![]() |
ໃນກິດຈະກໍາຜູ້ເຂົ້າຮ່ວມໄດ້ເຂົ້າໃຈເຖິງຕົ້ນກໍາເນີດປະຫວັດຄວາມເປັນມາຂອງຊາ, ການພັດທະນາຂອງຊາ, ປະເພດຂອງຊາ, ທິດສະດີການຊົງຊາ ແລະ ການປະຕິບັດຕົວຈິງ.
ກິດຈະກໍາ ບໍ່ພຽງແຕ່ໄດ້ຫວ່ານເມັດພັນແຫ່ງວັດທະນະທໍາຊາຈີນອັນງົດງາມນັບພັນປິລົງສູ່ຜືນແຜ່ນດິນລາວເທົ່ານັ້ນ ແຕ່ຍັງເຊື່ອມໂຍງສາຍສໍາພັນທາງດ້ານວັດທະນະທໍາທີ່ຂ້າມພູຜາ ແລະ ສາຍນໍ້າ ຜ່ານກິ່ນຫອມໃນຖ້ວຍຊາ ພ້ອມທັງສະທ້ອນເຖິງຄວາມຄາດຫວັງອັນດີງາມຕໍ່ການຢູ່ຮ່ວມກັນໃນອະນາຄົດ. ໂອກາດນີ້ ຜູ້ເຂົ້າຮ່ວມງານກໍໄດ້ໃສ່ຊຸດຈີນ ທີ່ທາງສູນວັດທະນະທໍາຈີນ ໄດ້ກະກຽມໄວ້ໃຫ້ ຊຶ່ງເຮັດໃຫ້ຜູ້ເຂົ້າຮ່ວມມີຄວາມສົນໃຈໃນແຕ່ລະຂັ້ນຕອນຂອງການນໍາໃຊ້ອຸປະກອນຕ່າງໆໃນການຊົງຊາ ແລະປະທັບໃຈຫຼາຍທີ່ໄດ້ຮຽນຮູ້ວັດທະນະທໍາວິທີການຊົງຊາທີ່ເອກະລັກຂອງຈີນອີກດ້ວຍ.
(ຂ່າວ: ສູນວັດທະນະທໍາຈີນ)
ຄໍາເຫັນ