ວວສຊຂເນັ້ນຫຼັກສູດຜະດຸງຄັນມີຄວາມແທດເໝາະກັບຫຼັກປະຕິບັດທີ່ດີທີ່ສຸດເຂົ້າກັບສະພາບຕົວຈິງ

ວວສຊຂເນັ້ນຫຼັກສູດຜະດຸງຄັນມີຄວາມແທດເໝາະກັບຫຼັກປະຕິບັດທີ່ດີທີ່ສຸດເຂົ້າກັບສະພາບຕົວຈິງ
ເລີ່ມຕັ້ງແຕ່ປີ 2009 ເປັນຕົ້ນມາ ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ UNFPA ໄດ້ຮ່ວມມືກັບກະຊວງສາທາລະນະສຸກ ແລະ ກະຊວງສຶກສາທິການ ແລະ ກິລາ ໃນການສະໜັບສະໜູນວຽກງານຜະດຸງຄັນຂອງ ສປປ ລາວ, ໃນໄລຍະທ້າຍປີ 2022 ອົງການດັ່ງກ່າວໄດ້ເຂົ້າມາ ສປປ ລາວ ເພື່ອປະເມີນສະຖາບັນທັງ 3 ແຫ່ງຄື: ວິທະຍາໄລ ວິທະຍາສາດ ສຸຂະພາບ ແຂວງຈໍາປາສັກ, ຫຼວງພະບາງ ແລະ ແຂວງຊຽງຂວາງ ຊຶ່ງຜົນການປະເມີນທີ່ອອກມາ ແມ່ນສາມາດບັນລຸເກນມາດຕະຖານຂອງສະຫະພັນຜະດຸງຄັນສາກົນ ຫຼື International Confederation of Midwives (ICM) ໄດ້ເຖິງ 35ມາດຖານ ໃນຈໍານວນທັງໝົດ 37 ມາດຕະຖານ, ໂດຍທີ່ສອງມາດຕະຖານທີ່ຍັງເຫຼືອສາມາດບັນລຸໄດ້ບາງສ່ວນ ແລະ ໄດ້ປະກາດຢ່າງເປັນທາງການຮັບຮອງເອົາ ສະຖາບັນການສຶກສາຜະດຸງຄັນ 3 ແຫ່ງໃນ ສປປ ລາວ ໃນວັນທີ 7 ມັງກອນ 2023 ຜ່ານມາ.
ທ່ານ ນາງ ບຸຸນທອງ ກອງພະຈັນ ຮອງຜູ້ອໍານວຍການ ວິທະຍາໄລວິທະຍາສາດ ສຸຂະພາບ ແຂວງຊຽງຂວາງ (ວວສຊຂ) ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນກ່ຽວກັບການພັດທະນາວຽກງານໄວຈະເລີນພັນ ໃນວັນທີ 6 ພະຈິກ 2023 ທີ່ວິທະຍາໄລດັ່ງກ່າວ ວ່າ: ມວສ ແຂວງຊຽງຂວາງ ເປັນສະຖາບັນການສຶກສາສາທາລະນະສຸກໄດ້ຮັບການຊີ້ນໍາທາງວິຊາການຈາກກົມຈັດຕັ້ງພະນັກງານກະຊວງສາທາລະນະສຸກ ແລະ ການຄຸ້ມຄອງຂຶ້ນກັບພະແນກສາທາລະນະສຸກ ມີພາລະບົດບາດກໍ່ສ້າງບຸກຄາລາກອນ ຄົ້ນຄ້ວາວິທະຍາສາດ ແລະ ໃຫ້ການບໍລິການທາງດ້ານສຸຂະພາບໃຫ້ແກ່ປະຊາຊົນບັນດາເຜົ່າ ໃນປັດຈຸບັນການຈັດການຮຽນ-ການສອນໄດ້ເປີດຮຽນ 2 ສາຂາ ຄື: ສາຂາຊັ້ນສູງພະຍາບານ, ສາຂາຊັ້ນສູງຜະດຸງຄັນ ມີ 4 ຫລັກສູດ: 1)ຊັ້ນສູງພະຍາບານສາຍກົງ, 2)ຊັ້ນສູງພະຍາບານສາຍຕໍ່ເນື່ອງ,3)ຊັ້ນສູງຜະດຸງຄັນກົງ, 4) ຊັ້ນສູງຜະດຸງຄັນຕໍ່ເນື່ອງ ການຮຽນ-ການສອນປະຕິບັດຕາມແຜນຍຸດທະສາດການກໍ່ສ້າງຊັບພະຍາກອນມະນຸດຂອງກະຊວງສາທາລະສຸກວາງອອກ ສະເພາະວຽກງານສຸຂະພາບເພດ ແລະ ໄວຈະເລີນພັນ, ການວາງແຜນຄອບຄົວການດູແລະແມ່ໄລຍະຖືພາ ແລະ ຫຼັງເກີດກໍ່ມີຄວາມສໍາເລັດເພື່ອຫຼຸດຜ່ອນອັດຕາການຕາຍຂອງແມ່ ແລະ ເດັກ ໂດຍສອນໃຫ້ນັກສຶກສາຮູ້ຈັກກ່ຽວກັບການໃຫ້ຄໍາປຶກສາ, ໃຫ້ການບໍລິການ, ການວາງແຜນຄອບຄົວ ແລະ ການໃຫ້ຄຳແນະນຳນອກສະຖານທີ່ ກ່ອນຈະລົງໄປປະຕິບັດຕົວຈິງ ໂດຍມີນັກສຶກສາເຂົ້າຮຽນ ປະມານ 283 ກວ່າຄົນຕໍ່ປີ.ໃນນັ້ນນັກສຶກສາຜະດຸງຄັນມີ 79 ຄົນ, ການຄັດເລືອກນັກສຶກສາມາຮຽນສາຍກົງແມ່ນຜ່ານການສອບເສັງສຳລັບສາຍຕໍ່ເນື່ອງແມ່ນໄດ້ຄັດເລືອກເອົາພະນັກງານ, ພະຍາບານ, ຜະດຸງຄັນ, ວິຊາການຈາກໂຮງໝໍນ້ອຍ, ໂຮງໝໍເມືອງ, ໂຮງໝໍແຂວງຜ່ານຈັດຕັ້ງພະແນກສາທາແຂວງໂດຍການຮັບຮອງຈາກກົມຈັດຕັ້ງ ແລະ ພະນັກງານກະຊວງສາທາລະນະສຸກສະເພາະການອົບຮົມແມ່ນກຸ່ມກອງຈະຄັດເລືອກຕາມເປົ້າໝາຍຜູ້ປະຕິບັດຕົວຈິງຕໍ່ວຽກງານດັ່ງກ່າວມາຝຶກອົບຮົມທາງດ້ານທິດສະດີ ແລະ ປະຕິບັດຕົວຈິງ ແລ້ວນໍາໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຢູ່ໃນຂົງເຂດວຽກງານຂອງຕົນຮັບຜິດຊອບ. ສຳລັບສາຍກົງໄດ້ມີຫຼັກສູດຊັ້ນສູງ ສາຍພະດຸງຄັນ ໂດຍນັກສຶກສາໄດ້ຮຽນທິດສະດີ, ພາກປະຕິບັດຕົວຈິງກັບຫຸ່ນ, ປະຕິບັດຕົວຈິງຢູ່ໂຮງໝໍເມືອງ, ໂຮງໝໍແຂວງ, ລົງໂຄສະນາຊຸມຊົນ, ຢູ່ໃນວິທະຍາໄລ ແລະ ບ່ອນບໍລິການສຸຂະພາບທ້ອງຖິ່ນພາຍໃນແຂວງ ຊຶ່ງໄດ້ຮັບການຊ່ວຍເຫຼືອດ້ານການຝຶກອົບຮົມ, ດ້ານອຸປະກອນ ແລະ ງົບປະມານ ຈໍານວນໜຶ່ງຈາກອົງການ UNFPA ເຊັ່ນ: ອຸປະກອນການເກີດລູກ, ຫຸ່ນໃສ່ຫ່ວງ, ຫຸ່ນເຄິ່ງໂຕ, ຢາຄຸມກຳເນີດ ແລະ ອື່ນໆ. ໂຄງການຮັບຮອງມາດຕະຖານການສຶກສາຜະດຸງຄັນຂອງ ICM (MEAP) ແມ່ນການຮັບຮອງທີ່ອີງໃສ່ຫຼັກການປະຕິບັດທີ່ດີທີ່ສຸດຂອງສາກົນ. ເປົ້າໝາຍຂອງໂຄງການດັ່ງກ່າວ ແມ່ນເພື່ອປະເມີນຫຼັກສູດການສຶກສາຜະດຸງຄັນກ່ອນການໃຫ້ບໍລິການ ໂດຍອີງໃສ່ມາດຕະຖານສາກົນຂອງ ICM. ນອກນີ້ MEAP ຍັງເປັນຕົວຊີ້ວັດສໍາຄັນໃຫ້ແກ່ວຽກງານການສຶກສາຜະດຸງຄັນ ໃນການກ້າວໄປສູ່ລະດັບສາກົນ ແລະ ສປປ ລາວ ຍັງເປັນປະເທດທຳອິດໃນອາຊຽນທີ່ຖືກຮັບຮອງ.
ທ່ານໄດ້ໃຫ້ຮູ້ຕື່ມອີກວ່າ: ໂດຍໄດ້ຮັບການສະໜັບສະໜູນທຶນຊ່ວຍເຫຼືອຈາກອົງການ UNFPAໃນໄລຍະຜ່ານມາ ນອກຈາກການຝຶກອົບຮົມເພດ ແລະ ສຸຂະພາບຈະເລີນພັນ, ອົບຮົມ BEmOC ໃຫ້ພະນັກງານພະດຸງຄັນໂຮງໝໍນ້ອຍສອງແຂວງ ແຂວງຊຽງຂວາງ ແລະ ແຂວງຫົວພັນ, ຍັງໄດ້ຮັບອຸປະກອນໃນການຝຶກອົບຮົມ BEmOC ໃຫ້ສອງແຂວງດັ່ງກ່າວ ໂດຍສະເພາະແມ່ນໂຮງໝໍນ້ອຍ, ຄູ-ອາຈານຜະດຸງຄັນ ໄດ້ສ້າງປື້ມຄູ່ມືກ່ຽວກັບຜະດຸງຄັນ, ປັບປຸງຫຼັກສູດການຮຽນ-ການສອນໃຫ້ສອດຄ່ອງກັບສະພາບປັດຈຸບັນພ້ອມທັງເຜີຍແຜ່ໃຫ້ບັນດາຄູ-ອາຈານ ແລະ ນັກສຶກສາຮັບຮູ້ພ້ອມກັນນັ້ນຍັງໄດ້ສະໜັບສະໜູນຂະບວນການໃນການຮັບຮອງຫຼັກສູດຜະດຸງຄັນຈາກ ICM; ພາຍຫຼັງໄດ້ຮັບການອົບຮົມແລ້ວຜູ້ເຂົ້າຮ່ວມກໍໄດ້ນໍາເອົາຄວາມຮູ້ປະສົບປະການໄປສອນໃຫ້ນັກສຶກສາ ແລະ ຊ່ວຍສອນຢູ່ແຕ່ລະໂຮງຮຽນທີ່ກ່ຽວກັບໄວຈະເລີນພັນເປັນຕົ້ນແມ່ນໄດ້ໄປສອນຢູ່ເມືອງພູກູດ,  ເພື່ອໃຫ້ຄວາມຮູ້ແກ່ນັກຮຽນມັດທະຍົມຕອນປາຍໄວໜຸ່ມໄວຈະເລີນພັນຈໍານວນ  6 ແຫ່ງ ຢູ່ເມືອງພູກູດ ເຮັດໃຫ້ນັກຮຽນຮູ້ຮັກສາເບິ່ງແຍງສຸຂະພາບຂອງຕົນ ປ້ອງກັນຕົນບໍ່ໃຫ້ຕິດພະຍາດ. ສໍາລັບນັກສຶກສາທີ່ຈົບຫຼັກສູດພາຍໃນ ວວສຊຂ ກໍໄດ້ໄປປະຕິບັດໜ້າທີ່ຕາມສະຖານທີ່ບໍລິການສຸຂະພາບຢູ່ແຫ່ງຕ່າງໆຕາມຄວາມຕ້ອງການຂອງໂຮງໝໍ, ຖ້າວ່າບໍ່ໄດ້ປະຕິບັດໜ້າທີ່ນໍາພັກ-ລັດ ກໍໄປໃຫ້ການຊ່ວຍເຫຼືອນໍາຊຸມຊົົນດ້ານສຸຂະສຶກສາ ຊ່ວຍດູແລແມ່ຖືພາ, ໄລຍະຖືພາ ແລະ ໄລຍະເກີດລູກແກ້ໄຂບັນຫາຕ່າງໆສົ່ງຄົນເຈັບທີ່ມີບັນຫາໃຫ້ທາງໂຮງໝໍນ້ອຍ, ເມືອງ ແລະ ໂຮງໝໍແຂວງບ່ອນທີ່ມີເງືອນໄຂໃນການປິ່ນປົວລະບົບການບໍລິການສຸຂະພາບແມ່ແລະເດັກແມ່ນນັບມື້ນັບດີຂຶ້ນ ແລະ ຈະຊ່ວຍຮັບປະກັນໃຫ້ຫຼັກສູດການສຶກສາຜະດຸງຄັນມີຄວາມແທດເໝາະສາມາດໝູນໃຊ້ຫຼັກປະຕິບັດທີ່ດີທີ່ສຸດເຂົ້າກັບສະພາບຕົວຈິງ ພ້ອມທັງປິດຊ່ອງວ່າງຕ່າງໆ ເພື່ອໃຫ້ສາມາດສຸມໃສ່ພັດທະນາ ແລະ ຍົກສູງຄຸນະພາບການສຶກສາຜະດຸງຄັນໃຫ້ມີປະສິດທິພາບ ແລະ ຍືນຍົງ.
ຂ່າວ-ພາບ:ຍຸພິນທອງ

ຄໍາເຫັນ

ຂ່າວການຮ່ວມມື

ລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານອົງການຕຸລາການຂອງ 2 ປະເທດ

ລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານອົງການຕຸລາການຂອງ 2 ປະເທດ

ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ນາງ ຖາວ ຂາຍຢວນ (Tao Kaiyuan) ຮອງປະທານສານປະຊາຊົນສູງສຸດແຫ່ງ ສປ ຈີນ ພ້ອມດ້ວຍຄະນະ ໃນວັນທີ 23 ທັນວາ 2025, ທີ່ສານປະຊາຊົນສູງສຸດ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກເປັນທາງການ ຢູ່ ສປປ ລາວ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ໃນວັນທີ 22ທັນວາ 2025 ທີ່ ກົວລາລໍາເປີ, ປະເທດ ມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ ໂດຍການເປັນປະທານຂອງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ໃນນາມປະທານອາຊຽນ ປີ 2025 ແລະ ມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ຜູ້ຕາງໜ້າ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.
ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ເພີ່ມເຕີມ