ປະທານ ໄກສອນ ພົມວິຫານ ຍືນຍົງໃນພາລະກິດປະຕິວັດ ຂອງພວກເຮົາຕະຫຼອດໄປ!

ປະທານ ໄກສອນ ພົມວິຫານ ຍືນຍົງໃນພາລະກິດປະຕິວັດ ຂອງພວກເຮົາຕະຫຼອດໄປ!
ປະທານໄກສອນ ພົມວິຫານ ເກີດເມື່ອ13 ທັນວາ ຄ.ສ 1920 - 21 ພະຈິກ ຄ.ສ 1992 ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວຜູ້ທຳອິດຕັ້ງແຕ່ 22 ມີນາ 1955 ເກີດເມື່ອວັນທີ່ 13 ທັນວາ 1920 ຢູ່ບ້ານນາເຊັງ ເມືອງຄັນທະບູລີ ປັດຈຸບັນແມ່ນ ເມືອງໄກສອນ ພົມວິຫານ ແຂວງສະຫວັນນະເຂດ ຫລັງຈາກສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ ຄ.ສ 1975 ໂດຍທີ່ ທ່ານ ສຸພານຸວົງ ເປັນປະທານປະເທດ ແລະ ທ່ານ ໄກສອນ ພົມວິຫານ ເປັນ ນາຍົກລັດຖະມົນຕີຜູ້ທຳອິດ ແລະ ຕໍ່ມາ ທ່ານ ໄກສອນ ພົມວິຫານ ໄດ້ເປັນປະທານປະເທດຈົນເສຍຊີວິດ ເມື່ອວັນທີ່ 21 ພະຈິກ ຄ.ສ 1992.

ລະນຶກວັນຄ້າຍວັນເກີດ ປະທານໄກສອນ ພົມວິຫານ ຄົບຮອບ 103 ປີ

ປະທານໄກສອນ ພົມວິຫານ ເກີດເມື່ອ13 ທັນວາ ຄ.ສ 1920 - 21 ພະຈິກ ຄ.ສ 1992 ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວຜູ້ທຳອິດຕັ້ງແຕ່ 22 ມີນາ 1955 ເກີດເມື່ອວັນທີ່ 13 ທັນວາ 1920 ຢູ່ບ້ານນາເຊັງ ເມືອງຄັນທະບູລີ ປັດຈຸບັນແມ່ນ ເມືອງໄກສອນ ພົມວິຫານ ແຂວງສະຫວັນນະເຂດ ຫລັງຈາກສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ ຄ.ສ 1975 ໂດຍທີ່ ທ່ານ ສຸພານຸວົງ ເປັນປະທານປະເທດ ແລະ ທ່ານ ໄກສອນ ພົມວິຫານ ເປັນ ນາຍົກລັດຖະມົນຕີຜູ້ທຳອິດ ແລະ ຕໍ່ມາ ທ່ານ ໄກສອນ ພົມວິຫານ ໄດ້ເປັນປະທານປະເທດຈົນເສຍຊີວິດ ເມື່ອວັນທີ່ 21 ພະຈິກ ຄ.ສ 1992.

ປະທານ ໄກສອນ ພົມວິຫານ ແມ່ນນັກຮັກ ຊາດຜູ້ຍິ່ງໃຫຍ່, ແມ່ນລູກຜູ້ປະເສີດຂອງປະຊາຊົນລາວບັນດາເຜົ່າ, ແມ່ນນັກປະຕິ ວັດຜູ້ດີເລີດ, ເພິ່ນເປັນຜູ້ນຳສູງສຸດຂອງການປະຕິວັດລາວ ທີ່ມີຄວາມປີຊາສາມາດ, ມີຄວາມສະຫຼາດຫຼັກແຫຼມ, ມີໄຫວພິບອັນແຫຼມຄົມ ແລະ ມີນ້ຳໃຈຕໍ່ສູ້ເດັດດ່ຽວໜຽວແໜ້ນ, ເປັນຜູ້ນຳທີ່ແສນເຄົາລົບຮັກຂອງ ພັກ-ລັດ ແລະ ປະຊາຊົນ ແລະ ເປັນວິລະບູລຸດຂອງຊາດລາວເຮົາ. ຄຸນງາມຄວາມດີຂອງປະທານ ໄກສອນ ພົມວິ ຫານ ແມ່ນໃຫຍ່ຫຼວງທີ່ສຸດໃນການ ນໍາພາພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປະທານ ໄກສອນ ພົມວິຫານ ໄດ້ກາຍ ເປັນຕົວແທນລວມຍອດແຫ່ງຄວາມຮັກຊາດ ແລະ ເປັນສັນຍາລັກແຫ່ງຊາດລາວວິລະຊົນ, ຄົນລາວພິລະອາຫານ, ປະທານເປັນນັກການເມືອງທີ່ສະຫຼາດສ່ອງໃສ ເປັນນາຍທະຫານທີ່ປີຊາສາມາດ, ເປັນນັກທິດສະດີແນວຄິດທີ່ຍິ່ງໃຫຍ່ຂອງຊາດລາວພວກເຮົາເປັນນັກໂຄສະນາ-ປາຖະກະຖາທີ່ຊຳນານ, ເພິ່ນເປັນຜູ້ກໍາແໜ້ນຫຼັກມູນພື້ນຖານຂອງສັດຈະວິພາກມາກ-ເລນິນ, ກໍາສະພາບຄວາມເປັນຈິງຂອງປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ, ເປັນຜູ້ເຜີຍແຜ່ທິດສະດີປະຕິວັດ.

ຄໍາເຫັນ

ບົດນຳ

ມະຕິ​ຕົກລົງ  ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ຄະນະ​ຮັບຜິດຊອບ​ພິທີ ຊາ​ປະ​ນະ​ກິດ​ສົບ​ລະດັບ​ຊາດ  ຂອງ ສະຫາຍ ພົນ​ເອກ ຄຳ​ໄຕ ສີ​ພັນ​ດອນ

ມະຕິ​ຕົກລົງ ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ຄະນະ​ຮັບຜິດຊອບ​ພິທີ ຊາ​ປະ​ນະ​ກິດ​ສົບ​ລະດັບ​ຊາດ ຂອງ ສະຫາຍ ພົນ​ເອກ ຄຳ​ໄຕ ສີ​ພັນ​ດອນ

- ເພື່ອ​ສະແດງ​ເຖິງ​ຄວາມ​ຮູ້​ບຸນຄຸນ ແລະ ອາໄລ​ອາ​ວອນ ຢ່າງ​ສຸດ​ຊຶ້ງ ສະຫາຍ ພົນ​ເອກ ຄຳ​ໄຕ ສີ​ພັນ​ດອນ ອະດີດ​ກຳມະການ​ສູນ​ກາງ​ພັກ ສະໄໝ​ທີ I, II, III, IV, V, VI ແລະ VII, ອະດີດ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ, ອະດີດ​ຄະນະ​ເລຂາທິການ​ສູນ​ກາງ​ພັກ, ອະດີດ​ປະທານ​ຄະນະ ບໍລິຫານ​ງານ​ສູນ​ກາງ​ພັກ, ອະດີດ​ປະທານ​ປະເທດ ແຫ່ງ ສປປ ລາວ, ອະດີດ​ນາຍົກລັດຖະມົນຕີ ແຫ່ງ ສ ປປ ລາວ ໄດ້​ເຖິງ​ແກ່​ມໍລະນະ​ກຳ ໃນ​ເວລາ 10 ໂມງ 30 ນາທີ ຂອງ​ວັນ​ທີ 2 ເມສາ 2025.
ປະທານ ຄໍາໄຕ ສີພັນດອນ ໄດ້ຮັບເລືອກຕັ້ງເຂົ້າໃນຄະນະກໍາມະການສູນກາງແນວລາວອິດສະຫຼະ

ປະທານ ຄໍາໄຕ ສີພັນດອນ ໄດ້ຮັບເລືອກຕັ້ງເຂົ້າໃນຄະນະກໍາມະການສູນກາງແນວລາວອິດສະຫຼະ

ເນື່ອງໃນໂອກາດວັນເກີດຂອງປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ (8/2/1923-8/2/2023) (ຄັດຈາກປຶ້ມປະມວນຮູບພາບ ກ່ຽວກັບຊີວິດ ແລະ ການເຄື່ອນໄຫວປະຕິວັດເພື່ອປະກອບສ່ວນ ສະຫຼອງວັນເກີດຂອງ ປະທານ ຄຳໄຕ ສີພັນດອນ, ຄົບຮອບ 95 ປີ) ໃນປີ 1950, ປະທານ ຄໍາໄຕ ສີພັນດອນ ໄດ້ນໍາພາຄະນະຜູ້ແທນແນວລາວຕໍ່ຕ້ານເຂດໃຕ້ເດີນທາງຂຶ້ນເມືອສູນກາງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ແນວລາວຕໍ່ຕ້ານທົ່ວປະເທດ. ໃນກອງປະຊຸມຄັ້ງນີ້, ປະທານ ຄໍາໄຕ ສີພັນດອນ ໄດ້ຮັບການເລືອກຕັ້ງເຂົ້າໃນຄະນະກໍາມະການສູນກາງແນວລາວອິດສະຫຼະ. ໃນນາມກໍາມະການແນວລາວຕໍ່ຕ້ານທົ່ວປະເທດ, ປະທານ ຄໍາໄຕ ສີພັນດອນ ໄດ້ຮັບການມອບໝາຍໃຫ້ຮັບຜິດຊອບຫ້ອງການແນວລາວອິດສະຫຼະ ແລະ ຫ້ອງການລັດຖະບານລາວຕໍ່ຕ້ານ.
ປະທານ ຄໍາໄຕ ສີພັນດອນ ກັບການເຄື່ອນໄຫວປະຕິວັດ

ປະທານ ຄໍາໄຕ ສີພັນດອນ ກັບການເຄື່ອນໄຫວປະຕິວັດ

ເນື່ອງໃນໂອກາດວັນເກີດຂອງປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ (8/2/1923-8/2/2023) (ຄັດຈາກປຶ້ມປະມວນຮູບພາບ ກ່ຽວກັບຊີວິດ ແລະ ການເຄື່ອນໄຫວປະຕິວັດເພື່ອປະກອບສ່ວນ ສະຫຼອງວັນເກີດຂອງ ປະທານ ຄຳໄຕ ສີພັນດອນ, ຄົບຮອບ 95 ປີ) ກອງໂຄສະນາປະກອບອາວຸດປະສົມ ລາວ-ຫວຽດ ໄດ້ເຄື່ອນຍ້າຍເຂົ້າມາສ້າງຖານທີ່ໝັ້ນຢູ່ທິດໃຕ້ ແຂວງອັດຕະປື.
ປະທານ ຄໍາໄຕ ສີພັນດອນ ໄດ້ຮັບເລືອກຕັ້ງເຂົ້າໃນຄະນະກໍາມະການສູນກາງແນວລາວອິດສະຫຼະ

ປະທານ ຄໍາໄຕ ສີພັນດອນ ໄດ້ຮັບເລືອກຕັ້ງເຂົ້າໃນຄະນະກໍາມະການສູນກາງແນວລາວອິດສະຫຼະ

ເນື່ອງໃນໂອກາດວັນເກີດຂອງປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ (8/2/1923-8/2/2023) (ຄັດຈາກປຶ້ມປະມວນຮູບພາບ ກ່ຽວກັບຊີວິດ ແລະ ການເຄື່ອນໄຫວປະຕິວັດເພື່ອປະກອບສ່ວນ ສະຫຼອງວັນເກີດຂອງ ປະທານ ຄຳໄຕ ສີພັນດອນ, ຄົບຮອບ 95 ປີ)
ການປະກອບສ່ວນນຳພາ ພາລະກິດຕໍ່ສູ້ປົດປ່ອຍຊາດຂອງ ປະທານ ຄໍາໄຕ ສີພັນດອນ

ການປະກອບສ່ວນນຳພາ ພາລະກິດຕໍ່ສູ້ປົດປ່ອຍຊາດຂອງ ປະທານ ຄໍາໄຕ ສີພັນດອນ

ໃນເດືອນມີນາ ປີ 1947 ດ້ວຍຄວາມເບື່ອໜ່າຍຄຽດຊັງຕໍ່ການປົກຄອງທີ່ໂຫດຮ້າຍປ່າເຖື່ອນຂອງລ່າເມືອງຂຶ້ນແບບ​ເກົ່າ ແລະ ຄວາມບໍ່ເປັນທໍາຈາກພວກສັກດີນາ ແລະ ເຈົ້າຂຸນມຸນນາຍທ້ອງຖິ່ນ, ທ່ານ ຄໍາໄຕ ສີພັນຕອນ ດ້ວຍຄວາມຕື່ນຕົວຮັກຊາດໄປເຮັດການປະຕິວັດ, ເພິ່ນ ເດີນທາງປິດລັບອອກຈາກເມືອງປາກເຊ ໄປພົບກັບຂະບວນການລາວອິດສະຫຼະ ຊຶ່ງມີທີ່ໝັ້ນຢູ່ແຖບຊາຍແດນລາວ-ໄທ, ຈາກນັ້ນໄດ້ເຂົ້າໄປຈັງຫວັດອຸບົນ​ຣາ​ຊະ​ທາ​ນີ ເພື່ອສືບຕໍ່ເດີນທາງໄປພົບ ສະເດັດເຈົ້າ ເພັດສະລາດ ແລະ ສະເດັດເຈົ້າ ສຸພານຸວົງ ທີ່ບາງກອກ ປະເທດໄທ.
ຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງປະທານ ຄໍາໄຕ ສີພັນດອນ

ຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງປະທານ ຄໍາໄຕ ສີພັນດອນ

ການຕໍ່ສູ້ ເພື່ອຄວາມເປັນເອກະລາດ ແລະ ອິດສະຫຼະພາບຂອງບັນດາປະຊາຊາດ ແລະ ການຕໍ່ສູ້ຂອງປະຊາຊົນລາວ ຕ້ານກັບການຮຸກຮານ ຢຶດຄອງ ຂອງລ່າເມືອງຂຶ້ນແບບເກົ່າ ແລະ ຂຸນເສິກຕ່າງດ້າວຮຸກຮານ. ພາກທີສອງ ໄດ້ປະມວນຮູບພາບຊີວິດໃນໄວໜຸ່ມຂອງ ທ່ານ ຄໍາໄຕ ສີພັນດອນ ຊຶ່ງເພິ່ນ ໄດ້ເຂົ້າຮັບລາຊະການຢູ່ ໄປສະນີ ແຂວງຜົ້ງສາລີ ທາງພາກເໜືອສຸດຂອງປະເທດ. ໃນພາກນີ້, ໄດ້ປະມວນຮູບພາບ ທີ່ກ່ຽວຂ້ອງກັບການເດີນທາງໄປນະຄອນຄຸນໝິງ ປະເທດຈີນ, ການກຸດຕາ ປະເທດອິນເດຍ ແລະ ໄຊງ່ອນ ປະເທດ ຫວຽດນາມ ຖືເປັນໄລຍະທີ່ເພິ່ນ ໄດ້ສືກສາຮຽນຮູ້ກ່ຽວກັບສະພາບການເມືອງໃນຂົງເຂດນີ້ ແລະ ທ່າມກາງຂອງສົງຄາມໂລກຄັ້ງທີ II. ບົນເສັ້ນທາງທີ່ຜ່ານໄປນັ້ນ, ເພີ່ນ ໄດ້ພົບເຫັນຂະບວນການຕໍ່ສູ້ຂອງປະຊາຊົນ ເພື່ອຄວາມເປັນເອກະລາດ ແລະ ອິດສະຫຼະພາບແຫ່ງຊາດ ຊຶ່ງສ່ວນໃຫຍ່ແມ່ນພາຍໄຕ້ການນໍາພາຂອງພັກກອມມູນິດ.
ປະທານ ຄໍາໄຕ ສີພັນດອນ ກັບການເຄື່ອນໄຫວປະຕິວັດຊາດ

ປະທານ ຄໍາໄຕ ສີພັນດອນ ກັບການເຄື່ອນໄຫວປະຕິວັດຊາດ

ໃນການເຄື່ອນໄຫວຕໍ່ສູ້ເພື່ອປົດປ່ອຍປະເທດຊາດ. ປະທານ ຄໍາໄຕ ສີພັນດອນ ກໍແມ່ນຜູ້ນໍາຄົນໜຶ່ງ ທີ່ໄດ້ທຸ່ມເທເຫື່ອແຮງສະຕິປັນຍາ ໃນການປະຕິບັດໜ້າທີ່ຕາມການມອບໝາຍຂອງປະເທດຊາດ ໃນການຕໍ່ສູ້ເພື່ອຄວາມເປັນເອກະລາດ ແລະ ອິດສະຫຼະພາບຂອງບັນດາປະຊາຊາດ ແລະ ການຕໍ່ສູ້ຂອງປະຊາຊົນລາວ ຕ້ານກັບພວກຕ່າງດ້າວຮຸກຮານ.
ເພີ່ມເຕີມ