ພິທີລົງນາມບົດບັນທຶກຄວາມເຂົ້າໃຈ(ເອັມໂອຢູ) ລະຫວ່າງ ສຕສ (IICT),ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ(ສຖຕ)(TPTC)

ເຊັນເອັມໂອຢູ ລະຫວ່າງ ສຕສ, ສຖຕແລະ ມະຫາວິທະຍາໄລຂອນແກ່ນ

ເຊັນເອັມໂອຢູ ລະຫວ່າງ ສຕສ, ສຖຕແລະ ມະຫາວິທະຍາໄລຂອນແກ່ນ
ໃນວັນທີ 10 ມັງກອນຜ່ານມາທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ(ສຕສ)ໄດ້ຈັດພິທີລົງນາມບົດບັນທຶກຄວາມເຂົ້າໃຈ(ເອັມໂອຢູ) ລະຫວ່າງ ສຕສ (IICT),ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ(ສຖຕ)(TPTC)

 

ແລະ ມະຫາວິທະຍາໄລຂອນແກ່ນ (KKU) ຣາຊະອານາຈັກໄທໂດຍການເຂົ້າຮ່ວມ ຂອງ ທ່ານ ບໍ່ວຽງຄຳ ວົງດາລາກຳມະການສູນກາງພັກລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາແຂກທີ່ຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີລົງນາມບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ແມ່ນໄດ້ສຸມໃສ່ ການພັດທະນາທາງດ້ານວິຊາການແລະການສຶກສາ ໂດຍເນັ້ນໃສ່ການຍົກລະດັບ ແລະ ແລກປ່ຽນບົດຮຽນແບບແຜນວິທີການບໍລິຫານການສຶກສາ, ກິດຈະກໍາຂອງນັກສຶກສາ, ພະນັກງານຄູ-ອາຈານ ແລະ ພະນັກງານບໍລິຫານ, ການຄົ້ນຄວ້າວິທະຍາສາດ ທາງດ້ານ ICT, AI, ການຂັບເຄື່ອນດ້ານບຸກຄະລາກອນໃນຍຸກການຫັນເປັນດີຈີຕອນ ຕ້ອງມີຄວາມພ້ອມຮອບດ້ານໃນການປະກອບສ່ວນເຂົ້າໃນວຽກງານຕົວຈິງຮ່ວມກັນ ແລະ ເພື່ອເສີມສ້າງທັກສະທາງດ້ານ AI ລະຫວ່າງ ສຕສ(IICT), ສຖຕ (TPTC) ແລະ ມະຫາວິທະຍາໄລ ຂອນແກ່ນ (KKU)ຣາຊະອານາຈັກໄທ, ນອກຈາກນັ້ນ ຍັງເປັນການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານສະໄໝທີ 3 ແລະ ສະເຫຼີມສະຫຼອງວັນດີຈີຕອນ ແຫ່ງຊາດ ປະຈໍາປີ 2025.

ການຮ່ວມລົງນາມກັນໃນຄັ້ງນີ້ ທ່ານ ປະດັບໄຊ ໄຊຍະໂຄດ ຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ທ່ານ ຊານໄຊ ພານທອງວິລະກຸນອະທິການບໍດີ ມະຫາວິທະຍາໄລຂອນແກ່ນ, ໂດຍໃຫ້ກຽດເປັນສັກຂີພິຍານຂອງ ທ່ານບໍ່ວຽງຄຳ ວົງດາລາກຳມະການສູນກາງພັກລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະນຳທັງສອງຝ່າຍ.

ໃນຕອນທ້າຍຂອງພິທີ, ທ່ານ ບໍ່ວຽງຄຳ ວົງດາລາ ໄດ້ກ່າວມີຄຳເຫັນຕໍ່ພິທີດັ່ງກ່າວ ຊຶ່ງເປັນງານທີ່ມີຄວາມໝາຍຄວາມສຳຄັນ ເປັນນິມິດໝາຍທີ່ດີ ແລະ ສໍາຄັນເພື່ອເປັນການສືບຕໍ່ຮັດແໜ້ນສາຍພົວພັນ ຮ່ວມມືມິດຕະພາບທັງສອງຝ່າຍປະເທດເພື່ອນບ້ານ ແລະ ຊົມເຊີຍເປັນຢ່າງຍິ່ງ ການຮ່ວມມືໃນຄັ້ງນີ້ແມ່ນສຸມໃສ່ໃນການພັດທະນາບຸກຄະກອນຮ່ວມກັນ ຊຶ່ງເຫັນວ່າສອດຄ່ອງກັບວິໄສທັດການພັດທະນາເສດຖະກິດດີຈີຕອນແຫ່ງຊາດໃນໄລຍະ 20 ປີ (2021-2040), ຍຸດທະສາດການພັດທະນາເສດຖະກິດດີຈີີຕອນ ແຫ່ງຊາດ ໄລຍະ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດີຈີຕອນແຫ່ງຊາດໄລຍະ 5 ປີ (2021-2025).

(ຂ່າວ: ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ)

ຄໍາເຫັນ

ຂ່າວການຮ່ວມມື

ທ່ານ ກິແກ້ວ ໄຂຄໍາພິທູນ ກ່າວຄຳປາໄສໃນພິທີເປີດງານວາງສະແດງສິນຄ້າ ທີ່ ສປ ຈີນ

ທ່ານ ກິແກ້ວ ໄຂຄໍາພິທູນ ກ່າວຄຳປາໄສໃນພິທີເປີດງານວາງສະແດງສິນຄ້າ ທີ່ ສປ ຈີນ

ໃນຕອນເຊົ້າວັນທີ 19 ມິຖຸນາ ຜ່ານມາທີ່ ສປ ຈີນ, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນຖານະເປັນແຂກປະເທດກິດຕິມະສັກ ໄດ້ເຂົ້າຮ່ວມ ແລະ ໃຫ້ກຽດຂຶ້ນກ່າວຄຳປາໄສ ໃນພິທີເປີດງານສະແດງສິນຄ້າ ຈີນ-ອາຊີໃຕ້ ຄັ້ງທີ 9 ແລະ ງານວາງສະແດງການນໍາເຂົ້າ-ສົ່ງອອກສິນຄ້າຄຸນມິງ ສປ ຈີນ ຄັ້ງທີ 29 ພາຍໃຕ້ຫົວຂໍ້ “ຄວາມສາມັກຄີ ແລະ ການຮ່ວມມື ເພື່ອການພັດທະນາ - Solidarity and Coordination for Common Development”.
ຜູ້ຜະລິດເຄື່ອງປຸງອາຫານຊັ້ນນໍາຂອງ Haitian ເຂົ້າຕະຫຼາດຫຼັກຊັບຮົງ​ກົງ ຮຸ້ນເພີ່ມຂຶ້ນຫຼາຍກວ່າ 3%

ຜູ້ຜະລິດເຄື່ອງປຸງອາຫານຊັ້ນນໍາຂອງ Haitian ເຂົ້າຕະຫຼາດຫຼັກຊັບຮົງ​ກົງ ຮຸ້ນເພີ່ມຂຶ້ນຫຼາຍກວ່າ 3%

ບໍລິສັດ Haitian ເຄື່ອງປຸງອາຫານ ແລະ ອາຫານ ຈໍາ​ກັດ (03288.HK) ໄດ້ເປີດຕົວຄັ້ງທໍາອິດໃນຕະຫຼາດຫຼັກຊັບຮົງ​ກົງໃນວັນພະຫັດທີ່ຜ່ານມານີ້, ກາຍເປັນບໍລິສັດເຄື່ອງປຸງອາຫານເຈົ້າທໍາອິດທີ່ໄດ້ເປີດຕົວໃນຕະຫຼາດຫຼັກຊັບຮົງກົງ ທັງ A-share ແລະ H-share.
ທ່ານທູດ ແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ທ່ານປະທານາທິບໍດີແຫ່ງສະມາພັນທະລັດສະວິດ

ທ່ານທູດ ແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ທ່ານປະທານາທິບໍດີແຫ່ງສະມາພັນທະລັດສະວິດ

ວັນທີ 17 ມິຖຸນາ ຜ່ານມາ ທີ່ນະຄອນຫຼວງເບີນ ສະມາພັນທະລັດສະວິດ, ທ່ານ ດາວວີ ວົງໄຊ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ທ່ານນາງ ກາຣິນ ແຄເລີ ຊຸດເຕີ (Karin Keller Sutter) ປະທານາທິບໍດີແຫ່ງສະມາພັນທະລັດສະວິດ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ປະຈໍາສະມາພັນທະລັດສະວິດ ຊຶ່ງມີສະຖານທູດຕັ້ງຢູ່ເຊີແນວ.
ລັດຖະມົນຕີ ກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທູດຕີມໍ-ເລສເຕ

ລັດຖະມົນຕີ ກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທູດຕີມໍ-ເລສເຕ

ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ຟີໂລເມໂນ ອາລິໂຊ ດາ ຄຣູສ (Filomeno Aleixo da Cruz) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ປະຈໍາ ສປປ ລາວ ໃນຕອນເຊົ້າວັນທີ 18 ມິຖຸນາ ຜ່ານມາ ທີ່ ກະຊວງການຕ່າງປະເທດ, ໂອກາດທີ່ໄດ້ສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ ແຂວງຫຼວງພະບາງ

ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ ແຂວງຫຼວງພະບາງ

ສະຫາຍ ນາງ ຟອງສະໝຸດ ອັ່ນລາວັນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາ ຂອງ ສະຫາຍ ນາງ ກຽວ ທິ ຮັ່ງ ຟຸກ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ ແຂວງ ຫຼວງພະບາງ ໃນວັນທີ 17 ມິຖຸນາ ຜ່ານມາ ທີ່ ກະຊວງການຕ່າງປະເທດ, ໂອກາດທີ່ສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ຄໍາມ່ວນ ແລະ ກຸ້ຍໂຈ ລົງນາມຮ່ວມມືສ້າງສາຍພົວພັນມິດຕະພາບ

ຄໍາມ່ວນ ແລະ ກຸ້ຍໂຈ ລົງນາມຮ່ວມມືສ້າງສາຍພົວພັນມິດຕະພາບ

ພິທີເຊັນບົດບັນທຶກ ເຈດຈໍານົງ ວ່າດ້ວຍການສ້າງຕັ້ງສາຍພົວພັນມິດຕະພາບ ລະຫວ່າງ ແຂວງຄໍາມ່ວນ ສປປ ລາວ ແລະ ແຂວງກຸ້ຍໂຈ ສປ ຈີນ ຈັດຂຶ້ນໃນວັນທີ 17 ມິຖຸນາຜ່ານມາ ທີ່ສໍານັກງານອົງການປົກຄອງ ແຂວງກຸ້ຍໂຈ, ໃຫ້ກຽດລົງນາມເຊັນບົດບັນທຶກໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ແລະ ທ່ານ ຫຼີປິນຈູນ ເຈົ້າແຂວງ ກຸ້ຍໂຈ.
ທູດຫວຽດນາມ ພົບປະບັນດາອົງການສື່ມວນຊົນລາວ ແລະ ຫວຽດນາມ ປະຈໍາລາວ

ທູດຫວຽດນາມ ພົບປະບັນດາອົງການສື່ມວນຊົນລາວ ແລະ ຫວຽດນາມ ປະຈໍາລາວ

ການພົບປະ ແລະ ເຮັດວຽກຢ່າງເປັນທາງການລະຫວ່າງສະຖານທູດຫວຽດນາມ ແລະ ບັນດາອົງການຄຸ້ມຄອງວຽກງານສື່ມວນຊົນ, ບັນດາອົງການສື່ມວນຊົນຂອງລາວ ແລະ ບັນດາສຳນັກງານຜູ້ຕາງໜ້າສື່ມວນຊົນຫວຽດນາມປະຈຳ ສປປ ລາວ ຄັ້ງທຳອິດ ໄດ້ຈັດຂຶ້ນໃນວັນທີ 17 ມິຖຸນາ ຜ່ານມາ ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ຊຶ່ງການພົບປະຄັ້ງນີ້ ແນໃສ່ເພື່ອຊຸກຍູ້ການພົວພັນຮ່ວມມື ລະຫວ່າງສະຖານທູດ ກັບບັນດາອົງການຂ່າວສານ ກໍຄືອົງການສື່ມວນຊົນລາວ ແລະ ອົງການສື່ມວນຊົນຫວຽດນາມ ປະຈໍາລາວ.
ອົງການໄອຍະການແຂວງກວາງນາມ ພົບປະເຈົ້າແຂວງເຊກອງ

ອົງການໄອຍະການແຂວງກວາງນາມ ພົບປະເຈົ້າແຂວງເຊກອງ

ໃນວັນທີ 17 ມິຖຸນາຜ່ນມາ, ທ່ານ ນາງ ຫງວຽນ ທິ ກິມ ຮົງ ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງກວາງນາມ ສສ ຫວຽດນາມ ພ້ອມຄະນະ ໄດ້ເຂົ້າພົບປະ ທ່ານ ເຫຼັກໄຫລ ສີວິໄລ ເຈົ້າແຂວງເຊກອງ ຢູ່ທີ່ຫ້ອງວ່າການແຂວງ.
ໄອຍະການປະຊາຊົນແຂວງເຊກອງ ແລະ 2 ແຂວງ 1 ນະຄອນ ຂອງ ສສ ຫວຽດນາມ ພົບປະແລກປ່ຽນບົດຮຽນ

ໄອຍະການປະຊາຊົນແຂວງເຊກອງ ແລະ 2 ແຂວງ 1 ນະຄອນ ຂອງ ສສ ຫວຽດນາມ ພົບປະແລກປ່ຽນບົດຮຽນ

ໃນວັນທີ 17 ມິຖຸນານີ້ ຢູ່ທີ່ຫ້ອງປະຊຸມ ອົງການໄອຍະການປະຊາຊົນແຂວງເຊກອງ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ຄະນະຜູ້ແທນອົງການໄອຍະການປະຊາຊົນ ແຂວງເຊກອງ ສປປ ລາວ ແລະ ຄະນະຜູ້ແທນອົງການໄອຍະການປະຊາຊົນ ແຂວງກວາງນາມ, ແຂວງກອນຕູມ ແລະ ນະຄອນເທື່ອທຽນເຫວ້ ສສ ຫວຽດນາມ ໂດຍມີທ່ານ ຄຳບາງ ພະສະແຫວງ ຫົວໜ້າອົງການໄອຍະການແຂວງເຊກອງ ພ້ອມຄະນະ; ມີທ່ານ ຫງວຽນ ທິ ກິມ ຮົງ ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງກວາງນາມ, ທ່ານ ຟ້າມ ມິງ ກື້ ຫົວໜ້າອົງການໄອຍະການປະຊາຊົນແຂວງກອນຕູມ ແລະ ທ່ານ ເຈີ່ນ ເຢີນ ເວື້ອງ ຮອງຫົວໜ້າອົງການໄອຍະການປະຊາຊົນນະຄອນເທື່ອທຽນເຫວ້ ພ້ອມຄະນະ ເຂົ້າຮ່ວມ.
ເປີດໂຄງການ ສ້າງສະພາບແວດລ້ອມທີ່ເອື້ອຍອຳນວຍໃຫ້ການລົງທຶນຂອງພາກເອກະຊົນ

ເປີດໂຄງການ ສ້າງສະພາບແວດລ້ອມທີ່ເອື້ອຍອຳນວຍໃຫ້ການລົງທຶນຂອງພາກເອກະຊົນ

ກົມສົ່ງເສີມການລົງທຶນ ກະຊວງແຜນການ ແລະ ການລົງທຶນ ໄດ້ຕາງໜ້າລັດຖະບານແຫ່ງ ສປປ ລາວ ຮ່ວມມືກັບ ອົງການການເງິນສາກົນ (IFC) ພາຍໃຕ້ສັນຍາຮ່ວມມື ລະຫວ່າງ ກົມສົ່ງເສີມການລົງທຶນ ແລະ IFC ສຳລັບໂຄງການສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍໃຫ້ແກ່ການລົງທຶນຂອງພາກເອກະຊົນ ແນໃສ່ສົ່ງເສີມການລົງທຶນຂອງພາກເອກະຊົນ ໃນຂະແໜງການທີ່ສຳຄັນ ຕໍ່ການເຕີບໂຕທາງເສດຖະກິດ, ອຳນວຍຄວາມສະດວກໃຫ້ແກ່ການລົງທຶນຂອງເອກະຊົນ ເພື່ອສ້າງຄວາມເຂັ້ມແຂງໃຫ້ສະພາບແວດລ້ອມການດຳເນີນທຸລະກິດ ແລະ ການສ້າງວຽກເຮັດງານທໍາ.
ເພີ່ມເຕີມ