ຫົວໜ້າ ຄອສພ ລົງຊຸກຍູ້ການກະກຽມປັບປຸງກົງຈັກການຈັດຕັ້ງຢູ່ແຂວງບໍ​ລິ​ຄຳ​ໄຊ

ຫົວໜ້າ ຄອສພ ລົງຊຸກຍູ້ການກະກຽມປັບປຸງກົງຈັກການຈັດຕັ້ງຢູ່ແຂວງບໍ​ລິ​ຄຳ​ໄຊ

ຫົວໜ້າ ຄອສພ ລົງຊຸກຍູ້ການກະກຽມປັບປຸງກົງຈັກການຈັດຕັ້ງຢູ່ແຂວງບໍ​ລິ​ຄຳ​ໄຊ
ໃນວັນທີ 23 ກໍລະກົດນີ້, ທ່ານ ຄຳພັັນ ເຜີຍຍະວົງ ຄະນະເລຂາທິການສູນກາງ ພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ພ້ອມ ຄະນະໄດ້ເຄື່ອນໄຫວຢ້ຽມຢາມເຮັດວຽກ ແລະ ຊຸກຍູ້ການກະກຽມປັບປຸງກົງຈັກການຈັດ ຕັ້ງຢູ່ແຂວງບໍລິ​ຄຳ​ໄຊ, ໂດຍໃຫ້ການຕ້ອນຮັບ ຂອງທ່ານ ສອນ​ທະ​ນູ ທຳ​ມະ​ວົງ ກຳມະ ການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍ​ລິ​ຄຳ​ໄຊ ແລະ ໄດ້ພົບປະເຮັດວຽກ ນຳຄະ ປະຈຳພັກແຂວງ, ຄະນະປັບປຸງກົງຈັກການຈັດຕັ້ງແຂວງ ແລະ ຄະນະໂຄສະນາອົບຮົມ ແຂວງ ທີ່ຫ້ອງວ່າການແຂວງບໍລິຄຳໄຊ.

 

ທ່ານ ສອນທະນູ ທຳມະວົງ ໄດ້ລາຍງານການປັບປຸງກົງຈັກການຈັດຕັ້ງບັນດາພະແນກການທີ່ນອນໃນເປົ້າໝາຍ ໂຮມ ແລະ ໂອນວຽກງານ ວ່າ: ພາຍຫຼັງມີມະຕິຂອງ ຄະນະບໍລິຫານງານສູນກາງພັກ ສະບັບເລກທີ 03/ຄບສພ ແລະ ຄໍາແນະນໍາຂອງຄະນະ ເລຂາທິການສູນກາງພັກ ສະບັບເລກທີ 483/ຄລສພ, ແຂວງບໍລິຄໍາໄຊ ໄດ້ອອກຂໍ້ຕົກລົງ ຂອງທ່ານເຈົ້າແຂວງ ສະບັບເລກທີ 258/ຂບຊ, ລົງວັນທີ 25 ເມສາ 2025 ວ່າດ້ວຍ ການແຕ່ງຕັ້ງຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງ, ໄດ້ເກັບກຳຂໍ້ມູນກົງຈັກການ ຈັດຕັ້ງພະນັກງານ-ລັດຖະກອນ ນັບແຕ່ຜູ້ມີຕຳແໜ່ງບໍລິຫານຮອດພະນັກງານວິຊາການ ເກັບກຳຂໍ້ມູນກົງຈັກການຈັດຕັ້ງພັກ ແລະ ສະມາຊິກພັກຮອດປັດຈຸບັນສໍາເລັດ 100%; ສໍາລັບການເກັບກຳຂໍ້ມູນວັດຖຸ, ອຸປະກອນທີ່ເປັນຊັບສິນຂອງລັດ ຮອດປັດຈຸບັນສໍາເລັດ 80%, ຈາກນັ້ນ ທ່ານ ອຸດອນ ສອນສຸລິນ ຫົວໜ້າຄະນະໂຄສະນາອົບຮົມແຂວງບໍລິຄຳໄຊ ໄດ້ລາຍງານການກະກຽມຄາມພ້ອມໂອນຍົກຍ້າຍວຽກງານຖະແຫຼງຂ່າວສື່ວນຊົນພ້ອມບຸກຄະລາກອນ ມາຂຶ້ນກັບຄະນະໂຄສະນາອົບຮົມແຂວງ.

ໃນໂອກາດດັ່ງກ່າວ, ທ່ານ ຄຳພັນ ເຜີຍຍະວົງ ໄດ້ມີຄຳເຫັນຊີ້ນຳວ່າ: ການປັບປຸງກົງຈັກການຈັດຕັ້ງໃນການໂຮມ ແລະ ໂອນວຽກງານເຂົ້າກັນ ແມ່ນປະຕິບັດຕາມແນວທາງນະໂຍບາຍຂອງພັກ, ໃຫ້ລວມສູນເຂົ້າກັນເພື່ອໃຫ້ມີກຳລັງແຮງ, ທ່ວງທັນກັບສະພາບການ ໂດຍສະເພາະການຕອບໂຕ້ຕໍ່ກັບສະພາບໃຫ້ມີຄວາມທ່ວງທັນ ແລະ ທ່ານເນັ້ນວ່າ: ການປັບປຸງການຈັດຄັ້ງນີ້, ເພື່ອເຮັດແນວໃດໃຫ້ກົງຈັກການຈັດຕັ້ງມີຄວາມກະທັດຮັດ, ຫັນເປັນ ທັນສະໄໝ, ຫຼຸດຜ່ອນກົງຈັກການຈັດຕັ້ງ, ໃນນັ້ນຕ້ອງຮັບປະກັນວຽກໃຫ້ມີປະສິດທິພາບ, ປະສິດທິຜົນ, ມີຄວາມເຂັ້ມແຂງໃນການເຮັດວຽກໃຫ້ມີຄວາມວ່ອງໄວ, ເອົາໃຈໃສ່ວຽກງານ ສຶກສາອົບຮົມການເມືອງ - ແນວຄິດໃຫ້ເຂົ້າໃຈ, ມີຄວາມອຸ່ນອ່ຽນ, ທຸ່ນທ່ຽງເຊື່ອໝັ້ນ ຕໍ່ການນໍາພາຂອງພັກ, ປະຕິບັດພາລະບົດບາດ, ຄວາມຮັບຜິດຊອບໃຫ້ມີຄວາມເປັນ ເອກະພາບກັນ, ຫັນເປັນທັນສະໄໝ ແລະ ນຳໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃສ່ໃນການເຮັດ ວຽກງານ, ພ້ອມນີ້ຂັ້ນຂະແໜງການໃຫ້ສືບຕໍ່ປັບປຸງ ແລະ ຈັດວາງບຸກຄະລາກອນເຂົ້າໃສ່ ວຽກງານໃຫ້ເປັນອັນດຽວກັນ ແລະ ໃຫ້ເປັນລະບົບ. ໂດຍສະເພາະການປັບປຸງພາລະບົດ ບາດຂອງໂຄສະນາອົບຮົມ ແມ່ນໃຫ້ເບິ່ງພາລະບົດບາດວຽກງານຖະແຫຼງຂ່າວໃຫ້ເຂົ້າເປັນ ອັນໜຶ່ງອັນດຽວ ແລະ ເບິ່ງກົນໄກການເຮັດວຽກໃຫ້ເຂົ້າກັນ ແລະ ໃຫ້ສອດຄ່ອງເພື່ອເຮັດ ແນວໃດໃຫ້ວຽກງານເຜີຍແຜ່ການເມືອງແນວຄິດມີຄວາມທັນສະໄໝທັນກັບສະພາບການ, ໃນນັ້ນຕ້ອງເປັນເຈົ້າການໃນການເປັນເນເສນາທິການໃຫ້ຄະນະພັກ ແລະ ຄະນະຈຳພັກ ແຂວງ.

(ຂ່າວ-ພາບ: ສຳນານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ