ການປະກອບສ່ວນນຳພາ ພາລະກິດຕໍ່ສູ້ປົດປ່ອຍຊາດຂອງ ປະທານ ຄໍາໄຕ ສີພັນດອນ

ການປະກອບສ່ວນນຳພາ ພາລະກິດຕໍ່ສູ້ປົດປ່ອຍຊາດຂອງ ປະທານ ຄໍາໄຕ ສີພັນດອນ
ໃນເດືອນມີນາ ປີ 1947 ດ້ວຍຄວາມເບື່ອໜ່າຍຄຽດຊັງຕໍ່ການປົກຄອງທີ່ໂຫດຮ້າຍປ່າເຖື່ອນຂອງລ່າເມືອງຂຶ້ນແບບ​ເກົ່າ ແລະ ຄວາມບໍ່ເປັນທໍາຈາກພວກສັກດີນາ ແລະ ເຈົ້າຂຸນມຸນນາຍທ້ອງຖິ່ນ, ທ່ານ ຄໍາໄຕ ສີພັນຕອນ ດ້ວຍຄວາມຕື່ນຕົວຮັກຊາດໄປເຮັດການປະຕິວັດ, ເພິ່ນ ເດີນທາງປິດລັບອອກຈາກເມືອງປາກເຊ ໄປພົບກັບຂະບວນການລາວອິດສະຫຼະ ຊຶ່ງມີທີ່ໝັ້ນຢູ່ແຖບຊາຍແດນລາວ-ໄທ, ຈາກນັ້ນໄດ້ເຂົ້າໄປຈັງຫວັດອຸບົນ​ຣາ​ຊະ​ທາ​ນີ ເພື່ອສືບຕໍ່ເດີນທາງໄປພົບ ສະເດັດເຈົ້າ ເພັດສະລາດ ແລະ ສະເດັດເຈົ້າ ສຸພານຸວົງ ທີ່ບາງກອກ ປະເທດໄທ.
ເນື່ອງໃນໂອກາດວັນເກີດຂອງປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ (8/2/1923-8/2/2023)
(ຄັດຈາກປຶ້ມປະມວນຮູບພາບ ກ່ຽວກັບຊີວິດ ແລະ ການເຄື່ອນໄຫວປະຕິວັດເພື່ອປະກອບສ່ວນ ສະຫຼອງວັນເກີດຂອງ ປະທານ ຄຳໄຕ ສີພັນດອນ, ຄົບຮອບ 95 ປີ)
ໃນເດືອນມີນາ ປີ 1947 ດ້ວຍຄວາມເບື່ອໜ່າຍຄຽດຊັງຕໍ່ການປົກຄອງທີ່ໂຫດຮ້າຍປ່າເຖື່ອນຂອງລ່າເມືອງຂຶ້ນແບບເກົ່າ ແລະ ຄວາມບໍ່ເປັນທໍາຈາກພວກສັກດີນາ ແລະ ເຈົ້າຂຸນມຸນນາຍທ້ອງຖິ່ນ, ທ່ານ ຄໍາໄຕ ສີພັນຕອນ ດ້ວຍຄວາມຕື່ນຕົວຮັກຊາດໄປເຮັດການປະຕິວັດ, ເພິ່ນ ເດີນທາງປິດລັບອອກຈາກເມືອງປາກເຊ ໄປພົບກັບຂະບວນການລາວອິດສະຫຼະ ຊຶ່ງມີທີ່ໝັ້ນຢູ່ແຖບຊາຍແດນລາວ-ໄທ, ຈາກນັ້ນໄດ້ເຂົ້າໄປຈັງຫວັດອຸບົນຣາຊະທານີ ເພື່ອສືບຕໍ່ເດີນທາງໄປພົບ ສະເດັດເຈົ້າ ເພັດສະລາດ ແລະ ສະເດັດເຈົ້າ ສຸພານຸວົງ ທີ່ບາງກອກ ປະເທດໄທ.
ສະເດັດເຈົ້າ ສຸພານຸວົງ ໃນຖານະເປັນລັດຖະເສນາ ຮັບຜິດຊອບກະຊວງການຕ່າງປະເທດ ແລະ ຜູ້ບັນຊາການສູງສຸດກອງທະຫານລາວອິດສະຫຼະ ໄດ້ມອບໜ້າທີ່ໃຫ້ ທ່ານ ຄໍາໄຕ ສີພັນດອນ ເປັນນາຍທະຫານປະຈໍາເສນາທິການພາກໃຕ້ ແລະ ໃຫ້ຊີ້ນໍາກອງຮ້ອຍໄຊຈັກກະພັດ (ຊຶ່ງແມ່ນກໍາລັງປະກອບອາວຸດຂອງລັດຖະບານລາວອິດສະຫຼະ ທີ່ສະເດັດເຈົ້າ ສຸພານຸວົງ ເປັນຜູ້ປະກາດສ້າງຕັ້ງ ແລະ ທ່ານ ສີທົນ ກົມມະດໍາ ເປັນຜູ້ບັນຊາ).
ໃນປີ 1947 ສະພາບການການເມືອງຢູ່ໄທ ມີການປ່ຽນແປງ, ລັດຖະບານ ທ່ານ ປຣີດີ ພະນົມຍົງ ຫົວໜ້າເສລີໄທ ຖືກໂຄ່ນລົ້ມ, ຕໍ່ມາຈອມພົນ ປໍ ພິບູນສົງຄາມ ຂຶ້ນເປັນນາຍົກລັດຖະມົນຕີ ໄດ້ດໍາເນີນການປາບປາມຂະບວນເສລີໄທ ແລະ ໄດ້ສົມຮູ້ຮ່ວມຄິດ ກັບຝຣັ່ງປາບປາມກໍາລັງລັດຖະບານລາວຕໍ່ຕ້ານ. ສະນັ້ນ, ຢູ່ທີ່ບາງກອກ ປະເທດໄທ ໄດ້ມີກອງປະຊຸມຄັ້ງປະຫວັດສາດ ເພື່ອປຶກສາຫາລືກ່ຽວກັບສະພາບການເມືອງຢູ່ໄທ ແລະ ອະນາຄົດຂອງກໍາລັງຕໍ່ຕ້ານ ໂດຍມີ ສະເດັດເຈົ້າ ເພັດສະລາດ, ເຈົ້າສຸກ ວົງສັກ, ທ່ານ ຄຳໄຕ ສີພັນດອນ, ທ່ານ ພູມີ ວົງວິຈິດ ເຂົ້າຮ່ວມ.
ໃນກອງປະຊຸມ, ປະທານ ຄໍາໄຕ ສີພັນຕອນ ໄດ້ມີຄວາມເຫັນສຸດທີ່ມີຄວາມສໍາຄັນວ່າ: ການເຄື່ອນໄຫວຂອງພວກເຮົາ ຖ້າຈະອາໄສດິນໄທ ເພື່ອເຄື່ອນໄຫວຄືຜ່ານມານັ້ນ ແມ່ນຈະສືບຕໍ່ພົບຄວາມຫຍຸ້ງຍາກ. ສະນັ້ນ, ພວກເຈົ້າຄວນນໍາເອົາກໍາລັງເຂົ້າໄປກໍ່ສ້າງຮາກຖານການເມືອງ, ກໍ່ສ້າງຖານທີ່ໝັ້ນຢູ່ດິນລາວ ໂດຍນຳເອົາປະຊາຊົນ, ອີງໃສ່ປະຊາຊົນ ເພື່ອດຳເນີນການຕໍ່ຕ້ານ ຈຶ່ງຈະເຮັດໃຫ້ຂະບວນການຕໍ່ຕ້ານນັບມື້ເຕີບໃຫຍ່ຂະຫຍາຍຕົວ ແລະ ຍາດໄດ້ໄຊຊະນະ, ກອງປະຊຸມໄດ້ເຫັນດີຕາມຄວາມເຫັນຂອງ ທ່ານ ຄຳໄຕ ສີພັນດອນ.
ທີ່ສໍານັກງານສະຫະເຂດ 5 ຫວຽດນາມ ມີການພົບປະຄັ້ງປະຫວັດສາດລະຫວ່າງ ປະທານ ຄໍາໄຕ ສີພັນດອນ ໃນຖານະຜູ້ແທນລັດຖະບານລາວຕໍ່ຕ້ານ ກັບ ທ່ານ ຟາມວັນດົ່ງ ໃນຖານະຜູ້ແທນລັດຖະບານ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ເພື່ອປຶກສາຫາລື ກ່ຽວກັບການຮ່ວມມືກັນຕ້ານລ່າເມືອງຂຶ້ນແບບເກົ່າ. ການພົບປະນີ້ ໄດ້ກາຍເປັນເຫດການປະຫວັດສາດຂອງການຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ ທີ່ສືບທອດມາເຖິງທຸກວັນນີ້. ດ້ວຍຄວາມຊ່ວຍເຫຼືອຈາກສະຫະເຂດ 5 ຫວຽດນາມ, ກອງຮ້ອຍໄຊຈັກກະພັດ ໄດ້ຮັບການຮ່ໍາຮຽນຫັດແອບວິຊາທະຫານ ແລະ ໄດ້ປະກອບອາວຸດຈໍານວນໜຶ່ງ. ຈາກນັ້ນ ໄດ້ສ້າງຕັ້ງກອງໂຄສະນາກໍາລັງປະກອບອາວຸດປະສົມ ລາວ-ຫວຽດນາມ ເພື່ອເຂົ້າມາເຄື່ອນໄຫວກໍ່ສ້າງຮາກຖານການເມືອງຢູ່ທິດຕາເວັນອອກຂອງ ແຂວງສາລະວັນ ແລະ ອັດຕະປື.

ຄໍາເຫັນ

ບົດນຳ

ມະຕິ​ຕົກລົງ  ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ຄະນະ​ຮັບຜິດຊອບ​ພິທີ ຊາ​ປະ​ນະ​ກິດ​ສົບ​ລະດັບ​ຊາດ  ຂອງ ສະຫາຍ ພົນ​ເອກ ຄຳ​ໄຕ ສີ​ພັນ​ດອນ

ມະຕິ​ຕົກລົງ ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ຄະນະ​ຮັບຜິດຊອບ​ພິທີ ຊາ​ປະ​ນະ​ກິດ​ສົບ​ລະດັບ​ຊາດ ຂອງ ສະຫາຍ ພົນ​ເອກ ຄຳ​ໄຕ ສີ​ພັນ​ດອນ

- ເພື່ອ​ສະແດງ​ເຖິງ​ຄວາມ​ຮູ້​ບຸນຄຸນ ແລະ ອາໄລ​ອາ​ວອນ ຢ່າງ​ສຸດ​ຊຶ້ງ ສະຫາຍ ພົນ​ເອກ ຄຳ​ໄຕ ສີ​ພັນ​ດອນ ອະດີດ​ກຳມະການ​ສູນ​ກາງ​ພັກ ສະໄໝ​ທີ I, II, III, IV, V, VI ແລະ VII, ອະດີດ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ, ອະດີດ​ຄະນະ​ເລຂາທິການ​ສູນ​ກາງ​ພັກ, ອະດີດ​ປະທານ​ຄະນະ ບໍລິຫານ​ງານ​ສູນ​ກາງ​ພັກ, ອະດີດ​ປະທານ​ປະເທດ ແຫ່ງ ສປປ ລາວ, ອະດີດ​ນາຍົກລັດຖະມົນຕີ ແຫ່ງ ສ ປປ ລາວ ໄດ້​ເຖິງ​ແກ່​ມໍລະນະ​ກຳ ໃນ​ເວລາ 10 ໂມງ 30 ນາທີ ຂອງ​ວັນ​ທີ 2 ເມສາ 2025.
ປະທານ ຄໍາໄຕ ສີພັນດອນ ໄດ້ຮັບເລືອກຕັ້ງເຂົ້າໃນຄະນະກໍາມະການສູນກາງແນວລາວອິດສະຫຼະ

ປະທານ ຄໍາໄຕ ສີພັນດອນ ໄດ້ຮັບເລືອກຕັ້ງເຂົ້າໃນຄະນະກໍາມະການສູນກາງແນວລາວອິດສະຫຼະ

ເນື່ອງໃນໂອກາດວັນເກີດຂອງປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ (8/2/1923-8/2/2023) (ຄັດຈາກປຶ້ມປະມວນຮູບພາບ ກ່ຽວກັບຊີວິດ ແລະ ການເຄື່ອນໄຫວປະຕິວັດເພື່ອປະກອບສ່ວນ ສະຫຼອງວັນເກີດຂອງ ປະທານ ຄຳໄຕ ສີພັນດອນ, ຄົບຮອບ 95 ປີ) ໃນປີ 1950, ປະທານ ຄໍາໄຕ ສີພັນດອນ ໄດ້ນໍາພາຄະນະຜູ້ແທນແນວລາວຕໍ່ຕ້ານເຂດໃຕ້ເດີນທາງຂຶ້ນເມືອສູນກາງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ແນວລາວຕໍ່ຕ້ານທົ່ວປະເທດ. ໃນກອງປະຊຸມຄັ້ງນີ້, ປະທານ ຄໍາໄຕ ສີພັນດອນ ໄດ້ຮັບການເລືອກຕັ້ງເຂົ້າໃນຄະນະກໍາມະການສູນກາງແນວລາວອິດສະຫຼະ. ໃນນາມກໍາມະການແນວລາວຕໍ່ຕ້ານທົ່ວປະເທດ, ປະທານ ຄໍາໄຕ ສີພັນດອນ ໄດ້ຮັບການມອບໝາຍໃຫ້ຮັບຜິດຊອບຫ້ອງການແນວລາວອິດສະຫຼະ ແລະ ຫ້ອງການລັດຖະບານລາວຕໍ່ຕ້ານ.
ປະທານ ຄໍາໄຕ ສີພັນດອນ ກັບການເຄື່ອນໄຫວປະຕິວັດ

ປະທານ ຄໍາໄຕ ສີພັນດອນ ກັບການເຄື່ອນໄຫວປະຕິວັດ

ເນື່ອງໃນໂອກາດວັນເກີດຂອງປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ (8/2/1923-8/2/2023) (ຄັດຈາກປຶ້ມປະມວນຮູບພາບ ກ່ຽວກັບຊີວິດ ແລະ ການເຄື່ອນໄຫວປະຕິວັດເພື່ອປະກອບສ່ວນ ສະຫຼອງວັນເກີດຂອງ ປະທານ ຄຳໄຕ ສີພັນດອນ, ຄົບຮອບ 95 ປີ) ກອງໂຄສະນາປະກອບອາວຸດປະສົມ ລາວ-ຫວຽດ ໄດ້ເຄື່ອນຍ້າຍເຂົ້າມາສ້າງຖານທີ່ໝັ້ນຢູ່ທິດໃຕ້ ແຂວງອັດຕະປື.
ປະທານ ຄໍາໄຕ ສີພັນດອນ ໄດ້ຮັບເລືອກຕັ້ງເຂົ້າໃນຄະນະກໍາມະການສູນກາງແນວລາວອິດສະຫຼະ

ປະທານ ຄໍາໄຕ ສີພັນດອນ ໄດ້ຮັບເລືອກຕັ້ງເຂົ້າໃນຄະນະກໍາມະການສູນກາງແນວລາວອິດສະຫຼະ

ເນື່ອງໃນໂອກາດວັນເກີດຂອງປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ (8/2/1923-8/2/2023) (ຄັດຈາກປຶ້ມປະມວນຮູບພາບ ກ່ຽວກັບຊີວິດ ແລະ ການເຄື່ອນໄຫວປະຕິວັດເພື່ອປະກອບສ່ວນ ສະຫຼອງວັນເກີດຂອງ ປະທານ ຄຳໄຕ ສີພັນດອນ, ຄົບຮອບ 95 ປີ)
ຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງປະທານ ຄໍາໄຕ ສີພັນດອນ

ຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງປະທານ ຄໍາໄຕ ສີພັນດອນ

ການຕໍ່ສູ້ ເພື່ອຄວາມເປັນເອກະລາດ ແລະ ອິດສະຫຼະພາບຂອງບັນດາປະຊາຊາດ ແລະ ການຕໍ່ສູ້ຂອງປະຊາຊົນລາວ ຕ້ານກັບການຮຸກຮານ ຢຶດຄອງ ຂອງລ່າເມືອງຂຶ້ນແບບເກົ່າ ແລະ ຂຸນເສິກຕ່າງດ້າວຮຸກຮານ. ພາກທີສອງ ໄດ້ປະມວນຮູບພາບຊີວິດໃນໄວໜຸ່ມຂອງ ທ່ານ ຄໍາໄຕ ສີພັນດອນ ຊຶ່ງເພິ່ນ ໄດ້ເຂົ້າຮັບລາຊະການຢູ່ ໄປສະນີ ແຂວງຜົ້ງສາລີ ທາງພາກເໜືອສຸດຂອງປະເທດ. ໃນພາກນີ້, ໄດ້ປະມວນຮູບພາບ ທີ່ກ່ຽວຂ້ອງກັບການເດີນທາງໄປນະຄອນຄຸນໝິງ ປະເທດຈີນ, ການກຸດຕາ ປະເທດອິນເດຍ ແລະ ໄຊງ່ອນ ປະເທດ ຫວຽດນາມ ຖືເປັນໄລຍະທີ່ເພິ່ນ ໄດ້ສືກສາຮຽນຮູ້ກ່ຽວກັບສະພາບການເມືອງໃນຂົງເຂດນີ້ ແລະ ທ່າມກາງຂອງສົງຄາມໂລກຄັ້ງທີ II. ບົນເສັ້ນທາງທີ່ຜ່ານໄປນັ້ນ, ເພີ່ນ ໄດ້ພົບເຫັນຂະບວນການຕໍ່ສູ້ຂອງປະຊາຊົນ ເພື່ອຄວາມເປັນເອກະລາດ ແລະ ອິດສະຫຼະພາບແຫ່ງຊາດ ຊຶ່ງສ່ວນໃຫຍ່ແມ່ນພາຍໄຕ້ການນໍາພາຂອງພັກກອມມູນິດ.
ປະທານ ຄໍາໄຕ ສີພັນດອນ ກັບການເຄື່ອນໄຫວປະຕິວັດຊາດ

ປະທານ ຄໍາໄຕ ສີພັນດອນ ກັບການເຄື່ອນໄຫວປະຕິວັດຊາດ

ໃນການເຄື່ອນໄຫວຕໍ່ສູ້ເພື່ອປົດປ່ອຍປະເທດຊາດ. ປະທານ ຄໍາໄຕ ສີພັນດອນ ກໍແມ່ນຜູ້ນໍາຄົນໜຶ່ງ ທີ່ໄດ້ທຸ່ມເທເຫື່ອແຮງສະຕິປັນຍາ ໃນການປະຕິບັດໜ້າທີ່ຕາມການມອບໝາຍຂອງປະເທດຊາດ ໃນການຕໍ່ສູ້ເພື່ອຄວາມເປັນເອກະລາດ ແລະ ອິດສະຫຼະພາບຂອງບັນດາປະຊາຊາດ ແລະ ການຕໍ່ສູ້ຂອງປະຊາຊົນລາວ ຕ້ານກັບພວກຕ່າງດ້າວຮຸກຮານ.
ປະທານ ໄກສອນ ພົມວິຫານ ຍືນຍົງໃນພາລະກິດປະຕິວັດ ຂອງພວກເຮົາຕະຫຼອດໄປ!

ປະທານ ໄກສອນ ພົມວິຫານ ຍືນຍົງໃນພາລະກິດປະຕິວັດ ຂອງພວກເຮົາຕະຫຼອດໄປ!

ປະທານໄກສອນ ພົມວິຫານ ເກີດເມື່ອ13 ທັນວາ ຄ.ສ 1920 - 21 ພະຈິກ ຄ.ສ 1992 ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວຜູ້ທຳອິດຕັ້ງແຕ່ 22 ມີນາ 1955 ເກີດເມື່ອວັນທີ່ 13 ທັນວາ 1920 ຢູ່ບ້ານນາເຊັງ ເມືອງຄັນທະບູລີ ປັດຈຸບັນແມ່ນ ເມືອງໄກສອນ ພົມວິຫານ ແຂວງສະຫວັນນະເຂດ ຫລັງຈາກສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ ຄ.ສ 1975 ໂດຍທີ່ ທ່ານ ສຸພານຸວົງ ເປັນປະທານປະເທດ ແລະ ທ່ານ ໄກສອນ ພົມວິຫານ ເປັນ ນາຍົກລັດຖະມົນຕີຜູ້ທຳອິດ ແລະ ຕໍ່ມາ ທ່ານ ໄກສອນ ພົມວິຫານ ໄດ້ເປັນປະທານປະເທດຈົນເສຍຊີວິດ ເມື່ອວັນທີ່ 21 ພະຈິກ ຄ.ສ 1992.
ເພີ່ມເຕີມ