ເພື່ອເຂົ້າຮ່ວມການຝຶກຊ້ອມຮ່ວມກອງທັບລາວ-ຈີນ ພາຍໃຕ້ລະຫັດ: ຂະບວນລົດໄຟສັນຕິພາບ 2024 ເພື່ອຊ່ວຍເຫຼືອມະນຸດສະທຳ ແລະ ການບໍລິການດ້ານການແພດຂອງສອງກອງທັບລາວ-ຈີນ ໃຫ້ກຽດຕ້ອນຮັບໂດຍສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີສະຫາຍ ພັນເອກ ພິເສດ ເຈົ້າສົງ ຮອງຫົວໜ້າກົມເສນາຮັກ ກົມຮັບປະກັນພະລາທິການສູນກາງ ກອງທັບປົດປ່ອຍປະຊາຊົນຈີນພ້ອມດ້ວຍຄະນະ ແລະ ບັນດາກົມວິຊາສະເພາະ, ຫ້ອງການ, ພະນັກງານ, ວິຊາການ ແລະ ນ້ອງນ້ອຍເຍົາວະຊົນເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງໄດ້ສະແດງຄວາມຍິນດີຕ້ອນຮັບດ້ວຍໄມຕີຈິດມິດຕະພາບທີ່ດີ ຊຶ່ງສະແດງເຖິງມູນເຊື້ອຄວາມສາມັກຄີຮັກແພງລະຫວ່າງສອງຊາດ, ສອງພັກ ແລະ ສອງກອງທັບ ກໍຄືສອງເຫຼົ່າຮົບເສນາຮັກກອງທັບປະຊາຊົນລາວ ແລະ ກອງທັບປົດປ່ອຍປະຊາຊົນຈີນໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ.ການຝຶກຊ້ອມຮ່ວມກອງທັບລາວ-ຈີນ, ຂະບວນລົດໄຟສັນຕິພາບ 2024 ເພື່ອຊ່ວຍເຫຼືອມະນຸດສະທຳ ແລະ ການບໍລິການດ້ານການແພດ ເປັນການຮ່ວມມືດ້ານການທະຫານ, ລົງເລິກຂະຫຍາຍການຮ່ວມມືທາງດ້ານສາທາລະນະສຸກລະຫວ່າງສອງກອງທັບລາວ-ຈີນໃຫ້ປະກົດຜົນເປັນຈິງ, ຍົກລະດັບຄວາມສາມາດໃນການຮ່ວມກັນບັນຊາວຽກງານເສນາຮັກ-ພະລາທິການ ແລະ ຮ່ວມກອບກູ້ຊ່ວຍເຫຼືອລະຫວ່າງສອງກອງທັບໃຫ້ສູງຂຶ້ນ, ເພື່ອສ້າງເປັນແບບແຜນສະເພາະໃຫ້ແກ່ການແລກປ່ຽນຮ່ວມມືດ້ານການແພດການທະຫານລະຫວ່າງສອງຝ່າຍທັງເປັນການສືບຕໍ່ເສີມຂະຫຍາຍໄມຕີຈິດມິດຕະພາບອັນເປັນມູນເຊື້ອຂອງສອງປະເທດໃຫ້ແໜ້ນແຟ້ນຍິ່ງໆຂຶ້ນໄປ, ຊຸກຍູ້ການພົວພັນມິດຕະພາບຂອງສອງປະເທດ, ສອງກອງທັບໃຫ້ປະກົດຜົນເປັນຈິງ.
ການຝຶກຊ້ອມດັ່ງກ່າວ, ຈະໄດ້ຈັດຂຶ້ນຢູ່ສະຖານີລົດໄຟ ເມືອງໂພນໂຮງ ແຂວງວຽງຈັນ ແລະ ບໍລິເວນອ້ອມຂ້າງ, ສ່ວນການບໍລິການດ້ານການແພດແມ່ນຈັດຢູ່ໂຮງໝໍສູນກາງ 103 ກອງທັບນະຄອນຫຼວງວຽງຈັນ, ໂຮງໝໍບໍລິເວນ 107 ກອງທັບແຂວງຫຼວງພະບາງ ແລະໂຮງໝໍທະຫານແຂວງຫຼວງນໍ້າທາເລີ່ມແຕ່ວັນທີ 16-21 ພະຈິກ 2024 ຈຶ່ງຈະສຳເລັດ.
ຂ່າວ-ພາບ: ຄຳໄຕ ຈັນນະຄອນ
ຄໍາເຫັນ