ເຊີນຮ່ວມງານກິດຈະກໍາການສໍາມະນາດ້ານວິຊາການສະຫຼອງ30ປີສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍຊົ້ວ

ເຊີນຮ່ວມງານກິດຈະກໍາການສໍາມະນາດ້ານວິຊາການສະຫຼອງ30ປີສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍຊົ້ວ
ສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍຊົ້ວ ທີ່ຂື້ນກັບກະຊວງກະສິກໍາ ແລະ ປ່າໄມ້ ແມ່ນສູນໜຶ່ງ ທີ່ສ້າງຂຶ້ນບົນເນື້ອໃນຈິດໃຈຂອງສອງປະມຸກລັດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກໄທ ໃນວັນທີ 8 ເມສາ ປີ 1994. ມີສະຖານທີ່ຕັ້ງຢູ່ ບ້ານ ນາຍາງ, ເມືອງ ນາຊາຍທອງ, ນະຄອນຫຼວງວຽງຈັນ. ສູນດັ່ງກ່າວໄດ້ເປັນສັນຍາລັກແຫ່ງການຮ່ວມມື ທາງດ້ານວິຊາການກ່ຽວກັບວຽກງານກະສິກໍາ ຂອງ 2 ຊາດ ລາວ-ໄທ, ເຊິ່ງມີຈຸດປະສົງເພື່ອເສີມສ້າງສາຍພົວພັນ ການຮ່ວມມື, ແລກປ່ຽນ ວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຖານບ້ານໃກ້ເຮືອນຄຽງ ບ້ານພີ່ ເມືອງນ້ອງ ທີ່ມີມາແຕ່ດົນນານນັ້ນ ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນເວົ້າລວມ ເວົ້າສະເພາະແມ່ນການບໍລິການເຕັກນິກກະສິກຳ ດ້ວຍການນຳເອົາບົດຮຽນຜົນສຳເລັດຕົວຈິງໃນການພັດທະນາເຕັກນິກ, ເຕັກໂນໂລຊີດ້ານກະສິກຳຂອງຣາຊະອານາຈັກໄທ ມາສາທິດ ຖ່າຍທອດ ທາງດ້ານທິດສະດີ ແລະ ພາກປະຕິບັດຕົວຈິງກັບທີ່ ໃຫ້ນັກວິຊາການ, ຊາວກະສິກອນ, ຜູ້ປະກອບການ ແລະ ນັກຮຽນ-ນັກສຶກສາ ໃນ ສປປ ລາວ.
ເນື່ອງໃນໂອກາດຄົບຮອບ 30 ປີ ໃນການສ້າງຕັ້ງສູນແຫ່ງນີ້, ຂໍເຊີນຊວນບັນດາທ່ານ, ພະນັກງານ, ລັດຖະກອນ, ທະຫານ, ຕໍາຫຼວດ, ຊາວກະສິກອນ, ນັກທຸລະກິດ ເຂົ້າຮ່ວມສະເຫຼີມສະຫຼອງງານດັ່ງກ່າວ ເຊິ່ງໃນງານນີ້ຈະມີກິດຈະກໍາການສໍາມະນາດ້ານວິຊາການຫຼາຍຫົວຂໍ້ເຊັ່ນ: ການບໍລິຫານຈັດການກຸ່ມຜູ້ນໍາໃຊ້ນໍ້າຊົນລະປະທານ, ວຽກງານພັດທະນາການລ້ຽງສັດ, ວຽກງານປະມົງ ແລະ ວຽກງານພັດທະນາທີ່ດິນ ນໍາສະເໜີໂດຍທີມງານຝ່າຍລາວ ແລະ ຝ່າຍໄທ ພ້ອມນີ້ ກໍຈະມີການວາງສະແດງ, ຈໍາໜ່າຍຜົນຜະລິດ ແລະ ຜະລິດຕະພັນກະສິກໍາລາວ ທີ່ຫຼາກຫຼາຍ ຈາກບັນດາກິດຈະກໍາການຜະລິດຂອງສູນ, ຄອບຄົວຕົວແບບ, ບັນດາທຸລະກິດດ້ານກະສິກໍາ ທີ່ມາຈາກໝູ່ບ້ານອ້ອມຂ້າງສູນ ແລະ ຜູ້ປະກອບການດ້ານກະສິກໍາຕ່າງໆ ໃຫ້ບັນດາທ່ານໄດ້ຢ້ຽມຊົມ, ຮຽນຮູ້ ແລະ ເລືອກຊື້. ງານດັ່ງກ່າວຈະຈັດຂື້ນໃນລະຫວ່າງວັນທີ 12-14 ມັງກອນ 2024 ນີ້ ທີ່ສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍຊົ້ວ ບ້ານນາຍາງ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ.
ສໍາລັບວາລະການສໍາມະນາຈະຈັດຂື້ນໃນວັນທີ 13 ມັງກອນ 2024 ເວລາ 8:30-16:30 ໂມງ,ຜູ້ສົນໃຈສາມາດແຈ້ງລົງທະບຽນເຂົ້າຮ່ວມຮັບຟັງການສໍາມະນາໄດ້ທີ່ໜ້າງານ ຫຼື ລົງທະບຽນຜ່ານທາງອອນລາຍhttps://forms.gle/kgK3bjTZXLEFs6tv8ສອບຖາມເພີ່ມຕື່ມໄດ້ທີ່ 020 5827 4699 ນ. ພອນພຸດ ວົງມະນີ ຮອງຂະແໜງສົ່ງເສີມ-ຝຶກອົບຮົມ.

ຄໍາເຫັນ

ຂ່າວການຮ່ວມມື

ເຊັນສັນຍາຮ່ວມມືໂຄງການກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ປະຈຳປີ 2026

ເຊັນສັນຍາຮ່ວມມືໂຄງການກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ປະຈຳປີ 2026

ໃນວັນທີ 16 ມິຖຸນານີ້ ທີ່ ກະຊວງການຕ່າງປະເທດ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສະຖານເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ໄດ້ຮ່ວມກັນຈັດພິທີລົງນາມໃນສັນຍາໂຄງການພາຍໃຕ້ກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ງວດທີ 9 ປະຈຳປີ 2026 ຊຶ່ງຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ໂດຍ ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າໃຫ້ລັດຖະບານແຫ່ງ ສປ ຈີນ ໂດຍ ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ. ພ້ອມນີ້, ໄດ້ມີຜູ້ຕາງໜ້າຈາກບັນດາກົມພາຍໃນກະຊວງການຕ່າງປະເທດ ແລະ ກະຊວງຂະແໜງການທີ່ກ່ຽວຂ້ອງທີ່ໄດ້ຮັບໂຄງການຊ່ວຍເຫຼືອຈາກກອງທຶນດັ່ງກ່າວໃນຄັ້ງນີ້ເຂົ້າຮ່ວມເປັນສັກຂີພິຍານ.
ເພີ່ມທະວີການຮັບຮອງຊຶ່ງກັນ ແລະ ກັນດ້ານມາດຕະຖານ ອາຊີວະສຶກສາ  ຈະຊ່ວຍເສີມສ້າງຮາກຖານຂອງຄູ່ຮ່ວມຊາຕາກໍາ ລາວ-ຈີນ

ເພີ່ມທະວີການຮັບຮອງຊຶ່ງກັນ ແລະ ກັນດ້ານມາດຕະຖານ ອາຊີວະສຶກສາ ຈະຊ່ວຍເສີມສ້າງຮາກຖານຂອງຄູ່ຮ່ວມຊາຕາກໍາ ລາວ-ຈີນ

ລາວ ແລະ ຈີນ ມີພູຜາ ແລະ ແມ່ນ້ຳຮ່ວມກັນ, ເປັນປະເທດເພື່ອນບ້ານສັງຄົມນິຍົມ ທີ່ເປັນມິດທີ່ມີອະນາຄົດ ແລະ ຈຸດໝາຍປາຍທາງຮ່ວມກັນ. "ແຜນປະຕິບັດງານ ລະຫວ່າງ ພັກກອມມູນິດຈີນ ແລະ ພັກປະຊາຊົນ ປະຕິວັດລາວ ກ່ຽວກັບການສ້າງປະຊາຄົມຄູ່ຮ່ວມຊາຕາກໍາ ລາວ-ຈີນ" ໄດ້ສະເໜີ “ດຳເນີນໂຄງການສຶກສາຮ່ວມມືໃນອາຊີວະສຶກສາ ເພື່ອຮັບໃຊ້ການກໍ່ສ້າງໂຄງການທີ່ສຳຄັນ ລະຫວ່າງລາວ-ຈີນ”.
ຄວາມເຂົ້າໃຈກ່ຽວກັບທິດທາງທ່າອ່ຽງຂອງເສດຖະກິດໂລກໃນສະພາບການປັດຈຸບັນ

ຄວາມເຂົ້າໃຈກ່ຽວກັບທິດທາງທ່າອ່ຽງຂອງເສດຖະກິດໂລກໃນສະພາບການປັດຈຸບັນ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ຮ່ວມກັບ ສະຖານທູດອົສຕຣາລີ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດພາຍໃຕ້ຫົວຂໍ້: “ຄວາມເຂົ້າໃຈກ່ຽວກັບທ່າອ່ຽງເສດຖະກິດໂລກໃນເງື່ອນໄຂສະພາບການຜັນແປຂອງໂລກໃນປັດຈຸບັນ” ຂຶ້ນໃນວັນທີ 16 ມິຖຸນານີ້ ທີ່ ຫ້ອງປະຊຸມ ສມປຊ, ໂດຍ ມີ ທ່ານ ນາງ ຄຳຫຼ້າ ແກ້ວອຸ່ນຄຳ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ທ່ານ ນາງ ເບັນນິຕາ ຊໍາເມີວິວ ຮອງເອກອັກຄະລັດຖະທູດອົສຕຣາລີ ປະຈໍາ ລາວ, ມີ ນັກຊ່ຽວຊານຈາກ ປະເທດອົສຕຣາລີ, ລາວ ແລະ ພະນັກງານນໍາພາ-ຄຸ້ມຄອງ ພາຍໃນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ນັກວິຊາການ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ, ນັກສຶກສາເຂົ້າຮ່ວມ.
ຮອງ ລມຕ ກະຊວງການຕ່າງປະເທດ ຕ້ອນຮັບທີ່ປຶກສາປະທານາທິບໍດີຣູມານີ

ຮອງ ລມຕ ກະຊວງການຕ່າງປະເທດ ຕ້ອນຮັບທີ່ປຶກສາປະທານາທິບໍດີຣູມານີ

ໃນວັນທີ 15 ມິຖຸນານີ້ ທີ່ ​ກະຊວງການຕ່າງປະເທດ, ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້​ຕ້ອນ​ຮັບ ແລະ ພົບປະກັບ ທ່ານ ດາຊຽນ ຊິໂອລົດ (H.E. Dacian Cioloș) ທີ່ປຶກສາປະທານາທິບໍດີ ອະດີດນາຍົກລັດຖະມົນຕີ ຣູມານີ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນວັນທີ 14-16 ມິຖຸນາ 2026.
ຫົວໜ້າ ຄຕພ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງບັນດາທູດຕ່າງປະເທດ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງບັນດາທູດຕ່າງປະເທດ ປະຈໍາ ສປປ ລາວ

ໃນວັນ​ທີ 15 ມິຖຸນານີ້, ທີ່ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ (ຄຕພ),​ ທ່ານ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວ​ໜ້າ​ຄ​ະ​ນະ​ພົວ​ພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ ໄດ້​ຕ້ອນຮັບການ​ເຂົ້າ​ຢ້ຽມ​ອໍາລາຂອງ​ທ່ານ ນາງ ເມວ ບາໂລ (Mel Barlow) ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ປະຈໍາ ສປປ ລາວ ແລະ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ເຄັນ ວາຊອງ (Kent VACHON) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງການາດາ ປະຈຳ ສປປ ລາວ (ຄົນທໍາອິດ) ທີ່ມີສໍານັກງານ ຢູ່ ນະຄອນຫຼວງວຽງຈັນ.
ທ່ານ ຄຳພັນ ພົມມະທັດ ຕ້ອນຮັບເອກອັກຄະລັດຖະທູດຕັວກກີ

ທ່ານ ຄຳພັນ ພົມມະທັດ ຕ້ອນຮັບເອກອັກຄະລັດຖະທູດຕັວກກີ

ທ່ານ ຄຳພັນ ພົມມະທັດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທຳ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ນາງ ໂອຢາຢາຊາ (Ms Oya YAZAR) ເອກອັກຄະລັດຖະທູດຕັວກກີ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ໃນວັນທີ 11 ມິຖຸນານີ້ ທີ່ຫ້ອງຮັບແຂກກະຊວງຍຸຕິທຳ ເພື່ອປຶກສາຫາລືວຽກງານຮ່ວມມືສອງຝ່າຍໃນອະນາຄົດລະຫວ່າງ ລາວ-ຕັວກກີ. ​
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມກອງປະຊຸມສາກົນ ທີ່ ສສ ຫວຽດນາມ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມກອງປະຊຸມສາກົນ ທີ່ ສສ ຫວຽດນາມ

ໂດຍຕອບສະໜອງຕາມຄຳເຊີນຂອງພັກກອມມູນິດຫວຽດນາມ, ຄະນະຜູ້ແທນພັກປະຊາຊົນ ປະຕິວັດລາວນຳໂດຍ ສະຫາຍ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສຳມະນາສາກົນ ໃນຫົວຂໍ້ “ການສ້າງຄວາມໄວ້ເນື້ອເຊື່ອໃຈ ລະຫວ່າງ ບັນດາພັກການເມືອງອາຊີຕາເວັນອອກສ່ຽງໃຕ້ ເພື່ອຄວາມກົມກຽວ, ເຂັ້ມແຂງ ແລະ ເປັນເຈົ້າຕົນເອງຫຼາຍຂຶ້ນ ຂອງປະຊາຄົມອາຊຽນ” ຊຶ່ງຈັດຂຶ້ນທີ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໃນລະຫວ່າງວັນທີ 7-9 ມິຖຸນາ 2026 ພາຍໃຕ້ການເປັນເຈົ້າພາບ ຂອງພັກກອມມູນິດຫວຽດນາມ ແລະ ການເຂົ້າຮ່ວມຂອງ ບັນດາພັກການເມືອງປະເທດອາຊີຕາເວັນອອກສ່ຽງໃຕ້.
ຫົວໜ້າ ອອປສ ຕ້ອນຮັບຄະນະຜູ້ແທນມະຫາວິທະຍາໄລສ້າງຄູກວາງຊີ

ຫົວໜ້າ ອອປສ ຕ້ອນຮັບຄະນະຜູ້ແທນມະຫາວິທະຍາໄລສ້າງຄູກວາງຊີ

ທ່ານ ນາງ ລີວົງ ລາວລີ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນຈາກມະຫາວິທະຍາໄລສ້າງຄູກວາງຊີ ສປ ຈີນ ໃນວັນທີ 11 ມິຖຸນານີ້, ນຳໂດຍທ່ານ ກົວຈ້ຽນຜິງ ຄະນະບໍດີຄະນະກົດໝາຍ ມະຫາວິທະຍາໄລສ້າງຄູກວາງຊີ ສປ ຈີນ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ສູນວັດທະນະທໍາຈີນ ສະຫຼອງວັນແຫ່ງການສົນທະນາອາລິຍະທໍາສາກົນ

ສູນວັດທະນະທໍາຈີນ ສະຫຼອງວັນແຫ່ງການສົນທະນາອາລິຍະທໍາສາກົນ

ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ໄດ້ຈັດງານສະເຫຼີມສະຫຼອງວັນ ແຫ່ງການສົນທະນາອາລິ ຍະທໍາສາ ກົນ ຄັ້ງທີ II ຂຶ້ນໃນວັນທີ 10 ມິຖຸນາ ນີ້ ທີ່ສູນດັ່ງກ່າວ ໂດຍການເຂົ້າຮ່ວມຂອງທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ; ມີທ່ານ ສາຄອນ ພົມມະລາດ ຮອງຫົວໜ້າຄະນະ ໂຄສະນາອົບຮົມສູນກາງພັກ (ຄອສພ); ທ່ານ ຫຼົວ ເວີ້ຍຈ້ຽນ ຫົວໜ້າສູນວັດທະນະທໍາ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍ ແຂກຖຶກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳພັນ ພົມມະທັດ ຕ້ອນຮັບເອກອັກຄະຣາຊະທູດໄທປະຈຳລາວ

ທ່ານ ຄຳພັນ ພົມມະທັດ ຕ້ອນຮັບເອກອັກຄະຣາຊະທູດໄທປະຈຳລາວ

ທ່ານ ຄຳພັນ ພົມມະທັດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທຳ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ນາງ ຄຣອງຂະນິດ ຮັກຈະເລີນ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໃນວັນທີ 10 ມິຖຸນານີ້ ທີ່ ກະຊວງຍຸຕິທຳ ເພື່ອປຶກສາຫາລືວຽກງານຮ່ວມມືສອງຝ່າຍລະຫວ່າງ ລາວ-ໄທ. ​
ເພີ່ມເຕີມ