ຕອນບ່າຍວັນທີ 16 ມີນາ 2026, ຄະນະຕິດຕໍ່ປະສານງານທະຫານອາສາສະໝັກ ຫວຽດນາມ-ລາວ ນະຄອນຮ່າຍຟອງ ສສ ຫວຽດນາມ ໂດຍການນຳພາຄະນະຂອງ ທ່ານ ດ່ວນ ວັນ ບ່າວ ຫົວໜ້າຄະນະອະດີດຊ່ຽວຊານທະຫານອາສາສະໝັກ ນະຄອນຮ່າຍຟອງ ສສ ຫວຽດນາມ ເດີນທາງຢ້ຽມຢາມ ສະຫະພັນນັກຮົບເກົ່າ ແຂວງຄຳມ່ວນ ໂດຍມີທ່ານ ພັ.ອ ພົມມາ ເດດຂຸນຟອງ ຮອງປະທານສະຫະພັນນັກຮົບເກົ່າແຂວງ ພ້ອມດ້ວຍຄະນະ ແລະ ພະນັກກງານວິຊາການ ຮ່ວມຕ້ອນຮັບ.
ກອງປະຊຸມພົບປະ ລະຫວ່າງ ອົງການກາແດງແຫ່ງຊາດລາວ ແລະ ອົງການກາແດງສິງກະໂປ ໄດ້ຈັດຂຶ້ນ
ໃນວັນທີ 16 ມີນານີ້ ທີ່ໂຮງແຮມ ອາມາຣິ ນະຄອນຫຼວງວຽງຈັນ.
ໃນຕອນແລງຂອງວັນທີ 16 ມີນານີ້, ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ເພື່ອດໍາເນີນການຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ແຕ່ວັນທີ 16 - 18 ມີນາ 2026. ພິທີຕ້ອນຮັບຢູ່ສະໜາມບິນໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດໂດຍການອອກຕ້ອນຮັບຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ, ລວມທັງພາກສ່ວນທີ່ກ່ຽວຂ້ອງຂອງຝ່າຍລາວ ແລະ ຝ່າຍໄທ.
ກອງປະຊຸມວຽກງານໄອຍະການໄທ-ລາວ ຄັ້ງທີ II ວ່າດ້ວຍການຮ່ວມມືຕ້ານອາດຊະຍາກຳຂ້າມຊາດ ພາຍໃຕ້ຫົວຂໍ້: “ການຮ່ວມມືໄອຍະການລາວ-ໄທ ໃນການຕ້ານອາຊະຍາກຳໄຊເບີ” ຈັດຂຶ້ນໃນວັນທີ 12-13 ມີນາ ນີ້ ທີ່ໂຮງແຮມພູລແມນ ຂອນແກ່ນ ຣາຊາ ອໍຄິດ ຈັງຫວັດຂອນແກ່ນ ຣາຊະອານາຈັກໄທ ໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ, ທ່ານ ມົງຄຸນ ຈິຣະໄຊສະກຸນ ຮອງໄອຍະການສູງສຸດ ແຫ່ງຣາຊະອານາຈັກໄທ, ທ່ານ ຈູມພົນ ພັນສຳລິດ ໄອຍະການອາວຸໂສ ທີ່ປຶກສາຂອງໄອຍະການສູງສຸດ ແຫ່ງຣາຊະອານາຈັກໄທ, ທ່ານ ລີຊາດ ຟີລິບປາ ປະທານສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການແຫ່ງຣາຊະອານາຈັກລຸກຊໍາບວກ, ທ່ານ ແຄັດເຊັນເດຍ ເລເນເວຍ ອຸປະທູດ ແຫ່ງຣາຊະອານາຈັກ ລຸກຊຳບວກ ປະຈຳຣາຊະອານາຈັກໄທ ແລະ ທ່ານ ສົມສັກ ວິໄລທອນ ກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈຳຈັງຫວັດຂອນແກ່ນ, ມີບັນດາທ່ານຄະນະຜູ້ແທນຂັ້ນສູງ ອົງການໄອຍະການປະຊາຊົນສູງສຸດແຫ່ງ ສປປ ລາວ, ອົງການໄອຍະການສູງສຸດ ແຫ່ງຣາຊະອານາຈັກໄທ, ອົງການໄອຍະການພາກ 4 (ຈັງຫວັດຂອນແກ່ນ) ຫົວໜ້າອົງການໄອຍະການປະຊາຊົນບັນດາແຂວງ ທີ່ມີຊາຍແດນຕິດຈອດກັນ ລະຫວ່າງ ສປປ ລາວ - ຣາຊະອານາຈັກໄທ, ຊ່ຽວຊານຈາກອົງການ UNODC ພ້ອມດ້ວຍພະນັກງານໄອຍະການສອງຝ່າຍເຂົ້າຮ່ວມ.
ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູຸດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປຈີນ ປະຈຳລາວ ພ້ອມດ້ວຍຄະນະ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊຽງຂວາງ ໃນວັນທີ 12 ມີນານີ້, ໃຫ້ກຽດຕ້ອນຮັບ ໂດຍທ່ານ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງຊຽງຂວາງ ພ້ອມດ້ວຍຄະນະ.
ພິທີມອບ-ຮັບ ແລະ ເປີດນຳໃຊ້ເສັ້ນທາງ ຈາກເທດສະບານເມືອງໄຊຈໍາພອນ - ດ່ານປະເພນີນໍ້າອອນ (ຊາຍແດນລາວ-ຫວຽດນາມ) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 12 ມີນານີ້ ທີ່ເທສະບານເມືອງໄຊຈໍາພອນແຂວງບໍລິຄໍາໄຊ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີທ່ານ ເລຂາພັກແຂວງບໍລິຄຳໄຊ; ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ; ບັນດາທ່ານຮອງລັດຖະມົນຕີກະຊວງທີ່ກ່ຽວຂ້ອງ; ທ່ານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍການນຳແຂວງບໍລິຄຳໄຊ, ແຂວງຮ່າຕິ່ງ-ແຂວງເຫງະອານ ສສ ຫວຽດນາມ ຕະຫຼອດຮອດການນຳເມືອງໄຊຈຳພອນ ແລະ ບໍລິສັດ ທີ່ໃຫ້ການຊ່ວຍເຫຼືອທຶນກໍ່ສ້າງເສັ້ນທາງດັ່ງກ່າວ ເຂົ້າຮ່ວມ.
ຫຼັງຈາກການປຶກສາຫາລື ແລະ ຮ່ວມກັນສ້າງສາມາເປັນເວລາ 10 ກວ່າປີ, ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ກາຍເປັນຜະລິດຕະພັນສາທາລະນະສາກົນທີ່ໄດ້ຮັບຄວາມນິຍົມຊົມຊອບຢ່າງກວ້າງຂວາງ ແລະ ໄດ້ກາຍເປັນຄັນທຸງທີ່ມີສີສົດໃສແຫ່ງໂລກາພິວັດຮູບແບບໃໝ່. ບົດລາຍງານວຽກງານຂອງລັດຖະບານຈີນປີ 2026 ໄດ້ຈັດເອົາການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງເຂົ້າໃນໜ້າທີ່ຈຸດສຸມໃນຂົງເຂດການເປີດປະຕູສູ່ພາຍນອກໃນລະດັບສູງ. ການຈັດວາງແບບນີ້ແມ່ນສອດຄ່ອງກັບທ່າອ່ຽງການພັດທະນາຂອງທົ່ວໂລກຢ່າງແໜ້ນແຟ້ນ ໂດຍສຸມໃສ່ຄວາມຕ້ອງການໃນການຫັນເປັນທັນສະໄໝຂອງປະເທດເຂດໂລກໃຕ້, ທັງໄດ້ວາງແຜນທີ່ຈະແຈ້ງໃຫ້ແກ່ການລົງເລິກການຮ່ວມມືສາກົນ ແລະ ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດໃນໄລຍະຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15 ຂອງຈີນ ແລະ ໄດ້ເພີ່ມພະລັງຂັບເຄື່ອນອັນເຂັ້ມແຂງທີ່ໝັ້ນທ່ຽງໃຫ້ແກ່ການພັດທະນາເສດຖະກິດໂລກທີ່ເຕັມໄປດ້ວຍຄວາມປັ່ນປ່ວນວຸ່ນວາຍ ແລະ ການປ່ຽນແປງ.
ຄະນະຜູ້ແທນກະຊວງການເງິນ ນໍາໂດຍທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ ເລຂາຄະ ນະບໍລິຫານງານພັກ ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະ ເຂົ້າຮ່ວມກອງປະຊຸມປຶກສາຫາລື ຮ່ວມກັບ ສໍານັກງານສົ່ງເສີມການລົງທຶນ (Invest HK) ເຂດປົກຄອງພິເສດຮົງກົງ ສປ ຈີນ ໃນວັນທີ 9 ມີນາຜ່ານມາ. ຈຸດປະສົງເພື່ອປຶກສາຫາລື ແລກປ່ຽນປະສົບການ ໃນການສົ່ງເສີມການລົງທຶນທັງພາຍໃນ ແລະ ຕ່າງ ປະເທດ, ສຶກສາແລກປ່ຽນການປະຕິບັດນະໂຍບາຍພາສີ-ອາກອນ ແລະ ການປະຕິບັດນະໂຍບາຍພັນທະຄ່າທໍານຽມໃຫ້ບັນດາບໍລິສັດນັກລົງທຶນຂະໜາດນ້ອຍ ແລະ ຂະໜາດໃຫຍ່ ຊຶ່ງເຂດປົກຄອງພິເສດຮົງກົງ ເປັນສູນກາງການລົງທຶນທາງດ້ານການເງິນສາກົນ ແລະ ເປັນປະຕູດ່ານໜ້າ ໃນການເຂົ້າສູ່ຕະຫຼາດສາກົນ; ພ້ອມນັ້ນ, ຍັງໄດ້ພ້ອມກັນປຶກສາຫາລື ແລກປ່ຽນແນວທາງການຈັດຕັ້ງປະຕິບັດນະໂຍບາຍການເງິນສີຂຽວ, ສິນເຊື່ອກາກບອນ, ນະ ໂຍບາຍການສົ່ງເສີມພັນທະບັດສີຂຽວ ແລະ ອື່ນໆ.
ກອງປະຊຸມສະໄໝທີ 57 ຂອງຄະນະກຳມາທິການສະຖິຕິ ແລະ ກອງປະຊຸມຫົວຂໍ້ປິ່ນອ້ອມ ຈັດຂຶ້ນໃນລະຫວ່າງວັນທີ 3-6 ມີນາຜ່ານມາ ທີ່ສໍານັກງານໃຫຍ່ ອົງການສະຫະປະຊາຊາດ ນິວຢອກ ສະຫະລັດອາເມຣິກາ. ຄະນະຜູ້ແທນຈາກ ສປປ ລາວ ນໍາໂດຍທ່ານ ນາງ ເພັດສະໜອນ ສອນ ຫົວໜ້າສູນສະຖິຕິແຫ່ງຊາດ ກະຊວງການເງິນ ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ ຊຶ່ງເປັນເວທີປຶກສາຫາລືປະຈຳປີລະດັບສູງຂອງຫົວໜ້າອົງການສະຖິິຕິເພື່ອກໍານົດທິດທາງ, ແລກປ່ຽນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ແລະ ເສີມສ້າງການຮ່ວມມື ສືບຕໍ່ຜະລິດຂໍ້ມູນສະຖິຕິທີ່ມີຄຸນນະພາບ ສະຖິຕິສາມາດຕອບສະໜອງການກໍານົດນະໂຍບາຍ ແລະ ການພັດທະນາຢ່າງຍືນຍົງໃນລະດັບໂລກ, ພາກພື້ນ ແລະ ປະເທດ.
ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ຮ່ວມກັບ ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຈັດພິທີປາຖະກະຖາ ທັດສະນະທີ່ສໍາຄັນກ່ຽວກັບວຽກງານແມ່ຍິງຂອງສະຫາຍ ສີຈິ້ນຜິງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 116 ປີ ຈັດຂຶ້ນໃນວັນທີ 10 ມີນານີ້ ທີ່ໂຮງແຮມລາດສະວົງ ແວນດ້າ ວິສຕາ ໂດຍການເຂົ້າຮ່ວມຂອງທ່ານນາງ ອາລີ ວົງໜໍ່ບຸນທໍາ ປະທານຄະນະບໍລິຫານງານ ສສຍລ, ທ່ານນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມແຫ່ງ ສປ ຈີນ ປະຈໍາ ສປປ ລາວ, ມີບັນດາການນໍາພັກ-ລັດ, ຄະນະນຳກະຊວງ, ອົງການຂັ້ນສູນກາງ, ຄອບຄົວການນຳຂັ້ນສູງຂອງພັກ-ລັດ, ພະນັກງານປະຕິວັດອາວຸໂສ, ອະດີດການນຳຂອງສະຫະພັນແມ່ຍິງລາວເຂົ້າຮ່ວມ.
ຄໍາເຫັນ