ທ່ານ ນາງ ປານີ ຢາທໍ່ຕູ້ ຕ້ອນຮັບທູດໄທເຂົ້າອໍາລາ

ທ່ານ ນາງ ປານີ ຢາທໍ່ຕູ້ ຕ້ອນຮັບທູດໄທເຂົ້າອໍາລາ

ທ່ານ ນາງ ປານີ ຢາທໍ່ຕູ້ ຕ້ອນຮັບທູດໄທເຂົ້າອໍາລາ
ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາ ຂອງທ່ານ ນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ, ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດຢູ່ລາວ ໃນວັນທີ 30 ກັນຍານີ້ ທີ່ທໍານຽບປະທານປະເທດ.
ທານ ນາງ ປານ ຢາທຕ ຕອນຮບທດໄທເຂາອາລາ - image 1
 

ໃນໂອກາດດັ່ງກ່າວ, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຕ້ອນຮັບ, ຊົມເຊີຍ ຕໍ່ທ່ານ ນາງ ມໍຣະກົດ ສີສະຫວັດ ທີ່ໄດ້ມາປະຕິບັດໜ້າທີ່ການທູດ ຈົນສໍາເລັດ ຊຶ່ງເປັນການປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ມີມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ນັບດີຂຶ້ນ, ລັດຖະບານລາວ ກໍຄື ປະຊາຊົນລາວ ຕີລາຄາສູງຕໍ່ການປະຕິບັດໜ້າທີ່ ຂອງທ່ານທູດ ໄລຍະຜ່ານມາ, ທ່ານ ແມ່ນນັກການທູດຜູ້ທີ່ມີຄວາມຫ້າວຫັນ ໃນການສືບຕໍ່ເສີມສ້າງສາຍພົວພັນມິດຕະພາບໃນການຮ່ວມມືທີ່ເປັນມູນເຊື້ອມາແຕ່ດົນນານ ລະຫວ່າງສອງປະເທດ ລາວ-ໄທ, ໄທ-ລາວ ກໍຄື ປະຊາຊົນ ສອງຊາດ ລາວ-ໄທ. ໄທ ຍາມໃດກໍໃຫ້ການອຸ້ມຊູ-ຊ່ວຍເຫຼືອ ລັດຖະບານລາວ ກໍຄື ປະຊາຊົນລາວ ສະເໝີມາ ໂດຍສະເພາະແມ່ນ: ການພົວພັນການທູດ, ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ການຮ່ວມມືເພື່ອການພັດທະນາ ໄດ້ແກ່: ການຮ່ວມມືດ້ານພະລັງງານ, ການຮ່ວມມືດ້ານການທ່ອງທ່ຽວ, ການຮ່ວມມືດ້ານການພັດທະນາພື້ນຖານໂຄງລ່າງ, ການຮ່ວມມືດ້ານການເງິນ-ການທະນາຄານ, ການຮ່ວມມືດ້ານແຮງງານ ແລະ ສະຫວັດດີການສັງຄົມ, ການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ, ກົນໄກການຮ່ວມມືລະຫວ່າງ ລາວ-ໄທ ແລະ ວຽກງານອື່ນໆ.

ຈາກນັ້ນ, ທ່ານ ທ່ານ ນາງ ມໍຣະກົດ ສີສະຫວັດ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ນາງ ປານີ ຢາທໍ່ຕູ້ ທີ່ໄດ້ໃຫ້ການຕ້ອນຮັບໃນຄັ້ງນີ້ ພ້ອມທັງໄດ້ສະແດງຄວາມຂອບໃຈຕໍ່ການໃຫ້ຄວາມຮ່ວມມື, ຊ່ວຍເຫຼືອໃນການມາປະຕິບັດໜ້າທີ່ການເປັນທູດຈົນໄດ້ຮັບຜົນສໍາເລັດຢ່າງຈົບງາມ.

ໂອກາດດຽວກັນ, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ອວຍໄຊໃຫ້ພອນອັນປະເສີດ ແດ່ ນາງ ມໍຣະກົດ ສີສະຫວັດ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ, ຄອບຄົວ ແລະ ໜ້າທີ່ການງານໃໝ່ຂອງທ່ານ, ຂໍໃຫ້ທ່ານເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ໂຊກດີ.

ໃນວັນດຽວກັນ ທ່ານ ນາງ ເຂັມມະນີ ພົນເສນາ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ກໍໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທ່ານ ທູດໄທເຊັ່ນກັນ.

(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວການຮ່ວມມື

ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ການນໍາຂັ້ນສູງ ສກູບາ

ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ການນໍາຂັ້ນສູງ ສກູບາ

ໃນວັນທີ 2 ຕຸລາ ຜ່ານມາທີ່ ນະຄອນຫຼວງລາຮາວານ, ສະຫາຍ ທອງສະຫວັນ ພົມວິຫານລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ມີເກນ ດີເອັດຊ-ກາແນນ (Miguel Diaz-Canel)ປະທານປະເທດ ແລະ ສະຫາຍ ມານູເອັນ ມາເຣໂຣ ກຣູຊ (Manual Marrero Cruz)ນາຍົກລັດຖະມົນຕີ ແຫ່ງ ສກູບາ, ໃນໂອກາດເດີນທາງຢ້ຽມຢາມ ສກູບາ ຢ່າງເປັນທາງການ ໃນວັນທີ 2-3 ຕຸລາ 2025.
ຮອງລັດຖະມົນຕີກະຊວງການຕ່າງປະເທດ ອວຍພອນວັນຊາດ ສປ ຈີນ ຄົບຮອບ 76ປີ

ຮອງລັດຖະມົນຕີກະຊວງການຕ່າງປະເທດ ອວຍພອນວັນຊາດ ສປ ຈີນ ຄົບຮອບ 76ປີ

ໃນຕອນບ່າຍວັນທີ 29 ກັນຍາຜ່ານມານີ້, ສະຫາຍ ໄມທອງ ທໍາມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະໄປອວຍພອນ ສະຫາຍ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 76ປີ (1 ຕຸລາ 1949 – 1 ຕຸລາ 2025) ທີ່ ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ.
ສືກສາຄວາມເປັນໄປໄດ້ໃນການຮ່ວມມືແລະພັດທະນາລະບົບການບໍລິການໄປສະນີແບບດີຈີຕອນ

ສືກສາຄວາມເປັນໄປໄດ້ໃນການຮ່ວມມືແລະພັດທະນາລະບົບການບໍລິການໄປສະນີແບບດີຈີຕອນ

ຫວ່າງບໍ່ດົນມານີ້,ກົມໄປສະນີກະຊວງເຕັກໂນໂລຊີແລະການສື່ສານ (ກຕສ)ຮ່ວມກັບບໍລິສັດເທັດສະຫຍາມອິນເຕີເນັດເຊີນໍຈຳກັດປະເທດໄທໄດ້ມີພິທີລົງນາມບົດບັນທຶກຄວາມເຂົ້າໃຈ“ໃນການສຶກສາຄວາມເປັນໄປໄດ້ໃນການຮ່ວມມືແລະພັດທະນາລະບົບການບໍລິການໄປສະນີແບບດີຈີຕອນ”ທີ່ໂຮງແຮມມິລະໂຄແກຣນ ປະເທດໄທ. ການເຊັນບົດບັນທຶກໃນຄັ້ງນີ້ໃຫ້ກຽດລົງນາມ ໂດຍ ທ່ານ ຈັນທະວີພອນ ເຄືອບຄຳວອນ ຫົວໜ້າກົມໄປສະນີ ກຕສ ແຫ່ງ ສປປ ລາວ ຮ່ວມກັບທ່ານໂຄວິດທັນຍາຣັດຕະກຣຸນຜູ້ອຳນວຍການບໍລິສັດເທັດສະຫຍາມອິນເຕີເນັດເຊີນໍຈຳກັດປະເທດໄທ.ໃຫ້ກຽດເຂົ້າຮ່ວມເປັນສັກຄີພິຍານຂອງທ່ານຄຳພັນອັ່ນລາວັນເອກອັກຄະລັດຖະທູດລາວປະຈຳປະເທດໄທ, ມີທ່ານໄຊລືຊາອິນສີຊຽງໃໝ່ຮອງລັດຖະມົນຕີ ກຕສ ລາວ, ຕາງໜ້າບໍລິສັດໄປສະນີລາວຈຳກັດ ແລະເຈົ້າໜ້າທີ່ຝ່າຍປະເທດໄທເຂົ້າຮ່ວມ.
ສປປ ລາວ ແລະ ທະນາຄານໂລກ ສືບຕໍ່ຮັດແໜ້ນການພົວພັນຮ່ວມມື

ສປປ ລາວ ແລະ ທະນາຄານໂລກ ສືບຕໍ່ຮັດແໜ້ນການພົວພັນຮ່ວມມື

ໃນວັນທີ 29 ກັນຍາ ນີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ເເທນ ສປປ ລາວ ພົບປະກັບ ທ່ານ ປາໂບຣ ຊາເວດຣາ (Pablo Saavedra) ຮອງປະທານທະນາຄານໂລກ ທີ່ ສຳນັກງານໃຫຍ່ຂອງ ທະນາຄານໂລກ ປະຈຳນະຄອນຫຼວງວໍຊິງຕັນ ດີຊີ ສະຫະລັດ ອາເມຣິກາ.
ປຶກສາຫາລືຫຼາຍບັນຫາ ເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີແຮ່ທາດອາຊຽນ ຄັ້ງທີ 10

ປຶກສາຫາລືຫຼາຍບັນຫາ ເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີແຮ່ທາດອາຊຽນ ຄັ້ງທີ 10

ກອງປະຊຸມເຈົ້າໜ້າທີ່ອາວຸໂສແຮ່ທາດອາຊຽນ ຄັ້ງທີ 25 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ໄດ້ຈັດຂຶ້ນໃນວັນທີ 29 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ບຸນຍົງ ສີດາວົງ ຫົວໜ້າກົມທໍລະນີສາດ ແລະ ບໍ່ແຮ່ ຫົວໜ້າເຈົ້າໜ້າທີ່ອາວຸໂສແຮ່ທາດອາຊຽນ ຂອງ ສປປ ລາວ, ມີບັນດາປະເທດອາຊຽນ (ASEAN Member States), ຕີມໍແລັດສະເຕ (ໃນນາມຜູ້ເຂົ້າຮ່ວມສັງ ເກດການ), ກອງເລຂາອາຊຽນ (ASEAN Secretariat), ອົງການຈັດຕັ້ງສາກົນຕ່າງໆເຊັ່ນ: CCOP, UN ESCAP, U.S, IGF, ESCAP, UK/SEforALL, AFMA, ADB ແລະ ERIA ເຂົ້າຮ່ວມ.
ສະຫວັນນະເຂດ ແລ ແຂວງ ກວາງຈິ ເພີ່ມທະວີການຮ່ວມມື

ສະຫວັນນະເຂດ ແລ ແຂວງ ກວາງຈິ ເພີ່ມທະວີການຮ່ວມມື

ສະຫາຍ ໂພໄຊ ໄຂຄຳພິທູນ ຮອງເລຂາພັກແຂວງສະຫວັນນະເຂດ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະ ຂອງທ່ານ ຮ່າ ສີ ດົ່ງ ອະດີດຮັກສາການປະທານຄະນະກຳມະການ ປະຊາຊົນ ແຂວງກວາງຈິ ອະດີດປະທານຄະນະຊີ້ນຳວຽກງານຊາຍແດນ ແຂວງກວາງຈິ. ການຕ້ອນຮັບໄດ້ມີຂຶ້ນທີ່ຫ້ອງຮັບແຂກຂອງຫ້ອງວ່າການແຂວງ ໃນວັນທີ 24 ກັນຍາຜ່ານມາ.
ຄະນະຜູ້ແທນໜັງສືພິມປະຊາຊົນຢ້ຽມຢາມນະຄອນດາໜັງ ສສ ຫວຽດນາມ

ຄະນະຜູ້ແທນໜັງສືພິມປະຊາຊົນຢ້ຽມຢາມນະຄອນດາໜັງ ສສ ຫວຽດນາມ

ໃນຕອນແລງວັນທີ 24 ກັນຍາ ນີ້ ສະຫາຍວັນໄຊ ຕະວິນຍານ ອະດີດຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ອະດີດຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ ໄດ້ນຳພາຄະນະບັນນາທິການ ໄປຢ້ຽມຢາມ ນະຄອນດາໜັງ ສສ ຫວຽດນາມ ໂດຍໄດຮັບການຕ້ອນຮັບຈາກສະຫາຍ ຫງວຽນ ດິ່ງຫວິງ ຮອງເລຂາຄະນະພັກ ຜູ້ປະຈຳການນະຄອນດາໜັງ ພ້ອມດ້ວຍຄະນະໃຫ້ການຕ້ອນຮັບ.​
ຜູ້ແທນໜັງສືພິມປະຊາຊົນຢ້ຽມຢາມສຳນັກຂ່າວສານ ແລະ ວິທະຍຸກະຈາຍສຽງຫວຽດນາມ

ຜູ້ແທນໜັງສືພິມປະຊາຊົນຢ້ຽມຢາມສຳນັກຂ່າວສານ ແລະ ວິທະຍຸກະຈາຍສຽງຫວຽດນາມ

ຄະນະຜູ້ແທນໜັງສືພິມປະຊາຊົນ ນຳໂດຍ ສະຫາຍ ວັນໄຊ ຕະວິນຍານ ອະດີດຮອງຫົວໜ້າໂຄສະນາອົບຮົມສູນກາງພັກ ອະດີດຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ ໄດ້ສືບຕໍ່ນຳພາຄະນະຢ້ຽມຢາມ ສຳນັກງານຂ່າວສານຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ
ຄະນະຜູ້ແທນໜັງສືພິມປະຊາຊົນ ຢ້ຽມຢາມ ສສ ຫວຽດນາມ

ຄະນະຜູ້ແທນໜັງສືພິມປະຊາຊົນ ຢ້ຽມຢາມ ສສ ຫວຽດນາມ

ປະຕິບັດຕາມການຮ່ວມມືລະຫວ່າງຄະນະຜູ້ແທນໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ປປ ລາວ ແລະ ໜັງສືພິມ ເຢິນເຢິນ ສຽງຂອງສູນກາງພັກກອມມູນິດຫວຽດນາມ. ຄະນະຜູ້ແທນໜັງສືພິມ ປະຊາຊົນ ນຳໂດຍສະຫາຍ ວັນໄຊ ຕະວິນຍານ ອະດີດຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ອະດີດຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ ໄດ້ນຳພາຄະນະຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ
ວາລະສານອະລຸນໃໝ່ເຂົ້າຢ້ຽມຢາມ ແລະ ພົບປະຮອງເລຂາຄະນະພັກນະຄອນໂຮ່ຈິມິນ

ວາລະສານອະລຸນໃໝ່ເຂົ້າຢ້ຽມຢາມ ແລະ ພົບປະຮອງເລຂາຄະນະພັກນະຄອນໂຮ່ຈິມິນ

ໃນວັນທີ 11 ຫາ 13 ກັນຍາ ຜ່ານມາ ທີ່ນະຄອນໂຮ່ຈິມິນ ສສ ຫວຽດນາມ, ສະຫາຍ ວັນລາຕີ ຄໍາວານວົງສາ ຄະນະພັກ ບກ ວາລະສານອະລຸນໃໝ່ ຂອງພັກປະຊາຊົນປະຕິວັດລາວ ເຂົ້າຢ້ຽມຢາມ ແລະ ພົບປະ ສະຫາຍ ວໍ ວັນ ມິງ ຮອງເລຂາຄະນະພັກ ປະທານສະພານະຄອນໂຮ່ຈິມີນ ເຂົ້າຮ່ວມມີ ສະຫາຍ ພອນໄຊ ບຸນມີໄຊ ກົງສູນໃຫຍ່ ສປປ ລາວ ປະຈຳນະຄອນໂຮ່ຈິມິນ, ສະຫາຍ ຮວາງ ຈຸງ ຢຸງ ກຳມະການສູນກາງພັກ ບກ ວາລະສານກົ້ງສານ ສສ ຫວຽດນາມ, ໜັງສືພິມໄຊງ່ອນປົດປ່ອຍ, ຄະນະໂຄສະນາສຶກສາໂຮ່ຈິມິນ ແລະ ສື່ມວນຊົນເຂົ້າຮ່ວມ.
ເພີ່ມເຕີມ