ວັນທີ 23 ກໍລະກົດນີ້, ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງຊຽງຂວາງ ພ້ອມດ້ວຍພະແນກການ, ຄະນະກຳມະການຄຸ້ມຄອງໄພພິບັດຂັນແຂວງ ແລະ ເມືອງ ໄດ້ລົງກວດກາຜົນກະທົບຈາກໄພພິບັດນ້ຳຖ້ວມຊຸ ຢູ່ເມືອງຄູນ ແຂວງຊຽງຂວາງ ໄດ້ເຮັດໃຫ້ນ້ຳໄຫຼເຂົ້າເຮືອນຊານຂອງປະຊາຊົນ, ເຮືອນຖືກນ້ຳຊຸໄຫຼເປ່ເພ, ເຂົ້ານາ, ເຄື່ອປູກ, ສັດລ້ຽງ ເສຍຫາຍ, ເສັ້ນທາງເປ່ເພ, ດິນເຊາະເຈື່ອນຖົມທາງເຮັດໃຫ້ການສັນຈອນມີຄວາມຫຍຸ້ງຍາກຢູ່ເຂດເທສະບານເມືອງຄູນ ມີ 4 ບ້ານ ໄດ້ຮັບຜົນກະທົບທີ່ຢູ່ອາໄສມີ: ບ້ານສີພົມ, ເພຍວັດ, ນາສີ ແລະ ບ້ານໂພນແຍງ, ມີ 84 ຫຼັງຄາເຮືອນ, ມີ 582 ຄົນ ຊຶ່ງໄດ້ຍ້າຍໄປທີ່ປອດໄພແລ້ວ.
ໂອກາດນີ້, ທ່ານຮອງເຈົ້າແຂວງໄດ້ກ່າວວ່າ: ຂໍໃຫ້ປະຊາຊົນພວກເຮົາຈົ່ງມີສະຕິ, ຕິດຕາມການຂຶ້ນລົງຂອງນ້ຳ, ຕີດຕາມອຸຕູນິຍົມເພື່ອກຽມຮັບມືກັບໄພພິບັດນ້ຳຖ້ວມ, ດິນເຊາະເຈື່ອນ. ໃຫ້ມີຄວາມສາມັກຄີແໜ້ນແຟ້ນ, ລະວັງການລະບາດ, ຮັກສາສຸຂະພາບໃຫ້ແຂງແຮງ. ຈາກນັ້ນ, ທ່ານຮອງເຈົ້າແຂວງ ພ້ອມດ້ວຍຄະນະ ໄດ້ມອບໝີ່ໄວໆ, ນ້ຳດື່ມ, ໄຂ່ ລວມມູນຄ່າ 13 ລ້ານກ່ວາກີບ ໃຫ້ປະຊາຊົນຜູ້ປະສົບໄພ ເປັນການແກ້ໄຂສຸກເສີນໃຫ້ທັນເວລາ ແລະ ເງິນສົດ 20 ລ້ານກີບ ໃຫ້ເມືອງຄູນເພື່ອນຳໃຊ້ເຂົ້າໃນວຽກງານການແກ້ໄຂໄພພິບັດສຸກເສີນໃຫ້ທັນເວລາ
(ຂ່າວ: ບຸນມີ ແສງທຸມມີ)
ຄໍາເຫັນ