ພ້ອມນີ້, ກໍມີບັນດາສະຫາຍກໍາມະການສູນກາງພັກ ສະໄໝທີ XI, ຜູ້ແທນສົມບູນຈາກກະຊວງ, ອົງການອ້ອມຂ້າງສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ໃນທົ່ວປະເທດ ທີ່ຖືກຄັດເລືອກເປັນຕົວແທນໃຫ້ ອົງຄະນະພັກຂອງຂະ ແໜງການ, ອົງການຕ່າງໆ ຊຶ່ງຕາງໜ້າໃຫ້ປະຊາຊົນລາວບັນດາເຜົ່າເຂົ້າຮ່ວມທັງໝົດ 834 ສະຫາຍ ຍິງ 123 ສະຫາຍ ທີ່ເປັນຕົວແທນໃຫ້ສະມາຊິກພັກທົ່ວປະເທດ 421,865 ສະຫາຍ, ຜູ້ແທນກອງປະຊຸມໃຫຍ່ ແມ່ນຮັບປະກັນທາງດ້ານໂຄງປະກອບ, ມີຄຸນນະພາບ, ມີມາດຕະຖານ ແລະ ເງື່ອນໄຂຖືກຕ້ອງຄົບຖ້ວນ, ເປັນຕົວແທນຂອງບັນດາຊັ້ນຄົນ, ຊົນເຜົ່າ, ເພດ-ໄວ ແລະ ໄດ້ຜ່ານການເລືອກຕັ້ງຈາກກອງປະຊຸມໃຫຍ່ອົງຄະນະພັກກະຊວງ, ອົງການທຽບເທົ່າກະຊວງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ. ນອກນີ້ ຍັງມີແຂກຖືກເຊີນ ຈໍານວນ 388 ສະຫາຍ ຈະໄດ້ເປັນກຽດເຂົ້າຮ່ວມ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຈັດຂຶ້ນທ່າມກາງບັນຍາກາດ ແຫ່ງຄວາມເບີກບານມ່ວນຊື່ນ ທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນທັງຊາດເຮົາ ຫາກໍສໍາເລັດການສະເຫຼີມສະຫຼອງ 3 ວັນປະຫວັດສາດ ທີ່ສໍາຄັນຂອງພັກ, ຂອງຊາດ ກໍຄືວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ; ກອງປະຊຸມໃຫຍ່ຄັ້ງນີ້ ຈະດໍາເນີນພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນຳພາທີ່ເຂັ້ມແຂງຂອງພັກຕັ້ງໜ້າສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນໃຫ້ໜັກແໜ້ນກ້າວຂຶ້ນສູ່ສັງຄົມນິຍົມ” ຊຶ່ງເປັນເຫດການທາງປະຫວັດສາດສໍາຄັນຂອງພັກ ແລະ ຂອງຊາດ, ມີຄວາມໝາຍສຳຄັນພິເສດ, ກອງປະຊຸມໃຫຍ່ເປັນອົງການນຳພາສູງສຸດຂອງພັກ, ຕັດສິນບັນຫາຍຸດທະສາດ, ພື້ນຖານ ແລະ ຍາວນານ ຂອງການປະຕິວັດແຫ່ງການພັດທະນາປະເທດຊາດໃນແຕ່ລະໄລຍະ; ກອງປະຊຸມຈະໄດ້ເລືອກເອົາຄະນະບໍລິຫານງານສູນກາງພັກຊຸດໃໝ່ ເພື່ອມາປະຕິບັດເຈດຈໍານົງ, ຄວາມມຸ່ງຫວັງ, ກຳລັງແຮງ ຄວາມສາມັກຄີຂອງທົ່ວພັກ, ທົ່ວປວງຊົນ; ກອງປະຊຸມໃຫຍ່ມີຄວາມໝາຍທາງການເມືອງ-ສັງຄົມທີ່ເລິກເຊິ່ງ ເປັນການສ້າງຄວາມເຊື່ອໝັ້ນຕໍ່ປະຊາຊົນ ແລະ ເຊີດຊູບົດບາດການນຳພາຂອງພັກ, ສະທ້ອນໃຫ້ເຫັນເຖິງການພັດທະນາປະເທດຊາດໃນຊຸມປີຕໍ່ໜ້າ.
ຕະຫຼອດໄລຍະ 3 ວັນ (ວັນທີ 6-8 ມັງກອນ 2026), ກອງປະຊຸມໃນຄັ້ງນີ້ຈະໄດ້ຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາເອກະສານສໍາຄັນຄື: ຮ່າງໂຄງການການເມືອງ ສະບັບທີ 3 ຂອງພັກ, ຮ່າງລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030); ຮ່າງກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII ແລະ ເອກະສານສຳຄັນອື່ນໆ. ບັນດາເອກະສານສຳຄັນດັ່ງກ່າວ, ແມ່ນເປັນການກໍານົດແນວທາງການເມືອງ ແລະ ແນວທາງການຈັດຕັ້ງປະຕິບັດຂອງພັກ ໃນຊຸມປີຕໍ່ໜ້າ ຢ່າງມີວິທະຍາສາດ ແລະ ແທດກັບສະພາບຄວາມເປັນຈິງ ຂອງ ສປປ ລາວ ໃນປັດຈຸບັນ ແລະ ອະນາຄົດ. ພ້ອມນີ້, ຍັງຈະໄດ້ດໍາເນີນການເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ XII ທີ່ເປັນອົງການນໍາພາສູງສຸດຂອງພັກ ເພື່ອແບກຫາບພາລະໜ້າທີ່ອັນໜັກໜ່ວງ ທີ່ພັກ ກໍຄືປະຊາຊົນໄດ້ມອບໝາຍໃຫ້ໃນ 5 ປີຕໍ່ໜ້າ.
ຈຸດສໍາຄັນພິເສດຂອງກອງປະຊຸມໃຫຍ່ຄັ້ງນີ້ ແມ່ນຈະໄດ້ມີການຮັບຮອງເອົາ ໂຄງການການເມືອງສະບັບທີ 3 ຂອງພັກ ພາຍຫຼັງ 50 ກວ່າປີທີ່ພັກບໍ່ໄດ້ມີໂຄງການການເມືອງ ແຕ່ນຳພາດ້ວຍການວາງແນວທາງໃນແຕ່ລະສະໄໝກອງປະຊຸມໃຫຍ່. ໃນໂຄງການການເມືອງເທື່ອນີ້, ພວກເຮົາກຳນົດແຈ້ງທິດທາງ, ຈຸດໝາຍ ແລະ 11 ນະໂຍບາຍໃຫຍ່. ພິເສດໄດ້ກຳນົດແຈ້ງໄລຍະການພັດທະນາປະເທດຊາດ ຮອດປີ 2055 ເມື່ອວັນສ້າງຕັ້ງພັກຄົບຮອບ 100 ປີ ແມ່ນສູ້ຊົນສ້າງປະເທດເຮົາເປັນປະເທດພັດທະນາມີລາຍຮັບປານກາງສູງ ຫຍັບເຂົ້າໃກ້ປະເທດມີລາຍຮັບສູງ. ຂະນະທີ່ຄວາມຄາດຫວັງ ກໍແມ່ນເຮັດໃຫ້ມະຕິຂອງພັກໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສຳເລັດເປັນຮູບປະທຳ, ເຮັດໃຫ້ບົດບາດການນຳພາມີຄວາມເຂັ້ມແຂງ, ການຄຸ້ມຄອງບໍລິຫານລັດມີຄວາມສັກສິດ, ປະຊາຊົນພົນລະເມືອງໄດ້ຮັບການຍົກສູງລະດັບຊີວິດການເປັນຢູ່ດີຂຶ້ນເປັນກ້າວໆ; ພ້ອມທັງຍົກສູງຈິດໃຈຄວາມມຸ່ງໝັ້ນພັດທະນາຢ່າງແຮງກ້າ, ຕັ້ງໜ້າສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ນຳໃຊ້ທຸກທ່າແຮງຢ່າງມີປະສິດທິຜົນ, ພັດທະນາເສດຖະກິດ-ສັງຄົມຕາມທິດວ່ອງໄວ, ສີຂຽວ ແລະ ຍືນຍົງ.
ຢາກບັນລຸໄດ້ຄືແນວນັ້ນ, ໃນແຜນພັດທະນາຈຶ່ງໄດ້ວາງ 6 ເປົ້າໝາຍສຳຄັນ; ໃນນີ້, ເປົ້າໝາຍທີໜຶ່ງແມ່ນສຸມໃສ່ພັດທະນາເສດຖະກິດ: ເຮັດໃຫ້ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ, ມີຄຸນນະພາບ, ດ້ວຍການຊຸກຍູ້ການເຕີບໂຕເສດຖະກິດທີ່ມີຄຸນນະພາບ ແລະ ຍືນຍົງ; ສ້າງເສດຖະກິດມະຫາພາກມີຄວາມເຂັ້ມແຂງ ແລະ ໝັ້ນທ່ຽງ; ຍົກສູງປະສິດທິພາບການລົງທຶນ; ການພັດທະນາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ; ພັດທະນາວິສາຫະກິດຂອງລັດ, ເສດຖະກິດລວມໝູ່ຂອງປະຊາຊົນໃຫ້ມີປະສິດທິຜົນສູງ.ນອກຈາກນັ້ນ ພວກເຮົາຈະໄດ້ສຸມໃສ່ບັນດາວຽກງານສຳຄັນຈຳນວນໜຶ່ງຕື່ມອີກຄື: ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ, ຮູ້ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ; ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ຕົວເມືອງ ແລະ ຊົນນະບົດໄດ້ຮັບການພັດທະນາຢ່າງສົມຄູ່ ແລະ ຄວາມທຸກຂອງປະຊາຊົນໃຫ້ຫຼຸດລົງເທື່ອລະກ້າວ; ປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໃຫ້ຍືນຍົງ ແລະ ສາມາດກຽມພ້ອມຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດຕ່າງໆ; ເຊື່ອມໂຍງ ເຊື່ອມຈອດກັບພາກພື້ນ ແລະ ສາກົນຢ່າງກວ້າງຂວາງ ແລະ ມີປະສິດທິຜົນ; ຄຸ້ມຄອງບໍລິຫານລັດໃຫ້ມີປະສິດທິພາບ.
ຄວາມມຸ່ງຫວັງທັງໝົດນີ້ ສະແດງອອກເຖິງມານະຈິດປະຕິວັດ, ຄວາມຫວັງ, ຄວາມຄອງຄອຍຂອງທົ່ວພັກ, ໃນການພັດທະນາປະເທດຊາດໃຫ້ເປັນຮູບປະທຳ, ສ້າງພື້ນຖານອັນໜັກແໜ້ນໃຫ້ການສ້າງປະຖົມປັດໄຈກ້າວຂຶ້ນສູ່ສັງຄົມນິຍົມຢູ່ປະເທດເຮົາ ຊຶ່ງກໍແມ່ນໜ້າທີ່ອັນສໍາຄັນຍິ່ງທີ່ຜູ້ແທນກອງປະຊຸມໃຫຍ່ຂອງພັກໃນຄັ້ງນີ້ ຈະໄດ້ພ້ອມກັນຄົ້ນຄວ້າດ້ວຍຄວາມຮັບຜິດຊອບສູງ ແລະ ໃຫ້ມີຜົນສໍາເລັດຢ່າງຈົບງາມ ເພື່ອການກໍ່ສ້າງ, ປັບປຸງພັກ ໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ ໜັກແໜ້ນ ນໍາພາປະເທດຊາດກ້າວຂຶ້ນສັງຄົມນິຍົມ ຢ່າງໜັກແໜ້ນ; ສະນັ້ນ, ຄະນະປະທານ ແລະ ຜູ້ແທນສົມບູນ ຈຶ່ງຈໍາເປັນຕ້ອງເຊີດຊູຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບສູງສຸດ, ສຸມສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດຂອງຕົນ ເຂົ້າໃສ່ການຄົ້ນຄວ້າ ຕົກລົງບັນຫາສໍາຄັນຕ່າງໆ ໃຫ້ຖືກຕ້ອງເລິກເຊິ່ງ, ປະກອບສ່ວນຢ່າງຕັ້ງໜ້າ ເຮັດໃຫ້ກອງປະຊຸມໃຫຍ່ຄັ້ງນີ້ ດໍາເນີນໄປດ້ວຍຄວາມສາມັກຄີ ເປັນເອກະພາບສູງ ແລະ ໄດ້ຮັບຜົນສໍາເລັດຢ່າງຈົບງາມ.
ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນທັງຊາດເຮົາ ພ້ອມກັນຂໍ່ານັບຊົມເຊີຍ ແລະ ອວຍພອນໃຫ້ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວມີຜົນສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້ທຸກປະການ.
ຂໍ່ານັບຊົມເຊີຍ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ມີກຽດສະຫງ່າ ຢ່າງສຸດໃຈ!.
ຄໍາເຫັນ