ທູດຍີ່ປຸ່ນ ຈັດພິທີຕ້ອນຮັບອາສາສະໝັກໄຈກາ

ທູດຍີ່ປຸ່ນ ຈັດພິທີຕ້ອນຮັບອາສາສະໝັກໄຈກາ
ໃນວັນທີ 5 ມີນານີ້ ທີ່ສະຖານທູດຍີ່ປຸ່ນປະຈຳ ສປປ ລາວ ໄດ້ຈັດພິທີຕ້ອນຮັບອາສາສະໝັກໄຈກາໃໝ່ 6 ທ່ານ ທີ່ຫາກໍເດີນທາງມາເຖິງປະເທດລາວ ໂດຍມີທ່ານ ໂຄບະຢະຊິ ເຄັນອິຈິ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ, ທ່ານນາງ ສີສົມບູນ ອຸນາວົງ ຫົວໜ້າກົມຮ່ວມມືສາກົນ ກະຊວງແຜນການ ແລະ ການລົງທຶນ, ທ່ານ ນາງ ມີຢະໂກະ ໂຄບະຢະຊິ ປະທານອົງການໄຈກາປະຈໍາລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຕ້ອນຮັບ.
ທ່ານທູດຍີ່ປຸ່ນ ປະຈຳ ລາວ ກ່າວວ່າ: ປະເທດລາວເປັນປະເທດທໍາອິດທີ່ຍີ່ປຸ່ນສົ່ງອາສາສະໝັກ JOCV ໄປຕ່າງປະເທດໃນປີ 1965, ມາຮອດປັດຈຸບັນ ມີຫຼາຍກ່ວາ 1.065 ທ່ານ ທີ່ຖືກສົ່ງມາປະເທດລາວ. ບັນດາກິດຈະກຳ ແລະ ວຽກງານຕ່າງໆທີ່ພວກເຂົາສ້າງມາເປັນເວລາຍາວນານຫຼາຍປີແມ່ນໄດ້ຮັບການຕີລາຄາສູງ ແລະ ຖືກຊື່ນຊົມໂດຍຄົນລາວ ແລະ ໃນທຸກໆປີ ພວກເຂົາກໍໄດ້ຮັບໂອກາດເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີຂອງ ສປປ ລາວ ນຳອີກ.”
     ທ່ານທູດ ກ່າວຕື່ມອີກວ່າ: “ປີ 2025 ແມ່ນປີຄົບຮອບ 60 ປີ ຂອງການສົ່ງອາສາສະໝັກມາປະເທດລາວ, ຫວັງເປັນຢ່າງຍິ່ງວ່າ ອາສາສະໝັກແຕ່ລະທ່ານ ຈະເຮັດກິດຈະກຳແລກປ່ຽນຕ່າງໆກັບຄົນທ້ອງຖິ່ນຢ່າງເລິກເຊິ່ງ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດລາວ, ຂໍໃຫ້ມ່ວນຊື່ນ ແລະ ພາກພູມໃຈທີ່ສາມາດມາເຮັດກິດຈະກຳໃນປະເທດລາວ ຊຶ່ງແມ່ນໜຶ່ງໃນສະຖານທີ່ທີ່ພິເສດທີ່ສຸດໃນບັນດາຈຸດໝາຍປາຍທາງຂອງ JOCV ທົ່ວໂລກ."
ພວກເຮົາຫວັງວ່າ ບັນດາ JOCV ໃໝ່ທັງ 6 ທ່ານຈະສ້າງຄວາມຜູກພັນຢ່າງເລິກເຊິ່ງກັບປະເທດລາວ ແລະ ບັນດາເພື່ອນຮ່ວມງານຫ້ອງການທີ່ພວກເຂົາຈະຖືກສົ່ງໄປປະຈຳໃນອະນາຄົດ.
(ຂ່າວ-ພາບ: ສຳນານ)

ຄໍາເຫັນ

ຂ່າວການຮ່ວມມື

ທ່ານ ບຸນທອງ ຈິດມະນີ ຕ້ອນຮັບທູດຝ​ຣັ່ງ ປະຈໍາລາວ ເຂົ້າຢ້ຽມຂໍ່ານັບອໍາລາ

ທ່ານ ບຸນທອງ ຈິດມະນີ ຕ້ອນຮັບທູດຝ​ຣັ່ງ ປະຈໍາລາວ ເຂົ້າຢ້ຽມຂໍ່ານັບອໍາລາ

ໃນວັນ​ທີ 28 ສິງຫານີ້ ທີ່ ທຳນຽບປະທານປະເທດ, ທ່ານ ບຸນທອງ ຈິດມະນີ ກຳມະການກົມ ການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້​ຕ້ອນຮັບການ​ເຂົ້າ​ຢ້ຽມ​ຂ່ຳ​ນັບອໍາລາຂອງ​ທ່ານນາງ ຊິວ​-ແລັງ ຊູ​ອອກ (Siv-Leng CHHUOR) ເອກອັກຄະລັດຖະທູດວິ​ສາ​ມັນຜູ້​ມີ​ອຳ​ນາດ​ເຕັມແຫ່ງ ສ ຝ​ຣັ່ງ ປະຈໍາ ສປປ ລາວ ໃນໂອກາດທ່ານທູດ ສຳເລັດການປະຕິບັດໜ້າທີ່ການທູດປະຈຳ ສປປ ລາວ.
ກອງປະຊຸມປຶກສາຫາລືວຽກງານການທູດເສດຖະກິດ ຂອງ ສປປ ລາວ ໃນຮູບແບບເຊິ່ງໜ້າ ແລະ ທາງໄກ

ກອງປະຊຸມປຶກສາຫາລືວຽກງານການທູດເສດຖະກິດ ຂອງ ສປປ ລາວ ໃນຮູບແບບເຊິ່ງໜ້າ ແລະ ທາງໄກ

ໃນວັນທີ 27 ສິງຫານີ້, ກົມເສດຖະກິດ ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມປຶກສາຫາລືວຽກງານການທູດເສດຖະກິດ ຂອງ ສປປ ລາວ ຮ່ວມກັບ ບັນດາສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຕ່າງປະເທດ ໃນຮູບແບບເຊິ່ງໜ້າ ແລະ ທາງໄກ (Hybrid) ຂຶ້ນທີ່ກະຊວງການຕ່າງປະເທດ, ພາຍໃຕ້ການເປັນປະທານຂອງ ທ່ານ ໄມທອງ ທໍາມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດຍມີບັນດາທ່ານເອກອັກຄະລັດຖະທູດ, ທ່ານກົງສູນໃຫຍ່ ແລະ ທ່ານຫົວໜ້າຫ້ອງການສໍານັກງານ ພ້ອມທັງບັນດານັກການທູດ ທີ່ປະຈຳຢູ່ ສຳນັກງານຜູ້ຕາງໜ້າ ຂອງ ສປປ ລາວ ທີ່ຕ່າງປະເທດ ຈໍານວນ 41 ແຫ່ງ ເຂົ້າຮ່ວມ.
ຫົວໜ້າ ຄຕພ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງເອກອັກຄະລັດຖະທູດ ຝ​ຣັ່ງ ປະຈໍາ ລາວ

ຫົວໜ້າ ຄຕພ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງເອກອັກຄະລັດຖະທູດ ຝ​ຣັ່ງ ປະຈໍາ ລາວ

ໃນວັນ​ທີ 26 ສິງຫານີ້ ທີ່ ​ສຳ​ນັກ​ງານ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ,​ ທ່ານ ບຸນເຫຼືອ ພັນດານຸວົງ ຫົວ​ໜ້າ​ຄ​ະ​ນະ​ພົວ​ພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ ໄດ້​ຕ້ອນຮັບການ​ເຂົ້າ​ຢ້ຽມ​ຂ່ຳ​ນັບອໍາລາຂອງ​ ທ່ານ ນາງ ຊິວ​-ແລັງ ຊູ​ອອກ (Siv-Leng CHHUOR) ເອກອັກຄະລັດຖະທູດວິ​ສາ​ມັນຜູ້​ມີ​ອຳ​ນາດ​ເຕັມ ແຫ່ງ ສ ຝ​ຣັ່ງ ປະຈໍາ ສປປ ລາວ.
ຮ່າໂນ້ຍ - ນະຄອນເພື່ອສັນຕິພາບ, ເຮືອນຫຼັງທີສອງຂອງນັກສຶກສາລາວ

ຮ່າໂນ້ຍ - ນະຄອນເພື່ອສັນຕິພາບ, ເຮືອນຫຼັງທີສອງຂອງນັກສຶກສາລາວ

ໃນຖານະທີ່ເປັນນັກສຶກສາລາວ ທີ່ກໍາລັງສຶກສາຮ່ຳຮຽນຢູ່ຮ່າໂນ້ຍ, ໃນຂະນະດຽວກັນ, ປັດຈຸບັນ ສັງກັດຢູ່ພະແນກພົວພັນການຕ່າງປະເທດ ຂອງຄະນະໂຄສະນາອົບຮົມສູນກາງພັກ ແລະ ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ - ຫວຽດນາມ, ຫວຽດນາມ - ລາວ. ຂ້າພະເຈົ້າໄດ້ສຶກສາຮໍ່າຮຽນລະດັບປະລິນຍາຕີ ແລະ ປັດຈຸບັນກໍາລັງສຶກສາຕໍ່ລະດັບປະລິນຍາໂທ. ຂ້າພະເຈົ້າດໍາລົງຊີວິດ ແລະ ເຮັດວຽກຢູ່ນະຄອນຫຼວງຮ່າໂນ້ຍ ອັນແສນສວຍງາມ ແລະ ຮັ່ງມີ, ສີວິໄລ, ທັນສະໄໝ ກໍຄືນະຄອນແຫ່ງສັນຕິພາບ. ຂ້າພະເຈົ້າ ເຫັນໄດ້ເຖິງບັນດາຄຸນຄ່າພິເສດຂອງນະຄອນຫຼວງຮ່າໂນ້ຍ ມາຕະຫຼອດ.
ລົດ​ໄຟ ຈີນ-ລາວ: ກະ​ແສການ​ທ່ອງ​ທ່ຽວ ທີ່​ບັນ​ເລງ​ເພງ​ບົດ​ໃໝ່

ລົດ​ໄຟ ຈີນ-ລາວ: ກະ​ແສການ​ທ່ອງ​ທ່ຽວ ທີ່​ບັນ​ເລງ​ເພງ​ບົດ​ໃໝ່

ລົດ​ໄຟ​ຈີນ-ລາວໃນ​ຖານ​ະ​ໂຄງ​ການສັນ​ຍາ​ລັກໜຶ່ງ​ແລວໜຶ່ງ​ເສັ້ນ​ທາງໄດ້​ບັນ​ທຸກ​ມິດ​ຕະ​ພາບ​ອັນ​ເລິກ​ເຊິ່ງ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດອີກ​ທັງ​ຍັງ​ເປັນ​ສາຍ​ໄຍ​ສຳ​ຄັນ​ທີ່​ເຊື່ອມ​ໂຍງ​ຈີນແລະລາວ, ທາງ​ລົດ​ໄຟ​ສາຍ​ນີ້ຜ່ານ​ພູ​ມີ​ປະ​ເທດ​ທີ່​ສະຫຼັບ​ຊັບ​ຊ້ອນ​ທ້າ​ທາຍ​ອຸ​ປະ​ສັກ​ດ້ານ​ວິ​ສາ​ວະ​ກຳ, ຫຼອມ​ລວມ​ສະ​ຕິ​ປັນ​ຍາແລະເຫື່ອ​ແຮງ​ຂອງ​ຜູ້​ກໍ່​ສ້າງ​ທັງ​ສອງ​ຊາດຈຶ່ງ​ກາຍ​ເປັນຫຼັກ​ຖານ​ທີ່ມີ​ຊີ​ວິດ​ຊີ​ວາ​ຂອງ​ການ​ກ້າວ​ໄປ​ດ້ວຍ​ກັນແລະການ​ຮ່ວມ​ມື​ແບບ​ຊະ​ນະ​ຮ່ວມ​ກັນ​ຂອງ​ຈີນ-ລາວ, ລົດ​ໄຟ​ສາຍ​ນີ້ກ້າວ​ຂ້າມ​ຄວາມ​ໝາຍ​ເສັ້ນ​ທາງ​ຄົມ​ມະ​ນາ​ຄົມ​ທຳ​ມະ​ດາກາຍ​ເປັນ​ລະ​ບຽງ​ເສດ​ຖະ​ກິດ​ທີ່​ສຳ​ຄັນ​ທີ່ຂັບ​ເຄື່ອນ​ການ​ພັດ​ທະ​ນາ​ພູ​ມີ​ພາກແລະ ​ເປັນ​ຂົວ​ວັດ​ທະ​ນະ​ທຳ​ທີ່​ເຊື່ອມ​ຕໍ່​ນ້ຳ​ໃຈ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດເປັນ​ໂອ​ກາດ​​ສຳ​ຄັນ​ໃນ​ການ​ຮ່ວມ​ມື​​​ກ້າວ​ສູ່​ທາງ​ເລິກແລະທາງກວ້າງໂດຍ​ສະ​ເພາະ​ດ້ານ​ການ​ຄ້າ-ການ​ລົງ​ທຶນ, ການ​ແລກ​ປ່ຽນ​​ວັດ​ທະ​ນະ​ທຳໂດຍ​ສະ​ເພາະ​ແມ່ນ​ການ​ທ່ອງ​ທ່ຽວ​ຂ້າມ​ແດນ​​ມີ​ບັນ​ຍາ​ກາດ​ຄຶກ​ຄື້ນ​ຂຶ້ນຫຼາຍ​ເທົ່າຜ່ານ​ການ “ຂີ່​ລົດ​ໄຟ​ທ່ຽວ​ສອງ​ປະ​ເທດ” ໄດ້​ກາຍ​ເປັນ​ກະ​ແສ​ທີ່​ກຳ​ລັງ​ນິ​ຍົມ​ກັນຫຼາຍ​ໃນ​ກຸ່ມ​ນັກ​ທ່ອງ​ທ່ຽວ, ລົດ​ໄຟ​ສາຍ​ນີ້ບໍ່​ພຽງ​ແຕ່ມອບ​ປະ​ສົບ​ການ​ການ​ເດີນ​ທາງ​ທີ່​ສະ​ດວກ, ວ່ອງ​ໄວ​ທັນ​ໃຈ, ​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ຜູ້​ຄົນ​ນັບ​ໝື່ນນັບ​ແສນ, ແຕ່​ຍັງ​ຂັບ​ເຄື່ອນ​ບົດ​ບາດ​ໃໝ່​ແຫ່ງ​ມິດ​ຕະ​ພາບຈີນ-ລາວ.
ດີໃຈ ແລະ ພູມໃຈ ທີ່ເຫັນສາຍພົວມິດຕະພາບອັນຍິ່ງໃຫຍ່ ນັບມື້ພັດທະນາ

ດີໃຈ ແລະ ພູມໃຈ ທີ່ເຫັນສາຍພົວມິດຕະພາບອັນຍິ່ງໃຫຍ່ ນັບມື້ພັດທະນາ

ໃນງານລ້ຽງອາຫານຄໍ່າ ເພື່ອສະເຫຼີມສະຫຼອງວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ (2/9/1945 – 2/9/2025) ທີ່ຈັດຂຶ້ນຢ່າງສົມກຽດ ເມື່ອຄໍ່າວັນທີ 22 ສິງຫາ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ຊຶ່ງເປັນວັນຊາດ ກໍຄື “ບຸນເອກະລາດ” ຂອງປວງຊົນຫວຽດນາມ; ໃນປີນີ້, ກໍເປັນປີແຫ່ງຂີດໝາຍປະຫວັດສາດຂອງຫວຽດນາມ ດ້ວຍມີຫຼາຍເຫດການທີ່ເປັນປີຄົບຮອບໃຫຍ່; ຂະນະດຽວກັນ, ປີ 2025 ນີ້ ກໍເປັນປີທີ່ສຳຄັນຂອງ ສປປ ລາວ ຊຶ່ງໂອກາດກ່າວໃນງານລ້ຽງດັ່ງກ່າວນັ້ນ, ສະຫາຍ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສສ ຫວຽດນາມ ກໍໄດ້ກ່າວສະແດງຄວາມຮູ້ສຶກດີໃຈ ແລະ ພູມໃນ ຕໍ່ຜົນງານທີ່ໜ້າພາກພູມໃຈຂອງ ພັກ, ລັດ ແລະ ປະຊາຊົນລາວ ອ້າຍນ້ອງ, ທັງເຫັນສາຍພົວມິດຕະພາບອັນຍິ່ງໃຫຍ່ ນັບມື້ພັດທະນາ.
ປະດັບຫຼຽນໄຊ ໃຫ້ການນໍາຂັ້ນສູງ ກວຕ ຫວຽດນາມ

ປະດັບຫຼຽນໄຊ ໃຫ້ການນໍາຂັ້ນສູງ ກວຕ ຫວຽດນາມ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ຫງວຽນ ແມງ ຮຸງ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ສສ ຫວຽດນາມ, ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ພ້ອມດ້ວຍ ຮອງລັດຖະມົນຕີ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ຫວ່າງບໍ່ດົນມານີ້ ເພື່ອສືບຕໍ່ຮັດແໜ້ນຄວາມສາມັກຄີຮ່ວມມືໃນຂົງເຂດ ເຕັກໂນໂລຊີ ແລະ ການສື່ສານ.
ວັນບຸນເອກະລາດ 80 ປີ ຫວຽດນາມ ໃນປີນີ້ ເປັນປີແຫ່ງຂີດໝາຍປະຫວັດສາດ

ວັນບຸນເອກະລາດ 80 ປີ ຫວຽດນາມ ໃນປີນີ້ ເປັນປີແຫ່ງຂີດໝາຍປະຫວັດສາດ

ວັນທີ 2 ກັນຍາປີ 2025 ນີ້, ສຳລັບ ສສ ຫວຽດນາມ ເປັນປີຄົບຮອບໃຫຍ່ຂອງ ວັນຊາດ ກໍຄືວັນ “ບຸນເອກະລາດ” ຂອງທົ່ວປວງຊົນຫວຽດນາມ ຄົບຮອບ 80 ປີ (2/9/1945-2/9/2025) ຊຶ່ງປັດຈຸບັນປະຊາຊົນ​ຫວຽດນາມ​ທັງ​ຢູ່​ພາຍ​ໃນ ​ແລະ ​ຕ່າງປະ​ເທດ​ ພວມ​ດຳລົງ​ຊີວິດ​ໃນ​ບັນຍາກາດ​ອັນສະຫງ່າອົງອາດ ແຫ່ງ​ການປະຕິວັດ​ເດືອນ​ສິງຫາ​ (19/8/1945-19/8/2025) ທີ່ມີຄວາມໝາຍປະຫວັດສາດ, ມຸ່ງ​ໄປ​ເຖິງ “ວັນບຸນ​ເອກະລາດ”ຂອງຊາດ. ພ້ອມນີ້, ກໍເປັນປີທີ່ບໍ່ພຽງແຕ່ມີຄວາມໝາຍທາງດ້ານການເວລາເທົ່ານັ້ນ, ແຕ່ຫາກຍັງແມ່ນຂີດໝາຍປະຫວັດສາດທີ່ສຳຄັນຂອງຊາດຫວຽດນາມອີກດ້ວຍ.
ເພີ່ມເຕີມ