ຊາວໜຸ່ມລາວ-ຫວຽດນາມ ເພີ່ມທະວີສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນພາຍໃນ ເພື່ອພັດທະນາເສດຖະກິດຂອງຊາດ

ຊາວໜຸ່ມລາວ-ຫວຽດນາມ ເພີ່ມທະວີສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນພາຍໃນ ເພື່ອພັດທະນາເສດຖະກິດຂອງຊາດ
ພິທີພົບປະມິດຕະພາບຊາວໜຸ່ມລາວ-ຫວຽດນາມ ປະຈໍາປີ 2023 ແລະ ກອງປະຊຸມສໍາມະນາວິທະຍາ ສາດພາຍໃຕ້ຫົວຂໍ້ “ເພີ່ມທະວີບົດບາດການມີສ່ວນຮ່ວມຂອງຊາວໜຸ່ມໃນການສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນພາຍໃນ ເພື່ອພັດທະນາເສດຖະກິດຂອງຊາດ ໄດ້ຈັດຂຶ້ນໃນວັນທີ 10 ຕຸລາ ນີ້ ທີ່ໂຮງແຮມ ຄຣາວພາຊາ ນະຄອນຫຼວງວຽງຈັນ ສປປ ລາວ; ຝ່າຍລາວນໍາໂດຍ ທ່ານ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ); ຝ່າຍຫວຽດນາມ ນໍາໂດຍ ທ່ານ ບຸ່ຍ ກວາງ ຮຸ່ຍ ກໍາມະການສໍາຮອງສູນກາງພັກ ເລຂາທີໜຶ່ງ ຄະນະບໍລິຫານງານສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ ຊຶ່ງກ່ອນໜ້ານີ້ກໍໄດ້ຮ່ວມກອງປະຊຸມພົບປະລະຫວ່າງຜູ້ແທນຂັ້ນສູງສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ ແລະ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ.    ອີງຕາມບົດບັນທຶກການຮ່ວມມືລະຫວ່າງສອງສູນກາງຊາວໜຸ່ມລາວ-ຫວຽດນາມ ທີ່ໄດ້ຈັດຕັ້ງປະຕິບັດຜ່ານມາແຕ່ລະໄລຍະ ໃນນີ້ກິດຈະກໍາໜຶ່ງທີ່ສໍາຄັນແມ່ນການຈັດງານພົບປະມິດຕະພາບຊາວໜຸ່ມລາວ-ຫວຽດນາມ, ຫວຽດນາມ-ລາວ ຊຶ່ງໄດ້ຜັດປ່ຽນກັນເປັນເຈົ້າພາບໃນແຕ່ລະປີ ຊຶ່ງໃນປີ 2023 ນີ້, ສຊປລ ໄດ້ຮັບກຽດເປັນເຈົ້າພາບ ແລະ ໄດ້ມີການເຄື່ອນໄຫວຫຼາຍກິດຈະກໍາ. 
ກອງປະຊຸມຄັ້ງນີ້, ທັງສອງຝ່າຍໄດ້ມີການແລກປ່ຽນສົນທະນາກັນຢ່າງມີຈຸດສຸມໃນບັນດາຫົວຂໍ້ທີ່ສໍາຄັນເປັນຕົ້ນ: ສະພາບເສດຖະກິດຂອງ ສປປ ລາວ ໃນປັດຈຸບັນ ແລະ ທ່າອ່ຽງດ້ານເສດຖະກິດໃນອະນາຄົດ; ທິດທາງຊຸກຍູ້ໃຫ້ຊາວໜຸ່ມເຂົ້າຮ່ວມສົ່ງເສີມການຜະລິດໃຫ້ກາຍເປັນສິນຄ້າ ແລະ ສົ່ງເສີມການຊົມໃຊ້ຜະລິດຕະພັນພາຍໃນປະເທດ; ເນື່ອງຈາກວ່າການພັດທະນາເສດຖະກິດຂອງປະເທດຕ້ອງໄດ້ຮຽກຮ້ອງໃຫ້ມີການຮ່ວມມືຈາກທຸກພາກສ່ວນທັງພາກລັດ, ພາກເອກະຊົນ ແລະ ປະຊາຊົນ ໂດຍສະເພາະແມ່ນຊາວໜຸ່ມ ຊຶ່ງແມ່ນບຸກຄົນທີ່ພວມເຕີບໃຫຍ່ຂະຫຍາຍຕົວທາງດ້ານຮ່າງກາຍ ແລະ ຈິດໃຈ, ມີຄວາມສະດຸ້ງໄວໃນການຮໍ່າຮຽນ ແລະ ຮັບ ຮອງເອົາສິ່ງໃໝ່ໆ, ເປັນຜູ້ທີ່ມີຄວາມຫ້າວຫັນສູງ, ເປັນກໍາລັງສໍາຄັນຢູ່ໃນທຸກໆຂະບວນການ ສາມາດຄົງຕົວ ແລະ ຂະຫຍາຍຕົວຂອງສັງຄົມໄດ້ ໂດຍບໍ່ຈໍາກັດສາສະໜາ, ເພດ, ເຜົ່າ ແລະ ອາຊີບຈຶ່ງເປັນກໍາລັງໜຶ່ງທີ່ສໍາຄັນ ທີ່ຈະຊ່ວຍຊຸກຍູ້ການພັດທະນາເສດຖະກິດຂອງປະເທດໃຫ້ກ້າວໄປຂ້າງໜ້າ. ດັ່ງທີ່ ປະທານ ໂຮ່ຈິມິນ ໄດ້ເວົ້າວ່າ: “ຊາວໜຸ່ມປຽບເໜືອນລະດູບານໃໝ່ ດອກໄມ້ພວມເບັ່ງບານ, ເດືອນພວມເຕັມດວງ ແລະ ນົກແອ່ນພວມບິນເຈີດເຈີ້ຍໄປມາຕາມທ້ອງຟ້າສີຄາມ” ໃນທຸກສະໄໝ, ບໍ່ວ່າຊາດໃດ, ປະເທດໃດ ຊາວໜຸ່ມຖືເປັນກໍາລັງໃຫຍ່ຫຼວງ ແລະ ເຂັ້ມແຂງກວ່າໝູ່ໝົດ. ດັ່ງນັ້ນ, ຊາວໜຸ່ມຈຶ່ງກາຍເປັນຜູ້ແບກຫາບໜ້າທີ່ປະຫວັດສາດຂອງຊາດ. 
    ສໍາລັບການສົ່ງເສີມການຜະລິດທົນແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ ໂດຍການນໍາໃຊ້ກາລະໂອກາດ, ທ່າແຮງການເຊື່ອມໂຍງ-ເຊື່ອມຈອດ ຕາມເລວເສດຖະກິດ, ສ້າງລາຍຮັບໃຫ້ໄວ, ສ້າງເສດ ຖະກິດໃຫ້ເຂັ້ມແຂງ, ຍູ້ແຮງການຜະລິດພາຍໃນ ເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ ກໍານົດນະໂຍບາຍສົ່ງເສີມຈຸນລະວິສາຫະກິດ, ທຸລະກິດຂະໜາດນ້ອຍ ແລະ ກາງໃຫ້ຈະແຈ້ງ; ສ້າງ ແລະ ຂະຫຍາຍທຸລະກິດຂະໜາດນ້ອຍ, ຂະໜາດກາງໃຫ້ຫຼາຍຂຶ້ນ ແລະ ເປັນຮູບປະທໍາ, ຫັນຈາກສັງຄົມຜູ້ບໍລິໂພກມາສູ່ສັງຄົມຜູ້ຜະລິດ ຊຶ່ງທັງໝົດນີ້ຖືເປັນວຽກຈຸດສຸມອີກຢ່າງໜຶ່ງຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນຂອງ ສປປ ລາວ.  
ຂ່າວ-ພາບ: ຍຸພິນທອງ

ຄໍາເຫັນ

ຂ່າວການຮ່ວມມື

ຮອງຫົວໜ້າ ຄອສພ ຕ້ອນຮັບທູດ ສ ເກົາຫຼີ

ຮອງຫົວໜ້າ ຄອສພ ຕ້ອນຮັບທູດ ສ ເກົາຫຼີ

ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ໃຫ້ກຽດຕ້ອນຮັບ ທ່ານ ຈອງຢອງຊູ ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈໍາ ສປປ ລາວ ເຂົ້າຢ້ຽມພົບປະ ໃນຕອນແລງວັນທີ 17 ກໍລະກົດນີ້ ທີ່ຫ້ອງຮັບແຂກ ຄອສພ.
ທູດໄທ ມອບເງິນຊ່ວຍເຫຼືອຜູ້ປະສົບໄພ ທາງທຳມະຊາດໃນລາວ

ທູດໄທ ມອບເງິນຊ່ວຍເຫຼືອຜູ້ປະສົບໄພ ທາງທຳມະຊາດໃນລາວ

ໃນວັນທີ 18 ກໍລະກົດ ນີ້, ອົງການກາແດງແຫ່ງຊາດລາວ ໄດ້ຮັບເງິນຊ່ວຍເຫຼືອ ຈຳນວນ 100,000,000 ກີບ ຫຼື (150,000 ບາດ) ຈາກ ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປລາວ
ກະຊວງການຕ່າງປະເທດ ລາວ -ເບລາຣຸດຊີ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ກະຊວງການຕ່າງປະເທດ ລາວ -ເບລາຣຸດຊີ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ມາກຊິມ ຣືເຊັນກົບ (H.E. Mr. Maxim Ryzhenkov) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເບລາຣຸດຊີ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 16-18 ກໍລະກົດ 2025 ເພື່ອສືບຕໍ່ຮັດແໜ້ນການພົວພັນສອງຝ່າຍ ບົນພື້ນຖານມູນເຊື້ອ ແຫ່ງ ມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ ເບລາຣຸດຊີ.
ຮອງຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນພັກກອມມູນິດຈີນ

ຮອງຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນພັກກອມມູນິດຈີນ

ສະຫາຍ ຄໍາມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮອງປະທານ ຜູ້ປະຈຳການ ສະພາທິດສະດີສູນກາງພັກ ໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນພັກກອມມູນິດຈີນ ນໍາໂດຍ ສະຫາຍ ເສີນໂຈ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ພ້ອມດ້ວຍຄະນະ ເຂົ້າຢ້ຽມຢາມພົບປະແລກປ່ຽນບົດຮຽນຮ່ວມກັນໃນວັນທີ 17 ກໍລະກົດນີ້ ທີ່ ຄອສພ. ໃນໂອກາດຄະນະຜູ້ແທນເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 16-18 ກໍລະກົດ 2025.
ຈາກ “ມິດຕະພາບອັນແຂງແກ່ນສູ່ຄູ່ຮ່ວມຊາ​ຕາ​ກຳ”: ການພັດທະນາກ້າວກະໂດດຕະຫຼອດ 64 ປີແຫ່ງສາຍ​ພົວພັນການທູດຈີນ-ລາວ

ຈາກ “ມິດຕະພາບອັນແຂງແກ່ນສູ່ຄູ່ຮ່ວມຊາ​ຕາ​ກຳ”: ການພັດທະນາກ້າວກະໂດດຕະຫຼອດ 64 ປີແຫ່ງສາຍ​ພົວພັນການທູດຈີນ-ລາວ

ການໄປມາຫາສູ່ລະຫວ່າງປະເທດຂຶ້ນຢູ່ກັບຄວາມຜູກພັນຂອງປະຊາຊົນ ແລະ ຄວາມຜູກພັນຂອງປະຊາຊົນກໍຂຶ້ນກັບຄວາມເຂົ້າໃຈ ແລະ ຄວາມເຊື່ອມໂຍງກັນທາງຈິດໃຈ, ຈີນ ແລະ ລາວ ເປັນປະເທດເພື່ອນບ້ານທີ່ມີພູເຂົາແລະ ສາຍນ້ຳ, ມິດຕະພາບອັນດີລະຫວ່າງກັນມີມາຢ່າງຍາວນານຕັ້ງແຕ່ວັນທີ 25 ເມສາ ພ.ສ 1961 ທີ່ຈີນ-ລາວ ໄດ້ລົງນາມໃນຖະແຫຼງການສ້າງ​ຕັ້ງ​ສາຍ​ພົວ​ພັນ​ການ​ທູດ, ຕະຫຼອດ 64 ປີທີ່ຜ່ານມາການ​ພົວ​ພັນຈີນ - ລາວ ໄດ້ພັດທະນາຈາກມິດຕະພາບດັ່ງເດີມສູ່ການ​ສ້າງ​ຄູ່ຮ່ວມຊາ​ຕາ​ກຳ ຊຶ່ງສອດຄ່ອງຢ່າງເລິກເຊິ່ງກັບຍຸດທະສາດ “ປ່ຽນປະເທດທີ່ບໍ່ມີຊາຍ​ແດນ​ຕິດ​ກັບທະເລເປັນປະເທດທີ່ເຊື່ອມໂຍງເຊື່ອມ​ຈອດ​ກັບ​ພາກ​ພື້ນ” ຂອງ ສ​ປ​ປ ລາວ ແລະໂຄງການ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງ ສ​ປ ຈີນ.
ລາວ ແລະ ການາດາ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລາວ ແລະ ການາດາ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ຫວ່າງມໍ່ໆມານີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານນາງ ອານິຕາ ອານັນ (Anita Anand) ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ການາດາ, ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ ຜ່ານມາ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ລາວ ແລະ ຕວັກກີພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລາວ ແລະ ຕວັກກີພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ຫວ່າງບໍ່ດົນມານີ້, ທ່ານ ທອງສະຫວັນ ພົມວິຫານລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານຮາກັນຟີດານ(Hakan FIDAN) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຕວັກກີ,ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58, ກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 32 ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ 2025 ທີ່ ກົວລາລໍາເປີ ປະເທດມາລເຊຍ.
ທູດລາວ ຍື່ນສານຕາຕັ້ງເປັນຜູ້ຕາງໜ້າຖາວອນປະຈໍາອົງການ ສປຊ ຄົນໃໝ່

ທູດລາວ ຍື່ນສານຕາຕັ້ງເປັນຜູ້ຕາງໜ້າຖາວອນປະຈໍາອົງການ ສປຊ ຄົນໃໝ່

ໃນວັນທີ 11 ກໍລະກົດຜ່ານມານີ້, ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການສະຫະປະຊາຊາດ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານ ອັນໂຕນິໂອ ກູເຕເຣດ ເລຂາທິການໃຫຍ່ອົງການ ສປຊ, ເພື່ອດໍາລົງຕໍາແໜ່ງເປັນຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ຄົນໃໝ່ ປະຈໍາອົງການ ສະຫະປະຊາຊາດ.
ອົດສະຕຣາລີສະໜັບສະໜູນສື່ມວນຊົນລາວເພື່ອເປັນພື້ນຖານໃນການສ້າງສັງຄົມທີ່ເຂັ້ມແຂງ

ອົດສະຕຣາລີສະໜັບສະໜູນສື່ມວນຊົນລາວເພື່ອເປັນພື້ນຖານໃນການສ້າງສັງຄົມທີ່ເຂັ້ມແຂງ

ໃນວັນທີ15 ກໍລະກົດນີ້, ທ່ານ ເມແກັນຈອນສເອກອັກຄະລັດຖະທູດອົດສະຕຣາລີ ໄດ້ພົບປະຮ່ວມກັບທ່ານ ຄຳພັນເຜີຍຍະວົງຄະນະເລຂາທິການສູນກາງພັກຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ,ເພື່ອປຶກສາຫາລືການເຕີບໃຫຍ່ຂະຫຍາຍຕົວຂອງການຮ່ວມມືລະຫວ່າງລາວແລະອົດສະຕຣາລີແລະການສະໜັບສະໜູນຂອງອົດສະຕຣາລີຕໍ່ຂະແໜງສື່ມວນຊົນຂອງລາວ. ການພົບປະຄັ້ງນີ້, ສອງຝ່າຍໄດ້ເຫັນດີສືບຕໍ່ຮັດການຮ່ວມມືໃນຂະແໜງສື່ມວນເພື່ອຊຸກຍູ້ສາຍພົວພັນລະຫວ່າງສອງປະເທດພາຍໃຕ້ກອບການເປັນຄູ່ຮ່ວມມືຮອບດ້ານລາວ-ອົດສະຕຣາລີ.
ສະຫຼອງ ສາຍພົວພັນການທູດລາວ-ຟີລິບປິນຄົບຮອບ 70 ປີ

ສະຫຼອງ ສາຍພົວພັນການທູດລາວ-ຟີລິບປິນຄົບຮອບ 70 ປີ

ງານລ້ຽງສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຟິລິບປິນແລະ ວັນຊາດ ແຫ່ງ ສາທາລະນະລັດຟີລິບປິນ ຄົບຮອບ 127 ປີ ໄດ້ຈັດຂຶ້ນໃນຕອນຄໍ່າຂອງວັນທີ 15 ກໍລະກົດ 2025, ທີ່ ໂຮງແຮມ ຄຣາວພລາຊາ, ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມເປັນແຂກກິດຕິມະສັກຂອງ ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຕາງໜ້າລັດຖະບານ ແຫ່ງ ສປປ ລາວ ແລະ ຕາງໜ້າຝ່າຍ ສ. ຟິລິບປິນ ໂດຍທ່ານ ນາງ ເອລິຊາເບັດເທ (Elizabeth Te), ເອກອັກຄະລັດຖະທູດ ແຫ່ງ ສ.ຟິລິບປິນ ປະຈໍາ ສປປ ລາວ, ພ້ອມທັງມີບັນດາຮອງລັດຖະມົນຕີ, ເຈົ້າໜ້າທີ່ຂັ້ນສູງຂອງລາວ, ທູຕານຸທູດຕ່າງປະເທດ ແລະ ບັນດາອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ພ້ອມດ້ວຍແຂກຖືກເຊີນຈາກພາກສ່ວນຕ່າງໆເຂົ້າຮ່ວມ.
ເພີ່ມເຕີມ