ພິທີພົບປະແລກປ່ຽນບົດຮຽນລະຫວ່າງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ)ແຂວງສະຫວັນນະເຂດ ສປປ ລາວ ແລະ ພະແນກຖະແຫຼງຂ່າວ ແລະ ການສື່ສານແຂວງກວາງຈິ ສສ ຫວຽດນາມໄດ້ຈັດຂຶ້ນໃນລະຫວ່າງວັນທີ 15-16 ພະຈິກນີ້ທີ່ພະແນກ ຖວທ ແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມຂອງທ່ານ ໂພສີສ້ອຍ ກຸທິລາດ ຫົວໜ້າພະແນກ ຖວທ ແຂວງສະຫວັນນະເຂດ ພ້ອມຄະນະ, ຝ່າຍແຂວງກວາງຈິນຳໂດຍທ່ານ ຫວງຽນ ຮວ່ານ ຮອງຫົວໜ້າພະແນກຖະແຫຼງຂ່າວ ແລະ ການສື່ສານແຂວງກວາງຈິພ້ອມຄະນະ.
ການພົບປະຄັ້ງນີ້ທັງສອງຝ່າຍໄດ້ລາຍໂດຍຫຍໍ້ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານທີ່ຕົນຮັບຜິດຊອບໃນໄລຍະຜ່ານມາຊຶ່ງມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າຍທາຍທົດສອບຫຼາຍຢ່າງ ໂດຍສະເພາະດ້ານວຽກງານຖະແຫຼງຂ່າວ ແລະ ສື່ມວນຊົນ ພາຍຫຼັງທີ່ມີສື່ແບບໃໝ່ເຂົ້າມາມີອິດທິພົນເຮັດໃຫ້ຄຸນຄ່າ ແລະ ຄວາມສົນໃຈຂອງສັງຄົມໃນການບໍລິໂພກຂໍ້ມູນຂ່າວສານຈາກສື່ແບບເກົ່ານັບມື້ຫຼຸດໜ້ອຍຖອຍລົງ. ສະນັ້ນຈຶ່ງເປັນຈຸດສຳຄັນເຮັດໃຫ້ສື່ວິທະຍຸ, ໂທລະພາບ ແລະ ໜັງສືພິມຕ້ອງໄດ້ມີການປັບປຸງທາງດ້ານຄຸນນະພາບໃຫ້ຫັນເປັນທັນສະໄໝສ້າງສິ່ງດຶງດູດຈາກຜູ້ຊົມ, ຜູ້ຟັງໃຫ້ຫຼາຍຂຶ້ນ.
ໃນພິທີທັງສອງຝ່າຍໄດ້ຮ່ວມລົງນາມເຊັນບົດບັນທຶກ ການຮ່ວມມືດ້ານວຽກງານສື່ມວນຊົນຕື່ມອີກ ຊຶ່ງເນື້ອໃນບົດບັນທຶກການຮ່ວມມືໄດ້ລະບຸວ່າ: ທັງ 2 ຝ່າຍສືບຕໍ່ເພີ່ມທະວີການຮ່ວມມືດ້ານການສື່ສານ, ໂຄສະນາ ແລະ ແນະນຳກ່ຽວກັບປະຫວັດສາດ ແລະ ວັດທະນະທຳ,ຮີດຄອງປະເພນີອັນດີງາມຂອງຊາດ ກໍຄືຂອງທ້ອງຖິ່ນ; ຂໍ້ມູນກ່ຽວກັບແນວທາງແຜນນະໂຍບາຍ, ຄວາມສາມາດບົ່ມຊ້ອນ ແລະ ຄວາມໄດ້ປຽບຂອງແຕ່ລະແຂວງ ແລະ ແຕ່ລະປະເທດໃນການຮຽກຮ້ອງ ແລະ ດຶງດູດເອົາການລົງທຶນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງແຂວງ, ຮຽບຮຽງບັນດາຜະລິດຕະພັນການພິມ ແລະ ສາລະຄະດີໂທລະພາບເພື່ອເຜີຍແຜ່ແຜນນະໂຍບາຍ ແລະ ແນວທາງຂອງແຕ່ລະປະເທດ, ໂຄສະນາເຜີຍແຜ່ກ່ຽວກັບ ຄວາມສາມາດບົ່ມຊ້ອນ ແລະ ຄວາມໄດ້ປຽບຂອງ 2 ແຂວງດ້ວຍພາສາ: ຫວຽດນາມ, ອັງກິດ, ລາວ ເພື່ອໂຄສະນາເຜີຍແຜ່ໃນໜ້າໜັງສືພິມຂອງ 2 ແຂວງ, ເນື້ອໃນການສື່ສານທີ່ສະແດງອອກຜ່ານບັນດາຜະລິດຕະພັນໜັງສືພິມ (ໜັງສືພິມເອເລັກໂຕຣນິກ) ໂດຍສອງຝ່າຍໄດ້ຮຽບຮຽງດ້ວຍເອກະສານທີ່ເປັນລາຍລັກອັກສອນ, ພາບນິ້ງ, ພາບເຄື່ອນໄຫວ, ພາບແຕ້ມ, ສຽງທີ່ເປັນພາສາຫວຽດນາມ, ອັງກິດ, ລາວ ພ້ອມທັງຊຸກຍູ້ການເຄື່ອນໄຫວແລກປ່ຽນການສື່ສານລະຫວ່າງບັນດາສື່ມວນຊົນ ລວມທັງການສື່ສານຜ່ານສະຖານີວິທະຍຸ, ໂທລະພາບ, ໜັງສືພິມ ແລະ ສື່ສັງຄົມອອນລາຍ. ບັນດາການເຄື່ອນໄຫວແລກປ່ຽນບົດຄວາມ, ຂໍ້ມູນຂ່າວສານ, ເອກະສານ ແລະ ປະສົບການໃນຂົງເຂດສື່ມວນຊົນຊຶ່ງຈະໄດ້ຮັບການຈັດຕັ້ງປະຕິບັດ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈກ່ຽວກັບປະເທດ, ຄົນ, ວັດທະນະທຳ ແລະ ປະຫວັດສາດຂອງສອງແຂວງ.ຮ່ວມລົງນາມຄັ້ງນີ້ຝ່າຍແຂວງສະຫວັນນະເຂດໂດຍແມ່ນທ່ານ ໂພສີສ້ອຍ ກຸທິລາດ ແລະ ຝ່າຍແຂວງກວາງຈິໂດຍແມ່ນທ່ານ ຫງວຽນຮວ່ານ.
ຂ່າວ-ພາບ: ອັກສອນສິນ ພົມມະຈັນ
ລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານອົງການຕຸລາການຂອງ 2 ປະເທດ
ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ນາງ ຖາວ ຂາຍຢວນ (Tao Kaiyuan) ຮອງປະທານສານປະຊາຊົນສູງສຸດແຫ່ງ ສປ ຈີນ ພ້ອມດ້ວຍຄະນະ ໃນວັນທີ 23 ທັນວາ 2025, ທີ່ສານປະຊາຊົນສູງສຸດ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກເປັນທາງການ ຢູ່ ສປປ ລາວ.
ຄໍາເຫັນ