ແຂວງຄໍາມ່ວນ -ແຂວງກວາງບິ່ງ ແລກປ່ຽນບົດຮຽນ

ຖວທ ແຂວງຄໍາມ່ວນ -ແຂວງກວາງບິ່ງ ແລກປ່ຽນບົດຮຽນດ້ານວັດທະນະທໍາ

ຖວທ ແຂວງຄໍາມ່ວນ -ແຂວງກວາງບິ່ງ ແລກປ່ຽນບົດຮຽນດ້ານວັດທະນະທໍາ
ວັນທີ 21 ຕຸລາຜ່ານມາ ທີ່ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມພົບປະແລກປ່ຽນດ້ານວັດທະນະທໍາ ລະຫວ່າງ ຄະນະຜູ້ແທນ

 ພະແນກ ຖວທ ແຂວງຄຳມ່ວນ ສປປ ລາວ ແລະ ຄະນະຜູ້ແທນ ພະແນກ ວັດທະນະທໍາ ແລະ ກິລາ ແຂວງກວາງບິ່ງ ສສ ຫວຽດນາມ. ພະແນກ ຖວທ ແຂວງ ຄໍາມ່ວນ ນໍາໂດຍ ທ່ານ ໄຊສົມບູນ ສຸວັນດາລາ ກໍາມະການພັກແຂວງ ຫົວໜ້າພະແນກ ເປັນຫົວໜ້າຄະນະ, ຝ່າຍພະແນກວັດທະນະທຳ ແລະ ກິລາ ແຂວງ ກວາງບິ່ງ ນໍາໂດຍ ທ່ານ ນາງ ຫງວ້ຽນ ທິ້ ບິກ ທຸ່ຍ ກໍາມະການພັກແຂວງ, ຫົວໜ້າພະແນກ ເປັນຫົວໜ້າຄະນະ, ພ້ອມດ້ວຍບັນດາຄະນະນໍາ ທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

ໃນການພົບປະຄັ້ງນີ້, ທັງສອງຝ່າຍໄດ້ຜັດປ່ຽນກັນແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມ ຂອງສອງແຂວງ ແລະ ສະພາບການຈັດຕັ້ງປະຕິບັດວຽກງານໃນຂົງເຂດວັດທະນະທໍາໃຫ້ກັນຊາບ ໂດຍໄດ້ຕີລາຄາສູງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄວາມສາມັກຄີແບບພິເສດລະຫວ່າງສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ການພັດທະນາຂອງຂົງເຂດວັດທະນະທຳ ສອງແຂວງ ຄໍາມ່ວນ-ກວາງບິ່ງ, ທັງໄດ້ປຶກສາຫາລືແລກປ່ຽນບົດຮຽນດ້ານຕ່າງໆ ໃນຂົງເຂດວຽກງານວັດທະນະທໍາ ສອງແຂວງ, ບົນຈິດໃຈມິດຕະພາບ, ສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ໂດຍໄດ້ເຫັນດີເປັນເອກະພາບຕໍ່ເນື້ອໃນການຮ່ວມມືໃນຕໍ່ໜ້າຄື: ສືບຕໍ່ເພີ່ມທະວີການພົວພັນຮ່ວມມື ລະຫວ່າງ ສອງພະແນກ ແລະ ຜັດປ່ຽນກັນເປັນເຈົ້າພາບ ຈັດກອງປະຊຸມໝູນວຽນທຸກໆ 2 ປີ/ຄັ້ງ; ເພີ່ມທະວີການຮ່ວມມື ແລະ ແລກປ່ຽນປະສົບການໃນການຄຸ້ມຄອງວຽກງານວັດທະນະທໍາ, ແລກປ່ຽນການສະແດງສິລະປະ ວັນນະຄະດີ ໃນພິທີສະເຫຼີມສະຫຼອງວັນສຳຄັນຕ່າງໆ ທາງປະຫວັດສາດ ຂອງສອງຊາດ ແລະ ສະຫຼອງວັນສໍາຄັນຂອງສອງແຂວງ, ຕະຫຼອດຮອດວຽກຄຸ້ມຄອງ, ອະນຸລັກ ແລະ ການສົ່ງເສີມຄຸນຄ່າມໍລະດົກວັດທະນະທໍາ (ລວມທັງມໍລະດົກທີ່ເປັນຮູບປະທຳ ແລະ ນາມມະທຳ), ການຄຸ້ມຄອງ, ການກວດກາຜະລິດຕະພັນວັດທະນະທໍາຂ້າມຊາຍແດນ ແລະ ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ສາມັກຄີ, ພິເສດແມ່ນກຸ່ມບ້ານແຮກສ່ຽວຂອງແຂວງ ຄຳມ່ວນ- ກວາງບິ່ງ ແລະ ສືບຕໍ່ປະສານສົມທົບຊ່ວຍເຫຼືອການສະເໜີໃຫ້ ປ່າສະຫງວນແຫ່ງຊາດຫີນໜາມໜໍ່ ສປປ ລາວ ເປັນມໍລະດົກໂລກຮ່ວມຊາຍແດນ ກັບ ປ່າສະຫງວນແຫ່ງຊາດ ຟອງຍາແກບ່າງ ສສ ຫວຽດນາມ.

(ຂ່າວ: ມະນີວັນ)

ຄໍາເຫັນ

ຂ່າວການຮ່ວມມື

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບການເຂົ້າອວຍພອນຂອງ ທູດຫວຽດນາມ, ສປ ຈີນ ແລະ ສປປ ເກົາຫຼີ ປະຈໍາ ສປປ ລາວ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບການເຂົ້າອວຍພອນຂອງ ທູດຫວຽດນາມ, ສປ ຈີນ ແລະ ສປປ ເກົາຫຼີ ປະຈໍາ ສປປ ລາວ

ໃນຕອນບ່າຍຂອງວັນທີ 20 ມີນາ ນີ້ ທີ່ ສໍານັກງານຂອງ ຄະນະພົວພັນຕ່າງປະເທດສູນກາງພັກ, ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ໃຫ້ການຕ້ອນຮັບ ສະຫາຍ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ພ້ອມດ້ວຍພະນັກງານສະຖານທູດ ເຂົ້າອວຍພອນ ເນື່ອງໃນໂອກາດວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ (22/3/1955-22/3/2026).
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ  ຂອງຜູ້ອໍານວຍການອົງການ ສປຊ

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຜູ້ອໍານວຍການອົງການ ສປຊ

ໃນ​ວັນ​ທີ 18 ມີນາ ຜ່ານມາ ທີ່​ກະ​ຊວງ​ການ​ຕ່າງ​ປ​ະ​ເທດ, ທ່ານ​ ອານຸພາບ ວົງໜໍ່ແກ້ວ ຮອງລັດ​ຖະ​ມົນ​ຕີກ​ະ​ຊວງ​ການ​ຕ່າງ​ປະ​ເທດໄດ້​ຕ້ອນ​ຮັບການ​ເຂົ້າ​ຢ້ຽມ​ຂ່ຳ​ນັບຂອງ ​​ທ່ານ ນາງ ກາຊຸໂກະ ອີຊິກາກິ ຜູ້ອໍານວຍການອົງການ ສປຊ ດ້ານເຄຫາສະຖານປະຈຳພາກພື້ນອາຊີ-ປາຊີຟິກ.
ຫົວໜ້າ ຄຕພ ພົບປະທາງໄກກັບ ປະທານພັກເບລາຢາຣຸດສ

ຫົວໜ້າ ຄຕພ ພົບປະທາງໄກກັບ ປະທານພັກເບລາຢາຣຸດສ

ໂດຍປະຕິບັດຕາມການມອບໝາຍຈາກຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ໃນຕອນແລງຂອງວັນທີ 18 ມີນາ ຜ່ານມາ ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ບຸນເຫຼືອ ພັນດານຸວົງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກໄດ້ພົບປະຜ່ານກອງປະຊຸມທາງໄກກັບທ່ານນາງ ໂອນກາ ເຈໂມດານນົບວາ (Olga Chemdanova) ປະທານພັກເບລາຢາຣຸດສ ໂດຍມີທ່ານ ອູລັດຊີມີຣບາຣາວິກູ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງສາທາລະນະລັດເບລາຣຸດຊີປະຈໍາ ສປປ ລາວ ທີ່ມີສໍານັກງານຕັ້ງຢູ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມ.
ຈີນ ໃນລະດູບານໃໝ່ ຮ່ວມກັນເປີດໜ້າໃໝ່ແຫ່ງການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ

ຈີນ ໃນລະດູບານໃໝ່ ຮ່ວມກັນເປີດໜ້າໃໝ່ແຫ່ງການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ (ສມປຊ) ຮ່ວມກັບ ວິທະຍຸໂທລະພາບສູນກາງຈີນ (CMG) ໄດ້ຈັດກອງປະຊຸມເສວະນາ "ຈີນໃນລະດູບານໃໝ່ ຮ່ວມກັນເປີດໜ້າໃໝ່ແຫ່ງການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ " ຂຶ້ນໃນວັນທີ 19 ມີນານີ້ ທີ່ ສມປຊ ໂດຍມີ ທ່ານ ດາວສະຫວັນ ເຄືອມີໄຊ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ, ທ່ານນາງ ຟ່າງ ຫົງ ເອກອັກຄະລັດຖະທູດຈີນປະຈໍາລາວ, ມີບັນດາທ່ານກໍາມະການສູນກາງພັກ, ກໍາມະການສໍາຮອງສູນກາງພັກ, ລັດຖະມົນຕີ, ຮອງລັດຖະມົນ, ຮອງປະທານ ຜູ້ປະຈໍການ ຄະນະກໍາມະການຮ່ວມມືລາວ-ຈີນ, ພະນັກງານ, ຄູ-ອາຈານ, ຜູ້ຕາງໜ້າຈາກວິທະຍຸໂທລະພາບສູນກາງຈີນ ປະຈໍາລາວ ແລະ ນັກສຶກສາເຂົ້າຮ່ວມ.
ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ ຕ້ອນຮັບການເຂົ້າພົບປະ ຂອງຜູ້ແທນແຂວງກວາງຈິ

ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ ຕ້ອນຮັບການເຂົ້າພົບປະ ຂອງຜູ້ແທນແຂວງກວາງຈິ

ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ຄຳມ່ວນ ສປປ ລາວ ໄດ້ຕ້ອນຮັບການເຂົ້າພົບປະ ຂອງ ທ່ານ ຟານ ຟອງຟູ່ ຮອງປະທານຄະນະກຳມະການປະຊາຊົນ ແຂວງກວາງຈິ ສສ ຫວຽດນາມ ຊຶ່ງຈັດຂຶ້ນວັນທີ 19 ມີນານີ້ ທີ່ຫ້ອງວ່າການແຂວງ.
ເສີມສ້າງວຽກງານການຮ່ວມມື ເພື່ອສຸຂະພາບເດັກ ໃນ ສປປ ລາວ

ເສີມສ້າງວຽກງານການຮ່ວມມື ເພື່ອສຸຂະພາບເດັກ ໃນ ສປປ ລາວ

ສູນກາງແນວລາວສ້າງຊາດ (ສນຊ) ຮ່ວມກັບຄະນະໂຄສະນາອົບຮົມສູນກາງພັກ, ກະຊວງສາທາ ລະນະສຸກ, ອົງການອຸຍນິເຊັບ ແລະ ຄູ່ຮ່ວມງານພັດທະນາ ໄດ້ຈັດກອງປະຊຸມສໍາມະນາພາຍໃຕ້ຫົວຂໍ້: “ການສົ່ງເສີມສຸຂະພາບເດັກໃນ ສປປ ລາວ ຜ່ານການໃຫ້ວັກຊິນກັນພະຍາດ ແລະ ການເສີມສ້າງການມີສ່ວນຮ່ວມຂອງສື່ມວນຊົນ ແລະ ຊຸມຊົນ” ເພື່ອແນໃສ່ເພີ່ມທະວີການຮ່ວມມື ແລະ ສ້າງຄວາມເຂົ້າໃຈເປັນເອກະພາບ ດ້ານສຸຂະພາບເດັກ ແລະ ການປ້ອງກັນພະຍາດເດັກ ຢູ່ ສປປ ລາວ ຂຶ້ນໃນວັນທີ 18 ມີນາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ກິແກ້ວ ໄຂຄໍາພິທູນ ປະທານ ສນຊ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ປະທານສະພາທິດສະດີສູນກາງພັກ, ເປັນກຽດເຂົ້າຮ່ວມ ຂອງທ່ານ ນາງ ອາພອນ ວິຊາເທບ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ບີລານ ໂອແຣັງ ດູຮານີ ຜູ້ຕາງໜ້າອົງການອຸຍນິເຊັບ ປະຈໍາລາວ, ມີບັນດາຫົວໜ້າກົມ-ຮອງກົມ ທີ່ກ່ຽວຂ້ອງຂັ້ນສູນກາງແນວລາວສ້າງຊາດ, ສູນກາງສະພັນແມ່ຍິງລາວ, ຮອງປະທານແນວລາວສ້າງຊາດແຂວງ, ຄະນະໂຄສະນາອົບຮົມແຂວງທົ່ວປະເທດ ເຂົ້າຮ່ວມ.
ເຜີຍແຜ່ຜົນສຳເລັດກອງປະຊຸມຄັ້ງທີ 48 ຄະນະກຳມະການຮ່ວມມືທະວີພາຄີ  ລາວ-ຫວຽດນາມ

ເຜີຍແຜ່ຜົນສຳເລັດກອງປະຊຸມຄັ້ງທີ 48 ຄະນະກຳມະການຮ່ວມມືທະວີພາຄີ ລາວ-ຫວຽດນາມ

ຄະນະກຳມະການຮ່ວມມື ລາວ-ຫວຽດນາມ ກະຊວງການເງິນ ໄດ້ຈັດກອງປະຊຸມເຜີຍແຜ່ຜົນສຳເລັດກອງປະຊຸມຄັ້ງທີ 48 ຄະນະກຳມະການຮ່ວມມືທະວີພາຄີ ລາວ-ຫວຽດນາມ ຂຶ້ນໃນວັນທີ 19 ມີນາ ນີ້ ທີ່ນະຄອນຫຼວງວຽງຈັນ, ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ປະທານຄະນະກຳມະການຮ່ວມມື ລາວ-ຫວຽດນາມ ຊຶ່ງມີ ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງການເງິນ ຮອງປະທານຜູ້ປະຈຳການຄະນະກຳມະການຮ່ວມມື ລາວ-ຫວຽດນາມ ພ້ອມດ້ວຍບັນດາທ່ານຄະນະກຳມະການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສປປ ລາວ ແລະ ອົງການ IAEA ຮ່ວມລົງນາມເອກະສານຂອບການຮ່ວມມືສະບັບທີ 3

ສປປ ລາວ ແລະ ອົງການ IAEA ຮ່ວມລົງນາມເອກະສານຂອບການຮ່ວມມືສະບັບທີ 3

ຫວ່າງບໍ່ດົນມານີ້ ທີ່ສໍານັກງານໃຫຍ່ອົງການພະລັງງານປະລໍາມະນູສາກົນ ປະຈໍາ ນະຄອນຫຼວງວຽນ ປະເທດໂອຕຣິດ, ໄດ້ມີພິທີລົງນາມເອກະສານຂອບການຮ່ວມມືດ້ານວິຊາການສະບັບທີ 3 ສຳລັບ 2026-2033 (Country Programme Framework 2026-2033) ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການພະລັງງານປະລໍາມະນູສາກົນ (IAEA), ຕາງໜ້າໃຫ້ຝ່າຍລັດຖະບານ ສປປ ລາວ ແມ່ນທ່ານ ຄໍາແພງ ດວງທອງລາ ເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍ ອົງການຈັດຕັ້ງສາກົນ ທີ່ ນະຄອນຫຼວງວຽນ ແລະ ຝ່າຍອົງການ IAEA ແມ່ນ ທ່ານ Hua Liu ຮອງຜູ້ອໍານວຍການໃຫຍ່ ອົງການ IAEA, ໂດຍມີພະນັກງານຂອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.
ປະທານ ສນຊ ຕ້ອນຮັບຕາງໜ້າອົງການກອງທຶນເດັກສະຫະປະຊາຊາດ ປະຈຳລາວ

ປະທານ ສນຊ ຕ້ອນຮັບຕາງໜ້າອົງການກອງທຶນເດັກສະຫະປະຊາຊາດ ປະຈຳລາວ

ທ່ານ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ) ຕ້ອນຮັບການເຂົ້າຢ້ຽມພົບປະຂອງ ທ່ານ ບີນລາ ດຸຣານີ ຕາງໜ້າອົງການກອງທຶນເດັກສະຫະປະຊາຊາດ UNICEF ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ຢູ່ທີ່ສູນກາງແນວລາວສ້າງຊາດ ໃນວັນທີ 17 ມີນານີ້.
ເລຂາພັກແຂວງຄໍາມ່ວນ ຕ້ອນຮັບຄະນະປະສານງານທະຫານອາສາສະໝັກ ຫວຽດນາມ-ລາວ

ເລຂາພັກແຂວງຄໍາມ່ວນ ຕ້ອນຮັບຄະນະປະສານງານທະຫານອາສາສະໝັກ ຫວຽດນາມ-ລາວ

ວັນທີ 17 ມີນານີ້ ທີ່ຫ້ອງຮັບແຂກຫ້ອງວ່າການແຂວງ, ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ ໄດ້ຕ້ອນຮັບ ຄະນະປະສານງານທະຫານອາສາສະໝັກຫວຽດນາມ-ລາວ ນະຄອນຮ່າຍຟອງ ສສ ຫວຽດນາມ ໂດຍການນຳພາຄະນະຂອງທ່ານ ດ່ວນ ວັນ ບ່າວ ຫົວໜ້າຄະນະປະສານງານ ທະຫານອາສາສະໝັກ ນະຄອນຮ່າຍຟອງ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຄໍາມ່ວນ.
ເພີ່ມເຕີມ