![]() |
ໂອກາດນີ້, ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ກ່າວຄວາມຍິນດີຕ້ອນຮັບອັນອົບອຸ່ນຕໍ່ ສະຫາຍ ພັນເອກ ພິເສດ ຊົ່ງ ໄຊຜິງ ພ້ອມດ້ວຍຄະນະ ຊຶ່ງສະແດງເຖິງມູນເຊື້ອຄວາມສາມັກຄີຮັກແພງລະຫວ່າງ ສອງຊາດ, ສອງພັກ ແລະ ສອງກອງທັບ ເວົ້າລວມ, ເວົ້າສະເພາະ ກໍຄື ສອງເຫຼົ່າຮົບເສນາຮັກ ກອງທັບປະຊາຊົນລາວ ກັບ ກອງທັບປົດປ່ອຍປະຊາຊົນຈີນ ໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ.
ໂອກາດນີ້, ສະຫາຍ ພັນເອກ ພິເສດ ຊົ່ງ ໄຊຜິງ ໄດ້ກ່າວສະແດງຄວາມຂອບໃຈຕໍ່ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ພ້ອມດ້ວຍຄະນະນໍາກົມເສນາຮັກ ກົມໃຫຍ່ພະລາທິການກອງທັບປະຊາຊົນລາວ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ, ສະແດງເຖິງຄວາມສາມັກມັກຄີຮັກແພງ, ນໍ້າໃຈໄມຕີຈິດມິດຕະພາບທີ່ດີ.
ຈຸດປະສົງການມາຢ້ຽມຢາມຄັ້ງນີ້, ເພື່ອປຶກສາຫາລືວຽກງານຂະບວນລົດໄຟສັນຕິພາບ ລາວ-ຈີນ 2026 ແລະ ທັງເປັນການຈັດຕັ້ງປະຕິບັດແຜນການລວມ ໃນການຮ່ວມມືດ້ານການທະຫານ ລະຫວ່າງ ສອງກອງທັບລາວ-ຈີນ ໃຫ້ເປັນຮູບປະທຳ, ລົງເລິກຂະຫຍາຍການຮ່ວມມືທາງດ້ານສາທາລະນະສຸກ ລະຫວ່າງ ສອງກອງທັບລາວ-ຈີນ ໃຫ້ປະກົດຜົນເປັນຈິງ, ຍົກລະດັບຄວາມສາມາດ ໃນການຮ່ວມກັນບັນຊາວຽກງານເສນາຮັກ-ພະລາທິ ການ ແລະ ຮ່ວມກອບກູ້ຊ່ວຍເຫຼືອ ລະຫວ່າງ ສອງກອງທັບໃຫ້ສູງຂຶ້ນ. ເພື່ອສ້າງເປັນແບບແຜນສະເພາະໃຫ້ ການແລກປ່ຽນຮ່ວມມືດ້ານການແພດການທະຫານ ລະຫວ່າງສອງຝ່າຍ, ທັງເປັນການສືບຕໍ່ເສີມຂະຫຍາຍມິດຕະ ພາບອັນເປັນມູນເຊື້ອຂອງສອງປະເທດ ກໍຄືສອງກອງທັບເຫຼົ່າຮົບເສນາຮັກໃຫ້ແໜ້ນແຟ້ນຍິ່ງໆຂຶ້ນໄປ.
ຂ່າວ: ຄໍາປະສົງ ລາດຊະວົງ

ຄໍາເຫັນ