![]() |
ທ່ານ ຄຳພັນ ແກ້ວກັນຍາ ຮອງຜູ້ອຳນວຍການ ຝ່າຍຄຸ້ມຄອງສາຂາຫົວໜ້າສາຂາພາກ ຫຼວງພະບາງ ທະນາຄານ ພັດທະນາລາວ ຈຳກັດ ໄດ້ກ່າວເປີດໜ່ວຍບໍລິການໃໝ່ ວ່າ: ໃນ 4 ປີຜ່ານມາLDBໄດ້ມີການປະຕິຮູບ ຈາກການເປັນທະນາຄານທຸລະກິດຂອງລັດ ໃນເມື່ອກ່ອນ ຫັນມາເປັນ ທະນາຄານຮ່ວມທຶນ, ໂດຍມີບໍລິສັດ ຈະເລີນເຊກອງພະລັງງານ ຈຳກັດ ຖືຫຸ້ນ 70% ແລະ ລັດຖະບານລາວ ຕາງໜ້າໂດຍ ກະຊວງການເງິນ ຖືຫຸ້ນ 30%, ປັດຈຸບັນ, ມີສຳນັກງານໃຫຍ່ ຕັ້ງຢູ່ ນະຄອນຫຼວງວຽງຈັນ ແລະ 28 ສາຂາ, 102 ໜ່ວຍບໍລິການ, 11 ຫ້ອງຮັບເງິນ, 8 ໜ່ວຍແລກປ່ຽນ, 7 ຈຸດບໍລິການ Easy Pass ປະຈຳດ່ານສາກົນ, ຕູ້ ATM 302 ໜ່ວຍ ທີ່ໃຫ້ບໍລິການ ໃນຂອບເຂດ ທົ່ວປະເທດ. ສໍາລັບສາຂາ ຫຼວງພະບາງ ມີ 1 ສາຂາໃຫຍ່, ມີ 3 ໜ່ວຍແລກປ່ຽນ, ມີຕູ້ ATM26 ໜ່ວຍ ແລະແຜນໃນຕໍ່ໜ້າ ຈະຂະຫຍາຍ ໄປບັນດາເມືອງທີ່ມີທ່າແຮງຕື່ມອີກ.
ໂອກາດນີ້, ທ່ານ ບຸນເລື່ອມ ມະນີວົງ ໄດ້ມີຄຳເຫັນຍ້ອງຍໍຊົມເຊີຍ ຕໍ່ການເປີດໜ່ວຍບໍລິການໃໝ່ ຢູ່ເມືອງປາກອູ ຂອງLDB ເປັນການຂະຫຍາຍເຄືອຂ່າຍການບໍລິການ ໃຫ້ລູກຄ້າ ກໍຄືປະຊາຊົນບັນດາເຜົ່າ ໄດ້ເຂົ້າເຖິງຫຼາຍຂຶ້ນ ທັງມີຄວາມສະດວກໃນການເຮັດທຸລະກຳ ທາງດ້ານການເງິນ ໃຫ້ແກ່ປະຊາຊົນ, ພະນັກງານ, ທະຫານ-ຕໍາຫຼວດ ແລະຜູ້ປະກອບການທຸລະກິດ.
ຕອນທ້າຍໄດ້ມີການຕັດແຖບຜ້າ ແລະລັ່ນຄ້ອງ 9 ບາດ ເພື່ອເປີດການນຳໃຊ້ອາຄານ ໜ່ວຍບໍລິການໃໝ່ ຢູ່ເມືອງປາກອູ ຢ່າງເປັນທາງການ.
(ຂ່າວ: ອາພຸດເດດ ບຸບຜາ, ພາບ: ທະນູສີນ ອິດທິພົນ)

ຄໍາເຫັນ