ວັນສາກົນເພື່ອສົ່ງເສີມການແກ້ໄຂບັນຫາລະເບີດບໍ່ທັນແຕກ

ວັນສາກົນເພື່ອສົ່ງເສີມການແກ້ໄຂບັນຫາລະເບີດບໍ່ທັນແຕກ

ວັນສາກົນເພື່ອສົ່ງເສີມການແກ້ໄຂບັນຫາລະເບີດບໍ່ທັນແຕກ
ກະຊວງການຕ່າງປະເທດໃນນາມປະທານ ແລະ ກອງເລຂາຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ​(ຄຊກລ) ຮ່ວມກັບ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ(LYU), ພາຍໃຕ້ການສະໜັບສະໜູນຈາກລັດຖະບານອຽກລັງ ແລະ ອົງການ ສປຊ ເພື່ອການພັດທະນາ(UNDP) ໄດ້ຈັດກິດຈະກໍາສະເຫຼີມສະຫຼອງວັນສາກົນເພື່ອສົ່ງເສີມການແກ້ໄຂບັນຫາລະເບີດບໍ່ທັນແຕກ ໃນວັນທີ 1 ເມສານີ້ ທີ່ນະຄອນຫຼວງວຽງຈັນ.
ວນສາກນເພອສງເສມການແກໄຂບນຫາລະເບດບທນແຕກ - image 1
 

 

ເປັນກຽດໃນພິທີ ມີທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ແລະ ໃນນາມປະທານກິດຕິມະສັກ, ທ່ານນາງ ມຸກດາວັນ ສີສຸລິດ ຫົວໜ້າກົມອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດ, ທັງເປັນຫົວໜ້າກອງເລຂາປະທານ ຄຊກລ ແລະ ເລຂາຊາວໜຸ່ມກະຊວງການຕ່າງປະເທດ, ມີບັນດາທ່ານເອກອັກຄະລັດຖະທູດ, ທູຕານຸທູດ, ຜູ້ຕາງໜ້າບັນດາອົງການເຄືອຄ່າຍ ສປຊ, ອົງການປະຕິບັດງານ ແລະ ຕາງໜ້ານັກສຶກສາ, ຊາວໜຸ່ມ, ເຍົາວະຊົນຈາກໂຮງຮຽນມັດຖະຍົມສົມບູນຈໍານວນ 5 ແຫ່ງເຂົ້າຮ່ວມ ຫຼາຍກວ່າ 400 ທ່ານ.

ໃນໂອກາດດັ່ງກ່າວ, ທ່ານ ທອງລີ ສີສຸລິດ ໄດ້ໃຫ້ກຽດກ່າວເປີດພິທີຢ່າງເປັນທາງການ; ວັນທີ 4 ເມສາ ເປັນວັນສາກົນວ່າດ້ວຍການສົ່ງເສີມຄວາມຮັບຮູ້ ແລະ ການຊ່ວຍເຫຼືອວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ຊຶ່ງຖືກປະກາດໂດຍອົງການສະຫະປະຊາຊາດ ໃນປີ 2005 ໂດຍມີເປົ້າໝາຍເພື່ອປູກຈິດສຳນຶກກ່ຽວກັບຄວາມອັນຕະລາຍຂອງລະເບີດບໍ່ທັນແຕກ ແລະ ລະດົມທຶນເຂົ້າໃນການແກ້ໄຂບັນຫາດັ່ງກ່າວໃນທົ່ວໂລກ ໂດຍສະເພາະປະເທດທີ່ໄດ້ຮັບຜົນກະທົບຈາກລະເບີດດັ່ງກ່າວ. ການສະເຫຼີມສະຫຼອງປີນີ້ ແມ່ນໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້: “ລົງທຶນເພື່ອສັນຕິພາບ, ລົງທຶນໃສ່ການແກ້ໄຂບັນຫາລະເບີດບໍ່ທັນແຕກ” (Invest in Peace, Invest in Mine Action), ປີນີ້ຢູ່ ສປປ ລາວ ໄດ້ສົ່ງເສີມການມີສ່ວນຮ່ວມຂອງໄວໜຸ່ມ ແລະ ເປີດໂອກາດໃຫ້ຊາວໜຸ່ມໄດ້ສຳຜັດກັບວຽກງານຕົວຈິງໃນຂະແໜງ ລບຕ ໂດຍຜ່ານການສາທິດທາງດ້ານເຕັກນິກ ແລະ ການສຳມະນາໃຫ້ຄວາມຮູ້ຈາກບັນດາທີມງານວິຊາການຂອງອົງການປະຕິບັດງານ, ພ້ອມທັງໄດ້ເຂົ້າຮ່ວມສາທິດການສໍາຫຼວດກວດກູ້ລະເບີດບໍ່ທັນແຕກ (UXO Clearance) ຕົວຈິງ ເພື່ອສະແດງໃຫ້ເຫັນເຖິງຂັ້ນຕອນການສໍາຫຼວດ ແລະ ມາດຕະຖານຄວາມປອດໄພທີ່ເຂັ້ມງວດໃນການເຮັດໃຫ້ເນື້ອທີ່ດິນປອດໄພເພື່ອມອບຄືນໃຫ້ຊຸມຊົນ. ຜູ້ເຂົ້າຮ່ວມຍັງໄດ້ເຂົ້າຮ່ວມກອງປະຊຸມສຳມະນາກ່ຽວກັບຄວາມເປັນມາຂອງວຽກງານ ລບຕ ໃນລາວ, ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຫຼື CCM, ການໂຄສະນາຜົນກະທົບ ລບຕ (EORE) ແລະ ການຊ່ວຍເຫຼືອຜູ້ເຄາະຮ້າຍ (VA) ເປັນຕົ້ນ.

ພິເສດ, ພາຍໃນງານ, ຍັງໄດ້ມີການປະກາດຢ່າງເປັນທາງການ ຂະບວນການສົ່ງເສີມການມີສ່ວນຮ່ວມຂອງຊາວໜຸ່ມໃນການປະກອບສ່ວນເປັນກະບອກສຽງໃນການແກ້ໄຂບັນຫາ ລບຕ ພາຍໃຕ້ຫົວຂໍ້:“ ສຽງຜ່ານຍຸກສະໄໝ: ສ້າງຄວາມເຂັ້ມແຂງໃຫ້ແກ່ຊາວໜຸ່ມ-ເຍົາວະຊົນລາວໃນວຽກງານການຫຼຸດຜ່ອນອາວຸດເພື່ອມະນຸດສະທຳ” ແລະ ທັງເປັນໂອກາດຊຸກຍູ້ຂໍ່ານັບຮັບຕ້ອນການເປັນປະທານ ແລະ ເຈົ້າພາບຈັດກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານຮອບວຽນທີ 3 (3RCCCM) ທີ່ຈະຈັດຂຶ້ນ ໃນລະຫວ່າງ ວັນທີ 13-18 ກັນຍາ 2026 ທີ່ນະຄອນຫຼວງວຽງຈັນ ອີກດ້ວຍ.

ຈຸດປະສົງການຈັດງານມື້ນີ້, ທ່ານນາງ ມຸກດາວັນ ສີສຸລິດ ໄດ້ເນັ້ນໜັກວ່າ: ຊາວໜຸ່ມລາວຄື: “ກຳລັງແຮງທີ່ແທ້ຈິງ” ແລະ ເປັນ “ກະບອກສຽງອັນສຳຄັນ” ໃນການສົ່ງຕໍ່ຂໍ້ຄວາມແຫ່ງຄວາມມຸ່ງມາດປາຖະໜາເຖິງອະນາຄົດທີ່ປອດໄພ, ສົດໃສ ແລະ ປາສະຈາກຄວາມຢ້ານກົວຈາກລະເບີດບໍ່ທັນແຕກທີ່ຕົກຄ້າງປາງສົງຄາມ. ພ້ອກກັນນັ້ນ, ການທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ແລະ ປະທານກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານຮອບວຽນທີ 3 (3RC CCM) ປຽບເໝືອນ “ການກັບຄືນສູ່ບ້ານ” (Coming Home) ຂອງສົນທີສັນຍາດັ່ງກ່າວ, ເນື່ອງຈາກນະຄອນຫຼວງວຽງຈັນ ແມ່ນສະຖານທີ່ ທີ່ໄດ້ຈັດກອງປະຊຸມຄັ້ງທຳອິດ ຂອງລັດພາຄີຂອງສົນທິສັນຍາດັ່ງກ່າວ ແລະ ສປປ ລາວ ຍັງເປັນໜຶ່ງໃນປະເທດທຳອິດທີ່ໄດ້ຊຸກຍູ້ການສ້າງຕັ້ງ ແລະ ຮັບຮອງສົນທິສັນຍາສະບັບນີ້.

ການເປັນເຈົ້າພາບ ແລະ ການເປັນປະທານ 3RC CCM ຄັ້ງນີ້ ຍັງຈະເປັນການຍົກບົດບາດການນໍາພາຂອງ ສປປ ລາວ ໃນວຽກງານມະນຸດສະທໍາ ແລະ ຍົກລະດັບການຮ່ວມມືສາກົນໃນວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ, ພ້ອມທັງຊຸກຍູ້ໃຫ້ວົງຄະນະຍາດສາກົນ ສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນປະກອບສ່ວນທັງດ້ານທຶນຮອນ ແລະ ເຕັກນິກທີ່ຈໍາເປັນໃນການແກ້ໄຂບັນຫາທີ່ສະລັບສັບຊ້ອນ ແລະ ສິ່ງທ້າທາຍຂອງລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນທີ່ດີຂຶ້ນກວ່າເກົ່າ, ທັງນີ້ກໍເພື່ອຮັບປະກັນຄວາມປອດໄພ ຂອງປະຊາຊົນບັນດາເຜົ່າ ແລະ ເຮັດໃຫ້ສາມາດບັນລຸເປົ້າໝາຍການພັດທະນາແບບຍືນຍົງກໍຄືເປົ້າໝາຍການພັດທະນາໂດຍລວມຂອງປະເທດ.

ຄຽງຄູ່ກັບຂະບວນການສົ່ງເສີມການມີສ່ວນຮ່ວມຂອງຊາວໜຸ່ມລະດັບຊາດ, ໂອກາດນີ້, ກອງເລຂາປະທານ ຄຊກລ ໄດ້ປະກາດການປະກວດແຕ້ມຮູບທົ່ວປະເທດ, ໂດຍໄດ້ເຊີນຊວນໃຫ້ຊາວໜຸ່ມສົ່ງຜົນງານແຕ້ມຮູບດ້ວຍມື ພາຍໃຕ້ຫົວຂໍ້: “Messages to the Past and Future: ຂໍ້ຄວາມຈາກອະດີດເຖິງອະນາຄົດ” ຊຶ່ງຈະເປີດຮັບຜົນງານຈົນເຖິງວັນທີ 19 ກໍລະກົດ 2026, ໂດຍຊຸກຍູ້ໃຫ້ນັກສິລະປິນ, ເຍົາວະຊົນ ແລະ ຊາວໜຸ່ມລາວ, ອາຍຸລະຫວ່າງ 9-35 ປີ, ຮ່ວມກິດຈະກໍາ, ຜູ້ຖືກຄັດເລືອກຈະໄດ້ຮັບທຶນການສຶກສາສູງສຸດເຖິງ 10 ລ້ານກີບ ແລະ ພິເສດຍັງຈະໄດ້ເຂົ້າຮ່ວມງານກັບຕົວແທນຊາວໜຸ່ມຈາກສາກົນ ເພື່ອສ້າງສັນຜົນງານສິລະປະ ໃສ່ປອກລູກຫວ່ານ ທີ່ປອດໄພແລ້ວເພື່ອເປັນສັນຍາລັກແຫ່ງສັນຕິພາບ ແລະ ວາງສະແດງຜົນງານຂອງຕົນໃຫ້ແກ່ບັນດາຜູ້ແທນ ແລະ ການນໍາລະດັບສູງທີ່ຈະມາເຂົ້າຮ່ວມກອງປະຊຸມ 3RC CCM ທີ່ຈະຈັດຂຶ້ນ ໃນລະຫວ່າງວັນທີ 13-18 ກັນຍາ2026 ທີ່ນະຄອນຫຼວງວຽງຈັນ.

(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວການຮ່ວມມື

ສະຫາຍ ວັນໄຊ ພອງສະຫວັນ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນໄຊ ພອງສະຫວັນ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບ ໃນວັນທີ 12 ຕຸລານີ້ ທີ່ຄະນະກວດກາສູນກາງພັກ. ເນື່ອງໃນໂອກາດ ທີ່ຄະນະະຜູ້ແທນດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້.
ຢຸດເຊົາບອກລາການເພິ່ງພານ້ຳມັນເຊື້ອໄຟ! ເປັນຫຍັງລາວຈຶ່ງມີຄວາມພະຍາມຍາມຮ່ວມມືກັບຈີນດ້ານພະລັງງານໃໝ່ຢ່າງຮີບດ່ວນ?

ຢຸດເຊົາບອກລາການເພິ່ງພານ້ຳມັນເຊື້ອໄຟ! ເປັນຫຍັງລາວຈຶ່ງມີຄວາມພະຍາມຍາມຮ່ວມມືກັບຈີນດ້ານພະລັງງານໃໝ່ຢ່າງຮີບດ່ວນ?

“ອິນເຕີເນັດໃນລົດຕ້ອງເສຍຄ່າໃຊ້ຈ່າຍເພີ່ມເຕີມຄ່າຕ່າງຫາກບໍ?” “ອຸດສາຫະກໍາລົດໄຟຟ້າອັດສະລິຍະຂອງຈີນຕອນນີ້ພັດທະນາໄປຮອດລະດັບໃດແລ້ວ?” “ຫາກຄົນຍ່າງອອກຈາກບ່ອນຈອດລົດ, ລົດຈະສາມາດຂັບອອກມາເອງໄດ້ບໍ?” ຜູ້ທີ່ຖາມສາມຄຳຖາມນີ້ແມ່ນທ່ານປອອາະນຸສັກພົງສະຫວັດຫົວຫນ້າສະຖາບັນອຸດສາຫະກຳການຄ້າແລະພະລັງານ.
ຄະນະຮັບຜິດຊອບວຽກງານຊາຍແດນ ລາວ-ຫວຽດນາມ ກອງປະຊຸມ ຄັ້ງທີ 2

ຄະນະຮັບຜິດຊອບວຽກງານຊາຍແດນ ລາວ-ຫວຽດນາມ ກອງປະຊຸມ ຄັ້ງທີ 2

ກອງປະຊຸມໄດ້ຈັ້ດຂຶ້ນ ໃນວັນທີ 8 ຕຸລາ 2026, ຢູ່ແຂວງສະຫວັນນະເຂດ ໂດຍແມ່ນຄະນະກໍາມະການຊາຍແດນແຫ່ງຊາດລາວ ຮ່ວມກັບຄະນະກໍາມະການຊາຍແດນແຫ່ງຊາດ ແຫ່ງ ສສ ຫວຽດນາມ ຈັດຂຶ້ນໂດຍການເປັນປະທານຮ່ວມ ຂອງສະຫາຍ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ສະຫາຍ ໂງ ເລ ວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ມີຄະນະຜູ້ແທນຈາກຂະແໜງກ່ຽວຂ້ອງຂອງສູນກາງ ແລະ ບັນດາແຂວງທີ່ມີຊາຍແດນຕິດຈອດກັນຈາກ 10 ແຂວງຊາຍແດນຂອງລາວ ແລະ 8 ແຂວງຊາຍແດນຂອງຫວຽດນາມ ເຂົ້າຮ່ວມ ເກືອບ 300 ຄົນ.
ສູນສະຖິຕິແຫ່ງຊາດ ແລະ ທະນາຄານໂລກ ລົງເຄື່ອນໄຫວເຮັດວຽກ ຢູ່ເມືອງໂຂງ

ສູນສະຖິຕິແຫ່ງຊາດ ແລະ ທະນາຄານໂລກ ລົງເຄື່ອນໄຫວເຮັດວຽກ ຢູ່ເມືອງໂຂງ

ທ່ານ ວິໄຊ ສັນຕິວົງ ຮອງຫົວໜ້າສູນສະຖິຕິແຫ່ງຊາດກະຊວງການເງິນ ແລະທ່ານ ນາງ ດຸງດ່ວນ (Dung Doan) ນັກເສດຖະກິດອາວຸໂສ ຈາກທະນາຄານໂລກ ພ້ອມ​ຄະນະຊ່ຽວຊານໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງໂຂງ, ແຂວງຈໍາປາສັກ, ໃນ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາ, ໂດຍມີທ່ານ ຈັນທະນົງສິນ ຈັນທະພິມ ປະທານຄະນະກຳມະການປົກຄອງເມືອງໂຂງພ້ອມ​ຄະ​ນະໃຫ້​ການ​ຕ້ອນ​ຮັບ.
ອົງການກວດສອບແຫ່ງລັດ ສປປ ລາວ ພົບປະກັບອົງການກວດສອບແຫ່ງຊາດມາເລເຊຍ

ອົງການກວດສອບແຫ່ງລັດ ສປປ ລາວ ພົບປະກັບອົງການກວດສອບແຫ່ງຊາດມາເລເຊຍ

ໃນລະຫວ່າງວັນທີ 5-7 ຕຸລາ ຜ່ານມານີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ, ນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ກັບອົງການກວດສອບແຫ່ງຊາດ ມາເລເຊຍ ທີ່ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ ໂດຍໃຫ້ການຕ້ອນຮັບຂອງ ທ່ານ ນາງ ດາໂຕະ ເສຣີ ວັນ ສຸຣາຢະວັນ ໂມຣາມັດ ຣັດຊີ (Ms. DATO' SERI WAN SURAYA WAN MOHD RADZI) ປະທານອົງການກວດສອບແຫ່ງຊາດ ມາເລເຊຍ ຊຶ່ງຄະນະຜູ້ແທນໄດ້ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ, ເຂົ້າຮ່ວມພິທີລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື (MOU) ລະຫວ່າງ ອົງການກວດສອບແຫ່ງລັດ ສປປ ລາວ ແລະ ອົງການກວດສອບແຫ່ງຊາດ ມາເລເຊຍ ແລະ ເຂົ້າຮ່ວມພິທີເປີດກອງປະຊຸມປະຈຳສອງປີ ຂອງຄະນະກຳມະການແລກປ່ຽນຄວາມຮູ້ ASEA SAI (ASEA SAI Knowledge Sharing Committee - KSC) ຄັ້ງທີ 5 ຊຶ່ງການພົບປະສອງຝ່າຍກັນໃນຄັ້ງນີ້ ເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ກໍຄືການເສີມຂະຫຍາຍ ສາຍພົວພັນທາງການທູດ ຄົບຮອບ 60 ປີ (1/7/1966 - 1/7/2026).
ຄະນະຜູ້ແທນຊາວໜຸ່ມລາວເຂົ້າພົບປະເຮັດວຽກກັບ ຮອງປະທານພັກ ປະຊາຊົນກໍາປູເຈຍ

ຄະນະຜູ້ແທນຊາວໜຸ່ມລາວເຂົ້າພົບປະເຮັດວຽກກັບ ຮອງປະທານພັກ ປະຊາຊົນກໍາປູເຈຍ

ໃນວັນທີ 7 ຕຸລາ ນີ້, ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ນຳພາຄະນະຜູ້ແທນຊາວໜຸ່ມລາວ ເຂົ້າພົບປະເຮັດວຽກກັບ ພະນະທ່ານ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ຮອງປະທານພັກ ປະຊາຊົນກໍາປູເຈຍ ປະທານສູນກາງຊາວໜຸ່ມພັກປະຊາຊົນກຳປູເຈຍ ຢູ່ ນະຄອນຫຼວງພະນົມເປັນ.
ຍົກລະດັບການຄຸ້ມຄອງປະກັນສັງຄົມ ແລະ ສິດທິແຮງງານຊາວກະສິກອນ 32,000 ກວ່າຄົນໃນ 7 ແຂວງ

ຍົກລະດັບການຄຸ້ມຄອງປະກັນສັງຄົມ ແລະ ສິດທິແຮງງານຊາວກະສິກອນ 32,000 ກວ່າຄົນໃນ 7 ແຂວງ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຮ່ວມກັບອົງການສາກົນເປີດ “ໂຄງການສ້າງຄວາມກ້າວໜ້າໃຫ້ລະບົບປົກປ້ອງສັງຄົມ ແລະ ສິດທິດ້ານແຮງງານສຳລັບຊາວກະສິກອນໃນຂະແໜງກາເຟ, ຊາ ແລະ ປ່າໄມ້ (SOLAR II)” ໃນວັນທີ 29 ກັນຍາຜ່ານມາ ທີ່ນະຄອນຫຼວງວຽງຈັນ ເປັນກຽດກ່າວເປີດໂດຍທ່ານ ນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີ ກະຊວງ ຮສສ, ມີທ່ານ ມາກ ກາລາເຮີ (Marc Gallagher) ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ສປປ ລາວ, ມີທ່ານ ລາສ ໂຢຮັນເຊນ (Lars Johansen) ຮອງຜູ້ອຳນວຍການ ຫ້ອງການອົງການແຮງງານສາກົນ (ILO) ປະຈຳປະເທດໄທ, ກຳປູເຈຍ ແລະ ສປປ ລາວ, ທ່ານ ພອນສານ ວິໄລເມັ້ງ ຮອງປະທານສູນກາງສະຫະພັນກຳມະບານລາວ, ທ່ານ ໄຊບັນດິດ ລາດສະພົນ ຮອງປະ ທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ມີບັນດາຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ຜູ້ຕາງໜ້າອົງການ ILO, ພະແນກ ຮສສ ແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຄະນະຜູ້ແທນ ຄອ​ສ​ພຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

ຄະນະຜູ້ແທນ ຄອ​ສ​ພຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

ຄະນະຜູ້ແທນ ຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນ ປະຕິວັດລາວ ນໍາໂດຍ ທ່ານ ສາຄອນ ພົມມະລາດຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອ​ສ​ພ) ພ້ມ​ຄະ​ນະໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 28 ກັນຍາ ຫາ 02 ຕຸລາ 2026.
ສ​ປ​ປລາວ-ເອີ​ຣົບປຶກ​ສາ​ຫາລື ການຮ່ວມມືທາງດ້ານປ່າໄມ້

ສ​ປ​ປລາວ-ເອີ​ຣົບປຶກ​ສາ​ຫາລື ການຮ່ວມມືທາງດ້ານປ່າໄມ້

ກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມຮ່ວມກັບສະຫະພາບເອີຣົບ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບ ການຮ່ວມມືທາງດ້ານປ່າໄມ້ ໃນ​ວັນ​ທີ 1 ຕຸ​ລາ​ຜ່ານ​ມາທີ່ ນະ​ຄອນຫຼວງວຽງ​ຈັນ, ໂດຍ​ການເປັນປະທານຮ່ວມຂອງ ທ່ານ ນາງຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ທ່ານ ມາກ ກາລາເຮີ (Mark Gallagher), ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈໍາ ສປປ ລາວ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມເຈົ້າໜ້າທີ່ອາວຸໂສຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23

ກອງປະຊຸມເຈົ້າໜ້າທີ່ອາວຸໂສຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23

ກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ຂອງຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23 ໄດ້ຈັດຂຶ້ນໃນວັນທີ 1 ຕຸລາ ນີ້ ທີ່ ແຂວງຫຼວງພະບາງ ໂດຍການເປັນປະທານຮ່ວມຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານນາງ ເອກສິຣິ ປິນທະຣຸຈິ ຫົວໜ້າຫ້ອງການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະຜູ້ແທນຂອງທັງສອງຝ່າຍເຂົ້າຮ່ວມ.
ເພີ່ມເຕີມ