![]() |
ໃນໂອກາດດັ່ງກ່າວຕາງໜ້າສຳນັກງານຂ່າວສານຊິນຮວາຂອງຈີນ ໄດ້ນຳພາຄະນະສື່ມວນຊົນລາວ ຊຶ່ງໄດ້ຮັບຟັງການແນະນຳ ແລະ ໄດ້ສຳຜັດໂດຍກົງກັບບັນດາເຕັກໂນໂລຊີທັນສະໄໝທີ່ນຳມາໃຊ້ໃນວຽກງານຕາຂ່າຍໄຟຟ້າ. ໜຶ່ງໃນຈຸດທີ່ສ້າງຄວາມສົນໃຈແກ່ຄະນະ ແມ່ນການນຳໃຊ້ ຫຸ່ນຍົນ ແລະ ອຸປະກອນອັດສະລິຍະເຂົ້າຊ່ວຍວຽກງານກວດກາ, ບຳລຸງຮັກສາ ແລະ ດຳເນີນງານກ່ຽວກັບສາຍໄຟຟ້າ. ເຕັກໂນໂລຊີດັ່ງກ່າວ ສະແດງໃຫ້ເຫັນແນວທາງການນຳໃຊ້ນະວັດຕະກຳເຂົ້າມາຫຼຸດຜ່ອນວຽກງານທີ່ມີຄວາມສ່ຽງ ຫຼື ຍາກຕໍ່ການປະຕິບັດໂດຍມະນຸດ, ພ້ອມທັງຊ່ວຍເພີ່ມປະສິດທິພາບ, ຄວາມຊັດເຈນ ແລະ ຄວາມປອດໄພໃນວຽກງານ.
ການຢ້ຽມຊົມຄັ້ງນີ້ ນອກຈາກເປັນໂອກາດໃຫ້ຄະນະສື່ມວນຊົນລາວໄດ້ຮັບຮູ້ເຖິງຄວາມກ້າວໜ້າດ້ານວິທະຍາສາດ-ເຕັກໂນໂລຊີໃນຂະແໜງໄຟຟ້າສະອາດສີຂຽວຫຼຸດຜ່ອນມົນລະພິດແລ້ວ, ຍັງເປັນການເປີດມຸມມອງ ໃໝ່ໃນການນຳເອົາເລື່ອງລາວດ້ານນະວັດຕະກຳ ແລະ ການຫັນປ່ຽນສູ່ດີຈີຕອນມາຖ່າຍທອດໃຫ້ປະຊາຊົນໄດ້ຮັບຮູ້ຫຼາຍຂຶ້ນ.
ທັງນີ້, ການນຳໃຊ້ຫຸ່ນຍົນ ແລະ ເຕັກໂນໂລຊີອັດສະລິຍະໃນວຽກງານຕາຂ່າຍໄຟຟ້າ ຖືເປັນອີກຕົວຢ່າງສຳຄັນຂອງການນຳວິທະຍາສາດ-ເຕັກໂນໂລຊີມາປະຍຸກໃຊ້ເພື່ອຍົກສູງປະສິດທິພາບ ແລະ ສ້າງຄວາມປອດໄພໃນວຽກງານພະລັງງານ.
ຂ່າວ: ໄມຕຣີ

ຄໍາເຫັນ