ຊາວຫວຽດກ່ຽວ ກັບພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ສ້າງສາປະເທດໃນຍຸກແຫ່ງການພັດທະນາ

ຊາວຫວຽດກ່ຽວ ກັບພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ສ້າງສາປະເທດໃນຍຸກແຫ່ງການພັດທະນາ

ຊາວຫວຽດນາມບັນດາເຜົ່າ ມີມູນເຊື້ອຮັກຊາດ, ຄວາມສາມາຄີ ແລະ ພິລະອາກຫານໃນການຕໍ່ສູ້ເພື່ອສ້າງສາ ແລະ ປົກປັກຮັກສາປະເທດຊາດ. ໃນຂະບວນວິວັດແຫ່ງປະຫວັດສາດອັນຮຸ່ງເຮືອງເຫຼືອງເຫຼື້ອມ, ພີ່ນ້ອງຮ່ວມຊາດຊາວຫວຽດນາມ ທີ່ອາໃສຢູ່ຕ່າງປະເທດ – ທີ່ຖືກເອີ້ນວ່າ “ຫວຽດກ່ງວ” ໄດ້ເປັນພາກສ່ວນໜຶ່ງທີ່ເປັນຮ່າງກາຍຊອງຊາດ ທີ່ບໍ່ສາມາດແຍກອອກໄດ້. ເຖິງຈະດຳລົງຊີວິດຢູ່ໄກຈາກແຜ່ນດິນແມ່, ແຕ່ຈິດໃຈຮັກຊາດ, ຈິດວິນຍານຂອງຊາດ ຄວາມຜູກພັນກັບປະເທດຊາດ ເປັນສາຍໄຍອັນສະໜິດແໜ້ນທີ່ເປັນໝາກຫົວໃຈຊາວຫວຽດນາມນັບລ້ານໆ ທີ່ອາໄສໃນຕ່າງແດນຮ່ວມກັນປັນໜຶ່ງດຽວ.

 

 

ໃນສົງຄາມຕໍ່ສູ້ຕ້ານພວກຫຼ້າເມືອງຂຶ້ນຝຣັ່ງ ແລະ ຈັກກະພັດອາເມຣິກາ, ຊາວຫວຽດກ່ງວ ໄດ້ສະແດງໃຫ້ເຫັນຖຶງບົດບາດສຳຄັນຢ່າງອັນໃຫຍ່ຫຼວງ, ບໍ່ພຽງແຕ່ໃນດ້ານຈິດໃຈເທົ່ານັ້ນ, ແຕ່ຫາກຍັງໄດ້ເຄື່ອນໄຫວປະຕິບັດຕົວຈິງ ຢ່າງເປັນຮູບທຳ ແລະ ແທດເຖິງ ຊຶ່ງໄດ້ປະກອບສ່ວນສຳຄັນໃນໄຊຊະນະອັນຍິ່ງໃຫຍ່ຂອງຊາດ. ສົງຄາມຕໍ່ສູ້ຕ້ານ ພວກຫຼ້າເມືອງຂຶ້ນຝຣັ່ງ ແລະ ຈັກກະພັດອາເມຣິກາ ແມ່ນສອງໄລຍະປະຫວັດສາດທີ່ເຕັມໄປດ້ວຍຄວາມເສຍສະຫຼະ, ຄວາມຫຍຸ້ງຍາລໍາບາກ ແຕ່ກໍມີຄວາມສະຫງ່າອົງອາດໃນປະຫວັດສາດແຫ່ງການຕໍ່ສູ້ຍາດເອົາເອກະລາດ ທ້ອນໂຮມປະເທດຊາດຂອງຊາດຫວຽດນາມ. ໃນໄລຍະເສັ້ນທາງແຫ່ງປະຫວັດສາດອັນຍິ່ງໃຫຍ່ນັ້ນ, ຊາວຫວຽດກ່ງວ ບໍ່ພຽງແຕ່ຢູ່ໃນເຫດການເທົ່ານັ້ນ, ແຕ່ຫາກຍັງໄດ້ປະກອບສ່ວນອັນໃຫຍ່ຫຼວງ ທັງທາງດ້ານວັດຖຸ ແລະ ຈິດໃຈ ທັງທາງກົງ ແລະ ທາງອ້ອມ ເພື່ອຮ່ວມກັບພີ່ນ້ອງຮ່ວມຊາດ ໃນການຕໍ່ສູ້ຍາດເອົາໄຊຊະນະອັນຍິ່ງໃຫຍ່ຂອງຊາດ.

ນັບຕັ້ງຕົ້ນສະຕະວັດທີ XX, ວົງຄະນາຍາດຊາວຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ, ພິເສດ ໃນປະເທດຝຣັ່ງ, ຈີນ, ໄທ, ລາວ ແລະ ບາງປະເທດເອີຣົບຕາເວັນອອກ, ໄດ້ສ້າງຕັ້ງອົງການຮັກຊາດ ແລະ ສະມາຄົມປະຕິວັດ ຂຶ້ນຢ່າງໄວວາ. ພວກເຂົາເຈົ້າ ແມ່ນບັນດານັກປັນຍາຊົນໄປສຶກສາຮໍ່າຮຽນຢູ່ຕ່າງປະເທດ, ບັນດາກໍາມະກອນສົ່ງໄປອອກແຮງງານ, ແລະ ປະຊາຊົນທີ່ໄປທໍາມາຫາກິນຕ່າງປະເທດ... ແຕ່ທັງໝົດເຫຼົ່ານັ້ນ ລ້ວນແຕ່ມີຄວາມໄຝ່ຝັນອັນດຽວກັນຄື: ຍາດເອົາເອກະລາດ, ເສລີພາບມາໃຫ້ປະເທດຊາດ. ໃນນັ້ນ, ພົ້ນເດັ່ນກວ່າໝູ່ຄື: ຊາວຫວຽດນາມທີ່ອາໃສຢູ່ ສປປ ລາວ ແລະ ໄທ. ຊາວຫວຽດນາມ ຫຼາຍໝື່ນຄົນ ໄດ້ອາໄສຢູ່ຢ່າງກະແຈກກະຈາຍໃນພາກອີສານຂອງປະເທດໄທ ແລະ ພາກໃຕ້ຂອງລາວ, ໄດ້ກາຍເປັນຖານທີ່ໝັ້ນໜັກແໜ້ນໃຫ້ແກ່ການປະຕິວັດຫວຽດນາມ ຢ່າງໄວວາ. ບັນດາບ້ານຂອງຄົນຫວຽດນາມ ໃນບ້ານໜອງໄຂ, ອຸດອນທານີ, ສະຫວັນນະເຂດ... ຊຶ່ງບໍ່ພຽງແຕ່ເປັນສະຖານທີ່ໃຫ້ການລ້ຽງດູເບິ່ງແຍງກຳລັງປະຕິວັດເທົ່ານັ້ນ, ແຕ່ຍັງເປັນສະຖານທີ່ໃຊ້ໃນການຄຸ້ມຄອງ ແລະ ປົກປ້ອງບັນດາພະນັກງານເຄື່ອນໄຫວການປະຕິວັດລັບ.

ເມື່ອຈັກກະພັດອາເມຣິກາ ໄດ້ຂະຫຍາຍສົງຄາມໃນພາກໃຕ້ຂອງປະເທດຫວຽດນາມ ແລະ ທຳລາຍຖິ້ມລະເບີດລົງໃສ່ພາກ ເໜືອ, ເຮັດໃຫ້ຈິດໃຈຮັກຊາດຂອງຊາວຫວຽດນາມ ທີ່ອາໃສຢູ່ຕ່າງປະເທດ ຍິ່ງເພີ່ມທະວີຂຶ້ນກວ່າເກົ່າ. ໃນທົ່ວຫ້າທະວີບຂອງໂລກ, ນັບແຕ່ອາຊີ, ເອີຣົບ ຈົນເຖິງທະວີບອາເມຣິກາ, ຂະບວນການຄັດຄ້ານສົງຄາມ ການກ່າວປະນາມການເຄື່ອນໄຫວຮຸກຮານຂອງອາເມຣິກາຢູ່ຫວຽດນາມ ໄດ້ເກີດຂຶ້ນຢ່າງເປັນຂະບວນຟົດຟື້ນ ແລະ ແຂງແຮງ – ດ້ວຍບົດບາດນຳໜ້າຂອງວົງຄະນາຍາດຊາວຫວຽດນາມ ທີ່ອາໃສຢູ່ຕ່າງປະເທດ.

ໃນບັນດາປະເທດບ້ານໄກ້ເຮືອນຄຽງ ໂດຍສະເພາະ ປະເທດລາວ ແລະ ກຳປູເຈຍ, ຊາວຫວຽດນາມ ທີ່ອາໃສຢູ່ຕ່າງປະເທດ ບໍ່ພຽງແຕ່ມີສ່ວນຮ່ວມໃນການໂຄສະນາ, ພະລາທິການ, ການຂົນສົ່ງສະບຽງ, ຢຸກຢາ... ເທົ່ານັ້ນ, ແຕ່ຍັງໄດ້ຮ່ວມສູ້ຮົບພ້ອມກັບກອງທັບເຈື່ອງເຊີນ, ກອງກຳລັງພິເສດ ແລະ ກຳລັງກອງຫຼອນປະຊາຊົນ. ໃນການການຕໍ່ສູ້ກູ້ຊາດນັ້ນ, ເຮັດໃຫ້ຈໍານວນຕົນບໍ່ໜ້ອຍໄດ້ສະຫຼະຊີວິດຂອງຕົນ ໃນແຜ່ນດິນເພື່ອນບ້ານ ໂດຍຊື່ສຽງຮຽງນາມຂອງເຂົາເຈົ້າເຫຼົ່ານັ້ນໄດ້ຖືກຈາລຶກໄວ້ໃນປ່າສັກສິດນັກຮົບທີ່ເສຍສະຫຼະຊີວິດ ຊຶ່ງເປັນການຢັ້ງຢືນອັນສັກກາລະບູຊາ ແຫ່ງນໍ້າໃຈຮັກຊາດບໍ່ມີພົມແດນ.

ຈຸດພົ້ນເດັ່ນໃນການປະສ່ວນສ່ວນຂອງຊາວຫວຽດນາມ ທີ່ອາໃສຢູ່ຕ່າງປະເທດຄື: ບໍ່ວ່າຈະຢູ່ໃນສະພາບການດຳລົງຊີວິດແບບໃດ, ເງື່ນອໄຂເສດຖະກິດ ຫຼື ສະພາບການເມືອງຂອງປະເທດທີ່ເຂົາເຈົ້າອາໄສຢູ່, ຊາວຫວຽດນາມ ຢູ່ຕ່າງປະເທດ ກໍ່ຍັງຄົງຮັກສາອົງປະກອບຄວາມເປັນຊາດໄວ້ຢ່າງໝັ້ນຄົງ ແລະ ຍັງເຂົ້າໃຈຢ່າງຊັດເຈນວ່າ: ຜູ້ຮຸກຮານແມ່ນໃຜ ແລະ ຄວາມຖືກຕ້ອງແມ່ນຝ່າຍໃດ. ພວກເຂົາຮູ້ດີວ່າ: ເຖິງຈະຢູ່ຫ່າງໄກຈາກປະເທດຊາດມາຫຼາຍປີໃດ, ແຕ່ເລືອດໃນໝາກຫົວໃຈຂອງຕົນ ກໍ່ຍັງແມ່ນເລືອດຂອງລາກຮົ່ງ ແລະປະເທດຊາດ ແມ່ນບ່ອນຖິ່ນຝັງສາຍແຫ່ແຜ່ສາຍບື ແລະ ຜືນແຜ່ນດິນທີ່ບໍ່ສາມາດຕັກແຍກອອກຈາກຈິດວິນຍານຂອງຕົນໄດ້.

ນັບແຕ່ບັນດານັກປັນຍາຊົນ ທີ່ອາໃສຢູ່ໃນປະເທດຕາຕົກທັນສະໄໝ ຈົນເຖິງຜູ້ອອກແຮງງານທີ່ຍາກຈົນ ທີ່ດໍາລົງຊີວິດຢູ່ຕາມບ້ານນ້ອຍໆ ໃນປະເທດໄທ ແລະ ລາວ... ທຸກຄົນລ້ວນແຕ່ມີຈິດໃຈອັນໜຶ່ງອັນດຽວ ອວ່າຍໜ້າກັບຄືນປະເທດຊາດບ້ານເກີດຂອງຕົນ. ເຖິງແມ່ນວ່າຈະເປັນການມີສ່ວນຮ່ວມໂດຍເລືອດ, ນ້ຳຕາ, ຄວາມຮູ້ ຫຼື ເງິນຄໍາຈຳນວນນ້ອຍ, ທຸກຢ່າງລ້ວນແຕ່ຮ່ວມກັນກໍ່ໃຫ້ເກີດເປັນກະແສຟອງອັນຍິ່ງໃຫຍ່ – ກະແສຟອງແຫ້ງນໍ້າໃຈມະຫາສາມັກຄີປວງຊົນທັງ ຊຶ່ງບໍ່ມີວັນຈືດຈາງ.

ພາຍຫຼັງທ້ອນໂຮມປະເທດຊາດເປັນເອກະພາບ ໃນປີ 1975, ວົງຄະນາຍາດຊາວຫວຽດນາມ ທີ່ອາໃສຢູ່ຕ່າງປະເທດ ໄດ້ສືບຕໍ່ເສີມຂະຫຍາຍມູນເຊື້ອຮັກຊາດ, ຮ່ວມກັບປະເທດຊາດ ໃນການຟື້ນຟູຮໍາບາດແຜສົງຄາມ, ພັດທະນາເສດຖະກິດ ແລະ ປົກປ້ອງອຳນາດອະທິປະໄຕຂອງຊາດ. ເຖິງແມ່ນຈະມີອຸປະສັກໃນລະຍະທໍາອິດໃນດ້ານຄວາມເຂົ້າໃຈ ແລະ ນະໂຍບາຍ, ແຕ່ຄວາມຮູ້ສຶກຜູກພັນ ແລະ ຈິດໃຈຄິດຮອດຖິ່ນເກີດ ຍັງຝັງເລິກໃນດວງໃຈຂອງຊາວຫວຽດນາມ ຫຼາຍລ້ານຄົນ ທີ່ຢູ່ຕ່າງແດນ. ພວກເຂົາ ໄດ້ສົ່ງເງິນ, ວັດຖຸດິບ, ເຕັກນິກ, ຄວາມຮູ້... ກັບມາຊ່ວຍເຫຼືອຄົນໃນຄອບຄົວ ແລະ ບ້ານເກີດ. ໃນຊຸມປີ 1990, ດ້ວຍນະໂຍບາຍປ່ຽນແປງໃໝ່ ແລະ ການເຊື່ອມໂຍງເຂົ້າກັບສາກົນຂອງພັກ ແລະ ລັດ, ບົດບາດຂອງຊາວຫວຽດນາມ ທີ່ອາໃສຢູ່ຕ່າງປະເທດ ນັບມື້ໄດ້ຮັບການຢັ້ງຢືນແຂງແຮງກວ່າເກົ່າ.

ປັດຈຸບັນ, ຊາວຫວຽດນາມ ທີ່ອາໃສຢູ່ຕ່າງປະເທດ ບໍ່ພຽງແຕ່ເປັນຂົວຕໍ່ແຫ່ງມິດຕະພາບ ລະຫວ່າງ ຫວຽດນາມ ແລະ ບັນດາປະເທດໃນໂລກເທົ່ານັ້ນ, ແຕ່ຍັງເປັນກຳລັງສຳຄັນໃນການປະກອບສ່ວນຊຸກຍູ້ການລົງທຶນ, ການຖ່າຍທອດເຕັກໂນໂລຊີ, ການໂຄສະນາຮູບພາບຫວຽດນາມ, ການຮັກສາ ແລະ ເສີມຂະຫຍາຍເອກະລັກວັດທະນະທຳຂອງຊາດ. ຊາວຫວຽດນາມ ທີ່ອາໃສຢູ່ຕ່າງປະເທດ ມີຫຼາຍກ່ວາ 6 ລ້ານຄົນ ທີ່ພວມດໍາລົງຊີວິດຢູ່ 130 ກວ່າປະເທດ, ວົງຄະນາຍາດຊາວຫວຽດນາມ ຢູ່ຕ່າງປະເທດ ແມ່ນກໍາລັງແຮງອັນໃຫຍ່ຫຼວງ ທັງທາງດ້ານວັດຖຸ ແລະ ຈິດໃຈ ໃນພາລະກິດພັດທະນາທີ່ຍືນຍົງຂອງປະເທດຊາດ.

ຄໍາເຫັນ

ຂ່າວການຮ່ວມມື

ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ເປັນໂຄງການຕົວແບບຂອງການຮ່ວມືຂອງສອງພັກສລັດ ລາວ-ຫວຽດນາມ

ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ເປັນໂຄງການຕົວແບບຂອງການຮ່ວມືຂອງສອງພັກສລັດ ລາວ-ຫວຽດນາມ

ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ທີ່ບ້ານດ່ານຊ້າງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ສປປ ລາວ ເປັນສວນທີ່ໃຫ້ທຸກຊັ້ນຄົນເຂົ້າມາທ່ຽວຊົມໄດ້ ໂດຍບໍໄດ້ເສຍຄ່າຜ່າປະຕູ ສະຫາຍ ຄໍາຜາ ພິມມະສອນ, ຮອງເລຂາຄະນະພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຫົວໜ້າຮັບຜິດຊອບໂຄງການຝ່າຍລາວ ໄດ້ກ່າວວ່າ: ໂຄງການສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ເປັນໂຄງການຕົວແບບຂອງການຮ່ວມືຂອງສອງພັກສອງລັດ ລາວ-ຫວຽດນາມ ໂຄງການດັ່ງກ່າວແມ່ນໄດ້ມືການປຶກສາຫາລືກັນຕັ້ງແຕ່ປີ 2015 ແລະ ເລີມຈັດຕັ້ງປະຕິບັດຕົວຈິ່ງປີ 2022 , ມີການສໍາລວດອອກແບບ ແລະ ມີເນື້ອທີປະມານ 3 ແຮັກຕາກວ່າ ແລະ ໃນສວນແຫ່ງນີ້ ເປັນເອກະລັກແມ່ນກຸ່ມຮູບປັ້ນ 3 ທ່ານຜູ້ນຳ ຄື ປະທານ ໂຮ່ຈີມິນ ທ່ານ ປະທານ ໄກສອນ ພົມວິຫານ ແລະ ທ່ານ ປະທານ ສຸພາ ນຸວົງ ອັນນີ້ແມ່ນສະແດງໃຫ້ເຫັນເຖິງຄວາມສາມັກຄືມິດຕະພາບຂອງລາວເຮົາມາແຕ່ດຶກດຳບັນ ສວນນີ້ເປັນ
ມອບ-ຮັບ ໂຄງການໂຮງໝໍມິດຕະພາບ ລາວ-ຫວຽດນາມທີ່ແຂວງຫົວພັນ

ມອບ-ຮັບ ໂຄງການໂຮງໝໍມິດຕະພາບ ລາວ-ຫວຽດນາມທີ່ແຂວງຫົວພັນ

ໃນຕອນເຊົ້າວັນທີ 4 ທັນວາຜ່ານມານີ້, ທີ່ເມືອງຊໍາເໜືອ, ແຂວງຫົວພັນ ໄດ້ມີພິທີມອບ-ຮັບ ແລະ ເປີດນໍາໃຊ້ໂຄງການໂຮງໝໍມິດຕະພາບ ລາວ-ຫວຽດນາມ ແຂວງຫົວພັນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ- ສັງຄົມ ແລະ ສະຫາຍ ຫງວຽນ ຈີ ຢຸ່ງ, ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ; ມີສະຫາຍ ເຈົ້າແຂວງຫົວພັນ, ສະຫາຍ ປະທານຄະນະກຳມະການປົກຄອງແຂວງແທັງຮວ່າ ສສ ຫວຽດນາມ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຮອງລັດຖະມົນຕີກະຊວງການເງິນ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ, ພ້ອມດ້ວຍການນຳແຂວງຫົວພັນ, ແຂວງແທັງຮວ່າ ແລະ ຜູ້ຕາງໜ້າພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ສະພາທິດສະດີສູນກາງພັກ ລາວ-ຫວຽດນາມ ເພີ່ມທະວີການຮ່ວມມື

ສະພາທິດສະດີສູນກາງພັກ ລາວ-ຫວຽດນາມ ເພີ່ມທະວີການຮ່ວມມື

ການ​ພົບ​ປະສອງຝ່າຍລະຫວ່າງ​ ສະພາ​ທິດສະດີສູນກາງພັກປະຊາຊົນປະຕິວັດລາວ ແລະ ສະ ພາ​ທິດ​ສະ​ດີ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມໄດ້ຈັດຂຶ້ນໃນວັນທີ 4 ທັນວານີ້, ທີ່ນະຄອນຫຼວງວຽງຈັນ,ຝ່າຍລາວນຳໂດຍ ສະຫາຍ ຄຳພັນ ເຜີຍຍະວົງ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄ ສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຝ່າຍຫວຽດນາມ ນໍາໂດຍ ສະຫາຍ ຫງວຽນ ຊວນ ຖັ້ງ, ກໍາມະ​ການ​ກົມ​ການເມືອງສູນກາງພັກກອມມູນິດຫວຽດນາມ, ຫົວໜ້າສະຖາບັນການເມືອງໂຮ່ຈິມິນ, ປະທານສະພາທິດສະດີສູນກາງພັກກອມມກອມມູນິດຫວຽດນາມ.
ສະພາລາວ-ຣັດເຊຍ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບການຮ່ວມມືຮອບດ້ານ

ສະພາລາວ-ຣັດເຊຍ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບການຮ່ວມມືຮອບດ້ານ

ກອງປະຊຸມພົບປະສອງຝ່າຍລະຫວ່າງສະພາແຫ່ງຊາດລາວ ແລະ ສະພາສູງແຫ່ງສະຫະພັນຣັດເຊຍໄດ້ຈັດຂຶ້ນໃນວັນທີ 2 ທັນວາຜ່ານມາ ທີ່ສະພາແຫ່ງຊາດ. ການພົບປະຄັ້ງນີ້ຝ່າຍລາວນໍາໂດຍທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ປະທານຄະນະມິດຕະພາບລັດຖະສະພາລາວ-ຣັດເຊຍ ແລະ ຝ່າຍ ສ ຣັດເຊຍນໍາໂດຍທ່ານ ນິໂກລາຍ ຊູຣາວະໂລບ ຮອງປະທານສະພາສູງແຫ່ງສະຫະພັນຣັດເຊຍ ປະທານຄະນະມິດຕະພາບລັດຖະສະພາຣັດເຊຍ-ລາວພ້ອມຄະນະ, ມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ປະທານ ສພຊ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ສ ຣັດເຊຍ

ປະທານ ສພຊ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ສ ຣັດເຊຍ

ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ (ສພຊ) ໄດ້ຕ້ອນຮັບ ແລະ ພົບປະກັບທ່ານ ນິໂກລາຍ ຊູຣາວະໂລບ ຮອງປະທານສະພາສູງແຫ່ງສະຫະພັນຣັດເຊຍ (ສ.ຣັດເຊຍ) ໃນວັນທີ 2 ທັນວາຜ່ານມາ ທີ່ສະພາແຫ່ງຊາດ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບ ຮອບ 50 ປີ.
ວາງສີລາລືກ ໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂດພາກໃຕ້

ວາງສີລາລືກ ໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂດພາກໃຕ້

ພິທີວາງສີລາລືກໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ ເຂດພາກໃຕ້ໄດ້ຈັດຂຶ້ນໃນວັນທີ 3 ທັນວານີ້ ຢູ່ທີ່ບ້ານຄອນໄຫຼນະຄອນປາກເຊແຂວງຈຳປາສັກ ຊຶ່ງເປັນຂອງຂວັນຈາກລັດຖະບານ ແລະ ປະຊາຊົນ ສສ ຫວຽດນາມ ໃຫ້ແກ່ ສປປ ລາວ ໃນໂອກາດສະເຫຼີມສະຫຼອງວັນຊາດ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 1975) ແລະວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920 - 13 ທັນວາ 2025).
ຖະ​ແຫຼງ​ການ​ຮ່ວມ​ລາວ-ຫວຽດ​ນາມ

ຖະ​ແຫຼງ​ການ​ຮ່ວມ​ລາວ-ຫວຽດ​ນາມ

1. ໂດຍຕອບຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ ສະ​ຫາຍ ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ບໍ​ລິ​ຫານ​ງານ​ສູ​ນ​ກາງ​ພັກປະ​ຊາ​ຊົນປະ​ຕິ​ວັດລາວ ປະ​ທານ​ປະ​ເທດ ​ແຫ່ງ​ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາຊົນລາວ ພ້ອມ​ດ້ວຍ​ພັນ​ລະ​ຍາ, ສະ​ຫາຍ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດຫວຽດ​ນາມ ພ້ອມດ້ວຍ ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ​ຂອງ ​ພັກ, ລັດ​ ແຫ່ງ ສສ ຫວຽດ​ນາມ ໄດ້​ຢ້ຽມ​ຢາມ​ລັດ​ຖະ​ກິດ ​ສ​າ​ທາ​ລະ​ນະ​ລັດ ປະຊາທິປະໄຕ ປະ​ຊາ​ຊົນລາວ, ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ ວັນ​ສະ​ຖາ​ປະ​ນາ​ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ​ລາວ ​ຄົບ​ຮອບ 50 ປີ ແລະ ເປັນ​ປະ​ທານ​ຮ່ວມ​ກອງປະຊຸມ​ພົບ​ປະ ​ປະຈໍາປີ 2026 ລະຫວ່າງ ​ສອງ​ກົມ​ການ​ເມືອງ​ ພັກ​ປະ​ຊາ​ຊົນປະ​ຕິວັດລາວ ແລະ ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແຕ່​ວັນ​ທີ 1 - 2 ທັນວາ 2025.
ກຸ່ມບໍລິສັດເຄມີຫວຽດນາມໃຫ້ຄໍາໝັ້ນສັນຍາ  “ເວົ້າແລ້ວຕ້ອງເຮັດ”ທີ່ກອງປະຊຸມສົ່ງເສີມການລົງທຶນຫວຽດນາມ-ລາວ

ກຸ່ມບໍລິສັດເຄມີຫວຽດນາມໃຫ້ຄໍາໝັ້ນສັນຍາ “ເວົ້າແລ້ວຕ້ອງເຮັດ”ທີ່ກອງປະຊຸມສົ່ງເສີມການລົງທຶນຫວຽດນາມ-ລາວ

ພາຍໃນກອບຂອງກອງປະຊຸມສົ່ງເສີມການລົງທຶນ ຫວຽດນາມ-ລາວ ທີ່ຈັດຂຶ້ນໃນວັນທີ 3 ທັນວາ 2025 ຊຶ່ງມີ ນາຍົກລັດຖະມົນຕີຂອງທັງສອງປະເທດ ພ້ອມດ້ວຍການນໍາຂອງບັນດາກະຊວງ, ອົງການກ່ຽວຂ້ອງເຂົ້າຮ່ວມ; ທ່ານ ຟຸ້ງ ກວາງ ຫຽບ (Phùng Quang Hiệp) ກໍາມະການຄະນະບໍລິຫານງານພັກລັດຖະບານ, ເລຂາຄະນະພັກ, ປະທານສະພາສະມາຊິກກຸ່ມບໍລິສັດເຄມີຫວຽດນາມ (Vinachem) ໄດ້ຖືກເຊີນໃຫ້ປະກອບຄໍາເຫັນໃນກອງປະຊຸມ. ການກ່າວຂອງທ່ານໄດ້ດຶງດູດຄວາມສົນໃຈຂອງບັນດາຜູ້ແທນຂອງສອງປະເທດ, ເມື່ອພິຈາລະນາຮອບດ້ານເຖິງທິດທາງການຮ່ວມມື, ຄວາມສາມາດບົ່ມຊ້ອນຂອງການພັດທະນາ ແລະ ລະດັບຄວາມຄືບໜ້າຂອງໂຄງການ ໃນຈຸດທີ່Vinachem ຜັນຂະຫຍາຍຢູ່ລາວ, ພິເສດແມ່ນໂຄງການຂຸດຄົ້ນ ແລະ ປຸງແຕ່ງ ເກືອກາລີ ຢູ່ແຂວງຄໍາມ່ວນ.
ກອງປະຊຸມ ສົ່ງເສີມການລົງທຶນ ລາວ-ຫວຽດນາມ

ກອງປະຊຸມ ສົ່ງເສີມການລົງທຶນ ລາວ-ຫວຽດນາມ

ຫ້ອງການຄະນະກຳມະການສົ່ງເສີມ ເເລະ ຄຸ້ມຄອງການລົງທຶນ, ຫ້ອງການຄະນະກຳມະການຮ່ວມມືລາວ-ຫວຽດ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ກົມລົງທຶນຕ່າງປະເທດ, ກະຂວງການເງິນ ສສ ຫວຽດນາມ, ສະມາຄົມທຸລະກິດຫວຽດນາມ ປະຈໍາລາວ ແລະ ສະຖານທູດ ຫວຽດນາມ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ຫວຽດນາມ ພາຍໃຕ້ຫົວຂໍ້ “ການຮ່ວມມື ຍຸດທະສາດ, ສ້າງການພັດທະນາທີ່ຈະເລີນຮຸ່ງເຮືອງ”ຂຶ້ນໃນວັນທີ 3 ທັນວານີ້ ທີ່ ສູນຮ່ວມມືສາກົນ ແລະ ຝຶກອົບຮົມ (ICTC), ນະຄອນຫຼວງວຽງຈັນ. ກອງປະຊຸມໄດ້ຮັບກຽດເປັນປະທານຮ່ວມ ໂດຍ ທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຟ້າມມິ່ງຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ມີບັນດາຜູ້ເຂົ້າຮ່ວມຈາກພາກລັດ ແລະ ພາກທຸລະກິດຈໍານວນປະມານ 500 ຄົນເຂົ້າຮ່ວມ.
ມອບຫ້ອງສະໝຸດ ແລະ ອຸປະກອນການຮຽນ ໃຫ້ໂຮງຮຽນປະຖົມ5ແຫ່ງໃນລາວ

ມອບຫ້ອງສະໝຸດ ແລະ ອຸປະກອນການຮຽນ ໃຫ້ໂຮງຮຽນປະຖົມ5ແຫ່ງໃນລາວ

ບໍລິສັດຕາຂ່າຍໄຟຟ້າ ພາກໃຕ້ຈີນ (CSG) ຮ່ວມກັບບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ (EDL-T) ແລະ ມູນນິທິຊົນນະບົດຂອງຈີນ (CFRD) ໄດ້ຈັດຕັ້ງພິທີ ມອບ-ຮັບ ຫ້ອງສະໝຸດ CSG ຈຳນວນ 5 ຫ້ອງ ແລະ ອຸປະກອນການຮຽນ-ການສອນ ໃຫ້ ໂຮງຮຽນປະຖົມສຶກສາສົມບູນ ລາວ-ຈີນ ບ້ານໜອງປີງ,ເມືອງຈັນທະບູລີ,ໂຮງຮຽນປະຖົມສຶກສາສົມບູນສີວິໄລ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ໂຮງຮຽນປະຖົມສຶກສາສົມບູນບ້ານຫ້ວຍອອນ ແລະ ໂຮງຮຽນມັດທະຍົມສົມບູນ ເມືອງນາໝໍ້ ແຂວງອຸດົມໄຊ ແລະ ໂຮງຮຽນປະຖົມນາເຕີຍ ແຂວງຫຼວງນ້ຳທາ ທັງ 5 ຫ້ອງສະໝຸດດັ່ງກ່າວ ໄດ້ຈັດພິທີມອບ-ຮັບຢ່າງເປັນທາງການ ໃນຕອນເຊົ້າທີ 1 ທັນວາ 2025ນີ້ ທີ່ໂຮງຮຽນປະຖົມສົມບູນລາວ-ຈີນ,ບ້ານໜອງປີງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍມີ ຜູ້ອຳນວຍການ ແລະ ພາກສ່ວນກ່ຽວຂ້ອງ ຂອງ 5 ໂຮງຮຽນດັ່ງກ່າວເປັນຜູ້ຮັບ ໂດຍການມີ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ທັງເປັນປະທານຄະນະສັນຕິພາບ ແລະ ສາມັກຄີຂອງລາວ,ທ່ານນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການແລະກິລາ,ທ່ານ Zhoujian ຮອງຜູ້ຈັດການຝ່າຍວາງແຜນ ບໍລິສັດ CSG, ທານ ນາງ Wei Dandan ຫົວໜ້າກອງເລຂາ ມູນນິທິພັດທະນາຊົນນະບົດຈີນ, ທ່ານ Lin Rui ຮອງຜູ້ຈັດການບໍລິສັດ CSG-LMI ປະທານບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ, ພ້ອມດ້ວຍຜູ້ຕາງໜ້າຈາກ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ແຂວງອຸດົມໄຊ, ແຂວງຫຼວງນ້ຳທາ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງວິສາຫະກິດຈີນ ປະຈຳຢູ່ລາວ ເຂົ້າຮ່ວມເປັນສັກຂີພິຍານ.
ເພີ່ມເຕີມ