ຊົມເຊີຍຜົນສໍາເລັດການຈັດຕັ້ງປະຕິບັດ ມະຕິ XI ຂອງພັກ

ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ກຳລັງຈະເປີດຂຶ້ນໃນໄລຍະບໍ່​ພໍເທົ່າໃດມື້ ທີ່ຈະມາເຖິງນີ້; ຂະນະທີ່, ຜົນສຳເລັດແຫ່ງການນໍາພາ ແລະ ການສ້າງພື້ນຖານສູ່ຍຸກໃໝ່ກໍຄືການນໍາພາຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່​ວປະເທດ ຄັ້ງທີ XI ຂອງພັກເຮົາ ໃນ 5 ປີແຫ່ງການຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ຊຶ່ງໄດ້ມີຜົນສໍາເລັດທີ່ສໍາຄັນ ທີ່ທົ່ວພັກ, ທົ່ວລັດ ແລະ ປວງຊົນລາວທັງຊາດ ໄດ້ຮັບຮູ້ ແລະ ຊົມເຊີຍຕໍ່ຜົນສຳເລັດດັ່ງກ່າວ.

ການນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດມະຕິ XI ຂອງພັກ ໃນໄລຍະ 5 ປີຜ່ານມາ ໄດ້ດໍາເນີນໃນສະພາບແວດລ້ອມຂອງໂລກ ມີການຜັນແປໄປຢ່າງສັບສົນ, ສົ່ງຜົນກະທົບຕໍ່ ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຢູ່ໃນພາກພື້ນ ແລະ ສາກົນ ໂດຍສະເພາະແມ່ນຜົນຈາກການລະບາດຂອງພະຍາດ ໂຄວິດ-19 ໄດ້ສົ່ງຜົນກະທົບ ແລະ ເປັນອຸປະສັກ ຕໍ່ການພົວພັນຂອງບັນດາປະເທດໃນໂລກ. ປະເທດເຮົາ ໄດ້ປະເຊີນໜ້າກັບສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ເງິນຕາ, ບາງໄລຍະໄດ້ເກີດມີສະພາບຂາດແຄນນໍ້າມັນ ແລະ ເງິນຕາຕ່າງປະເທດ, ເງິນກີບ ອັດຕາເງິນເຟີ້ສູງ, ລາຄາສິນຄ້າ ແລະ ອັດຕາຄ່າຄອງຊີບຖີບຕົວສູງຂຶ້ນ, ປະກົດການຫຍໍ້ທໍ້ໃນສັງຄົມ ເກີດຂຶ້ນຕໍ່ເນື່ອງໃນວົງກວ້າງ, ພວກຄົນບໍ່ຫວັງດີ ບໍ່ລົດລະດໍາເນີນການທໍາລາຍມ້າງເພລະບອບໃໝ່ ແລະ ອື່ນໆ. ສະພາບດັ່ງກ່າວ, ໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ ແລະ ສະພາບແນວຄິດຂອງສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫຼວດ, ຕະຫຼອດເຖິງປະຊາຊົນບັນດາເຜົ່າ ແລະ ໄດ້ກາຍເປັນສິ່ງທ້າທາຍທົດສອບ ຕໍ່ບົດບາດການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ ໃນຕະຫຼອດໄລຍະໜຶ່ງສະໄໝຜ່ານມາ.

ດ້ວຍການນໍາພາ-ຊີ້ນໍາທີ່ເປັນເອກະພາບສູງ ຂອງສູນກາງພັກ, ຄວາມພະຍາຍາມບຸກບືນ ຄຸ້ມຄອງ, ບໍລິຫານ ຂອງລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ, ການຊຸກຍູ້, ຕິດຕາມ, ກວດກາ ຢ່າງໃກ້ຊິດ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ກໍຄືການເຂົ້າຮ່ວມຢ່າງຕັ້ງໜ້າ ຂອງບັນດາອົງການຈັດຕັ້ງໃນລະບົບການເມືອງ ແລະ ການຮ່ວມມືສະໜັບສະໜູນຊ່ວຍເຫຼືອຂອງເພື່ອນມິດຕ່າງປະເທດ ແລະ ບັນດາອົງການຈັດຕັ້ງສາກົນນັ້ນ, ພວກເຮົາສາມາດເຮັດໃຫ້ທິດທາງ, ແຜນການ, ບັນດາຄາດໝາຍສູ້ຊົນທີ່ວາງອອກ ໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຄວາມຄືບໜ້າຫຼາຍດ້ານ, ສາມາດຜ່ານຜ່າ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນໄດ້ໂດຍພື້ນຖານ, ເສດຖະກິດ-ສັງຄົມ ຍັງຮັກສາໄດ້ທວງທ່າເຕີບໂຕຕໍ່ເນື່ອງ, ບັນຫາເຄັ່ງຮ້ອນຖືກຕີຖອຍ ແລະ ຜ່ອນຄາຍລົງເທື່ອລະກ້າວ ບໍ່ຕົກສູ່ວິກິດການທີ່ຮ້າຍແຮງ, ສາມາດຍາດໄດ້ຜົນສໍາເລັດທີ່ສໍາຄັນຫຼາຍດ້ານ.

ດ້ານການເມືອງ ແລະ ຄວາມໝັ້ນຄົງ: ປະເທດຊາດຍັງຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກ ແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ. ພັກໄດ້ນໍາພາຈັດຕັ້ງຜັນຂະຫຍາຍແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ສາມາດປົກປັກຮັກສາອໍານາດອະທິປະໄຕ ແລະ ຜືນແຜນດິນໄວ້ໄດ້ຢ່າງໝັ້ນຄົງ. ພັກໄດ້ຍົກລະດັບການແກ້ໄຂບັນຫາຢາເສບຕິດຂຶ້ນເປັນ "ວາລະແຫ່ງຊາດ" ຊຶ່ງກໍາລັງປ້ອງກັນຄວາມສະຫງົບໄດ້ເປັນກໍາລັງຫຼັກແຫຼ່ງໃນການຈັດຕັ້ງປະຕິບັດ ແລະ ສາມາດສະກັດກັ້ນ, ແກ້ໄຂປະກົດການຫຍໍ້ທໍ້ໄດ້ຢ່າງຕັ້ງໜ້າ.

ດ້ານເສດຖະກິດ ແລະ ພື້ນຖານໂຄງລ່າງ: ໃນໄລຍະເຄິ່ງສະໄໝຂອງແຜນການ 5 ປີ ຄັ້ງທີ IX (2021-2023), ເສດຖະກິດຂະຫຍາຍຕົວສະເລ່ຍ 4.03% ຕໍ່ປີ, ລາຍຮັບແຫ່ງຊາດຕໍ່ຫົວຄົນ (GNI per capita) ຄາດວ່າຈະບັນລຸປະມານ 1,985 ໂດລາ ໃນທ້າຍປີ 2024 ຊຶ່ງສູງກວ່າເກນມາດຖານຂອງອົງການສະຫະປະຊາຊາດ. ການຫັນປ່ຽນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ "Land-locked" ສູ່ການເປັນປະເທດເຊື່ອມໂຍງເຊື່ອມຈອດ"Land-linked" ຊຶ່ງຜົນສໍາເລັດທີ່ພົ້ນເດັ່ນທີ່ສຸດແມ່ນການເປີດນໍາໃຊ້ ເສັ້ນທາງລົດໄຟ ລາວ-ຈີນ ໃນເດືອນທັນວາ 2021; ຮອດທ້າຍປີ 2023, ການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ກາຍເປັນເສັ້ນທາງຍຸດທະສາດໃນການເຊື່ອມໂຍງພາກພື້ນ ແລະ ຊຸກຍູ້ການທ່ອງທ່ຽວ ແລະ ການຄ້າ. ນັບມາຮອດວັນທີ 29 ທັນວານີ້, ຍອດປະລິມານການຂົນສົ່ງໝາກໄມ້ ແລະ ຜັກເຂົ້າ-ອອກເມືອງຜ່ານເສັ້ນທາງລົດໄຟລາວ-ຈີນໃນປີ 2025 ມີເຖິງ 380,000 ໂຕນ, ເພີ່ມຂຶ້ນ 45.8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ໃນໄລຍະດຽວກັນ, ໝາກໄມ້ ແລະ ຜັກທີ່ຂົນສົ່ງຈາກຈີນມາລາວຜ່ານເສັ້ນທາງລົດໄຟລາວ-ຈີນມີເຖິງ 174,000 ໂຕນ, ເພີ່ມຂຶ້ນ 61% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024, ສ່ວນໝາກໄມ້ ແລະ ຜັກທີ່ຂົນສົ່ງຈາກລາວໄປຈີນມີເຖິງ 206,000 ໂຕນ ຊຶ່ງສະແດງໃຫ້ເຫັນເຖິງການເພີ່ມຂຶ້ນຢ່າງຫຼວງຫຼາຍໃນການແລກປ່ຽນດ້ານການຄ້າ. ຂະນະທີ່ຂະບວນລົດໄຟຂົນສົ່ງສິນຄ້າຂ້າມຊາດຜ່ານເສັ້ນທາງລົດໄຟລາວ-ຈີນເພີ່ມຂຶ້ນຈາກ 2 ຂະບວນຕໍ່ມື້ໃນໄລຍະເລີ່ມຕົ້ນເປັນຫຼາຍສຸດ 23 ຂະບວນ. ຂອບເຂດການຂົນສົ່ງສິນຄ້າໄດ້ປົກຄຸມ 31 ແຂວງ, ເຂດປົກຄອງຕົນເອງ ແລະ ກຳແພງນະຄອນໃນທົ່ວປະເທດຈີນ, ລວມເຖິງ 19 ປະເທດ ແລະ ເຂດແຄວ້ນຊຶ່ງລວມທັງລາວ ແລະ ໄທ, ສິນຄ້າທີ່ຂົນສົ່ງຂ້າມຊາດນັ້ນມີຫຼາຍກວ່າ 3,800 ຊະນິດ. ປັດຈຸບັນ, ສະຖານີຂົນສົ່ງຜະລິດຕະພັນສົດໄປສູ່ຈີນເປັນການຊຸກຍູ້ຄວາມຕ້ອງການດ້ານການຂົນສົ່ງສິນຄ້າແຊ່ເຢັນຂ້າມຊາດເພີ່ມຂຶ້ນຢ່າງຕໍ່ເນື່ອງ. ພື້ນຖານໂຄງລ່າງອື່ນໆ ກໍມີການພັດທະນາທ່າບົກ (Dry Ports) ເຊັ່ນ: ທ່າບົກທ່ານາແລ້ງ, ທ່າບົກສະຫວັນນະ ເຂດ ແລະ ການກໍ່ສ້າງທາງດ່ວນ ວຽງຈັນ-ວັງວຽງ ທີ່ສໍາເລັດ ແລະ ເປີດນໍາໃຊ້, ລວມທັງໂຄງການກໍ່ສ້າງສະໜາມບິນສາກົນໜອງຄ້າງ ຢູ່ແຂວງຫົວພັນ. ການຜະລິດກະສິກໍາເປັນສິນຄ້າໄດ້ຮັບການສົ່ງເສີມ, ໂດຍສະເພາະການສົ່ງອອກໄປ ສປ ຈີນ ແລະ ປະເທດເພື່ອນມິດ (ເຊັ່ນ: ງົວ, ມັນຕົ້ນ, ກາເຟ)…. ມູນຄ່າການສົ່ງອອກສິນຄ້າອຸດສາຫະກໍາປຸງແຕ່ງກໍ ມີການຂະຫຍາຍຕົວ.

ການກະກຽມຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ (LDC): ພາຍໃຕ້ການນໍາພາຂອງພັກ, ສປປ ລາວ ສາມາດບັນລຸຄົບທັງ 3 ເງື່ອນໄຂຂອງອົງການສະຫະປະຊາຊາດ ໃນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຄື: ລາຍຮັບແຫ່ງຊາດຕໍ່ຫົວຄົນ (GNI), ດັດຊະນີຊັບສິນ ມະນຸດ (HAI) ແລະ ດັດຊະນີຄວາມບອບບາງທາງດ້ານເສດຖະກິດ ແລະ ສິ່ງແວດລ້ອມ (EVI). ລັດຖະບານໄດ້ສ້າງ "ຍຸດທະສາດການຫັນປ່ຽນທີ່ໂລ່ງລ່ຽນ (Smooth Transition Strategy)" ເພື່ອກະກຽມໃຫ້ແກ່ການຫຼຸດພົ້ນຢ່າງເປັນທາງການຄາດວ່າຈະເກີດຂຶ້ນໃນປີ 2026.

ດ້ານວັດທະນະທໍາ-ສັງຄົມ: ອັດຕາຄວາມທຸກຍາກແຫ່ງຊາດໄດ້ຫຼຸດລົງຈາກ 46% ໃນປີ 1993 ມາເປັນ 16.8% ໃນປີ 2024. ລະບົບປະກັນສຸຂະພາບແຫ່ງຊາດໄດ້ກວມເອົາ 94.5% ຂອງປະຊາກອນ; ອັດຕາການເສຍ ຊີວິດຂອງແມ່ ແລະ ເດັກນ້ອຍ ໄດ້ຫຼຸດລົງຢ່າງຕໍ່ເນື່ອງ; ລັດຖະບານໄດ້ປະຕິບັດນະໂຍບາຍປິ່ນປົວບໍ່ເສຍຄ່າ ສໍາລັບແມ່ແລະ ເດັກ ແລະ ສໍາລັບຜູ້ທຸກຍາກ. ການສຶກສາ ກໍມີຄວາມຄືບໜ້າໃນການຂະຫຍາຍໂອກາດເຂົ້າຮຽນ, ອັດຕາການເຂົ້າຮຽນຊັ້ນປະຖົມເພີ່ມຂຶ້ນ ແລະ ອັດຕາການກືກໜັງສືໃນກຸ່ມໜູ່ມນ້ອຍໄດ້ຮັບການແກ້ໄຂດີຂຶ້ນ.

ການຕ່າງປະເທດ: ສາມາດສ້າງໄດ້ບັນຍາກາດການພົວພັນອັນດີ, ໄດ້ຮັບການສະໜັບສະໜູນ, ຮ່ວມມື ແລະ ມີຜົນສຳເລັດໃນການເປັນປະທານອາຊຽນ 2024 ຊຶ່ງ ສປປ ລາວ ໄດ້ປະຕິບັດໜ້າທີ່ປະທານອາຊຽນ ປີ 2024 ຢ່າງມີຜົນສໍາເລັດ ພາຍໃຕ້ຄໍາຂວັນ "ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ" ໄດ້ຍົກສູງບົດບາດຂອງປະເທດໃນເວທີ ພາກພື້ນ ແລະ ສາກົນ. ການພົວພັນສາກົນ ກໍໄດ້ຮັບການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານກັບບັນດາປະເທດເພື່ອນມິດ ໂດຍສະເພາະແມ່ນ ສສ ຫວຽດນາມ ແລະ ສປ ຈີນ, ລວມທັງການພົວພັນກັບອົງການຈັດຕັ້ງສາກົນຕ່າງໆ.

ວຽກງານກໍ່ສ້າງພັກ-ພະນັກງານ: ພັກໄດ້ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງໃຫ້ກະທັດຮັດ ແລະ ມີປະສິດທິພາບ, ດໍາເນີນກອງປະຊຸມກາງສະໄໝ ແລະ ກະກຽມເນື້ອໃນໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມາເຖິງໃນຕົ້ນປີ 2026 ຢ່າງເປັນລະບົບ; ໄດ້ມີການປະຕິຮູບລັດວິສາຫະກິດ ແລະ ປັບປຸງກົນໄກການບໍລິຫານລັດໃຫ້ມີຄວາມເຂັ້ມແຂງຂຶ້ນ. ເຖິງຢ່າງໃດກໍຕາມ, ຍັງມີບາງສິ່ງທ້າທາຍທີ່ພັກ ແລະ ລັດຖະບານກໍາລັງສຸມໃສ່ແກ້ໄຂ ເຊັ່ນ: ອັດຕາເງິນເຟີ້, ລາຄາສິນຄ້າແພງ ແລະ ການຄຸ້ມຄອງອັດຕາແລກປ່ຽນ ຊຶ່ງໄດ້ຖືກບັນຈຸເຂົ້າໃນວາລະແຫ່ງຊາດເພື່ອແກ້ໄຂຢ່າງຮີບດ່ວນ.

ຜົນສໍາເລັດທີ່ສໍາຄັນໃນການນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດມະຕິ XI ຂອງພັກ ໃນໄລຍະ 5 ປີຜ່ານມາ ໄດ້ມີຄວາມໝາຍ ແລະ ທັງເປັນບົດຮຽນທີ່ສຳຄັນແຫ່ງການນໍາພາ ແລະ ການສ້າງພື້ນຖານສູ່ຍຸກໃໝ່, ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານ ມີຫຼັກການຂອງພັກ ຕະຫຼອດໄລຍະ 40 ປີຜ່ານມາ ເຂົ້າສູ່ລວງເລິກ, ສ້າງພື້ນຖານ ແລະ ຖ່ວງທ່າອັນໜັກແໜ້ນ ໃຫ້ການສືບຕໍ່ກໍາອໍານາດ ແລະ ນໍາພາ ພາລະກິດປະຕິວັດຂອງພັກເຮົາ, ພາປະເທດຊາດ ກ້າວຂຶ້ນຕາມເສັ້ນທາງສັງຄົມນິຍົມ ຢ່າງໜັກແໜ້ນ.

ຊົມເຊີຍຜົນສໍາເລັດການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ປະເທດ ຄັ້ງທີ XI ຂອງພັກ ຢ່າງສູດໃຈ!

ຄໍາເຫັນ

ບົດນຳ

ຂໍ່ານັບຊົມເຊີຍ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII  ຂອງພັກປະຊາຊົນປະຕິວັດລາວ ຢ່າງສຸດໃຈ

ຂໍ່ານັບຊົມເຊີຍ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຢ່າງສຸດໃຈ

ອີງຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI, ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ມີກຽດສະຫງ່າໄດ້ເປີດຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 6 ມັງກອນ 2026 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ; ຄະນະປະທານກອງປະຊຸມຄັ້ງນີ້ ປະກອບດ້ວຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ, ມີບັນດາສະຫາຍກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ອະດີດເລຂາທິການໃຫຍ່, ປະທານສະຫະພັນນັກຮົບເກົ່າແຫ່ງຊາດ, ມີບັນດາສະຫາຍຫົວໜ້າອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ຕົວແທນວິລະຊົນແຫ່ງຊາດ.
ມະຕິ​ຕົກລົງ  ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ຄະນະ​ຮັບຜິດຊອບ​ພິທີ ຊາ​ປະ​ນະ​ກິດ​ສົບ​ລະດັບ​ຊາດ  ຂອງ ສະຫາຍ ພົນ​ເອກ ຄຳ​ໄຕ ສີ​ພັນ​ດອນ

ມະຕິ​ຕົກລົງ ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ຄະນະ​ຮັບຜິດຊອບ​ພິທີ ຊາ​ປະ​ນະ​ກິດ​ສົບ​ລະດັບ​ຊາດ ຂອງ ສະຫາຍ ພົນ​ເອກ ຄຳ​ໄຕ ສີ​ພັນ​ດອນ

- ເພື່ອ​ສະແດງ​ເຖິງ​ຄວາມ​ຮູ້​ບຸນຄຸນ ແລະ ອາໄລ​ອາ​ວອນ ຢ່າງ​ສຸດ​ຊຶ້ງ ສະຫາຍ ພົນ​ເອກ ຄຳ​ໄຕ ສີ​ພັນ​ດອນ ອະດີດ​ກຳມະການ​ສູນ​ກາງ​ພັກ ສະໄໝ​ທີ I, II, III, IV, V, VI ແລະ VII, ອະດີດ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ, ອະດີດ​ຄະນະ​ເລຂາທິການ​ສູນ​ກາງ​ພັກ, ອະດີດ​ປະທານ​ຄະນະ ບໍລິຫານ​ງານ​ສູນ​ກາງ​ພັກ, ອະດີດ​ປະທານ​ປະເທດ ແຫ່ງ ສປປ ລາວ, ອະດີດ​ນາຍົກລັດຖະມົນຕີ ແຫ່ງ ສ ປປ ລາວ ໄດ້​ເຖິງ​ແກ່​ມໍລະນະ​ກຳ ໃນ​ເວລາ 10 ໂມງ 30 ນາທີ ຂອງ​ວັນ​ທີ 2 ເມສາ 2025.
ປະທານ ຄໍາໄຕ ສີພັນດອນ ໄດ້ຮັບເລືອກຕັ້ງເຂົ້າໃນຄະນະກໍາມະການສູນກາງແນວລາວອິດສະຫຼະ

ປະທານ ຄໍາໄຕ ສີພັນດອນ ໄດ້ຮັບເລືອກຕັ້ງເຂົ້າໃນຄະນະກໍາມະການສູນກາງແນວລາວອິດສະຫຼະ

ເນື່ອງໃນໂອກາດວັນເກີດຂອງປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ (8/2/1923-8/2/2023) (ຄັດຈາກປຶ້ມປະມວນຮູບພາບ ກ່ຽວກັບຊີວິດ ແລະ ການເຄື່ອນໄຫວປະຕິວັດເພື່ອປະກອບສ່ວນ ສະຫຼອງວັນເກີດຂອງ ປະທານ ຄຳໄຕ ສີພັນດອນ, ຄົບຮອບ 95 ປີ) ໃນປີ 1950, ປະທານ ຄໍາໄຕ ສີພັນດອນ ໄດ້ນໍາພາຄະນະຜູ້ແທນແນວລາວຕໍ່ຕ້ານເຂດໃຕ້ເດີນທາງຂຶ້ນເມືອສູນກາງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ແນວລາວຕໍ່ຕ້ານທົ່ວປະເທດ. ໃນກອງປະຊຸມຄັ້ງນີ້, ປະທານ ຄໍາໄຕ ສີພັນດອນ ໄດ້ຮັບການເລືອກຕັ້ງເຂົ້າໃນຄະນະກໍາມະການສູນກາງແນວລາວອິດສະຫຼະ. ໃນນາມກໍາມະການແນວລາວຕໍ່ຕ້ານທົ່ວປະເທດ, ປະທານ ຄໍາໄຕ ສີພັນດອນ ໄດ້ຮັບການມອບໝາຍໃຫ້ຮັບຜິດຊອບຫ້ອງການແນວລາວອິດສະຫຼະ ແລະ ຫ້ອງການລັດຖະບານລາວຕໍ່ຕ້ານ.
ປະທານ ຄໍາໄຕ ສີພັນດອນ ກັບການເຄື່ອນໄຫວປະຕິວັດ

ປະທານ ຄໍາໄຕ ສີພັນດອນ ກັບການເຄື່ອນໄຫວປະຕິວັດ

ເນື່ອງໃນໂອກາດວັນເກີດຂອງປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ (8/2/1923-8/2/2023) (ຄັດຈາກປຶ້ມປະມວນຮູບພາບ ກ່ຽວກັບຊີວິດ ແລະ ການເຄື່ອນໄຫວປະຕິວັດເພື່ອປະກອບສ່ວນ ສະຫຼອງວັນເກີດຂອງ ປະທານ ຄຳໄຕ ສີພັນດອນ, ຄົບຮອບ 95 ປີ) ກອງໂຄສະນາປະກອບອາວຸດປະສົມ ລາວ-ຫວຽດ ໄດ້ເຄື່ອນຍ້າຍເຂົ້າມາສ້າງຖານທີ່ໝັ້ນຢູ່ທິດໃຕ້ ແຂວງອັດຕະປື.
ປະທານ ຄໍາໄຕ ສີພັນດອນ ໄດ້ຮັບເລືອກຕັ້ງເຂົ້າໃນຄະນະກໍາມະການສູນກາງແນວລາວອິດສະຫຼະ

ປະທານ ຄໍາໄຕ ສີພັນດອນ ໄດ້ຮັບເລືອກຕັ້ງເຂົ້າໃນຄະນະກໍາມະການສູນກາງແນວລາວອິດສະຫຼະ

ເນື່ອງໃນໂອກາດວັນເກີດຂອງປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ (8/2/1923-8/2/2023) (ຄັດຈາກປຶ້ມປະມວນຮູບພາບ ກ່ຽວກັບຊີວິດ ແລະ ການເຄື່ອນໄຫວປະຕິວັດເພື່ອປະກອບສ່ວນ ສະຫຼອງວັນເກີດຂອງ ປະທານ ຄຳໄຕ ສີພັນດອນ, ຄົບຮອບ 95 ປີ)
ການປະກອບສ່ວນນຳພາ ພາລະກິດຕໍ່ສູ້ປົດປ່ອຍຊາດຂອງ ປະທານ ຄໍາໄຕ ສີພັນດອນ

ການປະກອບສ່ວນນຳພາ ພາລະກິດຕໍ່ສູ້ປົດປ່ອຍຊາດຂອງ ປະທານ ຄໍາໄຕ ສີພັນດອນ

ໃນເດືອນມີນາ ປີ 1947 ດ້ວຍຄວາມເບື່ອໜ່າຍຄຽດຊັງຕໍ່ການປົກຄອງທີ່ໂຫດຮ້າຍປ່າເຖື່ອນຂອງລ່າເມືອງຂຶ້ນແບບ​ເກົ່າ ແລະ ຄວາມບໍ່ເປັນທໍາຈາກພວກສັກດີນາ ແລະ ເຈົ້າຂຸນມຸນນາຍທ້ອງຖິ່ນ, ທ່ານ ຄໍາໄຕ ສີພັນຕອນ ດ້ວຍຄວາມຕື່ນຕົວຮັກຊາດໄປເຮັດການປະຕິວັດ, ເພິ່ນ ເດີນທາງປິດລັບອອກຈາກເມືອງປາກເຊ ໄປພົບກັບຂະບວນການລາວອິດສະຫຼະ ຊຶ່ງມີທີ່ໝັ້ນຢູ່ແຖບຊາຍແດນລາວ-ໄທ, ຈາກນັ້ນໄດ້ເຂົ້າໄປຈັງຫວັດອຸບົນ​ຣາ​ຊະ​ທາ​ນີ ເພື່ອສືບຕໍ່ເດີນທາງໄປພົບ ສະເດັດເຈົ້າ ເພັດສະລາດ ແລະ ສະເດັດເຈົ້າ ສຸພານຸວົງ ທີ່ບາງກອກ ປະເທດໄທ.
ຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງປະທານ ຄໍາໄຕ ສີພັນດອນ

ຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງປະທານ ຄໍາໄຕ ສີພັນດອນ

ການຕໍ່ສູ້ ເພື່ອຄວາມເປັນເອກະລາດ ແລະ ອິດສະຫຼະພາບຂອງບັນດາປະຊາຊາດ ແລະ ການຕໍ່ສູ້ຂອງປະຊາຊົນລາວ ຕ້ານກັບການຮຸກຮານ ຢຶດຄອງ ຂອງລ່າເມືອງຂຶ້ນແບບເກົ່າ ແລະ ຂຸນເສິກຕ່າງດ້າວຮຸກຮານ. ພາກທີສອງ ໄດ້ປະມວນຮູບພາບຊີວິດໃນໄວໜຸ່ມຂອງ ທ່ານ ຄໍາໄຕ ສີພັນດອນ ຊຶ່ງເພິ່ນ ໄດ້ເຂົ້າຮັບລາຊະການຢູ່ ໄປສະນີ ແຂວງຜົ້ງສາລີ ທາງພາກເໜືອສຸດຂອງປະເທດ. ໃນພາກນີ້, ໄດ້ປະມວນຮູບພາບ ທີ່ກ່ຽວຂ້ອງກັບການເດີນທາງໄປນະຄອນຄຸນໝິງ ປະເທດຈີນ, ການກຸດຕາ ປະເທດອິນເດຍ ແລະ ໄຊງ່ອນ ປະເທດ ຫວຽດນາມ ຖືເປັນໄລຍະທີ່ເພິ່ນ ໄດ້ສືກສາຮຽນຮູ້ກ່ຽວກັບສະພາບການເມືອງໃນຂົງເຂດນີ້ ແລະ ທ່າມກາງຂອງສົງຄາມໂລກຄັ້ງທີ II. ບົນເສັ້ນທາງທີ່ຜ່ານໄປນັ້ນ, ເພີ່ນ ໄດ້ພົບເຫັນຂະບວນການຕໍ່ສູ້ຂອງປະຊາຊົນ ເພື່ອຄວາມເປັນເອກະລາດ ແລະ ອິດສະຫຼະພາບແຫ່ງຊາດ ຊຶ່ງສ່ວນໃຫຍ່ແມ່ນພາຍໄຕ້ການນໍາພາຂອງພັກກອມມູນິດ.
ປະທານ ຄໍາໄຕ ສີພັນດອນ ກັບການເຄື່ອນໄຫວປະຕິວັດຊາດ

ປະທານ ຄໍາໄຕ ສີພັນດອນ ກັບການເຄື່ອນໄຫວປະຕິວັດຊາດ

ໃນການເຄື່ອນໄຫວຕໍ່ສູ້ເພື່ອປົດປ່ອຍປະເທດຊາດ. ປະທານ ຄໍາໄຕ ສີພັນດອນ ກໍແມ່ນຜູ້ນໍາຄົນໜຶ່ງ ທີ່ໄດ້ທຸ່ມເທເຫື່ອແຮງສະຕິປັນຍາ ໃນການປະຕິບັດໜ້າທີ່ຕາມການມອບໝາຍຂອງປະເທດຊາດ ໃນການຕໍ່ສູ້ເພື່ອຄວາມເປັນເອກະລາດ ແລະ ອິດສະຫຼະພາບຂອງບັນດາປະຊາຊາດ ແລະ ການຕໍ່ສູ້ຂອງປະຊາຊົນລາວ ຕ້ານກັບພວກຕ່າງດ້າວຮຸກຮານ.
ປະທານ ໄກສອນ ພົມວິຫານ ຍືນຍົງໃນພາລະກິດປະຕິວັດ ຂອງພວກເຮົາຕະຫຼອດໄປ!

ປະທານ ໄກສອນ ພົມວິຫານ ຍືນຍົງໃນພາລະກິດປະຕິວັດ ຂອງພວກເຮົາຕະຫຼອດໄປ!

ປະທານໄກສອນ ພົມວິຫານ ເກີດເມື່ອ13 ທັນວາ ຄ.ສ 1920 - 21 ພະຈິກ ຄ.ສ 1992 ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວຜູ້ທຳອິດຕັ້ງແຕ່ 22 ມີນາ 1955 ເກີດເມື່ອວັນທີ່ 13 ທັນວາ 1920 ຢູ່ບ້ານນາເຊັງ ເມືອງຄັນທະບູລີ ປັດຈຸບັນແມ່ນ ເມືອງໄກສອນ ພົມວິຫານ ແຂວງສະຫວັນນະເຂດ ຫລັງຈາກສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ ຄ.ສ 1975 ໂດຍທີ່ ທ່ານ ສຸພານຸວົງ ເປັນປະທານປະເທດ ແລະ ທ່ານ ໄກສອນ ພົມວິຫານ ເປັນ ນາຍົກລັດຖະມົນຕີຜູ້ທຳອິດ ແລະ ຕໍ່ມາ ທ່ານ ໄກສອນ ພົມວິຫານ ໄດ້ເປັນປະທານປະເທດຈົນເສຍຊີວິດ ເມື່ອວັນທີ່ 21 ພະຈິກ ຄ.ສ 1992.
ເພີ່ມເຕີມ