ເຄື່ອນໄຫວຢ້ຽມຢາມ-ພົບປະ ແລະ ເຮັດວຽກຮ່ວມກັບນະຄອນໂຮ່ຈິມິນ ສສ ຫວຽດນາມ

ຄະນະຜູ້ແທນຂັ້ນສູງແຂວງສະຫວັນນະເຂດ ເຄື່ອນໄຫວຢ້ຽມຢາມນະຄອນໂຮ່ຈິມິນ

ຄະນະຜູ້ແທນຂັ້ນສູງແຂວງສະຫວັນນະເຂດ ເຄື່ອນໄຫວຢ້ຽມຢາມນະຄອນໂຮ່ຈິມິນ
ຄະນະຜູ້ແທນຂັ້ນສູງແຂວງສະຫວັນນະເຂດ ສປປລາວ ນຳໂດຍສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ

ໄດ້ເຄື່ອນໄຫວຢ້ຽມຢາມ-ພົບປະ ແລະ ເຮັດວຽກຮ່ວມກັບນະຄອນໂຮ່ຈິມິນ ສສ ຫວຽດນາມ ໃນລະຫວ່າງວັນທີ 13-19 ພະຈິກ ນີ້ ໂດຍການຕ້ອນຮັບຈາກ ສະຫາຍ ຟານ ວັນ ໝາຍ ກໍາມະການສູນກາງພັກ ປະທານຄະນະກໍາມະການປະຊາຊົນນະຄອນໂຮ່ຈິມິນ, ມີສະຫາຍ ວັນໄຊ ແກ້ວວິໄລ ຕາງໜ້າກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈໍານະຄອນໂຮ່ຈິມິນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງນະຄອນໂຮ່ຈິມິນ ໃຫ້ກຽດຕ້ອນຮັບ.

ໃນໄລຍະເຄື່ອນໄຫວຢ້ຽມຢາມນະຄອນໂຮ່ຈິມິນ, ຄະນະຜູ້ແທນຂັ້ນສູງແຂວງສະຫວັນນະເຂດ ໄດ້ຢ້ຽມຢາມສູນຜະລິດພັນເຂົ້າ ແລະ ພັນພືດຂອງບໍລິສັດແນວພັນພືດພາກໃຕ້ (SSC) ຊຶ່ງເປັນບໍລິສັດທີ່ມີຊື່ສຽງ ແລະ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1976 ແລະ ໃນປີ 2002 ໄດ້ມີການປັບປຸງຈາກເງິນລົງທຶນ 60 ລ້ານດົງ ຂຶ້ນເປັນ 150 ລ້ານດົງໃນປັດຈຸບັນ. ຈາກນັ້ນ, ຄະນະຜູ້ແທນຂັ້ນສູງແຂວງສະຫວັນນະເຂດ ແລະ ນະຄອນໂຮ່ຈິມິນ ກໍໄດ້ເຂົ້າຮ່ວມພິທີພົບປະກັນຢ່າງເປັນທາງການ. ໂອກາດນີ້, ສະຫາຍ ບຸນໂຈມ ອຸບົນປະເສີດ ແລະ ສະຫາຍ ຟານ ວັນ ໝາຍ ກໍໄດ້ທົບທວນຄືນການຮ່ວມມືຮອບດ້ານ ແລະ ຄວາມສາມັກຄີແບບພິເສດ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນທັງສອງຊາດ ລາວ-ຫວຽດນາມ ໃນໄລຍະຜ່ານມາ ເວົ້າລວມ, ເວົ້າສະເພາະກໍແມ່ນ ຄະນະການນຳຂັ້ນສູງແຂວງສະຫວັນນະເຂດ ແລະ ຄະນະການນຳຂັ້ນສູງນະຄອນໂຮ່ຈິມິນ, ຊຶ່ງໄດ້ເປັນເອກະພາບທາງດ້ານເນື້ອໃນການຮ່ວມມື ໃນນີ້: ສອງຝ່າຍເຫັນດີສືບຕໍ່ ຜັນຂະຫຍາຍສາຍພົວພັນຮ່ວມມືຕາມເນື້ອໃນບົດບັນທຶກຊ່ວຍຈຳ ທີ່ໄດ້ລົງນາມຮ່ວມກັນ ສອງຝ່າຍສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ບັນດາ ອົງການຈັດຕັ້ງພັກ, ອົງການປົກຄອງ, ພະແນກການ, ຂະແໜງການ ແລະ ບັນດາອົງການຈັດຕັ້ງມະຫາຊົນຂອງແຕ່ລະຝ່າຍ ໄດ້ເດີນທາງໄປ-ມາ, ຢ້ຽມຢາມ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ. ນະຄອນໂຮ່ຈິມິນ ຍິນດີຊ່ວຍກໍ່ສ້າງຊັບພະຍາກອນມະນຸດເພີ່ມຕື່ມ ຈາກທີ່ມອບທຶນການສຶກສາ ໃຫ້ແຂວງສະຫວັນນະເຂດ 30 ທຶນຕໍ່ປີ ໃນລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ, ພ້ອມດຽວກັນນີ້ ນະຄອນໂຮ່ຈິມິນຈະສະໜັບສະໜູນ ໃນການຝຶກອົບຮົມພະນັກງານວິຊາການໃນຂະແໜງການຕ່າງໆ ທັງໄລຍະສັ້ນ ແລະ ໄລຍະຍາວໃນຂະແໜງການຕ່າງໆ. ເນື່ອງໃນໂອກາດການສະເຫຼີມສະຫຼອງ 3 ວັນປະຫວັດສາດໃນປີ 2025 ທີ່ຈະມາເຖິງນີ້ ນະຄອນໂຮ່ຈີມິນຍິນດີທີ່ຈະໃຫ້ການຊ່ວຍເຫຼືອຮ່ວມມືສ້າງຟີມສາລະຄະດີ ກ່ຽວກັບຄວາມໝາຍຄວາມສຳຄັນຂອງວັນດັ່ງກ່າວ ແລະ ໃນຕອນທ້າຍ, ນະຄອນໂຮ່ຈິມິນ ໄດ້ສະເໜີໃຫ້ນະຄອນໄກສອນພົມວິຫານ ແຮກສ່ຽວກັບເມືອງໃດ ເມື່ອງໜຶ່ງຂອງນະຄອນໂຮ່ຈິມິນ ຊຶ່ງການນຳທັງສອງຝ່າຍໄດ້ມອບໝາຍໃຫ້ຂະແໜງວິຊາການປຶກສາຫາລືກັນໃນລາຍລະອຽດຕໍ່ໄປ.

(ແຫຼ່ງຂ່າວ: ແຂວງສະຫວັນະເຂດ)

ຄໍາເຫັນ

ຂ່າວການຮ່ວມມື

ຄະນະບໍລິຫານງານພັກແຮງງານເກົາຫຼີ ສົ່ງສານອວຍພອນກອງປະຊຸມໃຫຍ່ຄັ້ງທີ XII ຂອງ ພັກ ປປ ລາວ

ຄະນະບໍລິຫານງານພັກແຮງງານເກົາຫຼີ ສົ່ງສານອວຍພອນກອງປະຊຸມໃຫຍ່ຄັ້ງທີ XII ຂອງ ພັກ ປປ ລາວ

ໃນວັນທີ 6 ມັງກອນ ນີ້, ຄະນະບໍລິຫານງານສູນກາງພັກແຮງງານເກົາຫຼີ ໄດ້ສົ່ງສານອວຍພອນ ເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ຊຶ່ງມີເນື້ອໃນດັ່ງນີ້: ຄະນະບໍລິຫານງານສູນກາງພັກແຮງງານເກົາຫຼີ ຂໍສະແດງຄວາມຊົມເຊີຍ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຢ່າງສຸດອົກສຸດໃຈ ແລະ ຂໍສົ່ງຄໍາຊົມເຊີຍຖານສະຫາຍ ໄປຍັງ ບັນດາສະມາຊິກພັກປະຊາຊົນປະຕິວັດລາວ ແລະ ປະຊາຊົນລາວ ທຸກຖ້ວນໜ້າ.
ຄະນະກຳມະການສູນກາງພັກກອມມູນິດຈີນ ສົ່ງສານອວຍພອນເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີXII ຂອງພັກປະຊາຊົນປະຕິວັດລາວ

ຄະນະກຳມະການສູນກາງພັກກອມມູນິດຈີນ ສົ່ງສານອວຍພອນເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີXII ຂອງພັກປະຊາຊົນປະຕິວັດລາວ

ວັນທີ 6 ມັງກອນ 2026ທີ່ນະຄອນຫຼວງປັກກິ່ງ,ຄະນະກຳມະການສູນກາງພັກກອມມູນິດຈີນ ສົ່ງສານອວຍພອນເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີXII ຂອງພັກປະຊາຊົນປະຕິວັດລາວ ໂດຍມີເນື້ອໃນດັ່ງນີ້: ເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີXII ຂອງ ພັກປະຊາຊົນປະຕິວັດລາວ ເປີດຂຶ້ນຢ່າງມີໄຊ,ຄະນະກຳມະການສູນກາງພັກກອມມູນິດຈີນຂໍຕາງໜ້າພັກແລະປະຊາຊົນຈີນສະແດງຄວາມຊົມເຊີຍຢ່າງສຸດໃຈມາຍັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີXII ຂອງພັກປະຊາຊົນປະຕິວັດລາວແລະສະແດງຄວາມຢື້ຢາມຖາມຂ່າວ, ຄຳອວຍພອນໄຊອັນປະເສີດມາຍັງສະມາຊິກພັກແລະປະຊາຊົນລາວທຸກຖ້ວນໜ້າ.
“ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ  ສົ່ງສານອວຍພອນເຖິງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII  ຂອງ ພັກປະຊາຊົນປະຕິວັດລາວ”

“ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສົ່ງສານອວຍພອນເຖິງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ”

ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມສົ່ງສານອວຍພອນເຖິງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ໂດຍມີເນື້ອໃນດັ່ງນີ້: ເນື່ອງໃນໂອກາດເປີດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ, ຕາງໜ້າ ພັກກອມມູນິດຫວຽດນາມ, ສະມາຊິກພັກ ແລະ ປະຊາຊົນຫວຽດນາມ ທຸກຖ້ວນໜ້າ, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຂໍຝາກມິດຈິດມິດໃຈຖານສະຫາຍອ້າຍນ້ອງ ທີ່ສະໜິດສະໜົມ ແລະ ຄໍາອວຍພອນໄຊ ອັນອົບອຸ່ນ ແລະ ຈິງໃຈທີ່ສຸດ ມາຍັງ ກອງປະຊຸມໃຫຍ່, ສະມາຊິກພັກ ແລະ ປະຊາຊົນລາວອ້າຍນ້ອງ ທຸກຖ້ວນໜ້າ.
ສນຊ ແຕ່ງຕັ້ງທີ່ປຶກສາວຽກງານຄົ້ນຄວ້າເສດຖະກິດ

ສນຊ ແຕ່ງຕັ້ງທີ່ປຶກສາວຽກງານຄົ້ນຄວ້າເສດຖະກິດ

ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ) ເປັນກຽດມອບຂໍ້ຕົກລົງສະບັບເລກທີ 660/ຄປຈ, ລົງວັນທີ 31 ທັນວາ 2025 ວ່າດ້ວຍການແຕ່ງຕັ້ງ
ພຶດຕິກຳຕົວຈິງ ຈີນ-ລາວ ສ້າງແບບຢ່າງໃໝ່ແຫ່ງການຮ່ວມມື

ພຶດຕິກຳຕົວຈິງ ຈີນ-ລາວ ສ້າງແບບຢ່າງໃໝ່ແຫ່ງການຮ່ວມມື

ຈີນ ແລະ ລາວ ຖືເອົາການຮ່ວມມືຫຼຸດຜ່ອນຄວາມທຸກຍາກ ເປັນເສົາຄ້ຳທີ່ສຳຄັນຂອງການພົວພັນສອງຝ່າຍສະເໝີມາ. ພາຍໃຕ້ສະພາບການທີ່ສືບຕໍ່ຊຸກຍູ້ຂໍ້ລິເລີ່ມການພັດທະນາທົ່ວໂລກ, ສອງຝ່າຍຍຶດໝັ້ນແນວຄວາມຄິດ "ຖືການພັດທະນາເປັນບຸລິມະສິດ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ທົ່ວເຖິງ", ຜ່ານຫຼາຍຊ່ອງທາງ ເຊັ່ນ: ການແລກປ່ຽນບົດຮຽນ, ການເຊື່ອມຈອດພື້ນຖານໂຄງລ່າງ, ການປູກພືດທົດແທນ ແລະ ການສ້າງຂີດຄວາມສາມາດ, ຮ່ວມກັນກ້າວຍ່າງບົນເສັ້ນທາງແຫ່ງຄວາມຮັ່ງມີຮ່ວມກັນ ທີ່ມີເອກະລັກຂອງພາກພື້ນ, ປະກອບສ່ວນສ້າງແບບຢ່າງທີ່ມີຊີວິດຊີວາຂອງການຮ່ວມມືສອງຝ່າຍໃຫ້ແກ່ພາລະກິດການຫຼຸດຜ່ອນຄວາມທຸກຍາກຂອງໂລກ.
ຈັບມືກັນກ້າວໄປຂ້າງໜ້າ ຮ່ວມກັນເປີດອະນາຄົດໃໝ່ທີ່ຮຸ່ງເຮືອງ

ຈັບມືກັນກ້າວໄປຂ້າງໜ້າ ຮ່ວມກັນເປີດອະນາຄົດໃໝ່ທີ່ຮຸ່ງເຮືອງ

ນັບຕັ້ງແຕ່ສະເໜີຂໍ້ລິເລີ່ມການພັດທະນາທົ່ວໂລກເປັນຕົ້ນມາ, ໄດ້ສະໜອງແຜນການຂອງຈີນ ໃຫ້ແກ່ກຸ່ມປະເທດກຳລັງພັດທະນາໂລກໃຕ້ ໃນການເຊື່ອມຄວາມແຕກໂຕນທາງດ້ານການພັດທະນາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງປີ 2030 ຂອງອົງການສະຫະປະຊາຊາດ. ປັດຈຸບັນ, ມີຫຼາຍກວ່າ 80 ປະເທດ ໄດ້ເຂົ້າຮ່ວມ "ກຸ່ມເພື່ອນມິດຂອງຂໍ້ລິເລີ່ມການພັດທະນາທົ່ວໂລກ"; ຫຼາຍກວ່າ 80 ປະເທດ ແລະ ອົງການຈັດຕັ້ງສາກົນ ໄດ້ເຂົ້າຮ່ວມ ເຄືອຂ່າຍສູນສົ່ງເສີມການພັດທະນາທົ່ວໂລກ. ຝ່າຍຈີນ ໄດ້ລົງນາມໃນເອກະສານການຮ່ວມມືເພື່ອຈັດຕັ້ງປະຕິບັດຂໍ້ລິເລີ່ມ ຫຼາຍກວ່າ 80 ສະບັບ ກັບບັນດາປະເທດກຳລັງພັດທະນາ, ອົງການຈັດຕັ້ງສາກົນ ແລະ ສະຖາບັນການເງິນ, ໄດ້ສ້າງຕັ້ງກົນໄກຕ່າງໆ ຫຼາຍກວ່າ 30 ກົນໄກ ໂດຍປິ່ນອ້ອມ 8 ຂົງເຂດຈຸດສຸມ. ພ້ອມດຽວກັນນັ້ນ, ພາຍໃຕ້ການຊຸກຍູ້ຂອງຝ່າຍຈີນ ຂໍ້ລິເລີ່ມການພັດທະນາທົ່ວໂລກ ໄດ້ລະດົມທຶນຫຼາຍກວ່າ 23 ຕື້ໂດລາ ເພື່ອສະໜັບສະໜູນການພັດທະນາ ແລະ ຟື້ນຟູ ຂອງກຸ່ມປະເທດກຳລັງພັດທະນາໂລກໃຕ້, ໄດ້ດໍາເນີນໂຄງການຮ່ວມມືຫຼາຍກວ່າ 1.800 ໂຄງການ. ຈີນ ຈະເປັນສະມາຊິກຂອງກຸ່ມປະເທດກໍາລັງພັດທະນາໂລກໃຕ້ຕະຫຼອດໄປ, ກໍແມ່ນຄູ່ຮ່ວມມືໄລຍະຍາວທີ່ເຊື່ອຖືໄດ້ຂອງບັນດາປະເທດກຳລັງພັດທະນາ.
ການຮ່ວມມືດ້ານການຫຼຸດຜ່ອນຄວາມທຸກຍາກ ຈີນ-ລາວ ແມ່ນເພື່ອຊຸກຍູ້ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງ

ການຮ່ວມມືດ້ານການຫຼຸດຜ່ອນຄວາມທຸກຍາກ ຈີນ-ລາວ ແມ່ນເພື່ອຊຸກຍູ້ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງ

ການລົບລ້າງຄວາມທຸກຍາກ ແມ່ນອຸດົມຄະຕິທີ່ມວນມະນຸດໄຝ່ຝັນມາແຕ່ບູຮານນະການ, ແມ່ນສິດ ທິພື້ນຖານໃນການສະແຫວງຫາຊີວິດທີ່ມີຄວາມສຸກຂອງປະຊາຊົນທຸກປະເທດ. ການພັດທະນາ ແມ່ນປະ ເດັນຫຼັກທີ່ຍືນຍົງຂອງສັງຄົມມະນຸດ, ແມ່ນກຸນແຈລວມໃນການແກ້ໄຂບັນຫາທັງໝົດ. ໂດຍແນໃສ່ເປົ້າໝາຍໄລຍະຍາວ ແລະ ຄວາມຕ້ອງການຕົວຈິງຂອງການພັດທະນາຮ່ວມກັນຂອງໂລກ, ຈີນໄດ້ສະເໜີຂໍ້ລິເລີ່ມການພັດທະນາທົ່ວໂລກ, ເພື່ອສະໜອງແຜນການທີ່ສຳຄັນສຳລັບການເລັ່ງລັດຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງປີ 2030 ຂອງອົງການສະຫະປະຊາຊາດ.
ສຳເລັດຊຸດອົບຮົມການນໍາໃຊ້ປຶ້ມພາສາຫວຽດ

ສຳເລັດຊຸດອົບຮົມການນໍາໃຊ້ປຶ້ມພາສາຫວຽດ

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບສະຖາບັນວິທະຍາສາດການສຶກສາແຫ່ງ ສສ ຫວຽດນາມ ໄດ້ຈັດກອງປະຊຸມຝຶກອົບຮົມການນໍາໃຊ້ປຶ້ມພາສາຫວຽດໃຫ້ຄູສອນພາສາຫວຽດ ຢູ່ສປປ ລາວ ໃນລະຫວ່າງວັນທີ 29-30 ທັນວາຜ່ານມາ ທີ່ນະຄອນຫຼວງວຽງຈັນ (ນວ) ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ອຸທິດ ທິບມະນີ ຜູ້ຊີ້ນໍາລວມ, ຮອງຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງ ສສກ, ມີທ່ານ ເຈິ່ນ ຮຸຍ ຮ່ວາງ ຮອງຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາຫວຽດນາມ, ທ່ານ ໄມ ວັນ ຈິ່ງ ຮອງຜູ້ອໍານວຍການສະຖາບັນວິທະຍາສາດການສຶກສາຫວຽດນາມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຮ່ວມກັນສ້າງຕົວແບບການຮ່ວມມື ລາວ-ຈີນ ໃນການເປັນດ່ານປ້ອງກັນສີຂຽວປະຊາຄົມຮ່ວມຊາຕາກຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ

ຮ່ວມກັນສ້າງຕົວແບບການຮ່ວມມື ລາວ-ຈີນ ໃນການເປັນດ່ານປ້ອງກັນສີຂຽວປະຊາຄົມຮ່ວມຊາຕາກຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ

ເອກະສານ​ສະບັບ​ນີ້ ເປັນ​ໝາກຜົນ​ໄລຍະ​ໜຶ່ງຂອງໂຄງການ​ທົ່ວ​ໄປ “ການ​ຄົ້ນຄວ້າ​ປະດິດ​ສ້າງ​ໃໝ່​ຂອງ​ກົນ​ໄກ​ການ​ປະສານ​ງານ ແລະ ພັດທະນາ​ຄວາມ​ປອດ​ໄພ​ຂອງ​ລະບົບ​ນິເວດ​ໃນ​ເຂດ​ແຄວ້ນ​ລະຫວ່າງ ແຂວງ​ຢູນ​ນານ ສປ ຈີນ ກັບ ‘ຫວຽດນາມ, ລາວ, ມຽນ​ມາ’ ” ຂອງ​ສະ​ຖາ​ບັນ​ວິທະຍາສາດ​ປັດ​ສະ​ຍາ​ສັງຄົມ​ແຂວງ​ຢູນ​ນານ.
ຊາວໜຸ່ມສະຫວັນນະເຂດ-ກວາງຈິ ຈັດກິດຈະກຳພົບປະແລກປ່ຽນບົດຮຽນຮ່ວມກັນ

ຊາວໜຸ່ມສະຫວັນນະເຂດ-ກວາງຈິ ຈັດກິດຈະກຳພົບປະແລກປ່ຽນບົດຮຽນຮ່ວມກັນ

ໃນວັນທີ 22-23 ທັນວາຜ່ານມາ, ທີ່ຫໍພິພິຕະພັນບັ້ນຮົບລາມເຊິນ 719 ເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ຈັດງານພົບປະມິດຕະພາບແລກປ່ຽນກິດຈະກຳສິລະປະວັນນະຄະດີຮ່ວມກັນລະຫວ່າງຊາວໜຸ່ມເຍົາວະຊົນຂອງ ແຂວງສະຫວັນນະເຂດ ສປປ ລາວ ແລະ ກວາງຈິ ສສ ຫວຽດນາມ, ພາຍໃຕ້ຫົວຂໍ້
ເພີ່ມເຕີມ