ການຜະລິດເຂົ້າຢູ່ແຂວງໄຊຍະບູລີຂະຫຍາຍຕົວ

ການຜະລິດເຂົ້າຢູ່ແຂວງໄຊຍະບູລີຂະຫຍາຍຕົວດີຂຶ້ນ

ການຜະລິດເຂົ້າຢູ່ແຂວງໄຊຍະບູລີຂະຫຍາຍຕົວດີຂຶ້ນ
ໂດຍ: ວັນໄຊ ຕະວິນຍານ ພາຍໃຕ້ການຊີ້ນໍາຂອງອົງຄະນະພັກແຂວງ ເພື່ອຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງໄຊຍະບູລີໃຫ້ມີຜົນສໍາເລັດ,ຕິດພັນກັບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກ

 

ທາງດ້ານເສດຖະກິດ-ການເງິນ ໃຫ້ແທດເໝາະກັບເງື່ອນໄຂທ່າແຮງບົ່ມຊ້ອນທາງດ້ານຊັບພະຍາກອນທຳມະຊາດ.ໃນປີ 2024 ຜ່ານມາ,ພະແນກກະສິກໍາ ແລະ ປ່າໄມ້ ແຂວງໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການປຸກລະດົມປະຊາຊົນ,ສ້າງເງື່ອນໄຂ,ອໍານວຍຄວາມສະດວກ ແລະຕອບສະໜອງດ້ານວິຊາການ ໂດຍການນຳໃຊ້ເຕັກນິກ ວິທະຍາສາດທີ່ໄດ້ຮັບການຄົ້ນຄວ້າ ເພື່ອຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ ທັງສະໜອງອຸປະກອນອັນຈໍາເປັນໃຫ້ປະຊາຊົນທໍາການຜະລິດ ຈຶ່ງເຮັດໃຫ້ການຜະລິດກະສິກໍາພາຍໃນແຂວງໃນປີ 2024 ຜ່ານມາ,ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ.

ທ່ານ ພວງແກ້ວ ບຸນຍະວົງ ຫົວໜ້າພະແນກກະສິກໍາ-ປ່າໄມ້ ແຂວງໄຊຍະບູລີລາຍງານໃຫ້ຊາບວ່າ:ບັນຫາຕົ້ນຕໍ ແມ່ນເລັ່ງໃສ່ແຜນງານຄໍ້າປະກັນທາງດ້ານສະບຽງອາຫານ ແລະ ໂພຊະນາການ.

ການຜະລິດເຂົ້າ ປີ 2024 ເນື້ອທີ່ແຜນການວາງໄວ້ທັງໝົດ 48,724 ເຮັກຕາ, ຄາດຄະເນຜົນຜະລິດ 190,000 ໂຕນ ຜ່ານການຈັດຕັ້ງປະຕິບັດ ເນື້ອທີ່ເກັບກ່ຽວຕົວຈິງປະຕິບັດໄດ້ 48,394 ເຮັກຕາ ຜົນຜະລິດໄດ້ 197,500 ໂຕນ ທຽບໃສ່ມະຕິສະພາຮັບຮອງ ສາມາດປະຕິບັດໄດ້ 104%,ສະເພາະການຜະລິດເຂົ້ານາປີແຜນການວາງໄວ້ 36,824 ເຮັກຕາ, ສາມາດປະຕິບັດໄດ້ 37,008.56 ເຮັກຕາ ເທົ່າກັບ 101% ຂອງແຜນການ. ໃນນີ້ ເນື້ອທີ່ເກັບກ່ຽວຕົວຈິງ 36,106.49 ເຮັກຕາ ເສຍຫາຍ 902 ເຮັກຕາ, ສະເລ່ຍສະມັດຖະພາບ 4.63 ໂຕນ/ເຮັກຕາ, ຜົນຜະລິດໄດ້ 167,102 ໂຕນ ເທົ່າກັບ 107.71% ຂອງແຜນການ, ທຽບໃສ່ປີຜ່ານມາເນື້ອທີ່ເພີ່ມຂຶ້ນ 779.7 ເຮັກຕາ, ຜົນຜະລິດເພີ່ມຂຶ້ນ 1,912 ໂຕນ. ການປູກເຂົ້ານາແຊງ:ແຜນການວາງໄວ້ໃຫ້ໄດ້ໃນ ເນື້ອທີ່1,900 ເຮັກຕາ, ປະຕິບັດໄດ້1,881.09 ເຮັກຕາ, ເທົ່າກັບ 99% ຂອງແຜນການ, ສາມາດເກັບກູ້ເຂົ້ານາແຊງໄດ້ 1,881.09 ເຮັກຕາ, ສະມັດຖະພາບຜົນຜະລິດ 4.21 ໂຕນ/ເຮັກຕາ, ຜົນຜະລິດໄດ້ 7,924 ໂຕນ ເທົ່າກັບ 100.67% ຂອງແຜນການ ທຽບໃສ່ປີຜ່ານມາເນື້ອທີ່ຫຼຸດລົງ 51.81 ເຮັກຕາ, ຜົນຜະລິດຫຼຸດລົງ 1,162 ໂຕນ.ແຜນການປູກເຂົ້າໄຮ່ ເນື້ອທີ່10,000 ເຮັກຕາ, ປະຕິບັດໄດ້ 10,410.43 ເຮັກຕາເທົ່າກັບ104.10% ຂອງແຜນການ. ໃນນີ້,ເນື້ອທີ່ເກັບກ່ຽວຕົວຈິງ 10,406.8ເຮັຕາເສຍຫາຍ 3.63 ເຮັກຕາ, ສະມັດຖະພາບສະເລ່ຍ 2.16ໂຕນ/ເຮັກຕາ, ໄດ້ຜົນຜະລິດທັງໝົດ 22,474 ໂຕນເທົ່າກັບ 99.44% ຂອງແຜນການ, ທຽບໃສ່ປີຜ່ານມາເນື້ອທີ່ຫຼຸດລົງ 672.85 ເຮັກຕາ, ຜົນຜະລິດຫຼຸດລົງ 2,791 ໂຕນ.

ສາເຫດທີ່ເຮັດໃຫ້ການຜະລິດເຂົ້າລື່ນແຜນການແມ່ນຍ້ອນການສົ່ງເສີມປູກພືດລະດູແລ້ງໝູນວຽນໃນນາເຂົ້າເປັນສິນຄ້າໂດຍສະເພາະແມ່ນຖົ່ວເຫຼືອງ,ຜັກສົດ, ໝາກໂມ, ຖົ່ວດິນແລະພືດອື່ນໆຫຼາຍກວ່າ2.500 ເຮັກຕາຊຶ່ງຜົນການວິໄຈເຫັນວ່າ: ການປູກພືດຕະກຸນຖົ່ວສາມາດປັບປຸງດິນ ແລະການລົງທຶນປູກພືດເປັນສິນຄ້າໃນນາເຂົ້າ ປະລິມານຝຸ່ນທີ່ສະສົມສົ່ງຜົນຕໍ່ການນຳໃຊ້ ແລະເພີ່ມສະມັດຖະພາບຜົນຜະລິດຂອງເຂົ້ານາປີ; ຍ້ອນການນຳໃຊ້ແນວພັນປັບປຸງຮຸ່ນສາມທີ່ຫຼາກຫຼາຍແລະ ມີຄຸນນະພາບ ເຊັ່ນ: ເຂົ້າຖິ່ນແກ້ວ17, ທ່າສະໂນ, ນໍ້າຕານ, ເຊບັ້ງໄຟ, ທ່າດອກຄຳ ແລະ ອື່ນໆບວກກັບສະພາບດິນຟ້າອາກາດລະດູຝົນປີນີ້ເໝາະສົມ ເຮັດໃຫ້ການຜະລິດເຂົ້ານາປີໄດ້ຮັບຜົນດີ;ລາຄາເຂົ້າປີນີ້ສູງກວ່າປີຜ່ານມາສ້າງແຮງຈູງໃຈໃຫ້ຊາວກະສິກອນ ຂະຫຍາຍພື້ນທີ່ປູກໃນເຂດນາເຮື້ອ ໂດຍສະເພາະເຂດເມືອງໄຊຍະບູລີ, ເມືອງຫົງສາ, ເມືອງຊຽງຮ່ອນ ແລະ ເມືອງທົ່ງມີໄຊ.

ທ່ານ ພວງແກ້ວ ບຸນຍະວົງ ກ່າວຕື່ມວ່າ: ຕະຫຼອດໄລຍະ 1 ປີຜ່ານມາ ການປູກເຂົ້າພາຍໃນແຂວງຍັງພົບບັນຫາ ແລະ ມີສິ່ງທ້າທາຍຫຼາຍຢ່າງ ເປັນຕົ້ນແມ່ນຕົ້ນທຶນການຜະລິດເຂົ້າເພີ່ມຂຶ້ນ ໂດຍສະເລ່ຍປະມານ 14-16 ລ້ານ/ເຮັກຕາ ຍ້ອນພາວະເງິນເຟີ້ ໂດຍສະເພາະຄ່າໃຊ້ຈ່າຍໃນການກະກຽມດິນ, ແຮງງານ, ແນວພັນ, ຝຸ່ນ ແລະ ຢາປາບສັດຕູພືດເຮັດໃຫ້ຊາວກະສິກອນຜູ້ຜະລິດເຂົ້າເປັນສິນຄ້າໄດ້ຮັບຜົນຕອບແທນໜ້ອຍ ຖ້າສົມທຽບໃສ່ການຜະລິດພືດອື່ນເປັນສິນຄ້າ;ນາບາງບ່ອນ,ບາງເມືອງ ຖືກນໍ້າຖ້ວມ ເນື້ອທີ່ໄດ້ຮັບຜົນກະທົບ1,500.19 ເຮັກຕາ, ເສຍຫາຍ 614.45 ເຮັກຕາ;ນໍ້າປ່າໄຫຼຊຸເຂົ້າໄຮ່ ເນື້ອທີ່ໄດ້ຮັບຜົນກະທົບ3.63 ເຮັກຕາ, ເສຍຫາຍ 3.63 ເຮັກຕາ;ເກີດພະຍາດ-ແມງໄມ້ສັດຕູພືດລະບາດ ໃນນາເຂົ້າ ໄດ້ຮັບຜົນກະທົບ342.16 ເຮັກຕາ, ເສຍຫາຍ 287.86 ເຮັກຕາ; ການປູກເຂົ້ານາແຊງ ບໍ່ບັນລຸເປົ້າໝາຍທີ່ກຳນົດໄວ້ ຍ້ອນການໄດ້ຫັນພື້ນທີ່ນາແຊງ ໄປປູກພືດຊະນິດອື່ນເປັນຕົ້ນແມ່ນການປູກຖົ່ວເຫຼືອງຝັກສົດ, ໝາກໂມ, ຖົ່ວດິນ, ໝາກເຜັດ, ຢາສູບ, ພືດຜັກ ແລະ ພືດອື່ນໆ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ