![]() |
ໃນງານຊ່ວງເຮືອປີນີ້, ມີເຮືອທີ່ເຂົ້າຮ່ວມແຂ່ງຂັນທັງໝົດ 18 ລຳ, ມີ 23 ທິມຍິງ 4 ທິມ ແລະ ຜົນການແຂ່ງຂັນປະເພດ ເຮືອປະເພນີຊາຍທີ 1ເຮືອບ້ານດ່ານ,ທີ 2ເຮືອຂົງເຂດວັດທະນະທຳ-ສັງຄົມ,ທີ 3ເຮືອບ້ານວັດຫຼວງ, ທີ 4 ເຮືອບ້ານປາກໂທນ.ສ່ວນເຮືອປະເພນີຍິງທີ 1ເຮືອບ້ານດ່ານ,ທີ 2ເຮືອບ້ານໂມ,ທີ 3ເຮືອບ້ານປາກໂທນ.ສໍາລັບ ເຮືອເຄິ່ງສູດຊາຍທີ 1 ເຮືອກອງບັນຊາການ ປກສ ແຂວງ, ທີ 2ເຮືອບ້ານວັດຫຼວງ.ປະເພດເຮືອ 12 ສີພາຍທີ 1 ເຮືອທະນະຄານການຄ້າຕ່າງປະເທດລາວ ສາຂາແຂວງເຊກອງ,ທີ 2ເຮືອເມືອງລະມາມ, ທີ 3ເຮືອບ້ານໂນນມີໄຊ.ສ່ວນເຮືອ 8 ສີພາຍຊາຍທີ 1ເຮືອນາງເຂັມຊາວ ບ້ານສອກ, ທີ 2ເຮືອບ້ານໂສກຄຳ ແຂວງອັດຕະປື,ອັນດັບທີ 3ເຮືອບ້ານດ່ານ.
![]() |
ສໍາລັບລາງວັນແຕ່ປະເພດມີຄື: ເຮືອປະເພນີ (ຊາຍ ແລະ ຍິງ)ລາງວັນອັນດັບທີ 1 ໄດ້ຮັບຂັນ ລາງວັນລະ 1 ໜ່ວຍ ພ້ອມເງິນສົດ ລາງວັນລະ 20 ລ້ານກີບ,ທີ 2 ໄດ້ຮັບເງິນສົດ ລາງວັນລະ 15 ລ້ານກີບ, ທີ 3 ໄດ້ຮັບເງິນສົດ ລາງວັນລະ 10 ລ້ານກີບ, ທີ 4 ໄດ້ຮັບເງິນສົດ 5 ລ້ານກີບ; ສ່ວນເຮືອເຄິ່ງສູດຊາຍລາງວັນທີ 1 ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 20 ລ້ານກີບ, ທີ 2 ໄດ້ຮັບເງິນສົດ 15 ລ້ານກີບ.ສໍາລັບເຮືອ 12 ສີພາຍລາງວັນທີ 1 ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 12 ລ້ານກີບ,ທີ 2 ໄດ້ຮັບເງິນສົດ 10 ລ້ານກີບ, ທີ 3 ໄດ້ຮັບເງິນສົດ 8 ລ້ານກີບ.ສ່ວນເຮືອ 8 ສີພາຍຊາຍລາງວັນທີ 1 ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 10 ລ້ານກີບ,ທີ 2 ໄດ້ຮັບເງິນສົດ 8 ລ້ານກີບ, ທີ 3 ໄດ້ຮັບເງິນສົດ 5 ລ້ານກີບ.ນອກນີ້, ຍັງມີລາງວັນເຮືອງາມ ຊຶ່ງໄດ້ແກ່ເຮືອບ້ານດ່ານ ໄດ້ຮັບລາງວັນເງິນສົດ 2 ລ້ານກີບ ແລະ ຍັງມີລາງວັນຊົມເຊີຍ ໃຫ້ແກ່ເຮືອທີ່ຕົກຮອບ ທິມລະ 2 ລ້ານກີບ.
![]() |
(ຂ່າວ: ອັດສະວິນ)



ຄໍາເຫັນ