ການຄຸ້ມຄອງເຄື່ອງປ່າຂອງດົງ ຢູ່ລຽບຕາມຊາຍແດນ ລາວ-ຫວຽດນາມ

ເຊກອງ-ກອນຕູມ ຮ່ວມມືສະກັດກັ້ນການລະເມີດຊັບພະຍາກອນປ່າໄມ້ ຢູ່ເຂດຊາຍແດນ

ເຊກອງ-ກອນຕູມ ຮ່ວມມືສະກັດກັ້ນການລະເມີດຊັບພະຍາກອນປ່າໄມ້ ຢູ່ເຂດຊາຍແດນ
ກອງປະຊຸມ ສະຫຼຸບວຽກງານການຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈໍາ ກົນໄກການຮ່ວມມືເພື່ອສະກັດກັ້ນການລະເມີດຊັບພະຍາກອນປ່າໄມ້, ສັດປ່າ ແລະ ການຄຸ້ມຄອງເຄື່ອງປ່າຂອງດົງ ຢູ່ລຽບຕາມຊາຍແດນ ລາວ-ຫວຽດນາມ ໃນໄລຍະຜ່ານມາ ລະຫວ່າງ ພະແນກກະສິກຳ ແລະ ປ່າໄມ້

ແຂວງເຊກອງ ສປປລາວ ແລະ ພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງກອນຕູມ ສສ ຫວຽດນາມ, ຝ່າຍແຂວງເຊກອງນໍາໂດຍທ່ານ ເສີມສີ ສຸລິຕະ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງເຊກອງ, ຝ່າຍແຂວງກອນຕູມ ນໍາໂດຍທ່ານ ຫງວຽນເຕີນລຽມ ຫົວໜ້າພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງກອນຕູມ, ພ້ອມດ້ວຍຂະແຫນງການກ່ຽວຂ້ອງ ທັງສອງແຂວງເຂົ້າຮ່ວມ.
ໃນວາລະກອງປະຊຸມ, ກອງກວດກາປ່າໄມ້ທັງສອງແຂວງໄດ້ລາຍງານການຈັດຕັ້ງປະຕິບັດວຽກງານກວດກາ, ເຜີຍແຜ່ນິຕິກຳ ແລະ ກົດຫມາຍຕາມບ້ານລຽບຕາມຊາຍແດນລາວ-ຫວຽດນາມ ຄື: ເມືອງດາກຈຶງ ແຂວງເຊກອງ ແລະ ເມືອງດາໄລ ແຂວງກອນຕູມ ຕາມບົດບັນທຶກຊ່ວຍຈໍາ ຂອງສອງແຂວງດັ່ງກ່າວ ຄັ້ງວັນທີ 20 ກັນຍາ ປີ 2022 ຜ່ານມາ.
ຈາກນັ້ນ ທັງສອງຝ່າຍໄດ້ລົງນາມ ບົດບັນທຶກຊ່ວຍຈໍາ ກ່ຽວກັບກົນໄກຮ່ວມມືສະກັດກັ້ນສະພາບການຝ່າຝືນໃນຂົງເຂດປ່າໄມ້ ແລະ ວາງທິດທາງການປະສານສົມທົບໃນປີ 2025, ຊຶ່ງເຫັນດີສືບຕໍ່ຈັດຕັ້ງປະຕິບັດບັນດາເນື້ອໃນຂອງບົດບັນທຶກຊ່ວຍຈຳທີ່ໄດ້ລົງນາມ, ເພີ່ມທະວີການຮ່ວມມື ແລະ ແລກປ່ຽນຂໍ້ມູນຂ່າວສານເພື່ອຄວບຄຸມ ແລະ ສະກັດກັ້ນ ການລັກລອບຂຸດຄົ້ນ, ຊື້-ຂາຍ ແລະ ຂົນສົ່ງເຄື່ອງປ່າຂອງດົງ (ໄມ້, ເຄື່ອງປ່າຂອງດົງ, ສັດປ່າ...) ທີ່ຜິດກົດໝາຍຢູ່ເຂດລຽບຊາຍແດນລະຫວ່າງແຂວງກອນຕູມ ແລະ ແຂວງເຊກອງ, ຊີ້ນໍາໜ່ວຍງານກວດກາປ່າໄມ້ເມືອງດັກໄລ ແຂວງກອນຕູມ ແລະ ໜ່ວຍງານກວດກາປ່າໄມ້ເມືອງດາກຈຶງ ແຂວງເຊກອງ ເປັນເຈົ້າການໃນການແລກປ່ຽນຂໍ້ມູນຂ່າວສານ ແລະ ສົມທົບກັນແກ້ໄຂບັນຫາທີ່ກ່ຽວຂ້ອງເຖິງວຽກງານປົກປັກຮັກສາປ່າ, ສະກັດກັ້ນ ແລະ ຄຸ້ມຄອງເຄື່ອງປ່າຂອງດົງຢູ່ເຂດຊາຍແດນ.
(ຂ່າວ: ພຸດທະສອນ)

ຄໍາເຫັນ

ຂ່າວການຮ່ວມມື

ຄະນະຊາວໜຸ່ມອາສາສະໝັກລະດູແລ້ງສີຂຽວ ນະຄອນໂຮ່ຈິມິນ ຈັດກິດຈະກຳຢູ່ເມືອງຊະນະສົມບູນ

ຄະນະຊາວໜຸ່ມອາສາສະໝັກລະດູແລ້ງສີຂຽວ ນະຄອນໂຮ່ຈິມິນ ຈັດກິດຈະກຳຢູ່ເມືອງຊະນະສົມບູນ

ຄະນະຊາວໜຸ່ມອາສາສະໝັກລະດູແລ້ງສີຂຽວ ພ້ອມດ້ວຍຄະນະແພດໝໍຊາວໜຸ່ມ ນະຄອນໂຮ່ຈິມິນ ສສ ຫວຽດນາມ ເຄື່ອນໄຫວຈັດກິດຈະກຳກວດສຸຂະພາບ ແລະ ຈ່າຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນ ຢູ່ເມືອງຊະນະສົມບູນ ແຂວງຈຳປາສັກ ຄື: ບ້ານຄຳແປງ, ບ້ານໜອງແຄນ ແລະ ບ້ານຄຳຫຼວງ ໃນວັນທີ 21 ມິຖຸນາ ຜ່ານມາ, ທີ່ໂຮງຮຽນມັດທະຍົມຕອນຕົ້ນໜອງແຄນ ໂດຍມີທ່ານ ສຸລິຍາ ແກ້ວພິລາວົງ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ປະທານສະຫະພັນຊາວໜຸ່ມລາວ, ມີທ່ານ ຄຳສີ ຫຼິນສະຫວາດ ເລຂາຄະນະບໍລິຫານງານພັກເມືອງຊະນະສົມບູນ, ທ່ານ ສຸວັນນະລາດ ສີຫານົນ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງຈຳປາສັກ, ທ່ານ ເຈິ່ນ ທັນ ຫ໊າຍ ກຳມະການຄະນະບໍລິຫານງານຊາວໜຸ່ມ, ຮອງຫົວໜ້າທີມງານຊາວໜຸ່ມອາສາສະໝັກລະດູແລ້ງສີຂຽວ ນະຄອນໂຮ່ຈິມິນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ລາວ-ກຳປູເຈຍ ເປີດຂະບວນການສົ່ງອອກ, ສົ່ງຜ່ານພືດ ແລະ ຜະລິດຕະພັນພືດ

ລາວ-ກຳປູເຈຍ ເປີດຂະບວນການສົ່ງອອກ, ສົ່ງຜ່ານພືດ ແລະ ຜະລິດຕະພັນພືດ

ພິທີເປີດຂະບວນການສົ່ງອອກ, ສົ່ງຜ່ານພືດ ແລະ ຜະລິດຕະພັນພືດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍ ໄດ້ຈັດຂຶ້ນໃນ ວັນທີ 22 ມິຖຸນານີ້ ທີ່ ທ່າບົກທ່ານາແລ້ງ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ດິດ ທິນາ ລັດຖະມົນຕີກະຊວງກະສິກໍາ, ປ່າໄມ້ ແລະ ການປະມົງ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ມອບຜູ້ຖືກຫາແກ້ງສະແກມເມີ ໃຫ້ທາງການຈີນ

ມອບຜູ້ຖືກຫາແກ້ງສະແກມເມີ ໃຫ້ທາງການຈີນ

ໃນວັນທີ 18 ມິຖຸນາຜ່ານມາ, ທີ່ດ່ານສາກົນບໍ່ເຕ່ນ ສປປ ລາວ - ບໍ່ຫ່ານ ສປ ຈີນ ໄດ້ມີພິທີມອບ-ຮັບຜູ້ຖືກຫາສັນຊາດຈີນ ທີ່ກະທຳຜິດກົດໝາຍຂອງ ສປປລາວ ຈຳນວນ 145 ຄົນ ລະຫວ່າງ ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງບໍ່ແກ້ວ ສປປ ລາວ ແລະ ເຈົ້າໜ້າທີ່ວິຊາສະເພາະ ຈາກ ສປ ຈີນ ເພື່ອນໍາຕົວໄປດໍາເນີນຄະດີຢູ່ ສປ ຈີນ.
ຄະນະສື່ມວນຊົນລາວຮັດແໜ້ນສາຍພົວພັນການຮ່ວມມືກັບອົສຕຣາລີ

ຄະນະສື່ມວນຊົນລາວຮັດແໜ້ນສາຍພົວພັນການຮ່ວມມືກັບອົສຕຣາລີ

ເມື່ອບໍ່ດົນມານີ້, ຄະນະຜູ້ແທນສື່ມວນຊົນຈາກ ສປປ ລາວ ເດີນທາງຢ້ຽມຢາມປະເທດອົສຕຣາລີ ຕາມຄໍາເຊີນຂອງກະຊວງການຕ່າງປະເທດ ແລະ ການຄ້າອົສຕຣາລີ (DFAT). ການຢ້ຽມຢາມຄັ້ງນີ້ແມ່ນເປັນໂອກາດດີໃຫ້ຜູ້ນໍາສື່ມວນຊົນລາວໄດ້ພົບປະກັບພະນັກງານຂັ້ນສູງຂອງລັດຖະບານອົສຕຣາລີ ແລະ ໄປຢ້ຽມຢາມອົງກອນສື່ມວນຊົນຊັ້ນນໍາຂອງອົສຕຣາລີນຳອີກ.
ລາວ-ຟີລິບປິນ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການຮ່ວມມືຂະແໜງກະສິກຳ

ລາວ-ຟີລິບປິນ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການຮ່ວມມືຂະແໜງກະສິກຳ

ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ສປປ ລາວ ແລະ ກະຊວງກະສິກໍາ ແຫ່ງ ສາທາລະນະລັດ ຟິລິບປິນ ໄດ້ຈັດຂຶ້ນໃນ 22 ມິຖຸນາ ນີ້ ທີ່ນະຄອນຫຼວງວຽງຈັນ, ຝ່າຍລາວ ນຳໂດນ ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ສປປ ລາວ ພ້ອມຄະນະ, ຝ່າຍຟີລິບປິນ ນຳໂດຍ ທ່ານ ຟຣານຊິດສະໂກ ຕີວລໍເຣວ ລັດຖະມົນຕີກະຊວງກະສິກຳ ແຫ່ງ ສາທາລະນະລັດ ຟີລິບປິນ ພ້ອມດ້ວຍຄະະນະ.
ກອງປະຊຸມຄະນະກຳມະການທີ່ປຶກສາອາຊຽນວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳ ຄັ້ງທີ 20

ກອງປະຊຸມຄະນະກຳມະການທີ່ປຶກສາອາຊຽນວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳ ຄັ້ງທີ 20

ກອງປະຊຸມຄະນະກຳມະການທີ່ປຶກສາອາຊຽນ ກ່ຽວກັບວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຄັ້ງທີ 20 (The 20th Meeting of the Board of Advisory Council) ຫຼື BAC-20 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 22 ມິຖຸນາ ນີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ, ພາຍໃຕ້ການນຳພາຮ່ວມຂອງ ທ່ານ ໄຄຣູນ ຣີຊັນ (Dr. Khairul Rizal) ຫົວໜ້າອົງການວິໄຈ ແລະ ນະວັດຕະກຳແຫ່ງຊາດ ປະເທດອິນໂດເນເຊຍ ທັງເປັນປະທານຄະນະກຳມະການ BAC ແລະ ທ່ານ ກຽງໄກ ອຸ່ນມະນີ ຮອງຜູ້ອຳນວຍການສູນການສຶກສາເພື່ອພັດທະນາຊຸມຊົນຂົງເຂດຕາເວັນອອກສ່ຽງໃຕ້ ຫຼື ຊີເມວ ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຊຶ່ງມີຜູ້ຕາງໜ້າຈາກບັນດາປະເທດສະມາຊິກອາຊຽນ (AMS) ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສື່ມວນຊົນລາວ ເພີ່ມຄວາມຮູ້ໃນການນໍາໃຊ້ເຄື່ອງມືປັນຍາປະດິດຫຼາຍຮູບແບບ

ສື່ມວນຊົນລາວ ເພີ່ມຄວາມຮູ້ໃນການນໍາໃຊ້ເຄື່ອງມືປັນຍາປະດິດຫຼາຍຮູບແບບ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮ່ວມກັບ ກະຊວງຖະແຫຼງຂ່າວ, ວັດທະນະທໍາ, ກິລາ ແລະ ການທ່ອງທ່ຽວ ສສ ຫວຽດນາມ ຈັດຊຸດຝຶກອົບຮົມ “ທັກສະການນໍາໃຊ້ເຄື່ອງມືປັນຍາປະດິດໃນສື່ມວນຊົນຫຼາຍຮູບແບບ ຫຼາຍຊ່ອງທາງ” ແລະ “ທັກສະການຜະລິດລາຍການ, ຂ່າວ, ບົດຂ່າວ, ຜ່ານໂທລະສັບມືຖື” ຂຶ້ນໃນວັນທີ 22 ມິຖຸນານີ້
ລາວ-ກຳປູເຈຍ ສືບຕໍ່ເພີ່ມທະວີການຮ່ວມມມືສອງຝ່າຍ

ລາວ-ກຳປູເຈຍ ສືບຕໍ່ເພີ່ມທະວີການຮ່ວມມມືສອງຝ່າຍ

ກອງປະຊຸມພົບປະສອງຝ່າຍລະຫວ່າງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ສປປ ລາວ ແລະ ກະຊວງກະສິກໍາ, ປ່າໄມ້ ແລະ ການປະມົງ ຣາຊະອານາຈັກກຳປູເຈຍ ໄດ້ຈັດຂຶ້ນໃນວັນທີ 22 ມິຖຸນານີ້ ທີ່ນະຄອນຫຼວງວຽງຈັນ, ຝ່າຍລາວ ນຳໂດຍ ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ສປປ ລາວ ພ້ອມຄະນະ, ຝ່າຍກໍາປູເຈຍ ນໍາໂດຍ ທ່ານ ດິດ ທິນາ ລັດຖະມົນຕີກະຊວງກະສິກໍາ, ປ່າໄມ້ ແລະ ການປະມົງ ແຫ່ງ ຣາຊະອານາຈັກກໍາປູເຈຍ ພ້ອມຄະນະ.
ຜົນສໍາເລັດກອງປະຊຸມປຶກສາຫາລືທາງດ້ານການເມືອງ ລາວ-ຕວັກກີ​ ຄັ້ງ​ທີ​ 2

ຜົນສໍາເລັດກອງປະຊຸມປຶກສາຫາລືທາງດ້ານການເມືອງ ລາວ-ຕວັກກີ​ ຄັ້ງ​ທີ​ 2

ໂດຍສືບຕໍ່ການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ​ ການຮ່ວມມື ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຕວັກກີ ຊຶ່ງໄດ້ລົງນາມໃນປີ 2013 ທີ່ ນະຄອນຫຼວງວຽງຈັນ, ຄະນະຜູ້ແທນລາວ ນໍາໂດຍ ທ່ານ ເອກະພາບ ພັນທະວົງ ຫົວໜ້າກົມເອີຣົບ ແລະ ອາເມຣິກາ ກະຊວງການຕ່າງປະເທດ ໄດ້ເປັນປະທານຮ່ວມກອງປະຊຸມປຶກສາຫາລືທາງດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ ສປປ​ ລາວ ແລະ ຕວັກກີ ຄັ້ງທີ 2 ໃນວັນທີ 11-12 ມິຖຸນາ 2026 ທີ່ ​ນະຄອນຫຼວງ​ ອັງກາລາ ປະເທດຕວັກກີ, ຄະນະຜູ້ແທນຕວັກກີ ນໍາໂດຍ ທ່ານ ກໍກູດ ຢືນເຢັນ (KorkutGüNGEN) ຫົວໜ້າກົມອາຊີ-ປາຊີຟິກ ກະຊວງການຕ່າງປະເທດຕວັກກີ.
ສໍາມະນາວິຊາການ ພາຍໃຕ້ຫົວຂໍ້ ລາວ-ອົສຕຣາລີ ວ່າດ້ວຍການຮ່ວມມືຫຼາຍຝ່າຍ

ສໍາມະນາວິຊາການ ພາຍໃຕ້ຫົວຂໍ້ ລາວ-ອົສຕຣາລີ ວ່າດ້ວຍການຮ່ວມມືຫຼາຍຝ່າຍ

ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ອົດສຕຣາລີ ປະຈຳ ສປປ ລາວ ໄດ້ຮ່ວມກັນຈັດກອງປະຊຸມສໍາມະນາວິຊາການ ພາຍໃຕ້ຫົວຂໍ້: “ລາວ-ອົສຕຣາລີ ວ່າດ້ວຍການຮ່ວມມືຫຼາຍຝ່າຍ ທ່າມກາງຄວາມບໍ່ແນ່ນອນດ້ານຍຸດທະສາດ” ຂຶ້ນໃນວັນທີ 18 ມິຖຸນານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນ ປະທານຮ່ວມຂອງ ທ່ານ ບໍວອນທັດ ດວງຈັກ ຫົວ ໜ້າຫ້ອງການ ກະຊວງການຕ່າງປະເທດ, ທ່ານ ນາງ ເບນິຕາ ຊັມເມີວິວ ອຸປະທູດຊົ່ວຄາວ ສະຖານ ເອກອັກຄະລັດຖະທູດ ອົສຕຣາລີ ປະຈຳ ລາວ, ມີຜູ້ຕາງໜ້າ ຈາກ ກະຊວງການຕ່າງປະເທດ, ຄະນະ ພົວພັນຕ່າງປະເທດສູນກາງພັກ, ສະໂມສອນນັກການທູດລາວ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ