ການສະຖາປະນາ ສປປ ລາວ ແມ່ນບາດລ້ຽວປະຫວັດສາດ ຂອງຊາດລາວ ໃນແຜ່ນດິນລາວ ທີ່ເປັນມະຕຸພູມອັນແສນຮັກ ແລະ ຫວງແຫນ ຂອງປວງຊົນລາວທັງຊາດ ຈົນເທົ່າທຸກວັນນີ້.ເມື່ອເວົ້າເຖິງການປົດປ່ອຍຊາດ ທຸກຄົນບໍ່ສາມາດຫຼົງລືມໄດ້ ປະທານ ໄກສອນ ພົມວິຫານຜູ້ນໍາພາກໍ່ຕັ້ງພັກ ແລະ ນໍາພາສ້າງສາລະບອບໃໝ່ໃຫ້ມີການເຕີບໃຫຍ່,ເຂັ້ມແຂງ ສາມາດຍາດໄດ້ໄຊຊະນະອັນຍິ່ງໃຫຍ່ ຈາກພວກຈັກກະພັດຜູ້ຮຸກຮານ, ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນລາວທັງຊາດ,
ປີນີ້ ສປປ ລາວ ມີອາຍຸຄົບຮອບ 50 ປີ ແຫ່ງການປົກປັກຮັກສາ ແລະ ສ້າງສາລະບອບໃໝ່ ພາຍໃຕ້ການນຳພາຂອງພັກນັ້ນ ແມ່ນໄລຍະເວລາທີ່ປະເທດຊາດຂອງພວກເຮົາມີການຂະຫຍາຍຕົວຢ່າງຮອບ
ດ້ານທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດ ໂດຍສະເພາະແມ່ນພາຍຫຼັງທີ່ພັກໄດ້ວາງແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ, ມີການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ ຢ່າງແຂງແຮງ ເຮັດໃຫ້ເສດຖະກິດ-ສັງຄົມ ຂອງ ສປປ ລາວ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ໝັ້ນທ່ຽງ ຕາມທິດຍືນຍົງ ແລະ ສີຂຽວ,ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໄດ້ຮັບການບູລະນະ ແລະ ເສີມຂະຫຍາຍດີຂຶ້ນເປັນກ້າວໆ ອັນໄດ້ເຮັດໃຫ້ໂສມໜ້າໃໝ່ຂອງປະເທດເຮົາມີການປ່ຽນແປງຮອບດ້ານ ແລະ ຍິ່ງໃຫຍ່ກ່ວາເກົ່າ.
ສະເພາະແຂວງບໍ່ແກ້ວ ກ່ອນປະເທດຊາດຍັງບໍ່ໄດ້ຮັບການປົດປ່ອຍ ດິນແດນແຫ່ງນີ້ ຍັງແມ່ນເມືອງໜຶ່ງທີ່ຂຶ້ນກັບແຂວງຫົວຂອງ (ແຂວງຫຼວງນໍ້າທາ) ເປັນເຂດຍຸດທະສາດທາງດ້ານການທະຫານຂອງພວກຫຸ່ນວຽງຈັນ ແລະ ພວກລ່າເມືອງຂຶ້ນ; ເປັນບ່ອນຝຶກແອບການທະຫານ ແລະ ເປັນບ່ອນລີ້ຊ້ອນຂອງນັກສືບສອດແນມບຽດຍຶດເຂດທີ່ໝັ້ນຢູ່ບັນດາແຂວງພາກເໜືອຂອງປະເທດລາວ.ມາຮອດປີ 1983 ຈຶ່ງໄດ້ແຍກ ແລະ ສ້າງຕັ້ງເປັນແຂວງບໍ່ແກ້ວເຖິງປັດຈຸບັນນີ້; ພາຍໃຕ້ການນໍາພາຂອງອົງຄະນະພັກແຂວງບໍ່ແກ້ວແຕ່ລະສະໄໝ ມີຄວາມສາມັກຄີເປັນກ້ອນກໍາລັງແຮງທົ່ວປວງຊົນຊາວແຂວງບໍ່ແກ້ວ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາແຂວງບໍ່ແກ້ວ, ທັງໄດ້ພ້ອມກັນຜ່ານຜ່າອຸປະສັກ-ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ທົດສອບຫຼາຍປະການ ບົນຈິດໃຈເອກະລາດ, ມີມານະຈິດບຸກບືນປະຕິວັດຂອງຊາວແຂວງບໍ່ແກ້ວ ເຮັດໃຫ້ແຂວງໄດ້ຮັບການພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວເປັນຕົ້ນແມ່ນ: ພວກເຮົາຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ແກ້ໄຂໄດ້ຄວາມບໍ່ສະຫງົບທີ່ແກ່ຍາວມາຫຼາຍປີ ກາຍເປັນແຂວງທີ່ມີຄວາມສະຫງົບນັບມື້ນັບໜັກແໜ້ນ; ດ້ານເສດຖະກິດ-ສັງຄົມມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ລະບົບພື້ນຖານໂຄງລ່າງ ຖະໜົນຫົນທາງ, ໄຟຟ້າ, ນໍ້າປະປາ, ນໍ້າສະອາດໄດ້ຮັບການພັດທະນາ ລວມທັງຊີວິດການເປັນຢູ່ຂອງປະຊາຊົນຢູ່ໃນຕົວເມືອງ ແລະ ຊົນນະບົດ ນັບມື້ດີຂຶ້ນ,ປັດຈຸບັນ ບ້ານທີ່ມີເສັ້ນທາງ ເຂົ້າເຖິງຈໍານວນ 245 ບ້ານ ກວມ 98.79% ຂອງຈໍານວນບ້ານທົ່ວແຂວງ, ບ້ານທີ່ໄດ້ຊົມໃຊ້ໄຟຟ້າມີ 241 ບ້ານ ກວມ 97.18%,ສັນຍານໂທລະສັບເຂົ້າເຖິງທຸກບ້ານ,ມີເຂດເສດຖະກິດພິເສດສາມຫຼ່ຽມຄໍາເປັນການລົງທຶນຂະໜາດໃຫຍ່ຂອງຕ່າງປະເທດ,ວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດແກ້ໄຂຄວາມທຸກຍາກຂອງປະຊາຊົນໄດ້ມີການຈັດຕັ້ງປະຕິບັດເປັນປົກກະຕິ ສາມາດສ້າງບ້ານພົ້ນທຸກໄດ້ 190 ບ້ານກວມເອົາ76.61%; ສ້າງໄດ້ເມືອງພົ້ນທຸກ 2 ເມືອງ ແລະ ສ້າງບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດໄດ້ 7 ບ້ານ.
ວຽກງານສຶກສາ, ສາທາລະນະສຸກ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ໄດ້ປະກາດຈົບຊັ້ນມັດທະຍົມຕົ້ນບໍາລຸງທົ່ວແຂວງ, ການບໍລິການດ້ານສາທາລະນະສຸກ ໄດ້ປົກຄຸມທຸກບ້ານໃນທົ່ວແຂວງ, ປະຊາຊົນ ແລະ ຊັ້ນຄົນຕ່າງໆ ຢູ່ເຂດຊົນນະບົດຫ່າງໄກສອກຫຼີກ ໄດ້ເຂົ້າເຖິງການບໍລິການດ້ານສຸຂະພາບເປັນຢ່າງດີ;ສ້າງບ້ານວັດທະນະທໍາໄດ້ 213 ບ້ານ ກວມ 85.89% ຂອງຈໍານວນບ້ານທັງໝົດ; ພື້ນຖານໂຄງລ່າງດ້ານການທ່ອງທ່ຽວໄດ້ມີການພັດທະນາດີຂຶ້ນ, ຄຽງຄູ່ກັບວຽກງານກໍ່ສ້າງພັກ-ພະນັກງານກໍໄດ້ມີການເຕີບໃຫຍ່ເຂັ້ມແຂງທັງປະລິມານ ແລະ ຄຸນນະພາບ. ຕະຫຼອດໄລຍະຜ່ານມາ ໄດ້ດໍາເນີນກອງປະຊຸມອົງຄະນະພັກແຂວງ ໄດ້ VII ຄັ້ງ;ຄັ້ງທີ I ປີ 1994 ໄດ້ເລືອກເອົາຄະນະບໍລິຫານງານພັກແຂວງ 15 ສະຫາຍ, ຍິງ 1 ສະຫາຍ. ປັດຈຸບັນເປັນຄັ້ງທີ VII ປີ 2025 ໄດ້ເລືອກເອົາຄະນະບໍລິຫານງານພັກແຂວງ 33 ສະຫາຍ, ຍິງ 7 ສະຫາຍ ທົ່ວແຂວງມີ 8 ອົງຄະນະພັກ, ມີ 85 ຄະນະພັກຮາກຖານ, ມີ 685 ໜ່ວຍພັກ,ມີສະມາຊິກພັກ 11.205 ສະຫາຍ, ທົ່ວແຂວງມີລັດຖະກອນທັງໝົດ 4.877 ຄົນ, ກົງຈັກການຈັດຕັ້ງໄດ້ຮັບການປັບປຸງໃຫ້ກະທັດຮັດ ທຸກການຈັດຕັ້ງພັກ-ລັດໄດ້ເຕີບໃຫຍ່ເຂັ້ມແຂງ; ດ້ານການການພົວພັນຮ່ວມມືສາກົນໄດ້ຢຶດໝັ້ນ ແລະ ຈັດຕັ້ງປະຕິບັດຕາມແນວທາງການຕ່າງປະເທດ ຂອງພັກຢ່າງຖືກຕ້ອງສອດຄ່ອງກັບສະພາບຕົວຈິງ, ເປີດກ້ວາງການພົວພັນຮ່ວມມືກັບບັນດາແຂວງ ຂອງປະເທດເພື່ອນມິດຍຸດທະສາດ, ບັນດາແຂວງຂອງປະເທດໃກ້ຄຽງ ແລະ ອົງການຈັດຕັ້ງສາກົນຕ່າງໆ ນັບມື້ນັບກ້ວາງຂວາງ ແລະ ແໜ້ນແຟ້ນ.
ທັງໝົດນັ້ນ ແມ່ນຜົນງານແຫ່ງການນໍາພາຂອງພັກ ທີ່ຖືກຕ້ອງ ແລະ ມີມູນເຊື້ອອັນດີງາມ ເຊິ່ງໄດ້
ກາຍເປັນເສັ້ນທາງອັນໃສແຈ້ງໃຫ້ແກ່ຄົນຮຸ່ນໃໝ່, ລູກ-ຫຼານ ໄດ້ສານຕໍ່ເສີມຂະຫຍາຍ ພາລະກິດໃນການ ພັດທະນາ ປະເທດຊາດ ກໍຄື ແຂວງບໍ່ແກ້ວໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ.
ໂອກາດວັນທີ່ມີຄວາມໝາຍທາງປະຫວັດສາດນີ້ ຂ້າພະເຈົ້າຂໍຕາງໜ້າໃຫ້ຄະນະພັກ, ຄະນະນໍາ, ສາມະຊິກພັກ, ທະຫານ, ຕໍາຫຼວດ ນັກທຸລະກິດ ຕະຫຼອດຮອດປະຊາຊົນບັນດາເຜົ່າຊາວແຂວງບໍ່ແກ້ວ ຂໍສົ່ງຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ຄໍາອວຍພອນໄຊອັນປະເສີດ ມາຍັງບັນດາສະຫາຍອະດີດການນໍາພັກ-ລັດ, ນັກປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນທຸກຮຸ່ນ, ທຸກສະໄໝທີ່ໄດ້ເສຍ
ສະຫຼະເຫື່ອແຮງສະຕິປັນຍາ ແລະ ເລືອດເນື້ອເພື່ອປະເທດຊາດ ຂອງພວກເພິ່ນໃນໄລຍະຜ່ານມາ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດ ໃນການປະຕິບັດໜ້າທີ່ວຽກງານ ແລະ ການ ດໍາລົງຊີວິດ ຂອງທຸກໆທ່ານມານະໂອກາດນີ້ດ້ວຍ.
ຄໍາເຫັນ