ທ່ານ ໄພວີ ສີບົວລິພາຕ້ອນຮັບທູດອິນໂດເນເຊຍ ປະຈຳ ສປປລາວ

ທ່ານ ໄພວີ ສີບົວລິພາຕ້ອນຮັບທູດອິນໂດເນເຊຍ ປະຈຳ ສປປລາວ
ທ່ານ ໄພວີ ສີບົວລິພາລັດຖະມົນຕີກະຊວງຍຸຕິທໍາ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະຂອງ ທ່ານ ກຣາຕ້າເອັນດາເວິຣນິງຕຽດເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດອິນໂດເນເຊຍຄົນໃໝ່ປະຈຳສປປລາວໃນວັນທີ 21 ພະຈິກນີ້ທີ່ກະຊວງຍຸຕິທຳເພື່ອປຶກສາຫາລື ແລະແລກປ່ຽນຄຳເຫັນໃນການຮ່ວມມື.
ໃນໂອກາດນີ້,ທ່ານ ໄພວີ ສີບົວລິພາກໍໄດ້ສະແດງຄວາມຕ້ອນຮັບແລະຕິລາຄາສູງຕໍ່ ທ່ານກຣາຕ້າເອັນດາເວິຣນິງຕຽດທີ່ໄດ້ຖືກແຕ່ງຕັ້ງມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດ ອິນໂດເນເຊຍຄົນໃໝ່ປະຈຳສປປລາວຊຶ່ງຈະເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບແລະການຮ່ວມມືລະຫວ່າງສປປລາວແລະສອິນໂດເນເຊຍ;ນອກຈາກນັ້ນຍັງເປັນການສະໜັບສະນູນສປປລາວເພື່ອບັນລຸເປົ້າໝາຍການເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນແລະກອງປະຊຸມອື່ນໆ ທີ່ຕິດພັນໃນປີ 2024 ໂດຍສະເພາະກໍເປັນໂອກາດທີ່ຈະແລກປ່ຽນຄຳຄິດເຫັນປຶກສາຫາລືໃນການສືບຕໍ່ຊຸກຍູ້ສົ່ງເສີມການຮ່ວມມືດ້ານວຽກງານຍຸຕິທຳລະຫວ່າງກະຊວງຍຸຕິທຳສປປລາວແລະກະຊວງຍຸຕິທຳສອິນໂດເນເຊຍທີ່ມີມາດົນນານນັ້ນໃຫ້ມີປະສິດທິພາບແລະປະສິດທິຜົນຍິ່ງຂຶ້ນ.
ໃນໂອກາດນີ້,ທ່ານ ກຣາຕ້າເອັນດາເວິຣນິງຕຽດກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານ ໄພວີ ສີບົວລິພາທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີີ້ແລະຈະເຮັດສຸດຄວາມສາມາດເພື່ອປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບແລະການຮ່ວມມືລະຫວ່າງສອິນໂດເນເຊຍແລະສປປລາວ.ເວົ້າລວມເວົ້າສະເພາະແມ່ນການຮ່ວມມືດ້ານວຽກງານຍຸຕິທຳລະຫວ່າງກະຊວງຍຸຕິທຳສອິນໂດເນເຊຍແລະ ກະຊວງຍຸຕິທຳສປປລາວ ທີ່ມີມາດົນນານນັ້ນໃຫ້ມີປະສິດທິພາບແລະປະສິດທິຜົນຍິ່ງຂຶ້ນ. 
ຂ່າວ-ພາບ:ບຸນຕອມ

ຄໍາເຫັນ

ຂ່າວການຮ່ວມມື

ໂຮມຊຸມນຸມສະເຫຼີມສະຫຼອງ 50 ປີ ວັນປົດປ່ອຍພາກໃຕ້ຫວຽດນາມ

ໂຮມຊຸມນຸມສະເຫຼີມສະຫຼອງ 50 ປີ ວັນປົດປ່ອຍພາກໃຕ້ຫວຽດນາມ

ພິທີໂຮມຊຸມນຸມສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ ໄດ້ຈັດຂຶ້ນໃນວັນທີ 9 ພຶດສະພານີ້ ທີ່ກະຊວງປ້ອງກັນປະເທດ ໂດຍການເຂົ້າຮ່ວມຂອງທ່ານ ຫງວຽນ ມິງເຕິມ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳສປປ ລາວ, ມີທ່ານ ທອງລອຍ ສີລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາການນໍາກະຊວງປ້ອງກັນປະເທດ, ກົມ, ກອງ ຕະຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ຄະນະຜູ້ແທນຂັ້ນສູງຂອງສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ຢ້ຽມຢາມ ແລະ ເຮັດວຽກຢູ່  ຣາຊະອານາຈັກ ກຳປູເຈຍ

ຄະນະຜູ້ແທນຂັ້ນສູງຂອງສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ ຣາຊະອານາຈັກ ກຳປູເຈຍ

ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງທ່ານ ChivKeng ປະທານສານສູງສຸດ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ຄະນະຜູ້ແທນຂັ້ນສູງຂອງສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ນຳໂດຍ ທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ນະຄອນຫຼວງພະນົມເປັນ ຣາຊະອານາຈັກ ກຳປູເຈຍ
ກິດ​ຈະ​ກຳ “ທ່ຽວ​ຊົມ​ປະ​ເທດ​ຈີນ” ປີ 2025 ຈັດ​ຂຶ້ນ​ຢູ່​ນະ​ຄອນ​ອູ​ຮັ້ນ

ກິດ​ຈະ​ກຳ “ທ່ຽວ​ຊົມ​ປະ​ເທດ​ຈີນ” ປີ 2025 ຈັດ​ຂຶ້ນ​ຢູ່​ນະ​ຄອນ​ອູ​ຮັ້ນ

ຂ່າວສານຊີອາໄອລາຍງານວ່າ: ໃນຕອນ​ຄ່ຳ​ວັນ​ທີ 7 ພຶດ​ສະ​ພາ ຜ່ານມາ​ນີ້, ໂທ​ລະ​ພາບ​ສາ​ກົນ​ຈີນ ຫຼື CGTN ຂອງວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ຫຼື CMGແລະ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ນະ​ຄອນ​ອູ​ຮັ້ນ​ ໄດ້​ເຊື້ອ​ເຊີນ​ເຈົ້າ​ໜ້າ​ທີ່​ການ​ທູດ​​ຈາກ 5 ປະ​ເທດຄື:
ທູດລາວ ປະຈຳ ສສ ຫວຽດນາມ ເຂົ້າຢ້ຽມຂ່ຳນັບ ສະຫາຍຮອງເລຂາພັກນະຄອນຫຼວງຮ່າໂນ້ຍ

ທູດລາວ ປະຈຳ ສສ ຫວຽດນາມ ເຂົ້າຢ້ຽມຂ່ຳນັບ ສະຫາຍຮອງເລຂາພັກນະຄອນຫຼວງຮ່າໂນ້ຍ

ສະຫາຍ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະ ໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ເຈິນ ສີ ແທັງ ກຳມະການສູນກາງພັກ ຮອງເລຂາພັກ ປະທານຄະນະກຳມະການປະຊາຊົນນະຄອນຫຼວງຮ່າໂນ້ຍ ທີ່ສຳນັກງານຄະນະກຳມະການປະຊາຊົນນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ຮອງປະທານປະເທດ ຕ້ອນຮັບທູດມົງໂກລີ ເຂົ້າຢ້ຽມອໍາລາ

ຮອງປະທານປະເທດ ຕ້ອນຮັບທູດມົງໂກລີ ເຂົ້າຢ້ຽມອໍາລາ

ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ບຽມບາຊູເຣນ ຈຳສຣັງ (Byambasuren JAMSRAN) ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ມົງໂກລີ ປະຈຳ ສປປ ລາວໃນວັນທີ 8 ພຶດສະພານີ້ ທີ່ທໍານຽບປະທານປະເທດ, ໃນໂອກາດທີ່ໄດ້ສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ແນະນໍາວິ​ທີ​ການ​ສະ​ໝັກ​ ​ໂຄງການລາງວັນຮອນ​​ດາຢູ່ ສປປ ລາວ

ແນະນໍາວິ​ທີ​ການ​ສະ​ໝັກ​ ​ໂຄງການລາງວັນຮອນ​​ດາຢູ່ ສປປ ລາວ

ເພື່ອເຮັດໃຫ້ນັກສຶກສາ ປີທີ 2, 3 ແລະ4 ຂອງຄະນະຊັບພະຍາກອນນ້ຳ (ຄຊນ)ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຮັບຮູ້, ເຂົ້າໃຈກ່ຽວກັບວິທີການສະໝັກເຂົ້າຮ່ວມໂຄງການລາງວັນຮອນດາ ສໍາລັບນັກວິທະຍາສາດ ແລະ ວິສະວະກອນໜຸ່ມ (Y-E-S ຫຼື Young Engineer and Scientist’s Award) ຢູ່ ສປປ ລາວ ປະຈຳປີ 2025,ສະ​ຖາ​ບັນ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ ​ລາວ​-ຍີ່​ປຸ່ນ
ຄະນະນຳ ກອງບັນຊາການທະຫານແຂວງຫຼວງພະບາງ ຕ້ອນຮັບຄະນະຊ່ຽວຊານສະຖາບັນຍຸດທະສາດ ປ້ອງກັນຊາດຫວຽດນາມ

ຄະນະນຳ ກອງບັນຊາການທະຫານແຂວງຫຼວງພະບາງ ຕ້ອນຮັບຄະນະຊ່ຽວຊານສະຖາບັນຍຸດທະສາດ ປ້ອງກັນຊາດຫວຽດນາມ

ວັນທີ 6 ພຶດສະພາ 2025 ນີ້, ທ່ານ ພັນເອກ ໂພນທອງ ພັນຈະເລີນພົນ ຮອງຫົວໜ້າກົມວິທະຍາສາດ - ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ສປປ ລາວ ແລະ ທ່ານ ພັນເອກ ຕັ້ງດຶງແຕ່ງ ຊ່ຽວຊານສະຖາບັນຍຸດທະສາດ ປ້ອງກັນຊາດຫວຽດນາມ ພ້ອມຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ກອງບັນຊາການທະຫານ ແຂວງຫຼວງພະບາງ, ມີທ່ານ ພັນເອກ ສິງທອງ ອິນທະວອງ ຫົວໜ້າຫ້ອງການ ກອງບັນຊາການທະຫານແຂວງຫຼວງ ພ້ອມຄະນະ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ກະຊວງກະສິກຳ ແລະ ປ່າໄມ້ ມອບໃບຍ້ອງຍໍ ໃຫ້ໂຮງງານປຸງແຕ່ງປາສະຫວາຍ

ກະຊວງກະສິກຳ ແລະ ປ່າໄມ້ ມອບໃບຍ້ອງຍໍ ໃຫ້ໂຮງງານປຸງແຕ່ງປາສະຫວາຍ

ເມື່ອບໍ່ດົນມານີ້, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ມອບໃບຍ້ອງຍໍ ຂັ້ນກະຊວງ ໃຫ້ແກ່ໂຮງງານປຸງແຕ່ງປາສະຫວາຍ ທີ່ໄດ້ມີຜົນງານດີເດັ່ນ ໃນການປະກອບສ່ວນລົງທຶນລ້ຽງປາສະຫວາຍ ແບບອຸດສາຫະກໍາ ແລະ ໄດ້ສໍາເລັດການກໍ່ສ້າງໂຮງງານປຸງແຕ່ງ, ຕາງໜ້າມອບໂດຍ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແລະ ຮັບໂດຍ ທ່ານ ຊູ ຈັນມິນ
ຄະນະຜູ້ແທນ ສນຊ ເຂົ້າຮ່ວມງານສະເຫຼີມສະຫຼອງວັນວິສາຄະບູຊາ ຂອງອົງການ ສປຊ ຄັ້ງທີ 20 ທີ່ ສສ ຫວຽດນາມ

ຄະນະຜູ້ແທນ ສນຊ ເຂົ້າຮ່ວມງານສະເຫຼີມສະຫຼອງວັນວິສາຄະບູຊາ ຂອງອົງການ ສປຊ ຄັ້ງທີ 20 ທີ່ ສສ ຫວຽດນາມ

ວັນທີ 4 ພຶດສະພາຜ່ານມາ, ທ່ານນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະໄດ້ເດີນທາງເຄື່ອນໄຫວເຮັດວຽກຢູ່ສສ ຫວຽດນາມ ໂດຍໄດ້ຮັບການຕ້ອນຮັບຈາກພະອາຈານ ເຖິດ ເຍິດ ທ່ຽນ ຮອງປະທານອົງການພຸດທະສາສະໜາ ສສ ຫວຽດນາມ ແລະ ທ່ານ ລອນພັນ ເພົ້າດາວັນ ກົງສູນໃຫຍ່ລາວ ປະຈໍານະຄອນໂຮ່ຈິມິນ ພ້ອມດ້ວຍຄະນະ.
ຖະແຫຼງຂ່າວ ຜົນການປະກວດຮູບແຕ້ມສະເຫຼີມສະຫຼອງສາຍພົວພັນການທູດ ລາວ-ໄທ

ຖະແຫຼງຂ່າວ ຜົນການປະກວດຮູບແຕ້ມສະເຫຼີມສະຫຼອງສາຍພົວພັນການທູດ ລາວ-ໄທ

ງານຖະແຫຼງຂ່າວ ຜົນການປະກວດຮູບແຕ້ມສະເຫຼີມສະຫຼອງ ຄົບຮອບ 75 ປີ ສາຍພົວພັນການທູດ ລາວ-ໄທ ໄດ້ຈັດຂຶ້ນໃນວັນທີ 5 ພຶດສະພາຜ່ານມາ ທີ່ກົງສູນໃຫຍ່ ແຫ່ງຮາຊະອານາຈັກໄທ ປະຈໍາແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມຂອງທ່ານ ໂພໄຊ ໄຂຄໍາພິທູນ ຮອງເຈົ້າແຂວງ ສະຫວັນນະເຂດ, ມີທ່ານ ນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ