![]() |
ໃນນີ້, ນໍ້າຖ້ວມທີ່ຢູ່ອາໄສມີ 9 ບ້ານ, ມີ 228 ຫຼັງຄາເຮືອນແລະ ບ້ານທີ່ຖືກຜົນກະທົບຫຼາຍກວ່າໝູ່ແມ່ນ ບ້ານ ໜອງບົວພີ່ນ້ອງ, ຄາດຄະເນນໍ້າຖ້ວມທົ່ງນາ ເນື້ອທີ່ 651 ກວ່າເຮັກຕາ, ສວນພືດ 1 ເຮັກຕາ ແລະ ໜອງປາ 35 ໜອງ. ສ່ວນຜົນເສຍຫາຍ ທາງຄະນະຮັບຜິດຊອບຍັງບໍ່ສາມາດປະເມີດໄດ້. ພາຍຫຼັງນໍ້າບົກແຫ້ງ, ທາງຄະນະກໍາມະການຄຸ້ມຄອງໄພພິບັດຂອງເມືອງ ຈະໄດ້ສືບຕໍ່ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງເກັບກໍາຂໍ້ມູນລາຍງານຕາມພາຍຫຼັງ ແລະ ສຳລັບການຊ່ວຍເຫຼືອໃນເບື້ອງຕົ້ນທາງຄະນະນຳອົງການປົກຄອງເມືອງ ນຳໂດຍທ່ານ ບຸນທະວີ ຊົງເຮີ ຮອງເຈົ້າເມືອງ ພ້ອມຄະນະ ໄດ້ນໍາພາກໍາລັງພົນ ປກຊ, ປກສ ຈໍານວນ 42 ທ່ານ ເຂົ້າຊ່ວຍເຫຼືອປະຊາຊົນ ບ້ານໜອງບົວພີ່ນ້ອງ ແລະ ເຂດອື່ນໆທີ່ໄດ້ຮັບຜົນກະທົບ ໂດຍໄດ້ນໍາໃຊ້ພາຫະນະ 4 ຄັນ ເພື່ອເຂົ້າຊ່ວຍເຫຼືອ ແລະ ຂົນຍ້າຍວັດຖຸສິ່ງຂອງ, ສັດລ້ຽງ ແລະ ອື່ນໆ ທີ່ຈຳເປັນຂອງປະຊາຊົນໄປໄວໃນທີ່ປອດໄພ. ນອກນີ້ ຍັງໄດ້ຈັດແບ່ງກຳລັງເຂົ້າຊ່ວຍເຫຼືອບາງເຂດທີ່ໄດ້ຮັບຜົນກະທົບຢູ່ພາຍໃນເມືອງໃນຄັ້ງນີ້ຕື່ມອີກ. ຕໍ່ກັບສະພາບພາບດິນຟ້າອາກາດໃນໄລຍະນີ້, ທາງຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ຮຽກຮ້ອງມາຍັງປະຊາຊົນບ້ານຕ່າງໆພາຍໃນເມືອງທີມີຄວາມສ່ຽງຈົ່ງໄດ້ມີສະຕິລະວັງຕົວຕິດຕາມ ແລະ ຮັບມືຕໍ່ກັບສະພາບດິນ ຟ້າ ອາກາດເພື່ອພ້ອມກັນຫຼີກລ້ຽງຜົນກະທົບໃຫ້ມີຄວາມປອດໄພທັງຊີວິດ ແລະ ຊັບສິນ.
![]() |
(ຂ່າວ: ແສງສຸດາ ກິ່ງສະຫວັດ)
ຄໍາເຫັນ