ພິທີເປີດເວທີສົນທະນາການສື່ສານສາກົນຢຸນນານຄັ້ງທີ3

ເວທີສົນທະນາການສື່ສານສາກົນຢຸນນານຄັ້ງທີ3

ເວທີສົນທະນາການສື່ສານສາກົນຢຸນນານຄັ້ງທີ3
ພິທີເປີດເວທີສົນທະນາການສື່ສານສາກົນຢຸນນານຄັ້ງທີ3ໄດ້ຈັດຂຶ້ນໃນວັນທີ10ທັນວານີ້ທີ່ໂຮງແຮມແມ່ນໍ້າຂອງຈິງລານກິ່ງແຂວງສິບສອງພັນນາແຂວງຢຸນນານສປຈີນໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານນາງເຈິງຢຽນກໍາມະການປະຈໍາຄະນະພັກແຂວງຢຸນນານຫົວໜ້າພະແນກ

ໂຄສະນາອົບຮົມແຂວງຢຸນນານ,ທ່ານNaipadraລັດຖະມົນຕີກະຊວງຖະແຫຼງຂ່າວແຫ່ງຣາຊະອານາຈັກກຳປູເຈຍ,ທ່ານວັນໄຊຕະວິນຍານຮອງຫົວໜ້າໂຄສະນາອົບຮົມສູນກາງພັກຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ,ມີບັນດາຜູ້ຕາງໜ້າສື່ມວນຊົນປະທດພາກພື້ນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານນາງເຈິງຢ້ຽນກ່າວວ່າ:ເວທີສົນທະນາການສື່ສານສາກົນຢຸນນານທີ່ຮ່ວມຈັດຂຶ້ນໂດຍສໍານັກຂ່າວຊິນຮວາແລະແຂວງຢຸນນານ,ມີຈຸດປະສົງເພື່ອສ້າງເສັ້ນທາງການສື່ສານສາຍໜຶ່ງທີ່ປະເທດຈີນແລະທົ່ວໂລກກ້າວໄປທາງໜ້າພ້ອມກັນໂດຍຖືເອົາໂຕຊ້າງເປັນສັນຍາລັກແລະອົງການສື່ມວນຊົນເປັນເຄື່ອງມື.ໃນສາມປີທີ່ຜ່ານມາ,ເວທີສົນທະນາການສື່ສານສາກົນຢຸນນານໄດ້ອີງໃສ່ສພາຍໃນແລະໂຄສະນາໄປສູ່ທົ່ວໂລກ,ເວັບໄຊຊິນຮວາໄດ້ສ້າງສາວົງການໂຄສະນາຕ່າງໆ.ທ່ານກ່າວຕື່ມວ່າ:ເວທີສົນທະນານີ້ໄດ້ກາຍເປັນງານມະໂຫລານໃນການ

ແລກປ່ຽນຂອງວົງການສື່ມວນຊົນທົ່ວໂລກແລະຖານເວທີການຮ່ວມມືຊຶ່ງໄດ້ອໍານວຍໂອ

ກາດທີ່ດີໃຫ້ແກ່ບັນດາເພື່ອນສື່ມວນຊົນ,ສຳລັບຫົວຂໍ້ຂອງເວທີສົນທະນາຄັ້ງນີ້ແມ່ນ“ຮ່ວມມື

ກັນ,ປະດິດສ້າງອະນາຄົດຮ່ວມກັນ,ຄົ້ນຫາຊ່ອງທາງໃໝ່ຂອງການສື່ສານສາກົນ”,ເວທີສົນ

ທະນາເປັນສື່ກາງມາຄົ້ນຄວ້າແລກປ່ຽນກັນດ້ານແນວຄິດ,ສ້າງຄວາມເຫັນເປັນເອກະພາບ

ກັນຢ່າງກວ້າງຂວາງແລະຊຸກຍູ້ສົ່ງເສີມບັນລຸການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ.ເພື່ອສ້າງເປັນເວທີສົນທະນາລະດັບສູງດ້ານການສື່ສານສາກົນໃນເຂດແຄວ້ນ,ພວກເຮົາຍິນດີຮ່ວມກັນເພື່ອກໍ່ສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດ.ປະເທດຈີນໄດ້ສະເໜີຂໍ້ລິເລີ່ມຕ່າງໆເຊັ່ນ:ຂໍ້ລິເລີ່ມການພັດທະນາທົ່ວໂລກ, ຂໍ້ລິເລີ່ມຄວາມປອດໄພທົ່ວໂລກແລະຂໍ້ລິເລີ່ມຄວາມສີວິໄລທົ່ວໂລກ.

ທ່ານສະຫວັນຄອນຣາຊມຸນຕີປະທານສະມາຄົມນັກຂ່າວແຫ່ງສປປລາວໄດ້ກ່າວຄຳເຫັນວ່າ:ໃນປັດຈຸບັນການພັດທະນາເສດຖະກິດ-ສັງຄົມຂອງພາກພື້ນແລະໂລກ,ຖືວ່າການເຊື່ອມໂຍງຢ່າງແໜ້ນແຟ້ນລະຫວ່າງອົງການສື່ມວນຊົນໃນພາກພື້ນ

ແລະສຳຄັນສຳລັບການສ້າງຮູບແບບແລະຊຸກຍູ້ການພັດທະນາເສດຖະກິດ, ວັດທະນະທຳ-ສັງຄົມແລະຊຸກຍູ້ຄວາມເຂົ້າໃຈແລະຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນແລະກັນຂອງບັນດາປະເທດໃນພາກພື້ນມຸ່ງໄປເຖິງເປົ້າໝາຍແລະການພັດທະນາແບບຍືນຍົງ

ທ່ານກ່າວຕື່ມວ່າ:ເວທີສົນທະນາຄັ້ງນີ້ແມ່ນມີຄວາມກ່ຽວຂ້ອງຫຼາຍກັບວຽກງານຂອງພວກ

ເຮົາ,ຍ້ອນວ່າມັນໄດ້ນໍາເອົານັກຂ່າວຈາກທົ່ວພາກພື້ນເພື່ອປຶກສາຫາລືກ່ຽວກັບບັນຫາທີ່ມີ

ຄວາມສົນໃຈຮ່ວມກັນ,ເສີມຂະຫຍາຍການຮ່ວມມືດ້ານສື່ມວນຊົນເພື່ອເພີ່ມທະວີການສື່ສານລະຫວ່າງປະເທດແລະພາກພື້ນແລະເພື່ອເປີດກວ້າງການເຂົ້າຮ່ວມຂອງເວທີສົນທະນາສື່ສານສາກົນຍາກໃຫ້ຈັດຂຶ້ນປະຈຳປີແລະມີຜູ້ແທນສື່ມວນຊົນຂອງບັນດາປະເທດຢູ່ອາຊີຕາເວັນອອກເຂົ້າຮ່ວມເພື່ອເພີ່ມທະວີການຮ່ວມມືດ້ານສື່ມວນຊົນ.

(ຂ່າວ-ພາບ:ສຳນານ)

ຄໍາເຫັນ

ຂ່າວການຮ່ວມມື

ຈີນ-ລາວ ໃຊ້ໂດຣນແລະໝາຫຸ່ນຍົນຝຶກຊ້ອມທາງການແພດ “ລົດໄຟສັນຕິພາບ - 2026” (Peace Train-2026)

ຈີນ-ລາວ ໃຊ້ໂດຣນແລະໝາຫຸ່ນຍົນຝຶກຊ້ອມທາງການແພດ “ລົດໄຟສັນຕິພາບ - 2026” (Peace Train-2026)

ໂດຣນຄົ້ນຫາ ແລະ ກູ້ໄພໄດ້ບິນຂຶ້ນສູ່ທ້ອງຟ້າເພື່ອສຳຫຼວດທາງອາກາດໃນຂອບເຂດກວ້າງ, ໃນຂະນະທີ່ໝາຫຸ່ນຍົນສີ່ຂາເຂົ້າໄປໃກ້ຈຸດເກີດໄພເພື່ອສຳຫຼວດສະພາບພື້ນທີ່ ແລະ ຍານພາຫະນະບໍ່ມີຄົນຄວບຄຸມແບບຕິດຕາມເສັ້ນທາງໄດ້ເຄື່ອນໄປຂ້າງໜ້າເພື່ອລຳລຽງ “ຜູ້ບາດເຈັບ”.
ກົງສຸນໃຫຍ່ຫວຽດນາມ ມອບເຄື່ອງຊ່ວຍເຫຼືອ ໃຫ້ຜູ້ປະສົບໄພຢູ່ແຂວງເຊກອງ

ກົງສຸນໃຫຍ່ຫວຽດນາມ ມອບເຄື່ອງຊ່ວຍເຫຼືອ ໃຫ້ຜູ້ປະສົບໄພຢູ່ແຂວງເຊກອງ

ໃນວັນທີ 9 ກັນຍາຜ່ານ​ມາທີ່ຫ້ອງວ່າການແຂວງເຊກອງ, ທ່ານ ນາງ ຕ້າ ເຟືອງ ຢຸງ ກົງສຸນໃຫຍ່ ສສ ຫວຽດນາມ ປະຈຳນະຄອນປາກເຊ ຮ່ວມກັບ ສະມາຄົມນັກທຸລະກິດຫວຽດນາມ ປະຈຳ 4 ແຂວງພາກໃຕ້ ຂອງລາວ ໄດ້ນໍາເອົາເຄື່ອງຊ່ວຍເຫຼືອ ຈຳນວນ 250 ຖົງ ເພື່ອຊ່ວຍປະຊາຊົນຜູ້ປະສົບໄພທາງທຳມະຊາດ ຢູ່ເມືອງກະລຶມ ແລະ ເມືອງດາກຈຶງ ແຂວງເຊກອງ ໂດຍຜ່ານການນໍາແຂວງ ເພື່ອມອບຕໍ່ໃຫ້ກັບປະຊາຊົນ, ກ່າວຮັບແມ່ນ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈຳພັກແຂວງຮອງປະທານຄະນະກຳມະການປົກຄອງແຂວງປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ.
ຜູ້ບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ເຂົ້າຮ່ວມກອງປະຊຸມຜູ້ບັນຊາການທະຫານອາກາດ ອາຊຽນຄັ້ງທີ 23

ຜູ້ບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ເຂົ້າຮ່ວມກອງປະຊຸມຜູ້ບັນຊາການທະຫານອາກາດ ອາຊຽນຄັ້ງທີ 23

ວັນທີ 9 ກັນຍາຜ່ານມາ, ທ່ານ ພົນຈັດຕະວາ ຄໍາສຸກ ຄໍາເລືອງເທບ ຜູ້ບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ແລະ ຄະນະໄດ້ເຂົ້າຮ່ວມກອງປະຊຸມ ຜູ້ບັນຊາການທະຫານອາກາດອາຊຽນ ຄັ້ງທີ 23 (ຜ່ານລະບົບທາງໄກ). ກອງປະຊຸມໄດ້ດໍາເນີນພາຍໃຕ້ຫົວຂໍ້: “ການເສີມສ້າງກອງທັບອາກາດອາຊຽນໃຫ້ມີຄວາມສາມາດປະສານງານ ແລະ ເຊື່ອມໂຍງກັນ ການຮ່ວມມືປະຕິບັດການເພື່ອສະຖຽນລະພາບພາກພື້ນ” ໂດຍການເປັນປະທານຂອງທ່ານ ພົນໂທ ອາເທີມ ໂກດູລາ ຜູ້ບັນຊາການທະຫານອາກາດ ແຫ່ງຟີລິບປິນ ພ້ອມດ້ວຍຜູ້ບັນຊາການທະຫານອາກາດສະມາຊິກອາຊຽນເຂົ້າຮ່ວມ.
ທ່ານ ສະເຫຼີມໄຊ ກົມມະສິດ ເຂົ້າຮ່ວມກອງປະຊຸມສຸດຍອດໜຶ່ງແລວໜຶ່ງເສັ້ນທາງ ຄັ້ງທີ 11

ທ່ານ ສະເຫຼີມໄຊ ກົມມະສິດ ເຂົ້າຮ່ວມກອງປະຊຸມສຸດຍອດໜຶ່ງແລວໜຶ່ງເສັ້ນທາງ ຄັ້ງທີ 11

ໃນວັນທີ 9 ກັນຍາ ນີ້ ທີ່ເຂດປົກຄອງພິເສດຮົງກົງຂອງ ສປ ຈີນ, ທ່ານ ສະເຫຼີມໄຊ ກົມມະສິດຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ໜຶ່ງແລວໜຶ່ງເສັ້ນທາງ ຄັ້ງທີ 11 ພາຍໃຕ້ຫົວຂໍ້ບຸລິມະສິດ: “ສົ່ງເສີມການພັດທະນາທີ່ມີຄຸນນະພາບສູງ: ການເລີ່ມຕົ້ນບົນເສັ້ນທາງສາຍໃໝ່” (Advancing High Quality Development • Embarking on a New Journey) ໂດຍໃຫ້ກຽດເປັນປະທານກ່າວເປີດຂອງທ່ານ John LEE Ka-Chiu ຫົວໜ້າຄະນະຜູ້ບໍລິຫານປະຈໍາເຂດປົກຄອງພິເສດຮົງກົງຂອງ ສປ ຈີນ ແລະ ມີການນຳຂັ້ນສູງຕາງໜ້າຈາກພາກລັດ ແລະ ພາກທຸລະກິດຫຼາຍກວ່າ 80 ປະເທດ ແລະ ຜູ້ເຂົ້າຮ່ວມຫຼາຍກວ່າ 6,000 ຄົນ.
ຫົວໜ້າກົມໃຫຍ່ພະລາທິການກອງທັບ ຕິດຕາມການກະກຽມຝຶກຊ້ອມຮ່ວມກອງທັບ ລາວ-ຈີນ

ຫົວໜ້າກົມໃຫຍ່ພະລາທິການກອງທັບ ຕິດຕາມການກະກຽມຝຶກຊ້ອມຮ່ວມກອງທັບ ລາວ-ຈີນ

ວັນທີ 9 ກັນຍາຜ່ານມາ ທີ່ສະຖານນີຄ່ຽນຖ່າຍສິນຄ້າວຽງຈັນໃຕ້ ບ້ານນາຄວາຍໃຕ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ ຫົວໜ້າຄະນະຊີ້ນໍາການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ ພາຍໃຕ້ລະຫັດ "ຂະບວນລົດໄຟສັນຕິພາບ-2026" ພ້ອມດ້ວຍບັນດາຄະນະອະນຸກຳມະການ ໄດ້ເຄື່ອນໄຫວຕິດຕາມ ກວດກາຄວາມພ້ອມຂອງຄະນະຮັບຜິດຊອບ, ກຳລັງພົນ ແລະ ພາກສ່ວນຕ່າງໆ ກ່ອນການຝຶກຊ້ອມຕົວຈິງ.
ລາວ-ໄທ ຮ່ວມມືພັດທະນາແພລັດຟອມລະບົບໂລຈິສຕິກໄປສະນີດີຈີຕອນຂອງລາວ

ລາວ-ໄທ ຮ່ວມມືພັດທະນາແພລັດຟອມລະບົບໂລຈິສຕິກໄປສະນີດີຈີຕອນຂອງລາວ

ພິທີເຊັນສັນຍາ ຮ່ວມມື (MOA) ວ່າດ້ວຍການພັດທະນາ ແພລັດຟອມລະບົບໂລຈິສຕິກໄປສະນີດີຈີຕອນຂອງ ສປປ ລາວ ລະຫວ່າງ ກົມໄປສະນີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ແລະ ບໍລິສັດ ເທັດສະຫຍາມອິນເຕີເນເຊີນໍ ຈຳກັດ ແຫ່ງຣາຊະອານາຈັກໄທ ໄດ້ຈັດຂຶ້ນໃນວັນທີ 9 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ, ຮ່ວມລົງນາມຄັ້ງນີ້ ຕາງໜ້າກົມໄປສະນີ ໂດຍ ທ່ານ ຈັນທະວີພອນ ເຄືອບຄຳວອນ ຫົວໜ້າກົມໄປສະນີ ແລະ ຕາງໜ້າບໍລິສັດ ໂດຍ ທ່ານ ໂກວິດ ທັນຍາຣັດຕະກູນ ປະທານກຳມະການຜູ້ຈັດການ ບໍລິສັດ ເທດສະຍາມອິນເຕີເນເຊີນໍ ຈຳກັດ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ນາງ ຄອງຄະນິດ ລັກຈະເລີນ ເອກອັກຄະຣາຊະທູດ ແຫ່ງຣາຊະອາຈັກໄທ ປະຈຳລາວ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ປາຖະກະຖາວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 78 ປີ

ປາຖະກະຖາວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 78 ປີ

ໃນວັນທີ 8 ກັນຍານີ້ ທີ່ສະໂມສອນຫ້ອງວ່າການປົກຄອງເມືອງໄຊທານີ, ສະມາຄົມມິດຕະພາບ ລາວ - ສປປ ເກົາຫຼີ ແລະ ອົງການປົກຄອງເມືອງໄຊທານີ ຮ່ວມກັບ ສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ໄດ້ຈັດພິທີປາຖະກະຖາ ເນື່ອງໃນໂອກາດວັນສະຖາປະນາ ສາທາ ລະນະລັດ ປະຊາຊົນ ປະຊທິປະໄຕ ເກົາຫຼີ ຄົບຮອບ 78 ປີ (9/9/1948-09/09/2026),
ຄະນະຜູ້ແທນພັກ ປປ ລາວ ເຂົ້າຮ່ວມງານບຸນມະໂຫລານ ອາວັງເຕ ຄັ້ງທີ 50

ຄະນະຜູ້ແທນພັກ ປປ ລາວ ເຂົ້າຮ່ວມງານບຸນມະໂຫລານ ອາວັງເຕ ຄັ້ງທີ 50

ໂດຍອີງຕາມການເຊື້ອເຊີນຂອງ ພັກກອມມູນິດປອກຕຸຍການ, ຄະນະຜູ້ແທນພັກປະຊາຊົນປະຕິວັດລາວ ນຳໂດຍ ສະຫາຍ ວາລະໄຊ ເລັ່ງສະຫວັດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຮ່ວມງານບຸນມະໂຫລານ ອາວັງເຕ ຄັ້ງທີ 50 (Avante Festival) ຂອງ ພັກກອມມູນິດປອກຕຸຍການ (Portuguese Communist Party) ທີ່ເມືອງລິດສະບອນ ປະເທດປອກຕຸຍການ, ໃນລະຫວ່າງວັນທີ 4–6 ກັນຍາ ຜ່ານມາ.
ເປີດການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ ຂະບວນລົດໄຟສັນຕິພາບ-2026

ເປີດການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ ຂະບວນລົດໄຟສັນຕິພາບ-2026

ພິທີເປີດການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ ພາຍໃຕ້ລະຫັດ "ຂະບວນລົດໄຟສັນຕິພາບ-2026" ເພື່ອຊ່ວຍເຫຼືອມະນຸດສະທໍາ ແລະ ການບໍລິການດ້ານການແພດ ຈັດຂຶ້ນໃນວັນທີ 7 ກັນຍາຜ່ານມາ ທີ່ສະໂມສອນ ກົມໃຫຍ່ພະລາທິການກອງທັບປະຊາຊົນລາວ, ໂດຍການເປັນປະທານຮ່ວມຂອງສະຫາຍ ພົນຕີ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ ຫົວໜ້າຄະນະຊີ້ນໍາການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ
ແລກປ່ຽນບົດຮຽນກັບຊ່ຽວຊານ ສສ ຫວຽດນາມ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງພັກ-ລັດ

ແລກປ່ຽນບົດຮຽນກັບຊ່ຽວຊານ ສສ ຫວຽດນາມ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງພັກ-ລັດ

​ ຄະນະຈັດຕັ້ງສູນກາງພັກ ໄດ້ຈັດກອງປະຊຸມສຳມະນາ ເພື່ອແລກປ່ຽນບົດຮຽນຮ່ວມກັບ ຄະນະຊ່ຽວຊານຈາກ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃນຫົວຂໍ້: ແບບແຜນວິທີເຮັດວຽກ ແລະ ການພົວພັນປະສານງານ ລະຫວ່າງ ເລຂາຄະນະບໍລິຫານງານພັກ ກັບປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ, ແຂວງ, ເມືອງ ແລະ ນະຄອນ, ໃນວັນທີ 8 ກັນຍານີ້ ທີ່ສະໂມສອນຂອງຄະນະຈັດຕັ້ງສູນກາງພັກ ໂດຍການເປັນປະທານ ຂອງສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ.
ເພີ່ມເຕີມ