ບໍລິສັດ ລາວຄາຍຢວນບໍ່ແຮ່ ມອບປຸ໋ຍ 27 ໂຕນ ຊ່ວຍເຫຼືອປະຊາຊົນ 7 ບ້ານ

ບໍລິສັດ ລາວຄາຍຢວນບໍ່ແຮ່ ມອບປຸ໋ຍ 27 ໂຕນ ຊ່ວຍເຫຼືອປະຊາຊົນ 7 ບ້ານ

ບໍລິສັດ ລາວຄາຍຢວນບໍ່ແຮ່ ມອບປຸ໋ຍ 27 ໂຕນ ຊ່ວຍເຫຼືອປະຊາຊົນ 7 ບ້ານ
ບໍລິສັດ ລາວຄາຍຢວນບໍ່ແຮ່ ຈໍາກັດ ໄດ້ຈັດພິທີມອບ-ຮັບປຸ໋ຍສູດປະສົມຄຸນນະພາບດີ ຈຳນວນ 27 ໂຕນ ລວມມູນຄ່າ 900 ລ້ານກີບ ໃຫ້ແກ່ປະຊາຊົນ 7 ບ້ານໃນເຂດໂຄງການ ເພື່ອສະໜັບສະໜູນການຜະລິດກະສິກຳໃນລະດູຝົນ ແລະ ຊ່ວຍຍົກຄຸນນະພາບຜົນຜະລິດໃຫ້ສູງຂຶ້ນ.
ບລສດ ລາວຄາຍຢວນບແຮ ມອບປຍ 27 ໂຕນ ຊວຍເຫອປະຊາຊນ 7 ບານ - image 1
 

 

ພິທີມອບ-ຮັບຈັດຂຶ້ນໃນວັນທີ 3 ມິຖຸນານີ້ ທີ່ບໍລິສັດລາວຄາຍຢວນໂດຍມີ ທ່ານ ສົມວິໄຊ ວົງທິລາດ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງຄຳມ່ວນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂັ້ນແຂວງ, ເມືອງ ແລະ ການຈັດຕັ້ງຈາກ 7 ບ້ານເຂົ້າຮ່ວມ.

ທ່ານ ຫວັງປິງ ຮອງຜູ້ອໍານວຍການບໍລິສັດກ່າວວ່າ: ຕະຫຼອດໄລຍະທີ່ຜ່ານມາ ບໍລິສັດໄດ້ຢຶດໝັ້ນໃນແນວຄິດ “ຮ່ວມໃຈພັດທະນາ, ແບ່ງປັນຜົນປະໂຫຍດ, ຮ່ວມກັນເຕີບໃຫຍ່” ພ້ອມທັງສືບຕໍ່ປະຕິບັດພັນທະດ້ານສັງຄົມ ແລະ ຮ່ວມມືກັບທ້ອງຖິ່ນໃນການພັດທະນາຊຸມຊົນຢ່າງຕໍ່ເນື່ອງ. ນັບຕັ້ງແຕ່ເຂົ້າມາດຳເນີນທຸລະກິດໃນແຂວງຄຳມ່ວນ ບໍລິສັດໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໂດຍໄດ້ມອບພາສີ ແລະ ອາກອນໃຫ້ລັດຖະບານລາວຫຼາຍກວ່າ 200 ລ້ານໂດລາ, ສ້າງວຽກເຮັດງານທຳໃຫ້ແຮງງານຫຼາຍກວ່າ 10,000 ຄົນ ແລະ ລົງທຶນກວ່າ 11 ລ້ານໂດລາ ໃນໂຄງການພັດທະນາສັງຄົມທ້ອງຖິ່ນ. ການມອບປຸ໋ຍໃນຄັ້ງນີ້ ຖືເປັນອີກໜຶ່ງກິດຈະກຳສຳຄັນທີ່ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງບໍລິສັດໃນການສົ່ງເສີມການຜະລິດກະສິກຳ, ສ້າງລາຍຮັບໃຫ້ແກ່ປະຊາຊົນ ແລະ ຮ່ວມພັດທະນາຊຸມຊົນໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ. ພ້ອມກັນນີ້ ບໍລິສັດຍັງໄດ້ຢືນຢັນຈະສືບຕໍ່ລົງທຶນໃນດ້ານສາທາລະນະປະໂຫຍດ, ການພັດທະນາຊົນນະບົດ ແລະ ການສົ່ງເສີມການຜະລິດກະສິກຳ ເພື່ອສ້າງຄຸນນະພາບຊີວິດທີ່ດີຂຶ້ນໃຫ້ແກ່ປະຊາຊົນໃນເຂດໂຄງການ ແລະ ພື້ນທີ່ໃກ້ຄຽງຕໍ່ໄປ.

ໂອກາດດັ່ງກ່າວນີ້ ບໍລິສັດ ລາວຄາຍຢວນບໍ່ແຮ່ ຈຳກັດ ຍັງໄດ້ມອບກອງທຶນພັດທະນາບ້ານປະຈຳປີ 2026ຈຳນວນ 70 ລ້ານກີບ ໃຫ້ແກ່ 7 ບ້ານ ເພື່ອນໍາໄປໃຊ້ໃນການພັດທະນາທ້ອງຖິ່ນ ແລະ ສາທາລະນະປະໂຫຍດ.

ບລສດ ລາວຄາຍຢວນບແຮ ມອບປຍ 27 ໂຕນ ຊວຍເຫອປະຊາຊນ 7 ບານ - image 2
 

ທ່ານ ສົມວິໄຊ ວົງທິລາດ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອສັງຄົມຂອງບໍລິສັດ ບໍ່ວ່າໃນໄລຍະຜ່ານມາກໍຄືປັດຈຸບັນ, ພ້ອມທັງໄດ້ຮຽກຮ້ອງມາຍັງການຈັດຕັ້ງບ້ານ ໃນ 7 ບ້ານທີ່ໄດ້ຮັບເອົາການຊ່ວຍເຫຼືອໃນຄັ້ງນີ້ ຈົ່ງໄດ້ນໍາເອົາຜົນການຊ່ວຍເຫຼືອດັ່ງກ່າວ ໄປແຈກຢາຍໃຫ້ປະຊາຊົນໃນຂອບເຂດບ້ານຂອງຕົນ ເພື່ອນໍາໃຊ້ເຂົ້າໃນການຜະລິດກະສິກຳໃຫ້ໄດ້ຮັບໝາກຮັບຜົນ ແລະ ມີປະສິດທິພາບສູງ ເຮັດໃຫ້ຊີວິດການເປັນຢູ່ນັບມື້ໄດ້ຮັບການພັດທະນາດີຂຶ້ນ.

ຂ່າວ: ມະນີວັນ

ຄໍາເຫັນ

ຂ່າວການຮ່ວມມື

ການນໍາເມືອງທຸລະຄົມ ແລະ ທູດຫວຽດນາມປະຈຳລາວ ວາງພວງມາລາ ທີ່ຫໍສີລາຈາລຶກນັກຮົບວິລະຊົນ ລາວ-ຫວຽດນາມ

ການນໍາເມືອງທຸລະຄົມ ແລະ ທູດຫວຽດນາມປະຈຳລາວ ວາງພວງມາລາ ທີ່ຫໍສີລາຈາລຶກນັກຮົບວິລະຊົນ ລາວ-ຫວຽດນາມ

ວັນທີ 24 ກໍລະກົດ 2026 ນີ້, ສະຫາຍ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ແລະ ການນຳເມືອງທຸລະຄົມ ນໍາໂດຍ ສະຫາຍ ບຸນເລີດ ສີຫາປັນຍາ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງເມືອງທຸລະຄົມ ພ້ອມຄະນະ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມວາງພວງມາລາ - ຈູດທູບທຽນໄວ້ອາໄລເຖິງດວງວິນຍານບັນດາທະຫານອາສາສະໝັກ ນັກຮົບວິລະຊົນ
ກອງປະຊຸມສະເພາະກິດ ຂອງຄະນະກໍາມະການຊີ້ນໍາຮ່ວມ (JSC) ຂອບການຮ່ວມມື ເພື່ອການພັດທະນາແບບຍືນຍົງ

ກອງປະຊຸມສະເພາະກິດ ຂອງຄະນະກໍາມະການຊີ້ນໍາຮ່ວມ (JSC) ຂອບການຮ່ວມມື ເພື່ອການພັດທະນາແບບຍືນຍົງ

ໃນວັນທີ 23 ກໍລະກົດນີ້ ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດຮ່ວມກັບ ຫ້ອງການຜູ້ປະສານງານອົງການ ສະຫະປະຊາຊາດ (ສປຊ) ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມສະເພາະກິດ ຂອງຄະນະກໍາມະການຊີ້ນໍາຮ່ວມ (JSC) ຂອບການຮ່ວມມື ເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການ ສປຊ ໄລຍະປີ 2022-2026, ໂດຍການເປັນປະທານຮ່ວມຂອງທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ທ່ານ Bakhodir Burkhanov ຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ ຊຶ່ງມີຜູ້ຕາງໜ້າຈາກບັນດາກະຊວງຂະ ແໜງການ ແລະ ບັນດາອົງການເຄືອຂ່າຍ ສປຊ ເຂົ້າຮ່ວມຫຼາຍກ່ວາ 50 ທ່ານ.
ທ່ານ ທອງສະຫວັນ ພົມວິຫານ ສືບຕໍ່ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບ ຄູ່ຮ່ວມເຈລະຈາອາຊຽນ

ທ່ານ ທອງສະຫວັນ ພົມວິຫານ ສືບຕໍ່ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບ ຄູ່ຮ່ວມເຈລະຈາອາຊຽນ

ໃນວັນທີ 23 ກໍລະກົດນີ້ ທີ່ ມະນິລາ ປະເທດຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນລາວ ສືບຕໍ່ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນບວກສາມຄັ້ງທີ 27, ກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 33 ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດຂອງກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອັສ) ຄັ້ງທີ 16.
ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ - ສ ເກົາຫຼີ ຄັ້ງທີ 14

ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ - ສ ເກົາຫຼີ ຄັ້ງທີ 14

ໃນວັນທີ 23 ກໍລະກົດຜ່ານມາ ທີ່ ນະຄອນຫຼວງມະນິລາ ປະເທດຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ຳຂອງ - ສ ເກົາຫຼີ ຄັ້ງທີ 14 (14thMekong-ROKForeignMinisters’ Meeting) ໂດຍການເປັນປະທານຮ່ວມຂອງທ່ານ SihasakPhuangketkeow ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດໄທ ແລະ ທ່ານChoHyun ລັດຖະມົນຕີກະຊວງການຕ່າງປະເທດ ສ ເກົາຫຼີ ຊຶ່ງຈັດຂຶ້ນຄຽງຄູ່ກັບກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ.
ລມຕ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຕ້ອນຮັບທູດສະຫະຣາຊະອານາຈັກອັງກິດ ເຂົ້າຢ້ຽມອໍາລາ

ລມຕ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຕ້ອນຮັບທູດສະຫະຣາຊະອານາຈັກອັງກິດ ເຂົ້າຢ້ຽມອໍາລາ

ໃນວັນທີ 23 ກໍລະກົດນີ້ ທີ່ ຫ້ອງຮັບແຂກກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມພົບປະ ແລະ ອຳລາ ຂອງ ທ່ານ ນາງ Mel Barlow ເອກອັກຄະຣາຊະທູດ ແຫ່ງສະຫະຣາຊະອານາຈັກ ອັງກິດ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໃນໂອກາດທີ່ທ່ານໄດ້ສຳເລັດວາລະການດຳລົງຕຳແໜ່ງທາງການທູດ ຢູ່ ສປປ ລາວ.
ທ່ານ ທອງສະຫວັນ ພົມວິຫານ ເປັນປະທານຮ່ວມ ແລະ ເຂົ້າຮ່ວມກອງປະຊຸມ ລມຕ ຕ່າງປະເທດອາຊຽນ ກັບ ຄູ່ຮ່ວມເຈລະຈາອາຊຽນ

ທ່ານ ທອງສະຫວັນ ພົມວິຫານ ເປັນປະທານຮ່ວມ ແລະ ເຂົ້າຮ່ວມກອງປະຊຸມ ລມຕ ຕ່າງປະເທດອາຊຽນ ກັບ ຄູ່ຮ່ວມເຈລະຈາອາຊຽນ

ໃນວັນທີ 22 ກໍລະກົດນີ້ ທີ່ ມະນີລາ ຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກ ລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບ ບັນດາປະເທດຄູ່ເຈລະຈາອາຊຽນ ຈໍານວນ 11 ກອງປະຊຸມ ຄື: ກອງປະຊຸມລັດຖະມົນຕີຕ່າງປະເທດ ລະຫວ່າງ ອາຊຽນ ກັບ ອິນເດຍ, ການາດາ, ສ.ອາເມຣິກາ, ຣັດເຊຍ, ຈີນ, ສ ເກົາຫຼີ, ຍີ່ປຸ່ນ, ອົສຕຣາລີ, ນິວຊີແລນ, ອັງກິດ ແລະ ສະຫະພາບເອີຣົບ.
ລມຕ ຕ່າງປະເທດ ລາວ-ການາດາ ພົບປະສອງຝ່າຍ ເພື່ອເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື

ລມຕ ຕ່າງປະເທດ ລາວ-ການາດາ ພົບປະສອງຝ່າຍ ເພື່ອເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື

ໃນວັນທີ 22 ກໍລະກົດນີ້, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ນາງ ອານິຕາ ອານັນ (Anita Anand) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ການາດາ ໃນໂອກາດເຂົ້າຮ່ວມກອງປະຊຸມປິ່ນອ້ອມ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59 ທີ່ ນະຄອນຫຼວງມານິລາ ສາທາລະນະລັດ ຟິລິບປິນ, ຊຶ່ງ ສປປ ລາວ ໄດ້ຮັບກຽດເປັນປະເທດປະສານງານ ໃຫ້ແກ່ ອາຊຽນ-ການາດາ (ໄລຍະ 2024-2027).
ກອງ​ປະຊຸມ ​ຄັ້ງທີ 6 ຄະນະ​ວິຊາການປະສົມ​ຊາຍ​ແດນ ລາວ-ຫວຽດນາມ

ກອງ​ປະຊຸມ ​ຄັ້ງທີ 6 ຄະນະ​ວິຊາການປະສົມ​ຊາຍ​ແດນ ລາວ-ຫວຽດນາມ

ໃນລະຫວ່າງ ​ວັນ​ທີ 14-16 ກໍລະກົດຜ່ານມານີ້ ທີ່ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມ ຄັ້ງທີ 6 ລະຫວ່າງ ຄະນະວິຊາການຊາຍແດນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຄະນະວິຊາການຊາຍແດນ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. ຝ່າຍລາວນໍາໂດຍ ສະຫາຍ ອານຸສິນ ຂັດຕິຍະລາດ ຫົວໜ້າຫ້ອງການຄະນະກໍາມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ, ຫົວໜ້າວິຊາການປະສົມຊາຍແດນ ລາວ-ຫວຽດນາມ, ເປັນຫົວໜ້າຄະນະ ແລະ ຝ່າຍຫວຽດນາມ ນໍາໂດຍ ສະຫາຍ ຫງວ້ຽນ ຮວ່າງ ຫາຍ, ຮອງຄະນະກໍາມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ, ຫົວໜ້າຄະນະວິຊາການປະສົມຊາຍແດນ ຫວຽດນາມ-ລາວ, ເປັນຫົວໜ້າຄະນະ. ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຍັງມີຜູ້ຕາງໜ້າພະແນກການຕ່າງປະເທດແຂວງຫຼວງພະບາງ ແລະ ຜູ້ຕາງໜ້າກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍານະຄອນຫຼວງພະບາງ.
ຮອງລັດຖະມົນຕີ ເຂົ້າຮ່ວມກອງປະຊຸມປຶກສາຫາລືສອງຝ່າຍ ລາວ-ສິງກະໂປ ຄັ້ງທີ IIທີ່ ສິງກະໂປ

ຮອງລັດຖະມົນຕີ ເຂົ້າຮ່ວມກອງປະຊຸມປຶກສາຫາລືສອງຝ່າຍ ລາວ-ສິງກະໂປ ຄັ້ງທີ IIທີ່ ສິງກະໂປ

ໃນວັນທີ 21ກໍລະກົດ ຜ່ານມານີ້ ທີ່ ກະຊວງການຕ່າງປະເທດສິງກະໂປ ໄດ້ມີການຈັດກອງປະຊຸມປຶກສາຫາລືສອງຝ່າຍ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ສິງກະໂປ ຄັ້ງທີ II ຊຶ່ງຕາງໜ້າຝ່າຍລາວ ນໍາພາຄະນະເຂົ້າຮ່ວມໂດຍ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຕາງໜ້າຈາກຝ່າຍສິງກະໂປ ເຂົ້າຮ່ວມໂດຍ ທ່ານນາງ ຟູ ຈີ ເຊຍ (Foo Chi Hsia) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສິງກະໂປ ພ້ອມດ້ວຍຄະນະ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59 ເເບບຄົບຄະນະ ຄັ້ງທີ 59 ເເບບວົງເເຄບ ແລະ ກອງປະຊຸມປຶກສາຫາລື

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59 ເເບບຄົບຄະນະ ຄັ້ງທີ 59 ເເບບວົງເເຄບ ແລະ ກອງປະຊຸມປຶກສາຫາລື

ໃນຕອນເຊົ້າວັນທີ 21 ກໍລະກົດ ນີ້ ທີ່ມະນິລາ ປະເທດຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີເປີດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59 ຢ່າງເປັນທາງການ ໂດຍການເປັນປະທານຂອງ ທ່ານ ນາງ ມາ ເຕເຣຊາ ລາຊາໂຣລັດຖະມົນຕີຕ່າງປະເທດ ຟີລິບປິນ. ໃນພິທີເປີດ ໄດ້ມີຜູ້ເຂົ້າຮ່ວມຈາກຫຼາຍພາກສ່ວນເປັນຕົ້ນແມ່ນ ບັນດາລັດຖະມົນຕີຕ່າງປະເທດອາຊຽນ, ເລຂາທິການໃຫຍ່ອາຊຽນ ແລະ ແຂກຮັບເຊີນຈາກບັນດາຂະແໜງການຕ່າງໆ.
ເພີ່ມເຕີມ