ຮອງປະທານສູນກາງແນວລາວສ້າງຊາດຢ້ຽມຢາມ ແຂວງຢຸນນານ

ຮອງປະທານສູນກາງແນວລາວສ້າງຊາດຢ້ຽມຢາມ ແຂວງຢຸນນານ
ໃນລະຫວ່າງວັນທີ 26-27 ມີນາຜ່ານມາ,  ທ່ານ ອ໋ອດ ພົງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ ບໍ່ປະຈໍາການ,ຫົວໜ້າຄະນະທີ່ປຶກສາວຽກງານເສດຖະກິດ, ກອງທຶນສາມັກຄີ ແລະ ພັດທະນາແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ເດີນທາງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງຢຸນນານ ສປ ຈີນ. ໃນໂອກາດດັ່ງກ່າວກໍໄດ້ເຂົ້າພົບປະຢ້ຽມຢາມ ທ່ານ ລູພືນ ປະທານສະພາທີ່ປຶກສາການເມືອງນະຄອນພູເອີ ແຂວງຢຸນນານ ສປ ຈີນ  ທີ່ຫ້ອງການປົກຄອງນະຄອນພູເອີ. 
 ໃນການຢ້ຽມຢາມພົບປະໃນຄັ້ງນີ້ ສອງຝ່າຍກໍໄດ້ແຈ້ງສະພາບການພັດທະນາ-ເສດຖະກິດສັງຄົມ ປະເທດຂອງຕົນໃຫ້ກັນຊາບ ຊຶ່ງທ່ານຮອງປະທານ ສນຊ ບໍ່ປະຈໍາການ ໄດ້ສະເໜີແຜນການຮ່ວມມືໃນການພັດທະນາເສດຖະກິດ-ສັງຄົມ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນລຽບຕາມຊາຍແດນ ເປັນຕົ້ນການຮ່ວມມືດ້ານການທ່ອງທ່ຽວ, ກະສິກໍາ, ການປຸງແຕ່ງ ສະເໜີໃຫ້ສະພາທີ່ປືກສາການເມືອງ ນະຄອນພູເອີ ສ້າງເງື່ອນໄຂໃຫ້ນັກລົງທຶນນະຄອນພູເອີ ໄປລົງທຶນຢູ່ ສປປ ລາວ.ທ່ານ ລູພືນ ເຫັນດີຍົກລະດັບການຮ່ວມມືໃນການພັດທະນາເສດຖະກິດ-ສັງຄົມ ເພາະ  ສປ ຈີນ ໄດ້ບັນລຸການແກ້ໄຂຄວາມທຸກຍາກປະຊາຊົນໄດ້ໂດຍພື້ນຖານ ແລະ ມີບົດຮຽນ, ມີທ່າແຮງທີ່ຈະຊ່ວຍເຫຼືອລາວໃນການແກ້ໄຂຄວາມທຸກຍາກຊຶ່ງນະຄອນພູເອີ ຈະຊ່ວຍສ້າງໂຮງຮຽນມັດທະຍົມ ແລະ ໂຮງຮຽນປະຖົມໃຫ້ເມືອງຍອດອູ ແຂວງຜົ້ງສາລີ, ເຫັນດີສ້າງກົນໄກການຮ່ວມມືກັບນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ແລະ ສະເໜີໂຄງການຮ່ວມມືໃນການພັດທະນາອາຊີບທີ່ໝັ້ນຄົງໃຫ້ຊາວໜຸ່ມລາວ. ນອກຈາກນັ້ນ, ຄະນະຜູ້ແທນຍັງໄດ້ຢ້ຽມຢາມການພັດທະນາ ຂອງນະຄອນພູເອີ ຢູ່ຕາແສງໃໝເຫີຍ ແລະ ຕາແສງຖົງສີນ ແລະ ແຫຼ່ງທ່ອງທ່ຽວສວນຊາ ຢູ່ນະຄອນພູເອີຕື່ມອີກ.
(ຂ່າວ-ພາບ:ສນຊ)

ຄໍາເຫັນ

ຂ່າວການຮ່ວມມື

ການນໍາແຂວງຫຼວງພະບາງ ເຂົ້າອວຍພອນກົງສູນໃຫຍ່ ສປ ຈີນ ປະຈຳພາກເໜືອ

ການນໍາແຂວງຫຼວງພະບາງ ເຂົ້າອວຍພອນກົງສູນໃຫຍ່ ສປ ຈີນ ປະຈຳພາກເໜືອ

ຕອນບ່າຍວັນທີ 6 ກຸມພານີ້, ການນໍາແຂວງຫຼວງພະບາງ ນຳໂດຍ ທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາບໍລິຫານງານພັກແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ທ່ານ ຈາງ ເສີ້ ພີງ ກົງສູນໃຫຍ່ ສປ ຈີນ ປະຈຳພາກເໜືອ ແຂວງຫຼວງພະບາງ ໃນໂອກາດບຸນປີໃໝ່ປະຈໍາຊາດ ສປ ຈີນ ໄດ້ໝູນວຽນມາຄົບຮອບອີກວາລະໜຶ້ງ. ໂອກາດນີ້, ທ່ານ ຄຳຫຼ້າ ລຽນປະດິດ ໄດ້ຕີລາຄາສູງ ຕໍ່ການຮ່ວມມືຂອງສອງຊາວລາວ-ຈີນ, ຈີນ-ລາວ
ເປີດງານສະເຫຼີມສະຫຼອງບຸນກຸດຈີນປະຈຳປີ 2026

ເປີດງານສະເຫຼີມສະຫຼອງບຸນກຸດຈີນປະຈຳປີ 2026

ສູນວັດທະນະທຳຈີນປະຈຳລາວ ຈັດພິທີເປີດງານສະເຫຼີມຫຼອງບຸນກຸດຈີນປະຈຳປີ 2026 ຂຶ້ນໃນວັນທີ 7 ກຸມພາ ຜ່ານມາ ທີ່ສູນດັ່ງກ່າວ ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ); ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ພິທີມອບ-ຮັບຫຼຽນກຽດຕິຄຸນອາທິດອຸໄທ ດາວຄຳ ແລະ ດາວເງິນ ໃຫ້ແກ່ ທ່ານ ບຸນແຝງ ພູມມະໄລສິດ

ພິທີມອບ-ຮັບຫຼຽນກຽດຕິຄຸນອາທິດອຸໄທ ດາວຄຳ ແລະ ດາວເງິນ ໃຫ້ແກ່ ທ່ານ ບຸນແຝງ ພູມມະໄລສິດ

ທ່ານ ບຸນແຝງ ພູມມະໄລສິດ ອະດີດລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຮັບຫຼຽນກຽດຕິຄຸນອາທິດອຸໄທ, ດາວຄຳ ແລະ ດາວເງິນ (ຊັ້ນ 2) ຊຶ່ງເປັນໜຶ່ງໃນຫຼຽນກຽດຕິຄຸນພົນລະເຮືອນທີ່ສູງທີ່ສຸດຂອງຍີ່ປຸ່ນ.
ງານການກຸສົນຮ່ວມມືລາວ-ຈີນ "ຄວາມຫວັງໃໝ່ຫ່ວງໃຍຜູ້ດ້ອຍໂອກາດ"

ງານການກຸສົນຮ່ວມມືລາວ-ຈີນ "ຄວາມຫວັງໃໝ່ຫ່ວງໃຍຜູ້ດ້ອຍໂອກາດ"

ມູນນິທິແມ່ຍິງລາວກ້າວໜ້າ ເພື່ອພັດທະນາ ແລະ ຊ່ວຍເຫຼືອສັງຄົມ (ມລພສ) ຮ່ວມກັບໂທລະ ພາບອາຊຽນ ສປ ຈີນ (ASEAN TV) ປະຈຳ ສປປ ລາວ ໄດ້ຈັດງານການກຸສົນຮ່ວມມືລາວ-ຈີນ ພາຍໃຕ້ຫົວຂໍ້ "ຄວາມຫວັງໃໝ່ຫ່ວງໃຍຜູ້ດ້ອຍໂອກາດ" ຈັດຂຶ້ນໃນວັນທີ 7 ກຸມພາຜ່ານມາ ທີ່ນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມກ່າວເປີດງານໂດຍທ່ານ ປ້າ ນາລີ ສີສຸລິດ ພັນລະຍາເລຂາທິການໃຫຍ່ ຄະນະບໍລິຫານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ.
ປະທານ ສນຊ ຢ້ຽມຄຳນັບເລຂາທິການໃຫຍ່ພັກກອມມູນິດຫວຽດນາມ

ປະທານ ສນຊ ຢ້ຽມຄຳນັບເລຂາທິການໃຫຍ່ພັກກອມມູນິດຫວຽດນາມ

ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະພັກ ປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະຢ້ຽມຄຳນັບສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ທີ່ນະຄອນຫຼວງວຽງຈັນ ໃນໂອກາດເດີນທາງມາຢ້ຽມຢາມລັດຖະກິດຢູ່ສປປ ລາວ ໃນລະຫວ່າງວັນທີ 5-6 ກຸມພານີ້.
ກິດຈະກໍາອ່ານປຶ້ມການຫຼຸດພົ້ນອອກຈາກຄວາມທຸກຍາກ

ກິດຈະກໍາອ່ານປຶ້ມການຫຼຸດພົ້ນອອກຈາກຄວາມທຸກຍາກ

ກິດຈະກໍາອ່ານປຶ້ມ ໃນຫົວຂໍ້: ການຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ເປີດນໍາໃຊ້ຕູ້ປຶ້ມຄັງປັນຍາຈາກພາກໃຕ້ (ຕູ້ປຶ້ມອົບອຸ່ນຈາກພາກໃຕ້) ຢ່າງເປັນທາງການ ຈັດຂຶ້ນໃນວັນທີ 6 ກຸມພານີ້ ທີ່ຫໍສະໝຸດແຫ່ງຊາດ ນະຄອນຫຼວວຽງຈັນ ໂດຍເປັນກຽດເຂົ້າຮ່ວມ ແລະ ກົດປຸ່ມເປີດຕູ້ປຶ້ມຂອງທ່ານ ສາຄອນ ພົມມະລາດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນໍາວຽກງານສື່ມວນຊົນ, ມີທ່ານ ຢູຢຸ້ນຊຽນ ຮອງຫົວໜ້າກົມພາສາຕ່າງປະເທດແຫ່ງຊາດຈີນ, ທ່ານ ໄຊຊຽງຢົງ (Cai Xian grong) ຮອງຫົວໜ້າຄະນະໂຄສະນາອົບຮົມພັກກອມມູນິດຈີນ ແຂວງຢຸນນານ, ມີຜູ້ອໍານວຍການຫໍສະໝຸດແຫ່ງຊາດ, ຄູ-ນັກຮຽນຈາກໂຮງຮຽນປະຖົມສົມບູນໜອງປີງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງລາວ-ຈີນເຂົ້າຮ່ວມ.
ລາວ-ຈີນ ສະແດງສິລະປະວັນນະຄະດີສະຫຼອງບຸນປີໃໝ່ຈີນປີ 2026

ລາວ-ຈີນ ສະແດງສິລະປະວັນນະຄະດີສະຫຼອງບຸນປີໃໝ່ຈີນປີ 2026

ງານສະແດງສິລະປະວັນນະຄະດີ ສະຫຼອງບຸນປີໃໝ່ຈີນປີ 2026 ລະຫວ່າງລາວ-ຈີນ ພາຍໃຕ້ຫົວຂໍ້: ລະດູບານໃໝ່ອັນສົດໃສ ສາຍໃຍເພື່ອນບ້ານທີ່ແໜ້ນແຟ້ນຈັດຂຶ້ນໃນຄໍ່າຄືນວັນທີ 5 ກຸມພານີ້ ທີ່ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາລາວ, ທ່ານ ຄໍາມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ, ທ່ານ ຢູຢຸ້ນຊຽນ ຮອງຫົວໜ້າກົມພາສາຕ່າງປະເທດແຫ່ງຊາດຈີນ, ທ່ານ ຊິນ ຈີນເຊີ້ງ ຮອງຫົວໜ້າສະຖາບັນການຕ່າງປະເທດຈີນ, ທ່ານ ໄຊຊຽງຢົງ ຮອງຫົວໜ້າຄະນະໂຄສະນາອົບຮົມ ພັກກອມມູນິດຈີນ ແຂວງຢຸນນານ, ມີບັນດາທູຕານຸທູດ, ແຂກຖືກເຊີນສອງຝ່າຍລາວ-ຈີນເຂົ້າຮ່ວມ.
ສອງສະພາແຫ່ງຊາດລາວ - ຫວຽດນາມ ສືບຕໍ່ການຮ່ວມມືຮອບດ້ານ

ສອງສະພາແຫ່ງຊາດລາວ - ຫວຽດນາມ ສືບຕໍ່ການຮ່ວມມືຮອບດ້ານ

ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ເຈິນ ແທັງ ເໝິ້ນ ກໍາມະການກົມການເມືອງສູນກາງພັກກອມມູນິດ ຫວຽດນາມ ປະທານສະພາແຫ່ງຊາດ ຫວຽດນາມ ພ້ອມດ້ວຍຄະນະ, ໃນວັນທີ 5 ກຸມພາຜ່ານມາ ທີ່ສະພາແຫ່ງຊາດ.
ສະຫຼອງວັນຊາດອົສະຕຣາລີ ແລະ ວັນສ້າງຕັ້ງສາຍພົວພັນທາງການທູດລາວ - ອົສຕຣາລີ ຄົບຮອບ 74 ປີ

ສະຫຼອງວັນຊາດອົສະຕຣາລີ ແລະ ວັນສ້າງຕັ້ງສາຍພົວພັນທາງການທູດລາວ - ອົສຕຣາລີ ຄົບຮອບ 74 ປີ

ສະຖານທູດອົສຕຣາລີປະຈຳລາວຈັດງານສະຫຼອງວັນຊາດອົສຕຣາລີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ອົສຕຣາລີ ຄົບຮອບ 74 ປີ ໃນວັນທີ 5 ກຸມພານີ້, ໂດຍມີແຂກເຂົ້າຮ່ວມງານຢ່າງຫຼວງຫຼາຍເພື່ອສະເຫຼີມສະຫຼອງປະຫວັດຄວາມເປັນມາ, ວັດທະນະທຳ ແລະ ການຮ່ວມມືທີ່ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວລະຫວ່າງອົສຕຣາລີ ແລະ ສປປ ລາວ.
ປະທານສະພາແຫ່ງຊາດລາວ ພົບປະກັບ ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ

ປະທານສະພາແຫ່ງຊາດລາວ ພົບປະກັບ ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ

ໃນຕອນບ່າຍຂອງວັນທີ 5 ກຸມພາ ນີ້ ທີ່ ສະພາແຫ່ງຊາດລາວ, ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ.
ເພີ່ມເຕີມ