ວິທະຍາໄລລາຊາ ແລະ ວິທະຍາໄລເຕັກນິກວິຊາຊີບຢົງໂຈ ເຊັນບົດບັນທຶກຮ່ວມມື

 ວິທະຍາໄລລາຊາ ແລະ ວິທະຍາໄລເຕັກນິກວິຊາຊີບຢົງໂຈ ເຊັນບົດບັນທຶກຮ່ວມມື
ພິທີເຊັນບົດບັນທຶກການຮ່ວມມືດ້ານການສຶກສາ ລະຫວ່າງ ວິທະຍາໄລລາຊາ ແຂວງອຸດົມໄຊ  ສປປ ລາວ ແລະ ວິທະຍາໄລເຕັກນິກວິຊາຊີບ ຢົງໂຈ ສປ ຈີນ ໄດ້ຈັດຂຶ້ນ ຫວ່າງບໍ່ດົນມານີ້ ທີ່ຫ້ອງປະຊຸມຂອງວິທະຍາໄລລາຊາ.
  ບົດບັນທຶກການຮ່ວມມືສອງຝ່າຍ ໄດ້ກຳນົດເນື້ອໃນແຕ່ລະດ້ານຢ່າງລະອຽດ ຊຶ່ງມີສັນຍາການຮ່ວມມືສາກົນດ້ານການສຶກສາອາຊີວະສຶກສາ ວິທະຍາໄລອາຊີວະສຶກສາ ແລະ ເຕັກນິກ ສປ ຈີນ ເພື່ອຮັດແໜ້ນສາຍພົວພັນທີ່ເປັນມູນເຊື້ອ ລະຫວ່າງ ຈີນ-ລາວ, ເພີ່ມທະວີການຮ່ວມມືດ້ານການສຶກສາ ລະຫວ່າງ ສອງປະເທດ, ຊຸກຍູ້ການແລກປ່ຽນດ້ານວັດທະນະທຳ, ທັງສອງຝ່າຍຈະປະຕິບັດຕາມເນື້ອໃນດັ່ງນີ້: ຮ່ວມກັນປະຕິບັດການຮ່ວມມືດ້ານການສຶກສາລະຫວ່າງປະເທດ, ການສຶກສາຂ້າມຊາດ, ການຄົ້ນຄວ້າວິທະຍາສາດ, ການແລກປ່ຽນບົດຮຽນ ຄູ-ນັກຮຽນ, ໄປຮຽນຕໍ່ຕ່າງປະເທດ, ຝຶກອົບຮົມ, ຝຶກງານ ແລະ ຫາວຽກເຮັດງານທຳ. ການຮ່ວມມືດ້ານການສຶກສາພາສາຈີນ ແລະ ພາສາລາວ: ຝ່າຍ ສປ ຈີນ ຈະສົ່ງຄູສອນພາສາຈີນໃຫ້ວິທະຍາໄລລາຊາ ເພື່ອຈັດຝຶກອົບຮົມພາສາຈີນໃຫ້ແກ່ນັກຮຽນ, ການຮ່ວມມືດ້ານການຮຽນ-ການສອນແບບມືອາຊີບ ອອກແບບຫຼັກສູດ ຮ່ວມກັນພັດທະນາມາດຕະຖານວິຊາຊີບ, ຫຼັກສູດ, ສື່ການຮຽນການສອນ ແລະ ການສອນອອນລາຍທີ່ເໝາະສົມກັບປະເທດລາວ, ຝຶກອົບຮົມຄູສອນວິຊາຊີບທ້ອງຖິ່ນໃນລາວ ກັບໂຄງການຮ່ວມມືດ້ານການສຶກສາອາຊີວະສຶກສາ ໂດຍປະຕິບັດການສອນແບບອອນລາຍ ແລະ ການສອນໃນຫ້ອງຮຽນ. ການຮ່ວມມືດ້ານການຮຽນ-ການສອນ ຈະຕ້ອງມີສະຖານທີ່ຮຽນ, ຫ້ອງຮຽນ ແລະ ຫ້ອງການໃນໂຮງຮຽນທັງສອງແຫ່ງ ເພື່ອການຮ່ວມມືສາກົນລະຫວ່າງສອງຝ່າຍ, ພ້ອມທັງມອບສິດຊຶ່ງກັນ ແລະ ຮ່ວມກັນສ້າງຄວາມສາມາດດ້ານວິຊາຊີບລະດັບສາກົນ ຕັ້ງໜ້າສ້າງເງື່ອນໄຂ ຊຸກຍູ້ໃຫ້ນັກສຶກສາຈາກວິທະຍາໄລລາຊາໄປຮຽນຢູ່ຈີນ ໄດ້ຮັບການຝຶກອົບຮົມທັກສະຕົວຈິງຢູ່ໂຮງຮຽນຂອງຝ່າຍ ຈີນ ຫຼື ບັນດາວິສາຫະກິດທີ່ຮ່ວມມື, ເພື່ອຍົກສູງທັກສະວິສາຫະກິດທີ່ທັນສະໄໝ ແລະ ພອນສະຫວັນດ້ານການອື່ນໆ.
ຈາກນັ້ນ, ທັງສອງຝ່າຍກໍໄດ້ລົງນາມເຊັນບົດບັນທຶກຮ່ວມມື ພ້ອມທັງຕັດແຖບຜ້າເປີດປ້າຍສູນຝຶກອົບຮົມ ພາສາຈີນ ແລະ ພັດທະນາສີມືແຮງງານວິຊາຊີບຂອງວິທະຍາໄລເຕັກນິກອາຊີບຢົງໂຈ ສປ ຈີນ ທີ່ ວີທະຍາໄລລາຊາ ທີ່ແຂວງອຸດົມໄຊ ສປປ ລາວ. ຕາງໜ້າຝ່າຍຈີນ ໂດຍ ທ່ານ ອາຈານ ຫວງອີ່ຈູນ ຄະນະກຳມະການພັກວິທະຍາໄລ ເຕັກນິກ ຢົງໂຈ ສປ ຈີນ ແລະ ຕາງໜ້າຝ່າຍລາວ ໂດຍ ທ່ານ ນາງ  ກອງສີ ມະນີພອນ ອຳນວຍການວິທະຍາໄລລາຊາ ແຂວງອຸດົມໄຊ  ສປປ ລາວ ໂດຍຊ້ອງໜ້າ ທ່ານ ຄຳສະຫວ່າງ ຈັນທອງພິລຸນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງອຸດົມໄຊ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຂ່າວ-ພາບ: ແສງອາທິດ

ຄໍາເຫັນ

ຂ່າວການຮ່ວມມື

ສະ​ມາ​ຄົມ​ມິດ​ຕະ​ພາບລາວ-ມຽນ​ມາພົບປະສອງຝ່າຍ

ສະ​ມາ​ຄົມ​ມິດ​ຕະ​ພາບລາວ-ມຽນ​ມາພົບປະສອງຝ່າຍ

ໂດຍຕອບສະໜອງຕາມການເຊີນ ຂອງ ທ່ານປະທານ ສະ​ມາ​ຄົມ​ມິດ​ຕະ​ພາບລາວ-ມຽນ​ມາ, ຄະນະຜູ້ແທນ​ສະ​ມາ​ຄົມ​ມິດ​ຕະ​ພາບ ​ມຽນ​ມາ - ລາວນຳໂດຍທ່ານພົນ​ຈັດ​ຕະ​ວາວິນມອງ (Win Maung), ປະທານສະມາຄົມມິດຕະພາບມຽນ​ມາ - ລາວພ້ອມ​ດ້ວຍ​ຄະ​ນະ ໄດ້ເດີນ​ທາງ​ມາ​ຢ້ຽມ​ຢາມ ແລະ ເຮັດວຽກກັບສະມາຄົມມິດຕະພາບລາວ - ​ມຽນ​ມາຢູ່ສ​ປ​ປລາວແຕ່ວັນ​ທີ 16-20ພະ​ຈິກ 2025.
ຄໍາມ່ວນ-ຮ່າຕິ່ງ ຈັດກອງປະຊຸມຂັ້ນສູງ ປະຈໍາປີ 2025

ຄໍາມ່ວນ-ຮ່າຕິ່ງ ຈັດກອງປະຊຸມຂັ້ນສູງ ປະຈໍາປີ 2025

ກອງປະຊຸມຂັ້ນສູງລະຫວ່າງ ແຂວງຄໍາມ່ວນ ສປປ ລາວ ແລະ ແຂວງຮ່າຕິ່ງ ສສ ຫວຽດນາມ ປະຈໍາປີ 2025 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 13 ພະຈິກ 2025ນີ້ ຢູ່ທີ່ຫ້ອງປະຊຸມເຮືອນຮັບແຂກເລກ 1 ແຂວງຄໍາມ່ວນ, ຝ່າຍແຂວງຄໍາມ່ວນ ນໍາໂດຍສະຫາຍ ວັນໄຊ ພອງສະຫວັນ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຄໍາມ່ວນ ແລະ ຝ່າຍແຂວງຮ່າຕິ່ງນໍາ ໂດຍສະຫາຍ ຫງວຽນ ຢຸຍ ເລີມ ເລຂາຄະນະບໍລິຫານງານພັກແຂວງຮ່າຕິ່ງ , ມີບັນດາຕາງໜ້າຜູ້ປະກອບການ ແລະ ພາກສ່ວນກ່ຽວຂ້ອງຂອງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມການຮ່ວມມື ສອງຝ່າຍ ຈຳປາສັກ-ເປຣະວິເຣຍ ຄັ້ງທີ 10

ກອງປະຊຸມການຮ່ວມມື ສອງຝ່າຍ ຈຳປາສັກ-ເປຣະວິເຣຍ ຄັ້ງທີ 10

ກອງປະຊຸມວ່າດ້ວຍການຮ່ວມມື ສອງຝ່າຍ ລະຫວ່າງ ແຂວງເປຣະວິເຣຍ ແຫ່ງຣາຊະອານາຈັກກຳປູເຈຍ ແລະ ແຂວງຈຳປາສັກ ແຫ່ງສາທາລະນະລັດ ປະຊາທິະໄຕ ປະຊາຊົນລາວ ຄັ້ງທີ 10, ໄດ້ຈັດຂຶ້ນ ໃນວັນທີ 13 ພະຈິກນີ້ ທີ່ແຂວງເປຣະວິເຮຍ, ຝ່າຍແຂວງຈໍາປາສັກ ນໍາໂດຍ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ແລະ ຝ່າຍແຂວງເປຣະວີເຣຍ ນໍາໂດຍ ທ່ານ ກິມ ເຣິດທີ ເຈົ້າແຂວງເປຣະວີເຣຍ, ມີ ຄະນະຜູ້ແທນສອງຝ່າຍ ເຂົ້າຮ່ວມ.
ລມຕ ກະຊວງການຕ່າງປະເທດແຫ່ງສປປລາວຢ້ຽມຂໍ່ານັບນາຍົກລັດຖະມົນຕີ ສປປເກົາຫຼີ

ລມຕ ກະຊວງການຕ່າງປະເທດແຫ່ງສປປລາວຢ້ຽມຂໍ່ານັບນາຍົກລັດຖະມົນຕີ ສປປເກົາຫຼີ

ໃນວັນທີ 13ພະຈິກ 2025ທີ່ສະພາມັນຊູເເດ, ສະຫາຍ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ປາກ ແທ ຊອງ(Pak ThaeSong),ນາຍົກລັດຖະມົນຕີແຫ່ງສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ໃນໂອກາດເດີນທາງຢ້ຽມຢາມ ສປປ ເກົາຫຼີ ຢ່າງເປັນທາງການ ໃນລະຫວ່າງວັນທີ 11-15ພະຈິກ2025.
Vinachemຮ່ວມຮັບໃຊ້ ທ່ານ ໂຮ່ ດຶກ ເຟີກຮອງນາຍົກລັດຖະມົນຕີແຫ່ງ ສສ ຫວຽດາມ  ມາເຮັດວຽກຢູ່ ສປປ ລາວ: ຊຸກຍູ້ການຜັນຂະຫຍາຍໂຄງການບໍ່ເກືອ ກາລີ - ສັນຍາລັກການຮ່ວມມືດ້ານເສດຖະກິດຫວຽດນາມ - ລາວ

Vinachemຮ່ວມຮັບໃຊ້ ທ່ານ ໂຮ່ ດຶກ ເຟີກຮອງນາຍົກລັດຖະມົນຕີແຫ່ງ ສສ ຫວຽດາມ ມາເຮັດວຽກຢູ່ ສປປ ລາວ: ຊຸກຍູ້ການຜັນຂະຫຍາຍໂຄງການບໍ່ເກືອ ກາລີ - ສັນຍາລັກການຮ່ວມມືດ້ານເສດຖະກິດຫວຽດນາມ - ລາວ

ໃນການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ທ່ານ ໂຮ່ ດຶກ ເຟິກ ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນວັນທີ 12 ພະຈິກ 2025 ນີ້, ກຸ່ມບໍລິສັດເຄມີຫວຽດນາມ (Vinachem) ເປັນກຽດທີ່ໄດ້ຮ່ວມເດີນທາງມາຮັບໃຊ້ຄະນະຂັ້ນສູງ, ເຂົ້າຮ່ວມບັນດາວຽກງານກັບທ່ານນາຍົກ ແລະ ການນໍາຂອງລັດຖະບານລາວ ແນ່ໃສປຶກສາແລກປ່ຽນ, ຊຸກຍູ້ການຮ່ວມມື ດ້ານການລົງທຶນໃນຂົງເຂດອຸດສາຫະກຳເຄມີ ແລະ ແຮ່ທາດ, ພິເສດແມ່ນ ໂຄງການຂຸດຄົ້ນ ແລະ ປຸງແຕ່ງບໍ່ເກືອ ກາລີ ຢູ່ແຂວງຄໍາມ່ວນ.
ຮອງນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ພົບປະຮ່ວມມືສອງຝ່າຍ

ຮອງນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ພົບປະຮ່ວມມືສອງຝ່າຍ

ໃນວັນທີ 12 ພະຈິກ 2025, ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ, ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະເຮັດວຽກກັບ ສະຫາຍໂຮ່ ດຶກ ເຝິກ, ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນວັນທີ 12-13 ພະຈິກ 2025.
ສອງກະຊວງການຕ່າງປະເທດ ສປປ ລາວ ແລະ ສປປ ເກົາຫຼີ ສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນຮ່ວມມື

ສອງກະຊວງການຕ່າງປະເທດ ສປປ ລາວ ແລະ ສປປ ເກົາຫຼີ ສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນຮ່ວມມື

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ນາງ ແຈ ຊອນ ຮຸຍ (Choe Son Hui),ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ,ສະຫາຍ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ສປປ ເກົາຫຼີ ຢ່າງເປັນທາງການ ໃນລະຫວ່າງວັນທີ 11-15 ພະຈິກ 2025ເພື່ອສືບຕໍ່ເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ສປປ ເກົາຫຼີ ໃຫ້ແໜ້ນແຟ້ນຍິ່ງໆຂື້ນ, ທັງເປັນການສະເຫຼີມສະຫຼອງຄົບຮອບ 60 ປີ ແຫ່ງການພົບປະຄັ້ງທໍາອິດ ລະຫວ່າງ ສະຫາຍ ປະທານ ໄກສອນ ພົມວິຫານ, ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນລາວ ແລະ ສະຫາຍ ປະທານ ກິມ ອິນ ຊຸງ, ຜູ້ນໍາທີ່ຍິ່ງໃຫ່ຍຂອງປະຊາຊົນ ສປປ ເກົາຫຼີ ທີ່ ນະຄອນຫຼວງພຽງຢາງ, ສປປ ເກົາຫຼີ ໃນວັນທີ 28 ຕຸລາ 1965ແລະ ຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ສປປ ລາວ - ສປປ ເກົາຫຼີ (24 ມິຖຸນາ 1974 – 24 ມິຖຸນາ 2024).
ລມຕ ກະຊວງ ວທ ຮ່ວມກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ເພື່ອການທ່ອງທ່ຽວ ຄັ້ງທີ 26

ລມຕ ກະຊວງ ວທ ຮ່ວມກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ເພື່ອການທ່ອງທ່ຽວ ຄັ້ງທີ 26

ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ເພື່ອ ການທ່ອງທ່ຽວ ຄັ້ງທີ 26 (26th UN Tourism General Assembly) ຊຶ່ງໄດ້ ຈັດຂື້ນ ໃນລະຫວ່າງ ວັນທີ 7-11 ພະຈິກ 2025ຜ່ານມາ ທີ່ນະຄອນຫຼວງຣີຢາດ, ປະເທດອາລັບບີ ຊາອຸດິ. ກອງປະຊຸມ ໄດ້ດໍາ ເນີນ ພາຍ ໃຕ້ການເປັນປະທານຂອງທ່ານ Ahmed AI-Khatib ລັດຖະມົນຕີ ກະຊວງ ທ່ອງ ທ່ຽວ ປະເທດ ອາລັບບີ ຊາອຸດິ ແລະ ເປັນປະທານ ຮ່ວມໂດຍ ມີຜູ້ຕາງໜ້າຈາກແຕ່ລະ ພາກພື້ນ ຈໍາ ນວນ 9 ປະເທດ. ກອງປະ ຊຸມຄັ້ງນີ້ ມີປະເທດສະມາຊິກສົມບູນເຂົ້າຮ່ວມທັງໝົດ 147 ປະເທດ, ຊຶ່ງສະ ມາຊິກສົມບູນທັງໝົດມີ 160 ປະເທດ, ມີບັນ ດາອົງການຈັດຕັ້ງ, ສະຖາບັນການສຶກສາ ແລະ ພາກທຸລະກິດກ່ຽວຂ້ອງຈາກສະພາເຄືອ ຂ່າຍການທ່ອງທ່ຽວໂລກເຂົ້າຮ່ວມ.
ຝຶກອົບຮົມ ຫົວຂໍ້ ການກວດສອບຜົນການຈັດຕັ້ງປະຕິບັດ

ຝຶກອົບຮົມ ຫົວຂໍ້ ການກວດສອບຜົນການຈັດຕັ້ງປະຕິບັດ

ພິທີເປີດ ການຝຶກອົບຮົມກ່ຽວກັບ ວຽກ​ງານ​ການກວດສອບຜົນການຈັດຕັ້ງປະຕິບັດ (Performance audit) ໃຫ້ແກ່ພະນັກງານຂອງອົງການກວດສອບແຫ່ງລັດ, ໄດ້ຈັດຂຶ້ນໃນວັນທີ 12 ພະຈິກ 2025 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ນາງ ວະນິດາ ສຸດທານີລະໄຊ ຮອງປະທານອົງການກວດສອບປະຈໍາພາກກາງ 1, ທ່ານ ນາງ ເວຍເລ ສະເມັດ (Ms. Veerle Smet) ຫົວໜ້າການຮ່ວມມື, ຄະນະຜູ້ແທນສະຫະພາບເອີຣົບ ປະຈໍາ ສປປ ລາວ; ໂດຍພາຍໃຕ້ການສະໜັບສະໜູນ ຊ່ວຍ​ເຫຼືອ​ຂອງ​ສະ​ຫະ​ພາບ​ເອີ​ຣົບ ແລະ ຄະ​ນະ​ຊ່ຽວຊານຈາກ​ສານກວດ​ສອບ​ບັນ​ຊີ ປະ​ເທດ​ຝ​ຣັ່ງ ແລະ ອົງການກວດສອບແຫ່ງລັດໂກຣອາຊີ ພ້ອມດ້ວຍນັກສໍາມະນາກອນເຂົ້າຮ່ວມ.
ສະຫາຍ ຫຼີ ຊູ ເລີຍ ພ້ອມຄະນະ ຢ້ຽມຢາມ ຫຼາຍສະຖານທີ່ໃນ ສປປ ລາວ

ສະຫາຍ ຫຼີ ຊູ ເລີຍ ພ້ອມຄະນະ ຢ້ຽມຢາມ ຫຼາຍສະຖານທີ່ໃນ ສປປ ລາວ

ໃນການມາຢ້ຽມຢາມສປປລາວແລະເຂົ້າຮ່ວມກອງປະຊຸມສໍາມະນາທິດສະດີສອງພັກລາວ - ຈີນຄັ້ງທີXIII ທີ່ຈັດຂຶ້ນໃນລະຫວ່າງວັນທີ 10-11 ພະຈິກ, ສະຫາຍຫຼີຊູເລີຍກໍາມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກຫົວໜ້າຄະນະໂຄສະນາສູນກາງພັກກອມມູນິດຈີນພ້ອມດ້ວຍຄະນະ ໄດ້ຢ້ຽມຢາມຫຼາຍສະຖານທີ່ໃນ ສປປ ລາວ.
ເພີ່ມເຕີມ