ກາຕາ ສະເໜີເປັນເຈົ້າພາບຈັດງານກິລາໂອແລັມປິກ 2036

ກາຕາ ສະເໜີເປັນເຈົ້າພາບຈັດງານກິລາໂອແລັມປິກ 2036

ກາຕາ ສະເໜີເປັນເຈົ້າພາບຈັດງານກິລາໂອແລັມປິກ 2036
ຂ່າວຕ່າງປະເທດລາຍງານວ່າ: ຄະ​ນະ​ກຳ​ມະ​ການ​ໂອແ​ລັມ​ປິກ ຂອງ​ກາ​ຕາ​ ເປີດເຜີຍໃນວັນ​ທີ 22 ກໍ​ລະ​ກົດ ຜ່ານມາ​ວ່າ, ກາ​ຕາ ​ໄດ້​ຍື່ນ​ສະ​ເໜີ​ຢ່າງ​ເປັນ​ທາງ​ການ​ເພື່ອ​ຂໍເປັນ​ເຈົ້າ​ພາບ​ຈັດ​ງານ​ກິ​ລາ​ໂອ​ແລັມ​ປິກ​ ແລະ​ ພາ​ຣາ​ລິມ​ປິກ​ ເກມ ປີ 2036. ໂດຍຖ້າຫາກໄດ້ຖືກເລືອກ, ກາຕາ ຈະກາຍເປັນປະເທດທໍາອິດຈາກຕາເວັນອອກກາງ ແລະ ອາຟຣິກາເໜືອ ທີ່ຈະເປັນເຈົ້າພາບຈັດການແຂ່ງຂັນກິລາທີ່ໃຫຍ່ທີ່ສຸດຂອງໂລກ.

 

ທ່ານ ຊີກໂຈອານ ບິນ ຮາໝັດ ອັລທານີ ປະທານຄະນະກໍາມະການໂອແລັມປິກກາຕາ ກ່າວວ່າ: ກາຕາ ມີຄວາມພ້ອມດ້ານໂຄງສ້າງພື້ນຖານທາງກິລາແລ້ວ ກວ່າ 95% ແລະ ມີແຜນພັດທະນາຢ່າງກວມລວມເພື່ອຍົກລະດັບຄວາມພ້ອມເປັນ 100%

ຖະແຫຼງການຂອງ ທ່ານ ຊີກ ອັລທານີ ລະບຸວ່າ: ພວກເຮົາສືບຕໍ່ຄວາມສໍາເລັດອັນຍິ່ງໃຫຍ່ຈາກການເປັນເຈົ້າພາບເຕະບານໂລກ 2022 (FIFA World Cup) ດ້ວຍຄວາມມຸ່ງໝັ້ນທີ່ຈະຮວມເອົາໂລກໄວ້ພາຍໃຕ້ຄຸນຄ່າຂອງໂອແລັມປິກ ເຊັ່ນດຽວກັບທີ່ພວກເຮົາໄດ້ເຮັດມາແລ້ວໃນປີ 2022 ຊຶ່ງມີແຟນບານຫຼາຍກວ່າໜຶ່ງລ້ານຄົນເດີນທາງມາຍັງນະຄອນຫຼວງໂດຮາ, ກາຕາ ກໍາລັງສ້າງມໍລະດົກໃໝ່ ທັງໃນດ້ານການພັດທະນາທັກສະ ແລະ ການສ້າງໂອກາດທາງເສດຖະກິດສໍາລັບປະຊາຊົນ.

ທັງນີ້, ໂດຮາ ຊຶ່ງເປັນນະຄອນຫຼວງຂອງກາຕາ ມີກຳນົດເປັນເຈົ້າພາບຈັດການແຂ່ງຂັນກິລາເອຊຽນເກມປີ 2030, ຖືເປັນຂີດໝາຍສຳຄັນອີກອັນໜຶ່ງຂອງປະເທດໃນເສັ້ນທາງສູ່ການເປັນເຈົ້າພາບຈັດງານກິລາໂອແລັມປິກ.

ເຖິງຢ່າງໃດກໍຕາມ, ສະພາບອາກາດທີ່ຮ້ອນເອົ້າຂອງພາກພື້ນຍັງເປັນຄວາມກັງວົນທີ່ສຳຄັນ. ໂດຍໃນວັນທີ 22 ກໍລະກົດ ຜ່ານມາ ອຸນຫະພູມໃນນະຄອນຫຼວງໂດຮາ ສູງເຖິງ 44 ອົງສາເຊ.

ສຳລັບການສະເໜີເປັນເຈົ້າພາບຈັດງານກິລາໂອແລັມປິກ 2036 ນັ້ນ, ປັດຈຸບັນມີຜູ້ສະເໜີແລ້ວຫຼາຍປະເທດລວມທັງຕວັກກີ, ອິນເດຍ, ອິນໂດເນເຊຍ ແລະ ຊີເລ, ໃນຂະນະທີ່ອີກຫຼາຍປະເທດພວມຢູ່ລະຫວ່າງການພິຈາລະນາເຊັ່ນ: ຊາອຸດິດ ອາຣັບບີ, ສ ເກົາຫຼີ, ເອຢິບ, ອີຕາລີ, ເຢຍລະມັນ, ດານມາກ ແລະ ການາດາ.

ທັງນີ້, ສຳລັບເຈົ້າພາບໂອແລັມປິກລະດູຮ້ອນໄດ້ຖືກຕັດສິນແລ້ວຄື: ນະຄອນລອສແອນເຈລິສ ສະຫະລັດອາເມຣິກາ ໃນປີ 2028 ແລະ ເມືອງບຣິນເບນ ປະເທດອົສຕຣາລີ ໃນປີ 2032.

ຄໍາເຫັນ

ຂ່າວຕ່າງປະເທດ

ຜົນການສຶກສາພົບວ່າ ມະນຸດເຄື່ອນໄຫວຫຼາຍກວ່າສັດປ່າເຖິງ 40 ເທົ່າ

ຜົນການສຶກສາພົບວ່າ ມະນຸດເຄື່ອນໄຫວຫຼາຍກວ່າສັດປ່າເຖິງ 40 ເທົ່າ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ຖະແຫຼງການຈາກສະຖາບັນວິທະຍາສາດ Weizmann (WIS) ຂອງອິດສະຣາເອນ ລະບຸວ່າ: ທີມນັກຄົ້ນຄວ້າສາກົນໄດ້ຄົ້ນພົບວ່າການເຄື່ອນໄຫວຂອງມະນຸດໂດຍລວມນັ້ນຫຼາຍກວ່າ ສັດລ້ຽງລູກດ້ວຍນົມເທິງບົກ, ສັດປີກ ແລະ ແມງໄມ້ ໃນທຳມະຊາດທັງໝົດລວມກັນປະມານ 40 ເທົ່າ.
WHO ເປີດເຜີຍ ການບໍ່ສົນໃຈວິກິດການດິນຟ້າອາກາດ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນ

WHO ເປີດເຜີຍ ການບໍ່ສົນໃຈວິກິດການດິນຟ້າອາກາດ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ຕຸລາ ຜ່ານມາວ່າ: ອົງການອະນາໄມໂລກ (WHO) ໄດ້ເຜີຍແຜ່ບົດລາຍງານລະດັບໂລກປະຈຳປີ 2025 ກ່ຽວກັບສຸຂະພາບ ແລະ ການປ່ຽນແປງສະພາບອາກາດ ຊຶ່ງເຮັດຮ່ວມກັບໜັງສືພິມ The Lancet ລະບຸວ່າ: ການເພິ່ງພາອາໄສເຊື້ອໄຟຟອດຊິວຫຼາຍເກີນໄປ ແລະ ຄວາມລົ້ມເຫຼວໃນການປັບຕົວເຂົ້າກັບໂລກທີ່ຮ້ອນຂຶ້ນຢ່າງຕໍ່ເນື່ອງ ກຳລັງສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ສຸຂະພາບຂອງມະນຸດ.
ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32

ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32

ຂ່າວສານຊີອາໄອລາຍງານວ່າ: ໃນຕອນເຊົ້າວັນທີ 31 ຕຸລາ ຜ່ານມາ, ກອງປະຊຸມຜູ້ນຳເສດຖະກິດອົງການຮ່ວມມືເສດຖະກິດອາຊີປາຊີຟິກ ຫຼື APEC ຄັ້ງທີ 32 ໄດ້ຈັດຂຶ້ນຢູ່ສູນປະຊຸມສາກົນຈອງຈູ ປະເທດ ສ ເກົາຫຼີ. ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສສຳຄັນຕໍ່ກອງປະຊຸມຄັ້ງນີ້.
ທ່ານ ເລືອງເກື່ອງ ພົບປະສົນທະນາກັບທ່ານປະທານາທິບໍດີ ສ ເກົາຫຼີ

ທ່ານ ເລືອງເກື່ອງ ພົບປະສົນທະນາກັບທ່ານປະທານາທິບໍດີ ສ ເກົາຫຼີ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຂອບເຂດການປະຕິບັດງານຢູ່ ສ ເກົາຫຼີ ແລະ ເຂົ້າຮ່ວມສັບປະດາຂັ້ນສູງເວທີປາໄສການຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) 2025, ໃນຕອນບ່າຍວັນທີ 30 ຕຸລາ ຜ່ານມາ (ຕາມເວລາທ້ອງຖິ່ນ) ຢູ່ນະຄອນ Gyeongju ສ ເກົາຫຼີ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ດຳເນີນການພົບປະສົນທະນາກັບທ່ານ ລີແຈມຽງ ປະທານາທິບໍດີ ສ ເກົາຫຼີ.
ອິນໂດນີເຊຍ ຈະເປີດໃຊ້ໂຮງໄຟຟ້ານິວເຄລຍແຫ່ງທຳອິດພາຍໃນປີ 2032

ອິນໂດນີເຊຍ ຈະເປີດໃຊ້ໂຮງໄຟຟ້ານິວເຄລຍແຫ່ງທຳອິດພາຍໃນປີ 2032

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ຕຸລາ ຜ່ານມາວ່າ: ທ່ານ ຢູລິອອດ ຕັນຈຸງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ຊັບພະຍາກອນແຮ່ທາດຂອງອິນໂດເນເຊຍ ໄດ້ເປີດເຜີຍວ່າ: ອິນໂດເນເຊຍຄາດວ່າຈະເລີ່ມດໍາເນີນງານໂຮງໄຟຟ້ານິວເຄລຍແຫ່ງທຳອິດຂອງປະເທດພາຍໃນປີ 2032 ຊຶ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການບັນລຸເປົ້າໝາຍການປ່ອຍອາຍແກ໊ສເຮືອນແກ້ວສຸດທິເປັນສູນພາຍໃນປີ 2060.
ສ ເກົາຫຼີ ສົ່ງອອກ K-food ບັນລຸລະດັບສູງສຸດແບບບໍ່ເຄີຍມີມາກ່ອນ

ສ ເກົາຫຼີ ສົ່ງອອກ K-food ບັນລຸລະດັບສູງສຸດແບບບໍ່ເຄີຍມີມາກ່ອນ

ຂ່າວຕ່າງປະເທດລາຍງານວ່າ: ຫ້ອງການພາສີຂອງ ສ ເກົາຫຼີ ໄດ້ປະກາດໃນວັນທີ 28 ຕຸລາ ຜ່ານມາ ວ່າ, ການສົ່ງອອກຜະລິດຕະພັນອາຫານຂອງ ສ ເກົາຫຼີ ໃນໄລຍະເດືອນມັງກອນ - ກັນຍາ ໄດ້ເພີ່ມຂຶ້ນ 8.9% ເມື່ອທຽບກັບປີກ່ອນ ຊຶ່ງບັນລຸລະດັບສູງສຸດແບບບໍ່ເຄີຍມີມາກ່ອນ ທີ່ 8.5 ຕື້ວອນ (ປະມານ 5.9 ລ້ານໂດລາ).
ການນອນຫຼັບສະໝໍ່າສະເໝີ ກ່ຽວຂ້ອງກັບຄວາມສ່ຽງຕໍ່າຂອງໂຣກຕຸ້ຍ ໃນເດັກນ້ອຍຜູ້ຊາຍ

ການນອນຫຼັບສະໝໍ່າສະເໝີ ກ່ຽວຂ້ອງກັບຄວາມສ່ຽງຕໍ່າຂອງໂຣກຕຸ້ຍ ໃນເດັກນ້ອຍຜູ້ຊາຍ

ຂ່າວຕ່າງປະເທດລາຍງານໃນວັນທີ 27 ຕຸລາ ຜ່ານມາວ່າ: ຜົນການສຶກສາໃໝ່ຈາກສະຖາບັນວິທະຍາສາດ, ເຕັກໂນໂລຊີ ແລະ ການຄົ້ນຄວ້າຂອງສິງກະໂປ ໄດ້ເປີດເຜີຍວ່າ, ເດັກນ້ອຍຜູ້ຊາຍທີ່ນອນຫຼັບຢ່າງສະໝ່ຳສະເໝີເປັນເວລາເກົ້າຊົ່ວໂມງ ຫຼື ຫຼາຍກວ່ານັ້ນຕໍ່ຄືນຕະຫຼອດອາທິດມີຄວາມສ່ຽງເປັນໂຣກຕຸ້ຍຫຼຸດລົງ 51% ແລະ ມີໄຂມັນໜ້າທ້ອງໜ້ອຍກວ່າເດັກນ້ອຍຜູ້ຊາຍທີ່ບໍ່ໄດ້ນອນຫຼັບພຽງພໍຢ່າງຫຼວງຫຼາຍ.
ປິດກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັ້ງ​ທີ 47 ແລະ ​ກອງ​ປະ​ຊຸມ​​​ປິ່ນ​ອ້ອມ

ປິດກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັ້ງ​ທີ 47 ແລະ ​ກອງ​ປະ​ຊຸມ​​​ປິ່ນ​ອ້ອມ

ຂ່າວສານຊີອາໄອລາຍງານວ່າ: ພິ​ທີ​ປິດກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັ້ງ​ທີ 47 ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 28 ຕຸ​ລາ​ ຜ່ານມາ ​ຢູ່​ນະ​ຄອນ​ຫຼວງ​ກົວ​ລາ​ລຳ​ເປີ​ ປ​ະ​ເທດມາ​ເລ​ເຊຍ. ໂອ​ກາດ​ດັ່ງ​ກ່າວ, ທ່ານ ອັນ​ວາ ອິບ​ຣາ​ຮິມ ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ ໄດ້​ກ່າວ​ຄຳ​ປາ​ໄສ​ວ່າ: ​ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້, ບັນ​ດາ​ຝ່າຍ​ໄດ້​ສ້າງ​ຂົວ​ຕໍ່, ດຳ​ເນີນ​ການ​ສົນ​ທະ​ນາ​ກັນ ຊຶ່ງຢັ້ງ​ຢືນ​ໃຫ້​ເຫັນ​ວ່າ ​ກົນ​ໄກ​ອາ​ຊຽນ​ຍັງ​ຄົງ​ມີ​ປະ​ສິດ​ທິ​ຜົນ​ພາຍ​ໃຕ້​ການ​ນຳ​ພາ​​ຢ່າງ​ສົມ​ເຫດ​ສົມ​ຜົນດ້ວຍ​ຄວາມ​ອົດ​ທົນ.
ບົດ​ຮຽນ​ການ​ບໍ​ລິ​ຫານ​ປະ​ເທດ​ຂອງ​ຈີນ ​ເປັນ​ທີ່ຍອມ​ຮັບ​ໃນ​ລະ​ດັບ​ສູງ​ຈາກ​ປະ​ຊາ​ຄົມ​ໂລກ

ບົດ​ຮຽນ​ການ​ບໍ​ລິ​ຫານ​ປະ​ເທດ​ຂອງ​ຈີນ ​ເປັນ​ທີ່ຍອມ​ຮັບ​ໃນ​ລະ​ດັບ​ສູງ​ຈາກ​ປະ​ຊາ​ຄົມ​ໂລກ

ຂ່າວສານຊີອາໄອລາຍງານ ໃນວັນທີ 29 ຕຸລາ ນີ້ວ່າ: ອີງ​ຕາມຜົນ​ການ​ສຳ​ຫຼວດ​ຄວາມ​ຄິດ​ເຫັນ​ຂອງ​ປະ​ຊາ​ຊົນ​ໂດຍໂທ​ລະ​ພາບ​ສາ​ກົນ​ຈີນ ​ຫຼື CGTN ຂອງວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ​ຫຼື CMG ໄດ້ແຈກ​ຢາຍ​ແບບ​ສອບ​ຖາມ​ໃຫ້​ຊາວ​ເນັດ 47.000 ຄົນ ຈາກ 46 ປະ​ເທດ​ທົ່ວ​ໂລກໃນ​ໄລ​ຍະ 3 ປີ​ຜ່ານ​ມາ​ ​ສະ​ແດງ​ໃຫ້​ເຫັນ​ວ່າ: ບົດ​ຮຽນ​ການ​ບໍ​ລິ​ຫານ​ປະ​ເທດ​ຂອງ​ຈີນ​ເປັນ​ທີ່ຍອມ​ຮັບ​ໃນ​ລະ​ດັບ​ສູງ​ຈາກ​ປະ​ຊາ​ຄົມ​ໂລກ.
ອິນໂດເນເຊຍ ອອກກົດລະບຽບໃໝ່ອະນຸຍາດໃຫ້ລັດຖະບານສາມາດໃຫ້ເງິນກູ້ຢືມ

ອິນໂດເນເຊຍ ອອກກົດລະບຽບໃໝ່ອະນຸຍາດໃຫ້ລັດຖະບານສາມາດໃຫ້ເງິນກູ້ຢືມ

ຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ ຜ່ານມາວ່າ: ອິນໂດເນເຊຍໄດ້ອອກກົດລະບຽບໃໝ່ທີ່ອະນຸຍາດໃຫ້ລັດຖະບານສາມາດໃຫ້ເງິນກູ້ຢືມແກ່ອຳນາດການປົກຄອງທ້ອງຖິ່ນ ແລະ ບໍລິສັດຂອງລັດ ເພື່ອສະໜັບສະໜູນໂຄງການພັດທະນາຕ່າງໆຂອງປະເທດ. ໂດຍເງິນກູ້ເຫຼົ່ານີ້ຕ້ອງພິຈາລະນາຄວາມສ່ຽງທີ່ອາດເກີດຂຶ້ນ ແລະ ຄວາມສາມາດທາງດ້ານການເງິນຂອງລັດຖະບານກ່ອນ.
ເພີ່ມເຕີມ