ຮອງລັດຖະມົນຕີ ສສກ ເຂົ້າຮ່ວມກອງປະຊຸມໂຕະມົນລັດຖະມົນຕີອາຊຽນ

ຮອງລັດຖະມົນຕີ ສສກ ເຂົ້າຮ່ວມກອງປະຊຸມໂຕະມົນລັດຖະມົນຕີອາຊຽນ

ຮອງລັດຖະມົນຕີ ສສກ ເຂົ້າຮ່ວມກອງປະຊຸມໂຕະມົນລັດຖະມົນຕີອາຊຽນ
ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມໂຕະມົນລັດຖະມົນຕີອາຊຽນ ວ່າດ້ວຍການເຂົ້າເຖິງ ແລະ ການພັດທະນາແບບຍືນຍົງໃນການສຶກສາຊັ້ນສູງ ຜ່ານລະບົບອອນລາຍ ຂຶ້ນຫວ່າງບໍ່ດົນມານີ້ ທີ່ຫ້ອງປະຊຸມກະຊວງ ສສກ ກອງປະຊຸມດັ່ງກ່າວຈັດຂຶ້ນຄຽງຄູ່ກັບກອງປະຊຸມປຶກສາຫາລືຂັ້ນເຈົ້າໜ້າທີ່ອາວຸໂສ ພາຍໃຕ້ຫົວຂໍ້: "ການສົ່ງເສີມການເຂົ້າເຖິງການສຶກສາຊັ້ນສູງທີ່ເທົ່າທຽມ ແລະ ມີຄຸນນະພາບ ໂດຍການຫັນເປັນດີຈີຕອນ, ຄວາມຍືນຍົງ ແລະ ເຊື່ອມໂຍງກັນໃນລະດັບພາກພື້ນ".
ຮອງລດຖະມນຕ ສສກ ເຂາຮວມກອງປະຊມໂຕະມນລດຖະມນຕອາຊຽນ - image 1
 

ກອງປະຊຸມໂຕະມົນຄັ້ງນີ້, ເປັນເວທີລະດັບສູງທີ່ມີຄວາມໝາຍສຳຄັນ ໃນການແລກປ່ຽນທັດສະນະຍຸດທະສາດ ແລະ ກຳນົດແນວທາງການຮ່ວມມື ເພື່ອພັດທະນາລະບົບການສຶກສາຊັ້ນສູງໃນພາກພື້ນອາຊຽນ. ໃນໂອ ກາດນີ້, ທ່ານ ນາງ ດາລາວອນ ກິດຕິພັນ ຕາງໜ້າໃຫ້ ສປປ ລາວ ໄດ້ກ່າວມີຄຳເຫັນແລກປ່ຽນທັດສະນະ ໂດຍໄດ້ຢືນຢັນຄຳໝາຍໝັ້ນຂອງ ສປປ ລາວ ໃນການເສີມຂະຫຍາຍການເຂົ້າເຖິງການສຶກສາຊັ້ນສູງທີ່ມີຄຸນນະ ພາບ ແລະ ເທົ່າທຽມ ໂດຍຜ່ານການຫັນວຽກງານດັ່ງກ່າວໃຫ້ເປັນດີຈີຕອນ, ການຊຸກຍູ້ການນຳໃຊ້ນະວັດຕະກຳ ແລະ ການຮັດແໜ້ນການຮ່ວມມືກັບພາກພື້ນ. ນອກນັ້ນ, ສປປ ລາວ ຍັງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການສົ່ງເສີມການຮ່ວມມືລະຫວ່າງບັນດາປະເທດສະມາຊິກອາຊຽນ ເພື່ອຮ່ວມກັນພັດທະນາລະບົບການສຶກສາຊັ້ນສູງແບບຮອບດ້ານ, ເຂັ້ມແຂງ ແລະ ຍືນຍົງສຳລັບທຸກຄົນ.

ພ້ອມດຽວກັນນັ້ນ, ກອງປະຊຸມຍັງໄດ້ຮ່ວມກັນຮັບຮອງເອົາເອກະສານສຳຄັນຂອງພາກພື້ນຈຳນວນ 3 ສະບັບ ຄື: ຖະແຫຼງການລັດຖະມົນຕີອາຊຽນດ້ານການສຶກສາຊັ້ນສູງ ວ່າດ້ວຍການເຂົ້າເຖິງ ແລະ ການພັດ ທະນາແບບຍືນຍົງ; ຂໍ້ກຳນົດຂອບການດຳເນີນງານຂອງສູນຄວາມເປັນເລີດອາຊຽນດ້ານການສ້າງ ແລະ ພັດທະນາຄູ; ບົດສະເໜີໂຄງການອາຊຽນ ເພື່ອການແລກປ່ຽນສາກົນດ້ານການເຄື່ອນຍ້າຍ ແລະ ທຶນການສຶກສາ, ການສະໜັບສະໜູນການຄົ້ນຄວ້າວິໄຈ ແລະ ແພລດຟອມເປົ້າໝາຍການພັດທະນາແບບຍືນຍົງ (ASEAN GEM Plus).

ພາບ-ຂໍ້ມູນ: ກົມຮ່ວມມືກັບຕ່າງປະເທດ ສສກ.

ຂ່າວ: ລູກນ້ຳເຊ ອິນທະດາລິນ

ຄໍາເຫັນ

ຂ່າວການຮ່ວມມື

ທ່ານ ໄມທອງ ທໍາມະວົງສາພົບປະກັບ ທ່ານເລຂາທິການບໍລິຫານງານຂອງອົງການCTBTO

ທ່ານ ໄມທອງ ທໍາມະວົງສາພົບປະກັບ ທ່ານເລຂາທິການບໍລິຫານງານຂອງອົງການCTBTO

ໃນວັນທີ 20 ກໍລະກົດນີ້ ທີ່ ກະຊວງການຕ່າງປະເທດ, ທ່ານ ໄມທອງ ທໍາມະວົງສາຮອງລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ຕ້ອນຮັບການພົບປະຂອງທ່ານ ໂຣເບີດ ໂຟລຍ(Robert Floyd), ເລຂາທິການບໍລິຫານງານຂອງອົງການສົນທິສັນຍາວ່າດ້ວຍການເກືອດຫ້າມການທົດລອງອາວຸດນິວເຄລຍທຸກຮູບແບບ (Comprehensive Nuclear-Test-Ban Treaty Organization: CTBTO) ໃນໂອກາດທີ່ມາເຮັດວຽກກັບບັນດາປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ກໍຄືຢູ່ ສປປ ລາວ ໃນລະຫວ່າງວັນທີ 19-22 ກໍລະກົດ 2026.
ລມຕ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ເຄື່ອນໄຫວວຽກງານທາງລັດຖະການ ທີ່ ສສ ຫວຽດນາມ

ລມຕ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ເຄື່ອນໄຫວວຽກງານທາງລັດຖະການ ທີ່ ສສ ຫວຽດນາມ

ໃນລະຫວ່າງ ວັນທີ 13-17 ກໍລະກົດຜ່ານມານີ້, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວວຽກງານທາງລັດຖະການທີ່ ສສ ຫວຽດນາມ ໂດຍໄດ້ພົບປະສອງຝ່າຍຢ່າງເປັນທາງການ ກັບ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຂອງ ສສ ຫວຽດນາມ. ນອກຈາກນັ້ນ, ຄະນະຝ່າຍລາວ ຍັງໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ຟາມ ຢາ ຕຸກກຳມະການກົມການເມືອງສູນກາງພັກຮອງນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ຊຶ່ງໄດ້ລາຍງານສະພາບ ການຮ່ວມມື ແລະ ຜົນສຳເລັດໃນການຈັດຕັ້ງປະຕິບັດ ວຽກງານການຮ່ວມມື ໃນຂະແໜງກະສິກຳ ແລະ ສິ່ງແວດລ້ອມ ໃນໄລຍະ 5 ປີຜ່ານມາ.
ລົງນາມສົ່ງເສີມການຮ່ວມມືທາງດ້ານການເງິນ ແລະ ຕະຫຼາດຄຳ

ລົງນາມສົ່ງເສີມການຮ່ວມມືທາງດ້ານການເງິນ ແລະ ຕະຫຼາດຄຳ

ພິທີເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການສົ່ງເສີມການຮ່ວມມືທາງດ້ານການເງິນ ແລະ ຕະຫຼາດຄຳ ລະຫວ່າງ ກະຊວງການເງິນ ແລະ ສຳນັກງານບໍລິການດ້ານການເງິນ ແລະ ຄັງເງິນ ເຂດປົກຄອງພິເສດຮົງກົງ ສປ ຈີນ ໄດ້ຈັດຂຶ້ນໃນວັນທີ 20 ກໍລະກົດ 2026, ທີ່ນະຄອນຫຼວງວຽງຈັນ ໂດຍການຮ່ວມລົງນາມລະຫວ່າງ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ແລະ ທ່ານ ຄຣິສໂຕເຟີ ຮຸຍ (Christopher Hui)ລັດຖະມົນຕີກະຊວງບໍລິການທາງດ້ານການເງິນ ແລະ ຄັງເງິນ ແຫ່ງເຂດປົກຄອງພິເສດຮົງກົງ ສປ ຈີນ. ພ້ອມນີ້, ຍັງໄດ້ເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືທາງດ້ານທຸລະກິດ ລະຫວ່າງ ທ່ານ ຈັນທອນ ສິດທິໄຊ ຜູ້ອໍານວຍການໃຫຍ່ ທະນາຄານຄໍາລາວ ແລະ ທ່ານ ດາມຽນ ຮານ (Damien Han) ຫົວໜ້າຝ່າຍຂາຍ ປະຈຳພາກພື້ນອາຊີ-ປາຊີຟິກ ຂອງບໍລິສັດ ເອັມເຄເອັດພຳ (MKS PAMP) ໂດຍມີທ່ານ ສັນຕິພາບ ພົມວິຫານ ແລະ ທ່ານ ຄຣິສໂຕເຟີ ຮຸຍ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ທູດອົດສະຕາລີ ຢ້ຽມຢາມກຸ່ມຫັດຖະກຳ ຂອງບຸກຄົນທີ່ມີຄວາມພິການ

ທູດອົດສະຕາລີ ຢ້ຽມຢາມກຸ່ມຫັດຖະກຳ ຂອງບຸກຄົນທີ່ມີຄວາມພິການ

ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົດສະຕາລີ ປະຈຳ ສປປ ລາວ ໄດ້ໄປຢ້ຽມຢາມກຸ່ມຫັດຖະກຳ ຂອງບຸກຄົນທີ່ມີຄວາມພິການ ຢູ່ບ້ານຊ່າງໄຫ ເມືອງປາກອູ ແຂວງຫຼວງພະບາງເມື່ອ​ບໍ່​ດົນ​ມາ​ນີ້, ໂດຍໄດ້ພົບປະກັບບັນດາແມ່ຍິງຜູ້ປະກອບການ ແລະ ບຸກຄົນມີຄວາມພິການ ທີ່ໄດ້ຂະຫຍາຍທຸລະກິດຂອງຕົນ ຜ່ານການສະໜັບສະໜູນ ຈາກອົງການການຄ້າລະດັບພາກພື້ນ ເພື່ອການພັດທະນາ (RT4D), ຊຶ່ງໄດ້ຮັບການຕ້ອນຮັບຈາກ ທ່ານ ວຽງສະຫວ່າງ ທິບພະວົງ ຮອງຫົວໜ້າ ສະຖາບັນອຸດສາຫະກຳການຄ້າ ແລະພະລັງງານ (IICE) ກະຊວງອຸດສາຫະກໍາ ແລະ ການຄ້າ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງຈກ​ພາກ​ລັດ ແລະຜູ້ປະກອບການ ໂອດັອບ ທີ່ເຂົ້າຮ່ວມໂຄງການ.
ສາຍສຳພັນແຫ່ງການພັດທະນາບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ຕ່າງຝ່າຍຕ່າງໄດ້ຮັບໄຊຊະນະ

ສາຍສຳພັນແຫ່ງການພັດທະນາບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ຕ່າງຝ່າຍຕ່າງໄດ້ຮັບໄຊຊະນະ

ການຮ່ວມມືດ້ານການພັດທະນາ ລະຫວ່າງ ລາວ-ຈີນ ໄດ້ຖືເອົາການເຊື່ອມໂຍງໂຄງລ່າງພື້ນ ຖານເປັນແນວທາງຫຼັກ, ຖືເອົາການຍົກລະດັບໂຄງສ້າງການຄ້າເປັນແນວທາງສໍາຄັນແລະ ຖືເອົາການຂະຫຍາຍໄປສູ່ຂົງເຂດໃໝ່ເປັນທິດທາງ, ກໍ່ໃຫ້ເກີດເປັນແບບແຜນການຮ່ວມມືທີ່ເກື້ອກູນ ແລະ ຕ່າງຝ່າຍຕ່າງໄດ້ຮັບໄຊຊະນະ.
ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ກອງປະຊຸມຄະນະບໍລິຫານງານຂອງຄະນະກຳມະການເຂດປອດອາວຸດນິວເຄລຍອາຊີຕາເວັນອອກສ່ຽງໃຕ້

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ກອງປະຊຸມຄະນະບໍລິຫານງານຂອງຄະນະກຳມະການເຂດປອດອາວຸດນິວເຄລຍອາຊີຕາເວັນອອກສ່ຽງໃຕ້

ໃນວັນທີ 19 ກໍລະກົດນີ້ ທີ່ ມະນິລາປະເທດ ຟີລິບປິນ, ທ່ານ ພົງສະຫວັນ ສີສຸລາດຮອງລັດຖະມົນຕີກະຊວງການຕ່າງປະເທດຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ກອງປະຊຸມຄະນະບໍລິຫານງານຂອງຄະນະກໍາມະການເຂດປອດອາວຸດນິວເຄລຍອາຊີຕາເວັນອອກສ່ຽງໃຕ້. ເຂົ້າຮ່ວມໃນກອງປະຊຸມໃນຄັ້ງນີ້ ມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ຮອງເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍຄະນະ.
ສປປ ລາວ ລົງນາມເປັນປະເທດສະມາຊິກຜູ້ຮ່ວມກໍ່ຕັ້ງອົງການຮ່ວມມືປັນຍາປະດິດໂລກ

ສປປ ລາວ ລົງນາມເປັນປະເທດສະມາຊິກຜູ້ຮ່ວມກໍ່ຕັ້ງອົງການຮ່ວມມືປັນຍາປະດິດໂລກ

ໃນວັນທີ 16 ກໍລະກົດນີ້ ທີ່ນະຄອນຊຽງໄຮ້ ສປ ຈີນ, ທ່ານ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ຕາງໜ້າລັດຖະ ບານ ແຫ່ງ ສປປ ລາວ ໄດ້ລົງນາມເປັນປະເທດຜູ້ຮ່ວມກໍ່ຕັ້ງອົງການຮ່ວມມືປັນຍາປະດິດໂລກ(Agreement of the establishment of the World Artificial Intelligence Cooperation Organisation – WAICO).
ເສັ້ນທາງແຫ່ງການຮ່ວມຊາຕາກໍາຂອງປະເທດທີ່ມີພູຜາ ແລະ ສາຍນໍ້າເຊື່ອມຕໍ່ກັນ

ເສັ້ນທາງແຫ່ງການຮ່ວມຊາຕາກໍາຂອງປະເທດທີ່ມີພູຜາ ແລະ ສາຍນໍ້າເຊື່ອມຕໍ່ກັນ

ວັນທີ 25 ເມສາ 1961, ສາທາລະນະລັດ ປະຊາຊົນຈີນ ແລະ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ໄດ້ສ້າງສາຍພົວພັນການທູດຢ່າງເປັນທາງການ. ຕະຫຼອດໄລຍະ 65 ປີທີ່ ຜ່ານມາ, ສອງປະເທດໄດ້ພັດທະນາການສາຍພັນຈາກການສະໜັບສະໜູນຊຶ່ງກັນ ແລະ ກັນ ໃນໄລຍະຕົ້ນແຫ່ງການສ້າງສາຍພົວພັນການທູດ ຈົນກ້າວສູ່ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ຕໍ່ມາໄດ້ຮ່ວມກັນສ້າງປະຊາຄົມຄູ່ຮ່ວມຊາຕາກຳ ລາວ-ຈີນ, ສະແດງໃຫ້ເຫັນເຖິງການຍົກລະດັບຖານະສາຍພົວພັນຢ່າງຕໍ່ເນື່ອງ.
ກອງປະຊຸມ ອົງການໄອຍະການປະຊາຊົນບັນດາແຂວງທີ່ມີຊາຍແດນຕິດຈອດກັນ ລາວ-ຫວຽດນາມ ຄັ້ງທີ VIII

ກອງປະຊຸມ ອົງການໄອຍະການປະຊາຊົນບັນດາແຂວງທີ່ມີຊາຍແດນຕິດຈອດກັນ ລາວ-ຫວຽດນາມ ຄັ້ງທີ VIII

ກອງປະຊຸມອົງການໄອຍະການປະຊາຊົນບັນດາແຂວງ ທີ່ມີຊາຍແດນຕິດຈອດກັນ ລາວ-ຫວຽດນາມ ຄັ້ງທີ VIII ໄດ້ໄຂຂຶ້ນໃນວັນທີ 16 ກໍລະກົດ 2026 ທີ່ ໂຮງແຮມພູແມນ ແຂວງຫຼວງພະບາງ ສປປ ລາວ ພາຍໃຕ້ຫົວຂໍ້ “ເພີ່ມທະວີການຮ່ວມມືທາງອາຍາລະຫວ່າງປະເທດ ເພື່ອສະກັດກັ້ນ ແລະ ຕ້ານອາຊະຍາກຳຂ້າມຊາດ ໂດຍສະເພາະອາຊະຍາກຳໄຊເບີ ຢ່າງມີປະສິດທິຜົນ” ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ) ແຫ່ງ ສປປ ລາວ ແລະ ສະຫາຍ ຫງວຽນ ຮຸຍ ຕຽນ ກຳມະການສູນກາງພັກກອມມູນິດ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ, ມີບັນດາສະຫາຍຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ບັນດາກົມ, ອົງການໄອຍະການປະຊາຊົນພາກ, ແຂວງ-ນະຄອນຫຼວງ, ອົງການໄອຍະການທະຫານ ລາວ-ຫວຽດນາມ ເຂົ້າຮ່ວມ.
ປະທານອົງການກວດສອບແຫ່ງລັດ ຕ້ອນຮັບຫົວໜ້າຫ້ອງການກວດສອບອິນເດຍ ປະຈຳມາເລເຊຍ

ປະທານອົງການກວດສອບແຫ່ງລັດ ຕ້ອນຮັບຫົວໜ້າຫ້ອງການກວດສອບອິນເດຍ ປະຈຳມາເລເຊຍ

ໃນວັນທີ 16 ກໍລະກົດນີ້ ທີ່ອົງການກວດສອບແຫ່ງລັດ, ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ພີ ວີ ຮາຣິ ກຣິສນາ (Mr. P. V. Hari Krishna) ຫົວໜ້າຫ້ອງການກວດສອບປະເທດອິນເດຍ ປະຈຳກົວລາລຳເປີ ປະເທດມາເລເຊຍ ພ້ອມດ້ວຍຜູ້ຕາງໜ້າຈາກ ສະຖານທູດອິນເດຍ ປະຈຳ ສປປ ລາວ ເພື່ອປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນກ່ຽວກັບແນວທາງການຮ່ວມມືລະຫວ່າງອົງການກວດສອບແຫ່ງລັດ ສປປ ລາວ ແລະ ອົງການກວດສອບແຫ່ງລັດອິນເດຍ.
ເພີ່ມເຕີມ