕີພິເສດໃຕ້ຝຸ່ນ

ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ພົບປະໂອ້ລົມນັກຮົບຫັດແອບຝຶກອົບຮົມຕີພິເສດໃຕ້ຝຸ່ນ

ວັນທີ 15 ພຶດສະພາ ຜ່ານມານີ້, ສະຫາຍ ພົນຕີ ເດືອນສະຫວັນ ສາຍພິມຄຳປະທຸມ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຮອງຫົວໜ້າຄະນະຊີ້ນໍາລວມການຈັດຕັ້ງຫັດແອບຝຶກອົບຮົມຕີພິເສດ ແລະ ການຊ້ອມຮົບຮ່ວມ ລາວ-ຣັດເຊຍ 2026 ພ້ອມດ້ວຍຄະນະ ໄດ້ລົງພົບປະໂອ້ລົມ ແລະ ຢ້ຽມຢາມພະນັກງານ-ນັກຮົບ ທຸກພາກສ່ວນທີ່ເຂົ້າຮ່ວມການຝຶກຊ້ອມໃນຄັ້ງນີ້ຢ່າງໃກ້ຊິດ.
ສາຍພົວພັນມິດຕະພາບ ລາວ-ຈີນ ປຽບເໝືອນເຫຼັກທີ່ຊຸບແລ້ວ ຍິ່ງໜຽວແໜ້ນທົນທານ ແລະ ກ້າວເດີນໄປໜ້າຢ່າງມີໄຊ

ສາຍພົວພັນມິດຕະພາບ ລາວ-ຈີນ ປຽບເໝືອນເຫຼັກທີ່ຊຸບແລ້ວ ຍິ່ງໜຽວແໜ້ນທົນທານ ແລະ ກ້າວເດີນໄປໜ້າຢ່າງມີໄຊ

65 ປີ​ ບົນ​ເສັ້ນທາງ​ສອງ​ປະ ເທດ​ລາວ​ ແລະ​ ຈີນ​ ໄດ້​ສ້າງຕັ້ງ​ສາຍ​ພົວພັນ​ການ​ທູດ​ນຳກັນ​ໃນ​ຖານະ​ແມ່ນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ເດີນ​ຕາມ​ເສັ້ນທາງ​ສັງຄົມ​ນິ ຍົມ​ທີ່​ມີ​ຊາຕາກຳ​ຮ່ວມ​ກັນ, ມີ​ອຸດົມ​ການ​ຮ່ວມ​ກັນ, ລະບອບສັງຄົມ​ດຽວ​ກັນ​ ແລະ ​ເສັ້ນທາງ​ການ​ພັດທະນາ​ຄ້າຍຄື​ກັນ​ໄດ້​ເຮັດ​ໃຫ້​ມິດຕະພາບ​ຖານ “ສະຫາຍ ​ແລະ​ ອ້າຍ​ນ້ອງ​ກັນ” ທີ່​ຜູ້ນຳ​ຮຸ່ນ​ກ່ອນ​ຂອງ​ສອງ​ພັກ​-​ສອງ​ລັດ​ຈີນ​ ແລະ ​ລາວ​ສ້າງ​ຂຶ້ນ​ນັ້ນ ​ໄດ້​ຜ່ານ​ການ​ທົດ​ສອບ​ຂອງ​ການ​ເວລາ, ທັງ​ຜ່ານ​ພາຍຸ​ລົມແດງທີ່ມີ​ທັງ​ສິ່ງ​ທ້າ​ທາຍ ​ແລະ ​ກາລະ​ໂອກາດ​ຮ່ວມ​ກັນ​ນັ້ນ​ຍິ່ງ​ເຮັດ​ໃຫ້​ສາຍພົວ ພັນ​ມິດຕະພາບ​ລາວ​-​ຈີນ​ປຽບ​ ເໝືອນ​ເຫຼັກ​ທີ່​ຊຸບ​ແລ້ວ​ຍິ່ງ​ໜຽວ, ຍິ່ງ​ແໜ້ນໜາ​ທົນ​ທານ​ ແລະ​ ບໍ່​ມີ​ສິ່ງ​ໃດ​ສະກັດ​ກັ້ນ​ຕ້ານທານໄດ້​ ແລະ ​ກາຍເປັນ​ການ​ພົວພັນ​ຕົວ ​ແບບ​ທີ່​ດີ​ທີ່ສຸດ​ຂອງ​ພາກພື້ນ ​ແລະ ສາກົນ ​ເພື່ອ​ກ້າວ​ເດີນ​ໄປ​ໜ້າ​ຢ່າງ​ມີ​ໄຊ.
ມອບລາງວັນກິດຈະກໍາຜົນງານຮູບແຕ້ມ, ຮູບຖ່າຍແລະວີດີໂອສັ້ນພາຍໃຕ້ຫົວຂໍ້ສາຍຕາລາວ-ຈີນແບ່ງປັນຄວາມສວຍງາມຮ່ວມກັນ

ມອບລາງວັນກິດຈະກໍາຜົນງານຮູບແຕ້ມ, ຮູບຖ່າຍແລະວີດີໂອສັ້ນພາຍໃຕ້ຫົວຂໍ້ສາຍຕາລາວ-ຈີນແບ່ງປັນຄວາມສວຍງາມຮ່ວມກັນ

ພິທີມອບລາງວັນກິດຈະກໍາປະກວດຜົນງານຮູບແຕ້ມ, ຮູບຖ່າຍແລະວີດີໂອສັ້ນພາຍໃຕ້ຫົວຂໍ້ສາຍຕາລາວ-ຈີນແບ່ງປັນຄວາມສວຍງາມຮ່ວມກັນໄດ້ຈັດຂຶ້ນໃນວັນທີ 8 ພຶດສະພາ 2026 ທີ່ສູນວັດທະນະທໍາຈີນປະຈໍາສປປລາວໂດຍການເຂົ້າຮ່ວມຂອງ ທ່ານວຽງພອນສຸກຂະວົງຫົວໜ້າກົມມໍລະດົກແລະວິຈິດສິນກະຊວງວັດທະນະທໍາແລະການທ່ອງທ່ຽວ(ວທ), ທ່ານວິລະວົງເລຂາເອກສະຖານທູດຈີນປະຈໍາສປປລາວ, ທ່ານຫຼົວເວີ້ນຈ້ຽນຫົວໜ້າສູນວັດທະນະທໍາຈີນປະຈໍາສປປລາວມີຄະນະກໍາມະການ, ຜູ້ໄດ້ຮັບລາງວັນແລະຜູ້ປົກຄອງ, ບັນດານັກສິລະປິນເຂົ້າຮ່ວມ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ

ໃນວັນທີ 7 ພຶດສະພາ ນີ້ ທີ່ ເຊບູ ປະເທດ ຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ, ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 31, ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 38 ແລະ ກອງປະຊຸມຮ່ວມລະຫວ່າງລັດຖະມົນຕີຕ່າງປະເທດອາຊຽນ ແລະ ລັດຖະມົນຕີເສດຖະກິດອາຊຽນ.
ເພີ່ມເຕີມ