ທ່ານເຈົ້າແຂວງໄຊຍະບູລີ ຕ້ອນຮັບຄະນະອະດີດທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານ ສສຫວຽດນາມ

ທ່ານເຈົ້າແຂວງໄຊຍະບູລີ ຕ້ອນຮັບຄະນະອະດີດທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານ ສສຫວຽດນາມ
ໃນວັນທີ 7 ພະຈິກ ນີ້ ທີ່ຫ້ອງຮັບແຂກ ຫ້ອງວ່າການແຂວງໄຊຍະບູລີ, ທ່ານ ພົງສະຫວັນ ສິດທະວົງເຈົ້າແຂວງໄຊຍະບູລີ ໄດ້ຕ້ອນຮັບຄະນະອະດີດທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານແຂວງຟູເຖາະ, ແຂວງອຽນບາຍ ແລະ ແຂວງລາວການ ສສ ຫວຽດນາມ ນໍາໂດຍ ທ່ານ ພັນເອກ ຫງຽນຈ໋ອງຕັງ ອະດີດຫົວໜ້າກົມການເງິນ ກະຊວງຕໍາຫຼວດ ຫວຽດນາມ ພ້ອມຄະນະ.
    ກ່ອນອື່ນ ທ່ານ ພັນເອກ ຫງຽນຈ໋ອງຕັງໄດ້ແຈ້ງຈຸດປະສົງທີ່ມາຢ້ຽມຢາມ ແລະ ທັດສະນະສຶກສາຢູ່ແຂວງໄຊຍະບູລີ ໂດຍສະເພາະແມ່ນເພື່ອຢ້ຽມຢາມເບິ່ງການພັດທະນາຂອງແຂວງພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ຊຶ່ງທີມງານດັ່ງກ່າວສ່ວຍຫຼາຍແມ່ນໄດ້ມາຊ່ວຍ ສປປລາວ, ໂດຍສະເພາະແມ່ນມາຊ່ວຍແຂວງໄຊຍະບູລີ ໃນການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານໃນອະດີດ ຈົນສາມາດໄດ້ຮັບໄຊຊະນະ ແລະ ສາມາດປົດປ່ອຍແຂວງກໍຄືປະເທດຊາດໃນປີ 1975, ພ້ອມດຽວກັນຍັງໄດ້ພົບປະແລກປ່ຽນບົດຮຽນນໍາສະຫະພັນນັກຮົບເກົ່າ, ແນວລາວສ້າງຊາດແຂວງໄຊຍະບູລີ ຕື່ມອີກ,ໂອກາດດັ່ງກ່າວ ທ່ານ ເຈົ້າແຂວງໄຊຍະບູລີ ກໍໄດ້ສະແດງຄວາມຍິນດີຕ້ອນຮັບຄະນະຜູ້ແທນ ພ້ອມທັງສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ອະດີດທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານ ທີ່ໄດ້ສະລະເຫື່ອແຮງເພື່ອເຮັດການປະຕິວັດກໍຄືປົກປັກຮັກສາເຂດນໍ້າແດນດິນອັນຄົບຖ້ວນຂອງແຂວງໄຊຍະບູລີ ໄວ້ໄດ້ຢ່າງໝັ້ນຄົງ ແລະ ເຊື່ອວ່າການຊ່ວຍເຫຼືອ ແລະ ຄວາມສາມັກຄີແບບພິເສດຂອງສອງຊາດລາວ-ຫວຽດນາມ, ເວົ້າລວມ, ເວົ້າສະເພາະແມ່ນແຂວງໄຊຍະບູລີ ກັບບັນດາແຂວງແຮກສ່ຽວຂອງ ສສ ຫວຽດນາມນັ້ນຈະສືບຕໍ່ຮັດແໜ້ນ ແລະ ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.
ພ້ອມດຽວກັນຍັງໄດ້ລາຍງານສະພາບການພັດທະນາເສດຖະກິດຂອງແຂວງໂດຍສັງເຂບ ຊຶ່ງເສດຖະກິດຂອງແຂວງແມ່ນໄດ້ອາໄສ 3 ທ່າແຮງຕົ້ນຕໍຄື: 1. ອຸດສາຫະກໍາ, ກະສິກໍາ ຕິດພັນກັບການປຸງແຕ່ງເພື່ອສົ່ງອອກ, 2. ການຄ້າຊາຍແດນ, ການຂົນສົ່ງ, ການທ່ອງທ່ຽວ, 3. ແມ່ນພະລັງງານໄຟຟ້າ, ສ່ວນການປູກພືດເປັນສິນຄ້ານັ້ນປະກອບມີ: ມັນຕົ້ນ, ສາລີຫົວອາຫານສັດ, ໝາກເດືອຍ ແລະ ພືດອື່ນໆອີກຈໍານວນໜຶ່ງ.
ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

ຄໍາເຫັນ

ຂ່າວການຮ່ວມມື

ຖະແຫຼງຂ່າວ ຜົນການປະກວດຮູບແຕ້ມສະເຫຼີມສະຫຼອງສາຍພົວພັນການທູດ ລາວ-ໄທ

ຖະແຫຼງຂ່າວ ຜົນການປະກວດຮູບແຕ້ມສະເຫຼີມສະຫຼອງສາຍພົວພັນການທູດ ລາວ-ໄທ

ງານຖະແຫຼງຂ່າວ ຜົນການປະກວດຮູບແຕ້ມສະເຫຼີມສະຫຼອງ ຄົບຮອບ 75 ປີ ສາຍພົວພັນການທູດ ລາວ-ໄທ ໄດ້ຈັດຂຶ້ນໃນວັນທີ 5 ພຶດສະພາຜ່ານມາ ທີ່ກົງສູນໃຫຍ່ ແຫ່ງຮາຊະອານາຈັກໄທ ປະຈໍາແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມຂອງທ່ານ ໂພໄຊ ໄຂຄໍາພິທູນ ຮອງເຈົ້າແຂວງ ສະຫວັນນະເຂດ, ມີທ່ານ ນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ລາວ-ຈີນ ຮ່ວມມືຄົ້ນຄວ້າ ແລະ ພັດທະນາຢາພື້ນເມືອງ

ລາວ-ຈີນ ຮ່ວມມືຄົ້ນຄວ້າ ແລະ ພັດທະນາຢາພື້ນເມືອງ

ພິທີເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມືກ່ຽວກັບການຄົ້ນຄວ້າ ແລະ ພັດທະນາຢາພື້ນເມືອງລະຫວ່າງ ສະຖາບັນການແພດ ແລະ ການຢາພື້ນເມືອງກັບສະຖາບັນກວດກາຢາກິ່ງແຂວງສິບສອງພັນນາ ແລະ ບໍລິສັດ ສະຖາບັນຄົ້ນຄວ້າຢາຊົນເຜົ່າໄຕລື້ 12 ພັນນາສປ ຈີນໄດ້ຈັດຂຶ້ນໃນວັນທີ 4 ພຶດສະພາຜ່ານມາທີ່ນະຄອນຫຼວງວຽງຈັນ.
ສະຫຼອງຄົບຮອບ 1ປີ ການນໍາໃຊ້ລະບົບລົງທະບຽນການໃຫ້ວັກຊິນກັນພະຍາດແບບເອເລັກໂຕຣນິກ

ສະຫຼອງຄົບຮອບ 1ປີ ການນໍາໃຊ້ລະບົບລົງທະບຽນການໃຫ້ວັກຊິນກັນພະຍາດແບບເອເລັກໂຕຣນິກ

ພິທີສະເຫຼີມສະຫຼອງຄົບຮອບ 1 ປີການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊິນກັນພະຍາດແບບເອເລັກໂຕຣນິກ ຫຼື EIR ໃນສປປ ລາວ ໄດ້ຈັດຂຶ້ນໃນວັນທີ 5 ພຶດສະພາຜ່ານມາ ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບຸນແຝງ ພູມມະໄລສິດລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ໂຄອີຊືມິ
ລັດຖະມົນຕີຕ່າງປະເທດ ພົບປະ ເລຂາທິການໃຫຍ່ ອົງການຮ່ວມມືດ້ານເສດຖະກິດເພື່ອການພັດທະນາ

ລັດຖະມົນຕີຕ່າງປະເທດ ພົບປະ ເລຂາທິການໃຫຍ່ ອົງການຮ່ວມມືດ້ານເສດຖະກິດເພື່ອການພັດທະນາ

ໃນຕອນເຊົ້າຂອງ ວັນທີ 2 ພຶດສະພາ ຜ່ານມາ ທີ່ ບາງກອກ ປະເທດໄທ; ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍ ກັບ ທ່ານ ມາດໄທສ ຄໍແມນ (Mathias Cormann) ເລຂາທິການໃຫຍ່ ຂອງອົງການຮ່ວມມືດ້ານເສດຖະກິດເພື່ອການພັດທະນາ (OECD), ໃນໂອກາດ ນຳພາຄະນະຜູ້ແທນລາວ
ລັດຖະມົນຕີກະຊວງກະສິກຳແລະປ່າໄມ້ສປປລາວພ້ອມຄະນະຢ້ຽມຢາມບຣູໄນດາຣູຊາລາມ

ລັດຖະມົນຕີກະຊວງກະສິກຳແລະປ່າໄມ້ສປປລາວພ້ອມຄະນະຢ້ຽມຢາມບຣູໄນດາຣູຊາລາມ

ຄະນະຜູ້ແທນກະຊວງກະສິກຳແລະປ່າໄມ້ (ກປ)ສປປລາວນຳໂດຍທ່ານລິນຄຳດວງສະຫວັນລັດຖະມົນຕີກະຊວງກະສິກຳແລະປ່າໄມ້ໄດ້ຢ້ຽມຢາມແລະເຮັດວຽກຢູ່ປະເທດບຣູໄນດາຣູຊາລາມຢ່າງເປັນທາງການໃນລະຫວ່າງວັນທີ 27-31ເມສາ ຜ່ານມາ. ຈຸດປະສົງໃນການຢ້ຽມຢາມແລະເຄື່ອນໄຫວວຽກງານໃນຄັ້ງນີ້ແມ່ນເພື່ອເຂົ້າຮ່ວມກອງປະຊຸມຄະນະກຳມະການຮ່ວມມືສອງຝ່າຍລາວ-ບຣູໄນຄັ້ງທີ2
ລັດຖະມົນຕີ ກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທູດມົງໂກລີ

ລັດຖະມົນຕີ ກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທູດມົງໂກລີ

ທ່ານ ທອງສະຫວັນ ພົມວິຫານລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານບຽມບາຊູເຣນ ຈຳສຣັງ (Byambasuren JAMSRAN) ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ມົງໂກລີ ປະຈຳ ສປປ ລາວໃນຕອນເຊົ້າວັນທີ 5 ພຶດສະພາ ນີ້ ທີ່ ກະຊວງການຕ່າງປະເທດ,ໃນໂອກາດ ທີ່ໄດ້ສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ທູດລາວຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ສາທາລະນະລັດ ສິງກະໂປ

ທູດລາວຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ສາທາລະນະລັດ ສິງກະໂປ

ເມື່ອທ້າຍເດືອນເມສາຜ່ານມານີ້ ທີ່ ທໍານຽມປະທານາທິບໍດີ ອິສຕານາ (Istana), ທ່ານ ວິລັດສອນ ວິສອນນະວົງ ໄດ້ຍື່ນສານຕາຕັ້ງຕໍ່ ພະນະທ່ານທາມານ ຊານມູກາຣັນນາມ (Tharman Shanmugaratnam) ປະທານາທິບໍດີ ແຫ່ງ ສາທາລະນະລັດ ສິງກະໂປ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈໍາ ສາທາລະນະລັດ ສິງກະໂປ.

ເອກອັກຄະລັດຖະທູດ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອາຊຽນ ຄົນໃໝ່  ຍື່ນສານຕາຕັ້ງ ຕໍ່ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ

ເອກອັກຄະລັດຖະທູດ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອາຊຽນ ຄົນໃໝ່ ຍື່ນສານຕາຕັ້ງ ຕໍ່ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ

​ໃນຕອນເຊົ້າຂອງວັນ​ທີ30ເມສາ ຜ່ານມາ ທີ່ກອງ​ເລ​ຂາ​ອາ​ຊຽນ ນະຄອນຫຼວງຈາກາກຕາ ປະເທດອິນໂດເນເຊຍ, ທ່ານ ສິດສັງຄົມ ສີສະເກດ ໄດ້​ຍື່ນ​ສານ​ຕາຕັ້ງ​ ຕໍ່ທ່ານ ກາວ ກິມ ຮູນ (Kao Kim Hourn)ເລ​ຂາ​ທິ​ການ​ໃຫຍ່​ອ​າ​ຊຽນ​ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ
ພະນັກງານລົດໄຟລາວ-ຈີນ ວິລະຊົນຜູ້ຢູ່ເບື້ອງຫຼັງໃນວັນກໍາມະກອນ

ພະນັກງານລົດໄຟລາວ-ຈີນ ວິລະຊົນຜູ້ຢູ່ເບື້ອງຫຼັງໃນວັນກໍາມະກອນ

ໃນວັນທີ 1 ພຶດສະພາ ວັນກໍາມະກອນສາກົນ, ເຖິງແມ່ນວ່າເປັນໄລຍະວັນພັກຂອງຊາວຜູ້ອອກແຮງງານກໍຕາມ, ແຕ່ພະນັກງານທາງລົດໄຟລາວ-ຈີນ ຍັງຄົງໄດ້ອຸທິດຕົນເຮັດວຽກຢ່າງຕັ້ງໜ້າດ້ວຍເຫື່ອແຮງ ແລະ ສະຕິປັນຍາ. ທັງໝົດ ກໍເພື່ອຕອບສະໜອງຄວາມຕ້ອງການໃນການເດີນທາງຂອງຜູ້ໂດຍສານ ແລະ ຂົນສົ່ງສິນຄ້າຜ່ານທາງລົດໄຟລາວ-ຈີນ
ເພີ່ມເຕີມ