ມອບຫຼຽນກຽດຕິຄຸນອາທິດອຸໄທ,

ທ່ານພຸດສິມມາລາວົງໄດ້ຮັບຫຼຽນກຽດຕິຍົດອັນສູງສົ່ງຈາກຍີ່ປຸ່ນ

ທ່ານພຸດສິມມາລາວົງໄດ້ຮັບຫຼຽນກຽດຕິຍົດອັນສູງສົ່ງຈາກຍີ່ປຸ່ນ
ທ່ທ່ານ ພຸດສິມມາລາວົງລັດຖະມົນຕີກະຊວງສຶກສາທິການແລະກິລາປະທານສະມາຄົມມິດຕະພາບລາວ-ຍີ່ປຸ່ນໄດ້ມອບຫຼຽນກຽດຕິຄຸນອາທິດອຸໄທ, ດາວຄຳແລະດາວເງິນ (ຊັ້ນ2)ຊຶ່ງເປັນໜຶ່ງໃນກຽດຕິຄຸນພົນລະເຮືອນທີ່ສູງທີ່ສຸດຂອງຍີ່ປຸ່ນ


 ເພື່ອເປັນການຍ້ອງຍໍ ແລະ ສັນລະເສີນຕໍ່ຜົນງານດັ່ງກ່າວ.ພິທີມອບຫຼຽນກຽດຕິຍົດອັນສູງສົ່ງນີ້, ໄດ້ຈັດຂຶ້ນໃນຕອນຄໍ່າວັນທີ 18 ທັນວາ ຜ່ານມາ ທີ່ເຮືອນພັກທູດຍີ່ປຸ່ນ ປະຈຳນະຄອນຫຼວງວຽງຈັນ ຊຶ່ງມີການຂຶ້ນມອບຫຼຽນໂດຍທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສປປລາວຊຶ່ງມີບັນດາຮອງລັດຖະມົນຕີ ແລະ ອະດີດລັດຖະມົນຕີ, ຕາງໜ້າຄົນຍີ່ປຸ່ນທີ່ອາໄສຢູ່ໃນປະເທດລາວ ແລະ ພາກສ່ວຍກ່ຽວຂ້ອງເຂົ້າຮ່ວມ.
ໃໃນພິທີ, ທ່ານທູດ ໄດ້ສະແດງຄວາມຍິນດີຕໍ່ກັບທ່ານ ພຸດສິມມາລາວົງຊຶ່ງໃນໄລຍະດຳລົງຕຳແໜ່ງເປັນຮອງຄະນະບໍດີແລະເປັນຄະນະບໍດີຄະນະວິທະຍາສາດສັງຄົມ,ມະຫາວິທະຍາໄລແຫ່ງຊາດ, ທ່ານພຸດສິມມາລາວົງໄດ້ອຸທິດຕົນໃນການສະໜັບສະໜຸນນັກຄົ້ນຄວ້າຄົນຍີ່ປຸ່ນທີ່ຢູ່ໃນຄະນະ, ທັງຍັງໄດ້ໃຫ້ການປຶກສາໃນການສຳຫຼວດ ແລະ ຄົ້ນຄວ້າຂອງເຂົາເຈົ້າ.ພ້ອມທັງໄດ້ປະກອບສ່ວນຢ່າງໃຫຍ່ຫຼວງໃນການສ້າງນັກຄົ້ນຄວ້າຄົນຍີ່ປຸ່ນທີ່ຄົ້ນຄວ້າກ່ຽວກັບປະເທດລາວແລະການແລກປ່ຽນທາງວິຊາການລະຫວ່າງລາວ ແລະ ຍີ່ປຸ່ນ.
ນັນັບແຕ່ປີ2019 ຫາປີ2021, ທ່ານ ພຸດ ສິມມາລາວົງໄດ້ດຳລົງຕຳແໜ່ງຮອງລັດຖະມົນຕີກະຊວງສຶກສາທິການແລະກິລາ ແລະ ໄດ້ປັບປຸງຄຸນະພາບຂອງຄູ-ອາຈານຜ່ານການຊ່ວຍເຫຼືອພາຍໃຕ້ “ໂຄງການປັບປຸງວິທະຍາໄລຄູ”ໂດຍປະສານງານຢ່າງໃກ້ຊິດກັບອົງການຮ່ວມມືສາກົນຍີ່ປຸ່ນ(JICA) ແລະໄດ້ປັບປຸງປຶ້ມແບບຮຽນຄະນິດສາດຊັ້ນປະຖົມສຶກສາພາຍໃຕ້ “ໂຄງການປັບປຸງການຮຽນ-ການສອນຄະນິດສາດຊັ້ນປະຖົມສຶກສາ” ຜ່ານການຮ່ວມມືທາງດ້ານວິຊາການ.ນອກຈາກນັ້ນ, ທ່ານຍັງໄດ້ເອົາໃຈໃສ່ຕໍ່ວຽກງານສົ່ງລັດຖະກອນລາວໄປຮຽນຕໍ່ທີ່ປະເທດຍີ່ປຸ່ນຜ່ານການຊ່ວຍເຫຼືອທີ່ລວມທັງ“ໂຄງການທຶນການສຶກສາເພື່ອການພັດທະນາຊັບພະຍາກອນມະນຸດ (JDS)”.ໃນລະຫວ່າງການດໍາລົງຕໍາແໜ່ງຂອງທ່ານມາຮອດປັດຈຸບັນ, ມີນັກສຶກສາລະດັບປະລິນຍາໂທ156ທ່ານ ແລະລະດັບປະລິນຍາເອກ39ທ່ານທີ່ໄດ້ຖືກສົ່ງໄປເພື່ອສຶກສາຕໍ່ທີ່ປະເທດຍີ່ປຸ່ນ. ນອກຈາກນີ້, ທ່ານ ພຸດ ສິມມາລາວົງຍັງໄດ້ເອົາໃຈໃສ່ໃນການສ້າງຄວາມເຂັ້ມແຂງດ້ານການສຶກສາພາສາຍີ່ປຸ່ນໃນປະເທດລາວ. ມາຮອດປີ2021, ຈຳນວນຜູ້ຮຽນພາສາຍີ່ປຸ່ນໄດ້ເພີ່ມຂຶ້ນເປັນ3 ທົບຈາກ1,046 ຄົນເປັນ3,118 ຄົນເມື່ອທຽບໃສ່ປີ2015 ທີ່ລິເລີ່ມໂຄງການ.
ໃໃນຖານະລັດຖະມົນຕີກະຊວງສຶກສາທິການແລະກິລາ,ນັບແຕ່ປີ2021 ຮອດປັດຈຸບັນ, ທ່ານໄດ້ຮ່ວມກັບລັດຖະບານຍີ່ປຸ່ນແລະອົງການຈັດຕັ້ງສາກົນປະຕິບັດນະໂຍບາຍຕ່າງໆຢ່າງຕັ້ງໜ້າເພື່ອຟື້ນຟູໂອກາດທາງດ້ານການສຶກສາທີ່ສູນເສຍໄປຍ້ອນພະຍາດໂຄວິດເຊັ່ນ: ການຈັດຕັ້ງລະບົບການຮຽນຮູ້ເສີມໂດຍນຳເອົາການຮຽນຮູ້ແບບດີຈີຕອນເຂົ້າມານຳໃຊ້ ແລະຍັງໄດ້ເຂົ້າຮ່ວມງານຕ່າງໆເພື່ອເຜີຍແຜ່ໝາກຜົນການຊ່ວຍເຫຼືອຂອງປະເທດຍີ່ປຸ່ນ. ພ້ອມກັນນັ້ນ, ທ່ານຍັງໄດ້ປະກອບສ່ວນໃນການເຮັດໃຫ້ “ໂຄງການປັບປຸງສະໜາມກິລາເຈົ້າອະນຸວົງ”ໂຄງການນີ້ຈະກາຍເປັນສັນຍາລັກແຫ່ງສາຍພົວພັນມິດຕະພາບແລະການຮ່ວມມືຂອງສອງປະເທດອີກດ້ວຍ.
ນນອກຈາກນັ້ນ, ໃນຖານະປະທານສະມາຄົມມິດຕະພາບລາວ-ຍີ່ປຸ່ນ, ທ່ານພຸດ ສິມມາລາວົງຍັງໄດ້ຕ້ອນຮັບບັນດາການນຳລະດັບສູງຈາກຍີ່ປຸ່ນຢ່າງອົບອຸ່ນເປັນຈຳນວນຫຼາຍຄັ້ງແລະໄດ້ແລກປ່ຽນຄຳຄິດຄຳເຫັນຢ່າງມີຄວາມໝາຍກັບບັນດາທ່ານດັ່ງກ່າວ. ທ່ານພຸດສິມມາລາວົງຍັງເປັນອະດີດນັກສຶກສາລາວທີ່ຮຽນຈົບຈາກມະຫາວິທະຍາໄລTohokuປະເທດຍີ່ປຸ່ນດ້ວຍທຶນການສຶກສາຂອງກະຊວງສຶກສາທິການ, ວິທະຍາສາດ, ກິລາ ແລະ ວັດທະນະທຳຂອງຍີ່ປຸ່ນ(MEXT)ແຕ່ປີ1997 ຫາ1999ແລະ ໄດ້ຮັບປະລິນຍາໂທສາຂາປະຫວັດສາດອີກດ້ວຍ.ທ່ານຍັງໄດ້ໃຫ້ກຽດເຂົ້າຮ່ວມໃນງານລ້ຽງສົ່ງນັກສຶກສາລາວທີ່ຈະເດີນທາງໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນພາຍໃຕ້ທຶນການສຶກສາລັດຖະບານຍີ່ປຸ່ນແລະໃຫ້ຄຳໂອວາດປຸກຂວັນກຳລັງໃຈນັກສຶກສາແຕ່ລະຄົນ.
ນັ້ນີ້ກໍແມ່ນການປະກອບສ່ວນຢ່າງໃຫຍ່ຫຼວງຂອງ ທ່ານພຸດສິມມາລາວົງໃນການສ້າງຄົນທີ່ມັກປະເທດຍີ່ປຸ່ນໃຫ້ກາຍເປັນຜູ້ສືບທອດຂອງທ່ານຕໍ່ໄປໃນອະນາຄົດ.
(ຂ່າວ: ສຸກສະຫວັນ, ຂໍ້ມູນ-ພາບ: ສະຖານທູດຍີ່ປຸ່ນ)

ຄໍາເຫັນ

ຂ່າວການຮ່ວມມື

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ໃນວັນທີ 17 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງ ເບ່ເນ່ດິກ ເດ່ຊັອງ(Bénédicte Deschamps), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ວັນທີ 16 ທັນວານີ້, ຄະນະຜູ້ແທນ ຄະນະໂຄສະນາອົບຮົມ 3 ແຂວງພາກເໜືອຄື: ຫຼວງພະບາງ ອຸດົມໄຊ ແລະ ແຂວງຜົ້ງສາລີ, ນຳໂດຍ ທ່ານ ສົມຈິດ ສິງລໍຄຳ ຮອງຫົວຄະນະໂຄສະນາອົບຮົມແຂວງຫຼວງພະບາງ ເພື່ອເຄື່ອນໄຫວພົບປະແລກປ່ຽນບົດຮຽນ ກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງດຽນບຽນ ສສ ຫວຽດນາມ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິຕະພາບຈາກ ທ່ານ ລີລີ ຊ້າ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ຄະນະບໍລິຫານງານພັກແຂວງດຽນບຽນ ພ້ອມດ້ວຍຄະນະ.
ເພີ່ມເຕີມ