ບໍລິສັດ ລາວຄາຍຢວນບໍ່ແຮ່ ຈຳກັດ ມອບເງິນສົມທົບພັດທະນາເສັ້ນທາງ ແລະ ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມແຂວງຄຳມ່ວນ
ບໍລິສັດ ລາວຄາຍຢວນບໍ່ແຮ່ ຈໍາກັດ ໄດ້ປະກອບສ່ວນມອບເງິນ 500 ລ້ານກີບ ສົມທົບທຶນປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດເລກທີ 12 ແລະ ເຄື່ອງອຸປະໂພກ-ບໍລິໂພກ ມູນຄ່າ 200 ລ້ານກີບ ເພື່ອນຳໄປຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ເມືອງຄູນຄຳ. ພິທີມອບ-ຮັບ ຈັດຂຶ້ນໃນວັນທີ 27 ກໍລະກົດນີ້, ທີ່ຫ້ອງວ່າການແຂວງຄຳມ່ວນ ໃຫ້ກຽດຮັບໂດຍທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມອບໂດຍທ່ານ ຫານ ຫຸຍລູ ປະທານບໍລິສັດ ລາວຄາຍຢວນ ບໍ່ແຮ່ຈໍາກັດ, ໂດຍມີທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີພະແນກໂຍທາທິການ ແລະ ຂົນສົ່ງແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້, ທ່ານ ໄຊຊະນະ ໂຄດພູທອນ ໄດ້ມອບໃບຍ້ອງຍໍໃຫ້ບໍລິສັດ ພ້ອມທັງສະແດງຄວາມຂອບໃຈຕໍ່ການສະໜັບສະໜູນດັ່ງກ່າວ ໂດຍຢືນຢັນວ່າ ແຂວງຈະນຳໃຊ້ເງິນ ແລະ ສິ່ງຂອງທີ່ໄດ້ຮັບໃນຄັ້ງນີ້ໃຫ້ຖືກຈຸດປະສົງ ໂປ່ງໃສ ແລະ ເກີດປະໂຫຍດສູງສຸດຕໍ່ການຟື້ນຟູເສັ້ນທາງ ແລະ ການບັນເທົາຄວາມເດືອດຮ້ອນຂອງປະຊາຊົນ.
ການປະກອບສ່ວນຂອງບໍລິສັດ ລາວຄາຍຢວນບໍ່ແຮ່ ຈຳກັດ ໃນຄັ້ງນີ້ ບໍ່ພຽງແຕ່ຊ່ວຍປັບປຸງ ແລະ ສ້ອມແປງເສັ້ນທາງຍຸດທະສາດຂອງແຂວງ ແລະ ຂອງປະເທດເທົ່ານັ້ນ ແຕ່ຍັງເປັນການຊ່ວຍແບ່ງເບົາຄວາມເດືອດຮ້ອນຂອງປະຊາຊົນຜູ້ປະສົບໄພ ອັນຈະຊ່ວຍສ້າງເງື່ອນໄຂໃຫ້ ການຟື້ນຟູ ແລະ ການພັດທະນາເສດຖະກິດ-ສັງຄົມຂອງແຂວງຄຳມ່ວນ ດຳເນີນໄປຢ່າງຕໍ່ເນື່ອງ.
ຂ່າວ: ມະນີວັນ
ຄໍາເຫັນ