ທ່ານສະເຫຼີມໄຊກົມມະສິດກ່າວຄຳເຫັນຕໍ່ກອງປະຊຸມພາກອະພິປາຍທົ່ວໄປຂອງຄະນະກຳມາທິການເສດຖະກິດ-ສັງຄົມ ປະຈຳພາກພື້ນອາຊີ - ປາຊີຟິກສະໄໝທີ80

ທ່ານສະເຫຼີມໄຊກົມມະສິດກ່າວຄຳເຫັນຕໍ່ກອງປະຊຸມພາກອະພິປາຍທົ່ວໄປຂອງຄະນະກຳມາທິການເສດຖະກິດ-ສັງຄົມ ປະຈຳພາກພື້ນອາຊີ - ປາຊີຟິກສະໄໝທີ80
ໃນວັນທີ23ເມສາ ນີ້ທີ່ບາງກອກປະເທດໄທ, ທ່ານສະເຫຼີມໄຊກົມມະສິດຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດແຫ່ງສປປລາວໄດ້ນຳພາຄະນະຜູ້ແທນທາງການຂອງສປປລາວສືບຕໍ່ເຂົ້າຮ່ວມແລະກ່າວຄຳເຫັນຕໍ່ກອງປະຊຸມພາກອະພິປາຍທົ່ວໄປຂອງຄະນະກຳມາທິການເສດຖະກິດ-ສັງຄົມປະຈຳພາກພື້ນອາຊີ - ປາຊີຟິກສະໄໝທີ80ໂດຍໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນຂອງການນໍາໃຊ້ນະວັດຕະກໍາດີຈີຕອນທີ່ທັນສະໄໝເພື່ອເລັ່ງລັດການຈັດຕັ້ງປະຕິບັດວາລະ2030ເພື່ອການພັດທະນາແບບຍືນຍົງແລະການພັດທະນາເສດຖະກິດ-ສັງຄົມພາຍໃນປະເທດໂດຍສະເພາະການສົ່ງເສີມການຜະລິດ, ການຄ້າ, ການເງິນ, ການສຶກສາ, ການບໍລິການແລະອື່ນໆ. ເຖິງວ່າ ຈະມີຫຼາຍປະເທດສາມາດນຳໃຊ້ນະວັດຕະກຳດ້ານດີຈີຕອນໄດ້ຢ່າງມີປະສິດທິຜົນ, ແຕ່ເຫັນວ່າຍັງມີຄວາມແຕກໂຕນແລະຄວາມບໍ່ສະເໝີພາບໃນການພັດທະນານະວັດຕະກຳດ້ານດີຈີຕອນເຮັດໃຫ້ບາງປະເທດຍັງປະເຊີນກັບຄວາມທ້າທາຍໃນການພັດທະນາພື້ນຖານໂຄງລ່າງດ້ານເຕັກໂນໂລຊີແລະການສ້າງຄວາມສາມາດດ້ານນະວັດຕະກຳດີຈີຕອນ. ທ່ານຮອງນາຍົກລັດຖະມົນຕີຍັງໄດ້ກ່າວເຖິງຄວາມພະຍາຍາມຂອງລັດຖະບານໃນການຫັນເປັນທັນສະໄໝກໍຄືການຈັດຕັ້ງປະຕິບັດວິໄສທັດການພັດທະນາເສດຖະກິດດີຈີຕອນແຫ່ງຊາດ20ປີ (2021-2040), ຍຸດທະສາດການພັດທະນາເສດຖະກິດດີຈີຕອນແຫ່ງຊາດ10ປີ (2021-2030) ແລະແຜນພັດທະນາເສດຖະກິດດີຈີຕອນ5ປີ (2021-2025) ແນໃສ່ຮັດແຄບຄວາມແຕກໂຕນດ້ານການພັດທະນາເຕັກໂນໂລຊີພ້ອມທັງເລັ່ງລັດການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງແລະສະໜັບສະໜູນໃຫ້ສປປລາວສາມາດຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາພາຍໃນປີ2026. 
ສຳລັບການຮ່ວມມືລະດັບພາກພື້ນ, ສປປລາວໄດ້ສະໜັບສະໜູນແຜນແມ່ບົດດີຈີຕອນອາຊຽນປີ2025ທີ່ເລັ່ງລັດໃຫ້ແກ່ການເຊື່ອມໂຍງດີຈີຕອນທົ່ວພາກພື້ນແລະສຳລັບການເປັນປະທານໝູນວຽນອາຊຽນໃນປີ2024ກໍໄດ້ກໍານົດເອົາ9ບຸລິມະສິດຊຶ່ງລວມທັງການຂ້າມຜ່ານໄປສູ່ອະນາຄົດດີຈີຕອນແນໃສ່ສົ່ງເສີມໃຫ້ອາຊຽນກ້າວໄປສູ່ເສດຖະກິດດີຈີຕອນໃນແຖວໜ້າແລະສ້າງການເຊື່ອມຈອດທົ່ວອາຊຽນແລະທົ່ວໂລກໃຫ້ນັບມື້ນັບເລິກເຊິ່ງຂຶ້ນກວ່າເກົ່າ. ນອກຈາກນັ້ນ, ທ່ານຮອງນາຍົກລັດຖະມົນຕີຍັງໄດ້ຮຽກຮ້ອງໃຫ້ປະຊາຄົມໂລກເພີ່ມທະວີການຊ່ວຍເຫຼືອບັນດາປະເທດທີ່ມີສະພາບເງື່ອນໄຂພິເສດພ້ອມທັງໄດ້ຢືນຢັນຄືນຄວາມໝາຍໝັ້ນຂອງສປປລາວ ໃນການຮ່ວມມືໃນລະດັບພາກພື້ນແລະສາກົນເພື່ອພ້ອມກັນນຳໃຊ້ທ່າແຮງດ້ານນະວັດຕະກຳດີຈີຕອນ ເພື່ອການພັດທະນາແບບຍືນຍົງແລະພ້ອມກັນກ້າວໄປ.
ນອກຈາກນີ້, ຄະນະຜູ້ແທນສປປລາວກໍໄດ້ປະກອບຄຳເຫັນໃນວາລະທີ3ກ່ຽວກັບການຮ່ວມມືສໍາລັບປະເທດດ້ອຍພັດທະນາ (LDCs), ປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດທະເລ (LLDCs) ແລະປະເທດເກາະດອນນ້ອຍກຳລັງພັດທະນາ (SIDs) ກ່ຽວກັບການນຳໃຊ້ດີຈີຕອນເຂົ້າໃນການພັດທະນາເສດຖະກິດ-ສັງຄົມໃນບັນດາປະເທດທີ່ມີສະພາບເງື່ອນໄຂພິເສດດັ່ງກ່າວຊຶ່ງສປປລາວເປັນທັງປະເທດບໍ່ມີຊາຍແດນຕິດທະເລແລະປະເທດດ້ອຍພັດທະນາ.
ກອງປະຊຸມດັ່ງກ່າວເປັນໂອກາດສຳຄັນໃນການປຶກສາຫາລືກ່ຽວກັບການຮັດແໜ້ນການຮ່ວມມືໃນລະດັບພາກພື້ນແລະສາກົນເພື່ອໝູນໃຊ້ນະວັດຕະກຳດີຈີຕອນເຂົ້າໃນການເລັ່ງລັດການຈັດຕັ້ງປະຕິບັດວາລະ2030ເພື່ອເປົ້າໝາຍການພັດທະນາແບບຍືນຍົງ, ຮັດແຄບຄວາມແຕກໂຕນແລະຄວາມບໍ່ສະເໝີພາບດ້ານດີຈີຕອນ, ລະດົມຂົນຂວາຍຊັບພະຍາກອນແລະທຶນຮອນກໍຄືເຕັກນິກວິຊາການຢ່າງມີປະສິດທິຜົນ.
    ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານສະເຫຼີມໄຊ ກົມມະສິດ ໄດ້ພົບປະກັບທ່ານນາງອາມີດາຊໍເຊຍອາລີສຈາບານາເລຂາບໍລິຫານງານຄະນະກຳມາທິການເສດຖະກິດ-ສັງຄົມປະຈຳພາກພື້ນອາຊີ-ປາຊີຟິກແລະທ່ານໄຄຣັດຊາຣີເບເລຂາທິການໃຫຍ່, ກອງປະຊຸມວ່າດ້ວຍການປຶກສາຫາລືແລະການສ້າງມາດຕະການໄວ້ເນື້ອເຊື່ອໃຈກັນໃນອາຊີ (Conference on Interaction and Confidence Building Measures in Asia -CICA) ເພື່ອປຶກສາຫາລືກ່ຽວກັບບັນຫາທີ່ທັງສອງຝ່າຍມີຄວາມສົນໃຈຮ່ວມກັນ.
ຂ່າວ-ພາບ:ກະຊວງການຕ່າງປະເທດ

ຄໍາເຫັນ

ຂ່າວການຮ່ວມມື

ລມຕ ກະຊວງການຕ່າງປະເທດແຫ່ງສປປລາວຢ້ຽມຂໍ່ານັບນາຍົກລັດຖະມົນຕີ ສປປເກົາຫຼີ

ລມຕ ກະຊວງການຕ່າງປະເທດແຫ່ງສປປລາວຢ້ຽມຂໍ່ານັບນາຍົກລັດຖະມົນຕີ ສປປເກົາຫຼີ

ໃນວັນທີ 13ພະຈິກ 2025ທີ່ສະພາມັນຊູເເດ, ສະຫາຍ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ປາກ ແທ ຊອງ(Pak ThaeSong),ນາຍົກລັດຖະມົນຕີແຫ່ງສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ໃນໂອກາດເດີນທາງຢ້ຽມຢາມ ສປປ ເກົາຫຼີ ຢ່າງເປັນທາງການ ໃນລະຫວ່າງວັນທີ 11-15ພະຈິກ2025.
Vinachemຮ່ວມຮັບໃຊ້ ທ່ານ ໂຮ່ ດຶກ ເຟີກຮອງນາຍົກລັດຖະມົນຕີແຫ່ງ ສສ ຫວຽດາມ  ມາເຮັດວຽກຢູ່ ສປປ ລາວ: ຊຸກຍູ້ການຜັນຂະຫຍາຍໂຄງການບໍ່ເກືອ ກາລີ - ສັນຍາລັກການຮ່ວມມືດ້ານເສດຖະກິດຫວຽດນາມ - ລາວ

Vinachemຮ່ວມຮັບໃຊ້ ທ່ານ ໂຮ່ ດຶກ ເຟີກຮອງນາຍົກລັດຖະມົນຕີແຫ່ງ ສສ ຫວຽດາມ ມາເຮັດວຽກຢູ່ ສປປ ລາວ: ຊຸກຍູ້ການຜັນຂະຫຍາຍໂຄງການບໍ່ເກືອ ກາລີ - ສັນຍາລັກການຮ່ວມມືດ້ານເສດຖະກິດຫວຽດນາມ - ລາວ

ໃນການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ທ່ານ ໂຮ່ ດຶກ ເຟິກ ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນວັນທີ 12 ພະຈິກ 2025 ນີ້, ກຸ່ມບໍລິສັດເຄມີຫວຽດນາມ (Vinachem) ເປັນກຽດທີ່ໄດ້ຮ່ວມເດີນທາງມາຮັບໃຊ້ຄະນະຂັ້ນສູງ, ເຂົ້າຮ່ວມບັນດາວຽກງານກັບທ່ານນາຍົກ ແລະ ການນໍາຂອງລັດຖະບານລາວ ແນ່ໃສປຶກສາແລກປ່ຽນ, ຊຸກຍູ້ການຮ່ວມມື ດ້ານການລົງທຶນໃນຂົງເຂດອຸດສາຫະກຳເຄມີ ແລະ ແຮ່ທາດ, ພິເສດແມ່ນ ໂຄງການຂຸດຄົ້ນ ແລະ ປຸງແຕ່ງບໍ່ເກືອ ກາລີ ຢູ່ແຂວງຄໍາມ່ວນ.
ຮອງນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ພົບປະຮ່ວມມືສອງຝ່າຍ

ຮອງນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ພົບປະຮ່ວມມືສອງຝ່າຍ

ໃນວັນທີ 12 ພະຈິກ 2025, ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ, ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະເຮັດວຽກກັບ ສະຫາຍໂຮ່ ດຶກ ເຝິກ, ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນວັນທີ 12-13 ພະຈິກ 2025.
ສອງກະຊວງການຕ່າງປະເທດ ສປປ ລາວ ແລະ ສປປ ເກົາຫຼີ ສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນຮ່ວມມື

ສອງກະຊວງການຕ່າງປະເທດ ສປປ ລາວ ແລະ ສປປ ເກົາຫຼີ ສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນຮ່ວມມື

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ນາງ ແຈ ຊອນ ຮຸຍ (Choe Son Hui),ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ,ສະຫາຍ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ສປປ ເກົາຫຼີ ຢ່າງເປັນທາງການ ໃນລະຫວ່າງວັນທີ 11-15 ພະຈິກ 2025ເພື່ອສືບຕໍ່ເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ສປປ ເກົາຫຼີ ໃຫ້ແໜ້ນແຟ້ນຍິ່ງໆຂື້ນ, ທັງເປັນການສະເຫຼີມສະຫຼອງຄົບຮອບ 60 ປີ ແຫ່ງການພົບປະຄັ້ງທໍາອິດ ລະຫວ່າງ ສະຫາຍ ປະທານ ໄກສອນ ພົມວິຫານ, ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນລາວ ແລະ ສະຫາຍ ປະທານ ກິມ ອິນ ຊຸງ, ຜູ້ນໍາທີ່ຍິ່ງໃຫ່ຍຂອງປະຊາຊົນ ສປປ ເກົາຫຼີ ທີ່ ນະຄອນຫຼວງພຽງຢາງ, ສປປ ເກົາຫຼີ ໃນວັນທີ 28 ຕຸລາ 1965ແລະ ຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ສປປ ລາວ - ສປປ ເກົາຫຼີ (24 ມິຖຸນາ 1974 – 24 ມິຖຸນາ 2024).
ລມຕ ກະຊວງ ວທ ຮ່ວມກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ເພື່ອການທ່ອງທ່ຽວ ຄັ້ງທີ 26

ລມຕ ກະຊວງ ວທ ຮ່ວມກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ເພື່ອການທ່ອງທ່ຽວ ຄັ້ງທີ 26

ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ເພື່ອ ການທ່ອງທ່ຽວ ຄັ້ງທີ 26 (26th UN Tourism General Assembly) ຊຶ່ງໄດ້ ຈັດຂື້ນ ໃນລະຫວ່າງ ວັນທີ 7-11 ພະຈິກ 2025ຜ່ານມາ ທີ່ນະຄອນຫຼວງຣີຢາດ, ປະເທດອາລັບບີ ຊາອຸດິ. ກອງປະຊຸມ ໄດ້ດໍາ ເນີນ ພາຍ ໃຕ້ການເປັນປະທານຂອງທ່ານ Ahmed AI-Khatib ລັດຖະມົນຕີ ກະຊວງ ທ່ອງ ທ່ຽວ ປະເທດ ອາລັບບີ ຊາອຸດິ ແລະ ເປັນປະທານ ຮ່ວມໂດຍ ມີຜູ້ຕາງໜ້າຈາກແຕ່ລະ ພາກພື້ນ ຈໍາ ນວນ 9 ປະເທດ. ກອງປະ ຊຸມຄັ້ງນີ້ ມີປະເທດສະມາຊິກສົມບູນເຂົ້າຮ່ວມທັງໝົດ 147 ປະເທດ, ຊຶ່ງສະ ມາຊິກສົມບູນທັງໝົດມີ 160 ປະເທດ, ມີບັນ ດາອົງການຈັດຕັ້ງ, ສະຖາບັນການສຶກສາ ແລະ ພາກທຸລະກິດກ່ຽວຂ້ອງຈາກສະພາເຄືອ ຂ່າຍການທ່ອງທ່ຽວໂລກເຂົ້າຮ່ວມ.
ຝຶກອົບຮົມ ຫົວຂໍ້ ການກວດສອບຜົນການຈັດຕັ້ງປະຕິບັດ

ຝຶກອົບຮົມ ຫົວຂໍ້ ການກວດສອບຜົນການຈັດຕັ້ງປະຕິບັດ

ພິທີເປີດ ການຝຶກອົບຮົມກ່ຽວກັບ ວຽກ​ງານ​ການກວດສອບຜົນການຈັດຕັ້ງປະຕິບັດ (Performance audit) ໃຫ້ແກ່ພະນັກງານຂອງອົງການກວດສອບແຫ່ງລັດ, ໄດ້ຈັດຂຶ້ນໃນວັນທີ 12 ພະຈິກ 2025 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ນາງ ວະນິດາ ສຸດທານີລະໄຊ ຮອງປະທານອົງການກວດສອບປະຈໍາພາກກາງ 1, ທ່ານ ນາງ ເວຍເລ ສະເມັດ (Ms. Veerle Smet) ຫົວໜ້າການຮ່ວມມື, ຄະນະຜູ້ແທນສະຫະພາບເອີຣົບ ປະຈໍາ ສປປ ລາວ; ໂດຍພາຍໃຕ້ການສະໜັບສະໜູນ ຊ່ວຍ​ເຫຼືອ​ຂອງ​ສະ​ຫະ​ພາບ​ເອີ​ຣົບ ແລະ ຄະ​ນະ​ຊ່ຽວຊານຈາກ​ສານກວດ​ສອບ​ບັນ​ຊີ ປະ​ເທດ​ຝ​ຣັ່ງ ແລະ ອົງການກວດສອບແຫ່ງລັດໂກຣອາຊີ ພ້ອມດ້ວຍນັກສໍາມະນາກອນເຂົ້າຮ່ວມ.
ສະຫາຍ ຫຼີ ຊູ ເລີຍ ພ້ອມຄະນະ ຢ້ຽມຢາມ ຫຼາຍສະຖານທີ່ໃນ ສປປ ລາວ

ສະຫາຍ ຫຼີ ຊູ ເລີຍ ພ້ອມຄະນະ ຢ້ຽມຢາມ ຫຼາຍສະຖານທີ່ໃນ ສປປ ລາວ

ໃນການມາຢ້ຽມຢາມສປປລາວແລະເຂົ້າຮ່ວມກອງປະຊຸມສໍາມະນາທິດສະດີສອງພັກລາວ - ຈີນຄັ້ງທີXIII ທີ່ຈັດຂຶ້ນໃນລະຫວ່າງວັນທີ 10-11 ພະຈິກ, ສະຫາຍຫຼີຊູເລີຍກໍາມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກຫົວໜ້າຄະນະໂຄສະນາສູນກາງພັກກອມມູນິດຈີນພ້ອມດ້ວຍຄະນະ ໄດ້ຢ້ຽມຢາມຫຼາຍສະຖານທີ່ໃນ ສປປ ລາວ.
ໂຄງການເຂດບໍ່ແຮ່ຫີນອ່ອນແຂວງຄຳມ່ວນ ຂອງSunwah (Lao) Asset Management Co.,Ltdໄດ້ເລີ່ມການກໍ່ສ້າງຢ່າງຄຶກຄື້ນ- ການຮ່ວມມືລາວ-ຈີນສ້າງບົດຄວາມໃໝ່ອີກບົດໜຶ່ງ

ໂຄງການເຂດບໍ່ແຮ່ຫີນອ່ອນແຂວງຄຳມ່ວນ ຂອງSunwah (Lao) Asset Management Co.,Ltdໄດ້ເລີ່ມການກໍ່ສ້າງຢ່າງຄຶກຄື້ນ- ການຮ່ວມມືລາວ-ຈີນສ້າງບົດຄວາມໃໝ່ອີກບົດໜຶ່ງ

ວັນທີ 9 ເດືອນ ພະຈິກ ປີ 2025, ແຂວງຄຳມ່ວນ ສປປ ລາວ ມີແສງແດດສົດໃສ ແລະ ບັນຍາກາດຄຶກຄື້ນ, ພິທິວາງສີລາລຶກໂຄງການກໍ່ສ້າງບໍ່ແຮ່ຫີນອ່ອນຢູ່ແຂວງຄຳມ່ວນ ຂອງSunwah (Lao) Asset Management Co.,Ltdໄດ້ຈັດຂຶ້ນຢ່າງສະຫງ່າຜ່າເຜີຍຢູແຂວງຄຳມ່ວນສປປລາວ.
ອົດສະຕຣາລີສືບຕໍ່ມອບເຄື່ອງຊ່ວຍເຫຼືອລາວມູນຄ່າ 98.000 ໂດລາອົດສະຕຣາລີ

ອົດສະຕຣາລີສືບຕໍ່ມອບເຄື່ອງຊ່ວຍເຫຼືອລາວມູນຄ່າ 98.000 ໂດລາອົດສະຕຣາລີ

ອົດສະຕຣາລີໄດ້ສືບຕໍ່ສະແດງເຈດຈຳນົງ ແລະ ການຮ່ວມມືທີ່ເຂັ້ມແຂງກັບສປປລາວໂດຍການມອບເຄື່ອງຊ່ວຍເຫຼືອຕອບໂຕ້ໄພພິບັດສຸກເສີນ ເພື່ອສະໜັບສະໜູນ ສປປ ລາວ ໃນການກຽມພ້ອມຮັບມືກັບໄພພິບັດແລະການຊ່ວຍເຫຼືອດ້ານມະນຸດສະທຳ.ພິທີມອບ-ຮັບເຄື່ອງຊ່ວຍເຫຼືອໄດ້ຈັດຂຶ້ນວັນທີ 11 ພະຈິກ 2025 ທີ່ສະໜາມບິນສາກົນວັດໄຕເພື່ອເປັນຂີດໝາຍການມາຮອດຂອງເຄື່ອງຊ່ວຍເຫຼືອດ້ານມະນຸດສະທຳທີ່ນຳສົ່ງໂດຍເຮືອບິນC-130 ຂອງກອງທັບອາກາດອົດສະຕຣາລີ ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົດສະຕຣາລີພ້ອມດ້ວຍທ່ານ ພົນຈັດຕະວາ ເຈນ ເຮລີສ ຜູ້ບັນຊາການໂຄງການອິນໂດ-ປາຊີຟິກຂອງກອງທັບອົດສະຕຣາລີ ແລະ ທ່ານ ພັນໂທ ນິກ ເບີມາ ທີ່ປຶກສາທູດປ້ອງກັນຊາດອົດສະຕຣາລີ ໄດ້ມອບເຄື່ອງຊ່ວຍເຫຼືອຢ່າງເປັນທາງການໃຫ້ແກ່ທ່ານ ໂພໄຊ ໄຊຍະສອນລັດຖະມົນຕີກະຊວງແຮງງານແລະສະຫວັດດີການສັງຄົມການມອບເຄື່ອງຊ່ວຍເຫຼືອດັ່ງກ່າວແມ່ນສ່ວນໜຶ່ງຂອງກິດຈະກຳຮ່ວມມືພາກພື້ນດ້ານວຽກງານປ້ອງກັນຊາດ ຫຼື ໂຄງການອິນໂດ-ປາຊີຟິກເຊິ່ງຈັດຕັ້ງນຳພາໂດຍກອງທັບປ້ອງກັນຊາດຂອງອົດສະຕຣາລີ ເພື່ອເສີມສ້າງການຮ່ວມມືແລະຄວາມເຂັ້ມແຂງໃນທົ່ວພາກພື້ນອິນໂດ-ປາຊີຟິກ.
ກອງປະຊຸມລັດຖະມົນຕີເສດຖະກິດ 4 ປະເທດ: ກໍາປູເຈຍ, ສປປ ລາວ, ມຽນມາ ແລະ ຫວຽດນາມ ຄັ້ງທີ 17

ກອງປະຊຸມລັດຖະມົນຕີເສດຖະກິດ 4 ປະເທດ: ກໍາປູເຈຍ, ສປປ ລາວ, ມຽນມາ ແລະ ຫວຽດນາມ ຄັ້ງທີ 17

ໃນວັນທີ 7 ພະຈິກ 2025, ທ່ານ ບຸນພຽງ ຈັນທະວົງ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ສະຫະພາບ ມຽນມາ ໄດ້ຕາງໜ້າໃຫ້ແກ່ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ນໍາພາຄະນະຜູ້ແທນຈາກຂະແໜງການກ່ຽວຂ້ອງຂອງລາວ ເຂົ້າຮ່ວມ
ເພີ່ມເຕີມ