ສະຫາຍ ພົນ​ເອກ ຄຳ​ໄຕ ສີ​ພັນ​ດອນ

ມະຕິ​ຕົກລົງ ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ຄະນະ​ຮັບຜິດຊອບ​ພິທີ ຊາ​ປະ​ນະ​ກິດ​ສົບ​ລະດັບ​ຊາດ ຂອງ ສະຫາຍ ພົນ​ເອກ ຄຳ​ໄຕ ສີ​ພັນ​ດອນ

ມະຕິ​ຕົກລົງ  ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ຄະນະ​ຮັບຜິດຊອບ​ພິທີ ຊາ​ປະ​ນະ​ກິດ​ສົບ​ລະດັບ​ຊາດ  ຂອງ ສະຫາຍ ພົນ​ເອກ ຄຳ​ໄຕ ສີ​ພັນ​ດອນ
- ເພື່ອ​ສະແດງ​ເຖິງ​ຄວາມ​ຮູ້​ບຸນຄຸນ ແລະ ອາໄລ​ອາ​ວອນ ຢ່າງ​ສຸດ​ຊຶ້ງ ສະຫາຍ ພົນ​ເອກ ຄຳ​ໄຕ ສີ​ພັນ​ດອນ ອະດີດ​ກຳມະການ​ສູນ​ກາງ​ພັກ ສະໄໝ​ທີ I, II, III, IV, V, VI ແລະ VII, ອະດີດ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ, ອະດີດ​ຄະນະ​ເລຂາທິການ​ສູນ​ກາງ​ພັກ, ອະດີດ​ປະທານ​ຄະນະ ບໍລິຫານ​ງານ​ສູນ​ກາງ​ພັກ, ອະດີດ​ປະທານ​ປະເທດ ແຫ່ງ ສປປ ລາວ, ອະດີດ​ນາຍົກລັດຖະມົນຕີ ແຫ່ງ ສ ປປ ລາວ ໄດ້​ເຖິງ​ແກ່​ມໍລະນະ​ກຳ ໃນ​ເວລາ 10 ໂມງ 30 ນາທີ ຂອງ​ວັນ​ທີ 2 ເມສາ 2025.

- ເພື່ອສະແດງເຖິງຄວາມຮູ້ບຸນຄຸນ ແລະ ອາໄລອາວອນ ຢ່າງສຸດຊຶ້ງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດກຳມະການສູນກາງພັກ ສະໄໝທີ I, II, III, IV, V, VI ແລະ VII, ອະດີດ ກຳມະການກົມການເມືອງສູນກາງພັກ, ອະດີດຄະນະເລຂາທິການສູນກາງພັກ, ອະດີດປະທານຄະນະ ບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ, ອະດີດນາຍົກລັດຖະມົນຕີ ແຫ່ງ ສ ປປ ລາວ ໄດ້ເຖິງແກ່ມໍລະນະກຳ ໃນເວລາ 10 ໂມງ 30 ນາທີ ຂອງວັນທີ 2 ເມສາ 2025.

- ເພື່ອເຮັດໃຫ້ງານຊາປະນະກິດສົບຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ໄດ້ຮັບການຈັດຕັ້ງປະຕິບັດຢ່າງສົມກຽດ ແລະ ມີຄວາມເປັນລະບຽບຮຽບຮ້ອຍ.

ກົມການເມືອງສູນກາງພັກ ຕົກລົງ:

ມາດຕາ 1: ແຕ່ງຕັ້ງຄະນະຮັບຜິດຊອບງານຊາປະນະກິດສົບ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ປະກອບດ້ວຍບັນດາສະຫາຍດັ່ງນີ້:

1. ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານ ປະເທດ ເຫ່ງ ສປປ ລາວ ເປັນປະທານ;

2. ສະຫາຍ ນ. ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ຮອງປະທານປະເທດ ເປັນຮອງປະທານ;

3. ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ເປັນຮອງປະທານ;

4. ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ເປັນຮອງປະທານ;

5. ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ເປັນຮອງປະທານ;

6. ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ເປັນກຳມະການ;

7. ສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ເປັນກຳມະການ;

8. ສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ເປັນກຳມະການ;

9. ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ເປັນກຳມະການ;

10. ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເປັນກຳມະການ;

11. ສະຫາຍ ນ. ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ເປັນກຳມະການ;

12. ສະຫາຍ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ເປັນກຳມະການ;

13. ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເປັນກຳມະການ;

14. ສະຫາຍ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ເປັນກຳມະການ;

15. ສະຫາຍ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ ເປັນກຳມະການ;

16. ສະຫາຍ ນ. ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ເປັນກຳມະການ;

17. ສະຫາຍ ນ. ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ປະທານສານປະຊາຊົນສູງສຸດ, ທັງຕາງໜ້າຄອບຄົວ ສີພັນດອນ ເປັນກຳມະການ;

18. ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ ເປັນກຳມະການ;

19. ສະຫາຍ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ລັດຖະມົນຕີກະຊວງພາຍໃນ ເປັນກຳມະການ;

20. ສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ລັດຖະມົນຕີກະຊວງການເງິນ ເປັນກຳມະການ;

21. ສະຫາຍ ບົວຄົງ ນາມມະວົງ ກຳມະການສູນກາງພັກ ລັດຖະມົນຕີ ຫົວໜ້າຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ເປັນກຳມະການ;

22. ສະຫາຍ ນ. ໃບຄຳ ຂັດຕິຍະ ກຳມະການສູນກາງພັກ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປັນກຳມະການ;

23. ສະຫາຍ ນ. ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເປັນກຳມະການ;

24. ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ ລັດຖະມົນຕີກະຊວງການຕ່າງປະເທດ ເປັນກຳມະການ;

25. ສະຫາຍ ບຸນແຝງ ພູມມະໄລສິດ ກຳມະການສູນກາງພັກ ລັດຖະມົນຕີກະຊວງສາທາລະນະສຸກ ເປັນກຳມະການ;

26. ສະຫາຍ ບຸນເຫຼືອ ພັນດານຸວົງ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເປັນກຳມະການ;

27. ສະຫາຍ ທອງຈັນ ໂຂງພູມຄໍາ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ເປັນກຳມະການ;

28. ສະຫາຍ ຜາຄຳ ອິນແສງ ຮອງຫົວໜ້າຫ້ອງວ່າການສູນກາງພັກ ເປັນກຳມະການ;

29. ສະຫາຍ ມີໄຊ ພົມເຂ ຮອງຫົວໜ້າຫ້ອງວ່າການສູນກາງພັກ ເປັນກຳມະການ;

30. ສະຫາຍ ສະນັ່ນ ສີພາພົມມະຈັນ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງຈໍາປາສັກ ຕາງໜ້າຄະນະພັກ, ອົງການປົກຄອງແຂວງຈຳປາສັກ ເປັນກຳມະການ.

ມາດຕາ 2: ມອບໃຫ້ຄະນະຮັບຜິດຊອບພິທີ ຊາປະນະກິດສົບລະດັບຊາດດັ່ງກ່າວ ປະຊຸມປຶກສາຫາລືກັນລະອຽດ ແລະ ມີການແບ່ງງານ, ແບ່ງຄວາມຮັບຜິດຊອບ ຢ່າງຈະແຈ້ງ.

ມາດຕາ 3: ມະຕິຕົກລົງສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

ຕ. ກົມການເມືອງສູນກາງພັກ ເລຂາທິການໃຫ່ຍ ຄະນະບໍລິຫານງານສູນ

ທອງລຸນ ສີສຸລິດ

ดูข้อมูลเชิงลึกและโฆษณา

โปรโมทโพสต์

ความรู้สึกทั้งหมด

11

1

ถูกใจ

แสดงความคิดเห็น

แชร์

แสดงความคิดเห็นในชื่อ ປະຊາຊົນ

ປະຊາຊົນ

เผยแพร่โดย Chan Thalaມະຕ​ຕກລງ ວາ​ດວຍ​ການ​ແຕງຕງ​ຄະນະ​ຮບຜດຊອບ​ພທ ຊາ​ປະ​ນະ​ກດ​ສບ​ລະດບ​ຊາດ ຂອງ ສະຫາຍ ພນ​ເອກ ຄຳ​ໄຕ ສ​ພນ​ດອນ - image 1

ຄໍາເຫັນ

ບົດນຳ

ປະທານ ຄໍາໄຕ ສີພັນດອນ ໄດ້ຮັບເລືອກຕັ້ງເຂົ້າໃນຄະນະກໍາມະການສູນກາງແນວລາວອິດສະຫຼະ

ປະທານ ຄໍາໄຕ ສີພັນດອນ ໄດ້ຮັບເລືອກຕັ້ງເຂົ້າໃນຄະນະກໍາມະການສູນກາງແນວລາວອິດສະຫຼະ

ເນື່ອງໃນໂອກາດວັນເກີດຂອງປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ (8/2/1923-8/2/2023) (ຄັດຈາກປຶ້ມປະມວນຮູບພາບ ກ່ຽວກັບຊີວິດ ແລະ ການເຄື່ອນໄຫວປະຕິວັດເພື່ອປະກອບສ່ວນ ສະຫຼອງວັນເກີດຂອງ ປະທານ ຄຳໄຕ ສີພັນດອນ, ຄົບຮອບ 95 ປີ) ໃນປີ 1950, ປະທານ ຄໍາໄຕ ສີພັນດອນ ໄດ້ນໍາພາຄະນະຜູ້ແທນແນວລາວຕໍ່ຕ້ານເຂດໃຕ້ເດີນທາງຂຶ້ນເມືອສູນກາງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ແນວລາວຕໍ່ຕ້ານທົ່ວປະເທດ. ໃນກອງປະຊຸມຄັ້ງນີ້, ປະທານ ຄໍາໄຕ ສີພັນດອນ ໄດ້ຮັບການເລືອກຕັ້ງເຂົ້າໃນຄະນະກໍາມະການສູນກາງແນວລາວອິດສະຫຼະ. ໃນນາມກໍາມະການແນວລາວຕໍ່ຕ້ານທົ່ວປະເທດ, ປະທານ ຄໍາໄຕ ສີພັນດອນ ໄດ້ຮັບການມອບໝາຍໃຫ້ຮັບຜິດຊອບຫ້ອງການແນວລາວອິດສະຫຼະ ແລະ ຫ້ອງການລັດຖະບານລາວຕໍ່ຕ້ານ.
ປະທານ ຄໍາໄຕ ສີພັນດອນ ກັບການເຄື່ອນໄຫວປະຕິວັດ

ປະທານ ຄໍາໄຕ ສີພັນດອນ ກັບການເຄື່ອນໄຫວປະຕິວັດ

ເນື່ອງໃນໂອກາດວັນເກີດຂອງປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ (8/2/1923-8/2/2023) (ຄັດຈາກປຶ້ມປະມວນຮູບພາບ ກ່ຽວກັບຊີວິດ ແລະ ການເຄື່ອນໄຫວປະຕິວັດເພື່ອປະກອບສ່ວນ ສະຫຼອງວັນເກີດຂອງ ປະທານ ຄຳໄຕ ສີພັນດອນ, ຄົບຮອບ 95 ປີ) ກອງໂຄສະນາປະກອບອາວຸດປະສົມ ລາວ-ຫວຽດ ໄດ້ເຄື່ອນຍ້າຍເຂົ້າມາສ້າງຖານທີ່ໝັ້ນຢູ່ທິດໃຕ້ ແຂວງອັດຕະປື.
ປະທານ ຄໍາໄຕ ສີພັນດອນ ໄດ້ຮັບເລືອກຕັ້ງເຂົ້າໃນຄະນະກໍາມະການສູນກາງແນວລາວອິດສະຫຼະ

ປະທານ ຄໍາໄຕ ສີພັນດອນ ໄດ້ຮັບເລືອກຕັ້ງເຂົ້າໃນຄະນະກໍາມະການສູນກາງແນວລາວອິດສະຫຼະ

ເນື່ອງໃນໂອກາດວັນເກີດຂອງປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ (8/2/1923-8/2/2023) (ຄັດຈາກປຶ້ມປະມວນຮູບພາບ ກ່ຽວກັບຊີວິດ ແລະ ການເຄື່ອນໄຫວປະຕິວັດເພື່ອປະກອບສ່ວນ ສະຫຼອງວັນເກີດຂອງ ປະທານ ຄຳໄຕ ສີພັນດອນ, ຄົບຮອບ 95 ປີ)
ການປະກອບສ່ວນນຳພາ ພາລະກິດຕໍ່ສູ້ປົດປ່ອຍຊາດຂອງ ປະທານ ຄໍາໄຕ ສີພັນດອນ

ການປະກອບສ່ວນນຳພາ ພາລະກິດຕໍ່ສູ້ປົດປ່ອຍຊາດຂອງ ປະທານ ຄໍາໄຕ ສີພັນດອນ

ໃນເດືອນມີນາ ປີ 1947 ດ້ວຍຄວາມເບື່ອໜ່າຍຄຽດຊັງຕໍ່ການປົກຄອງທີ່ໂຫດຮ້າຍປ່າເຖື່ອນຂອງລ່າເມືອງຂຶ້ນແບບ​ເກົ່າ ແລະ ຄວາມບໍ່ເປັນທໍາຈາກພວກສັກດີນາ ແລະ ເຈົ້າຂຸນມຸນນາຍທ້ອງຖິ່ນ, ທ່ານ ຄໍາໄຕ ສີພັນຕອນ ດ້ວຍຄວາມຕື່ນຕົວຮັກຊາດໄປເຮັດການປະຕິວັດ, ເພິ່ນ ເດີນທາງປິດລັບອອກຈາກເມືອງປາກເຊ ໄປພົບກັບຂະບວນການລາວອິດສະຫຼະ ຊຶ່ງມີທີ່ໝັ້ນຢູ່ແຖບຊາຍແດນລາວ-ໄທ, ຈາກນັ້ນໄດ້ເຂົ້າໄປຈັງຫວັດອຸບົນ​ຣາ​ຊະ​ທາ​ນີ ເພື່ອສືບຕໍ່ເດີນທາງໄປພົບ ສະເດັດເຈົ້າ ເພັດສະລາດ ແລະ ສະເດັດເຈົ້າ ສຸພານຸວົງ ທີ່ບາງກອກ ປະເທດໄທ.
ຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງປະທານ ຄໍາໄຕ ສີພັນດອນ

ຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງປະທານ ຄໍາໄຕ ສີພັນດອນ

ການຕໍ່ສູ້ ເພື່ອຄວາມເປັນເອກະລາດ ແລະ ອິດສະຫຼະພາບຂອງບັນດາປະຊາຊາດ ແລະ ການຕໍ່ສູ້ຂອງປະຊາຊົນລາວ ຕ້ານກັບການຮຸກຮານ ຢຶດຄອງ ຂອງລ່າເມືອງຂຶ້ນແບບເກົ່າ ແລະ ຂຸນເສິກຕ່າງດ້າວຮຸກຮານ. ພາກທີສອງ ໄດ້ປະມວນຮູບພາບຊີວິດໃນໄວໜຸ່ມຂອງ ທ່ານ ຄໍາໄຕ ສີພັນດອນ ຊຶ່ງເພິ່ນ ໄດ້ເຂົ້າຮັບລາຊະການຢູ່ ໄປສະນີ ແຂວງຜົ້ງສາລີ ທາງພາກເໜືອສຸດຂອງປະເທດ. ໃນພາກນີ້, ໄດ້ປະມວນຮູບພາບ ທີ່ກ່ຽວຂ້ອງກັບການເດີນທາງໄປນະຄອນຄຸນໝິງ ປະເທດຈີນ, ການກຸດຕາ ປະເທດອິນເດຍ ແລະ ໄຊງ່ອນ ປະເທດ ຫວຽດນາມ ຖືເປັນໄລຍະທີ່ເພິ່ນ ໄດ້ສືກສາຮຽນຮູ້ກ່ຽວກັບສະພາບການເມືອງໃນຂົງເຂດນີ້ ແລະ ທ່າມກາງຂອງສົງຄາມໂລກຄັ້ງທີ II. ບົນເສັ້ນທາງທີ່ຜ່ານໄປນັ້ນ, ເພີ່ນ ໄດ້ພົບເຫັນຂະບວນການຕໍ່ສູ້ຂອງປະຊາຊົນ ເພື່ອຄວາມເປັນເອກະລາດ ແລະ ອິດສະຫຼະພາບແຫ່ງຊາດ ຊຶ່ງສ່ວນໃຫຍ່ແມ່ນພາຍໄຕ້ການນໍາພາຂອງພັກກອມມູນິດ.
ປະທານ ຄໍາໄຕ ສີພັນດອນ ກັບການເຄື່ອນໄຫວປະຕິວັດຊາດ

ປະທານ ຄໍາໄຕ ສີພັນດອນ ກັບການເຄື່ອນໄຫວປະຕິວັດຊາດ

ໃນການເຄື່ອນໄຫວຕໍ່ສູ້ເພື່ອປົດປ່ອຍປະເທດຊາດ. ປະທານ ຄໍາໄຕ ສີພັນດອນ ກໍແມ່ນຜູ້ນໍາຄົນໜຶ່ງ ທີ່ໄດ້ທຸ່ມເທເຫື່ອແຮງສະຕິປັນຍາ ໃນການປະຕິບັດໜ້າທີ່ຕາມການມອບໝາຍຂອງປະເທດຊາດ ໃນການຕໍ່ສູ້ເພື່ອຄວາມເປັນເອກະລາດ ແລະ ອິດສະຫຼະພາບຂອງບັນດາປະຊາຊາດ ແລະ ການຕໍ່ສູ້ຂອງປະຊາຊົນລາວ ຕ້ານກັບພວກຕ່າງດ້າວຮຸກຮານ.
ປະທານ ໄກສອນ ພົມວິຫານ ຍືນຍົງໃນພາລະກິດປະຕິວັດ ຂອງພວກເຮົາຕະຫຼອດໄປ!

ປະທານ ໄກສອນ ພົມວິຫານ ຍືນຍົງໃນພາລະກິດປະຕິວັດ ຂອງພວກເຮົາຕະຫຼອດໄປ!

ປະທານໄກສອນ ພົມວິຫານ ເກີດເມື່ອ13 ທັນວາ ຄ.ສ 1920 - 21 ພະຈິກ ຄ.ສ 1992 ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວຜູ້ທຳອິດຕັ້ງແຕ່ 22 ມີນາ 1955 ເກີດເມື່ອວັນທີ່ 13 ທັນວາ 1920 ຢູ່ບ້ານນາເຊັງ ເມືອງຄັນທະບູລີ ປັດຈຸບັນແມ່ນ ເມືອງໄກສອນ ພົມວິຫານ ແຂວງສະຫວັນນະເຂດ ຫລັງຈາກສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ ຄ.ສ 1975 ໂດຍທີ່ ທ່ານ ສຸພານຸວົງ ເປັນປະທານປະເທດ ແລະ ທ່ານ ໄກສອນ ພົມວິຫານ ເປັນ ນາຍົກລັດຖະມົນຕີຜູ້ທຳອິດ ແລະ ຕໍ່ມາ ທ່ານ ໄກສອນ ພົມວິຫານ ໄດ້ເປັນປະທານປະເທດຈົນເສຍຊີວິດ ເມື່ອວັນທີ່ 21 ພະຈິກ ຄ.ສ 1992.
ເພີ່ມເຕີມ