![]() |
ໂຄງການນີ້ ແມ່ນລົງທຶນ ແລະ ກໍ່ສ້າງໂດຍSunwah (Lao) Asset Management Co.,Ltd, ມີບໍລິສັດ ຂົວທາງ ຈີນ ຈຳກັດ (China Road and Bridge Corporation) ເປັນຜູ້ຮັບເໝົາ, ບໍລິສັດ ຊີແອລ (CL) ຂຸດຄົ້ນ ແລະ ປຸງແຕ່ງ ຫີນອ່ອນ ຈຳກັດເປັນຄູ່ຮ່ວມງານແລະ ມີບໍລິສັດYuan Qi Huaneng Sole Co., Ltdເປັນຫົວໜ່ວຍປະສານງານຮ່ວມກັນຊຸກຍູ້.
ໃນພິທີດັ່ງກ່າວມີທ່ານຮອງປະທານຄະນະກວດກາສູນກາງພັກ, ທ່ານຮອງເຈົ້າແຂວງຄຳມ່ວນ ແລະ ມີການນຳຈາກພາກລັດ ໄດ້ໃຫ້ກຽດເຂົ້າຮ່ວມພິທີ,ພ້ອມດ້ວຍຜູ້ຕາງໜ້າວິສາຫະກິດລາວ-ຈີນ ເປັນສັກຂີພິຍານໃນພິທີວາງສີລາລຶກກໍ່ສ້າງໂຄງການໃນຄັ້ງນີ້.
![]() |
ໃນພິທີວາງສີລາລຶກ, ທ່ານດາວບົວລະພາ ບາວົງເພັດຮອງປະທານຄະນະກວດກາສູນກາງພັກ, ທ່ານປະທານ ບໍລິສັດ ຊັນວາ (ລາວ) ລົງທຶນ ຈຳກັດ, ທ່ານ ດຣ.ແກ້ວອຸດອນ ບຸດສິງຂອນຮອງເຈົ້າແຂວງຄຳມ່ວນແລະ ຜູ້ຕາງໜ້າຈາກ ບໍລິສັດ ຂົວທາງ ຈີນ ຈຳກັດໄດ້ຂຶ້ນກ່າວຄຳເຫັນໂດຍໄດ້ຝາກຄວາມຫວັງເປັນຢ່າງສູງຕໍ່ການກໍ່ສ້າງໂຄງການດັ່ງກ່າວ ໃຫ້ສໍາເລັດໄປດ້ວຍດີ. ທຸກຝ່າຍເຫັນດີເປັນເອກະພາບກັນວ່າ, ການຈັດຕັ້ງປະຕິບັດໂຄງການນີ້ຈະຊຸກຍູ້ການພັດທະນາຊັບພະຍາກອນແຮ່ທາດຢ່າງມີປະສິດທິຜົນ ແລະຍົກລະດັບໂຄງສ້າງອຸດສາຫະກຳຂອງແຂວງຄຳມ່ວນຂຶ້ນຕື່ມອີກບາດກ້າວໜຶ່ງ,ສົ່ງເສີມການພັດທະນາເສດຖະກິດທ້ອງຖິ່ນສ້າງໂອກາດວຽກເຮັດງານທໍາໃຫ້ຫຼາຍຂຶ້ນແລະ ອັດສີດກຳລັງແຮງໃໝ່ເຂົ້າໃນການຮ່ວມມືດ້ານເສດຖະກິດ-ການຄ້າລາວ-ຈີນ.
![]() |
ທ່ານຮອງປະທານ ກຸ່ມບໍລິສັດ ຮົງກົງ ຊິນວາວິທະຍາສາດເຕັກໂນໂລຢີ ປະຈຳ ສປຈີນ
Sunwah (Lao) Asset Management Co.,Ltd
ທ່ານປະທານສະພາບໍລິຫານ ກຸ່ມບໍລິສັດ ຮົງກົງ ຊິນວາວິທະຍາສາດເຕັກໂນໂລຊີ ສາຂາ ພາກຕາເວັນອອກກ່າວຄຳເຫັນ
ທ່ານ ດຣ.ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນກ່າວຄຳເຫັນ
ຄຽງຄູ່ກັບສຽງບັ້ງໄຟດອກ ແລະ ສຽງເຄື່ອງຈັກດັງກ້ອງກັງວານ, ພິທີວາງສີລະລຶກການກໍ່ສ້າງໄດ້ເລີ່ມຂຶ້ນຢ່າງເປັນທາງການ, ໂຄງການເຂດບໍ່ຫີນອ່ອນ ແຂວງຄຳມ່ວນ ຂອງSunwah (Lao) Asset Management Co.,Ltdໄດ້ເລີ່ມການກໍ່ສ້າງຢ່າງເປັນທາງການ!
ຊ່ວງເວລາອັນສຳຄັນນີ້ ໝາຍເຖິງບາດກ້າວອັນໜັກແໜັ້ນແຫ່ງການຮ່ວມມືໃນຂົງເຂດບໍ່ແຮ່ລະຫວ່າງ ສອງປະເທດ ລາວ-ຈີນແລະ ຍັງເປັນສັນຍາລັກໝາກຜົນແຫ່ງການຮ່ວມມືໃນການຮ່ວມກັນສ້າງ"ໜຶ່ງແລວໜຶ່ງເສັ້ນທາງ" ໄດ້ຮັບການຈັດຕັ້ງປະຕິບັດອີກຄັ້ງໜຶ່ງ.
![]() |
ໃນອະນາຄົດ,Sunwah (Lao) Asset Management Co.,Ltd ຈະຮ່ວມກັບ ບໍລິສັດ ຂົວທາງ ຈີນ ຈຳກັດ, ບໍລິສັດ ຊີແອລ (CL) ຂຸດຄົ້ນ ແລະ ປຸງແຕ່ງ ຫີນອ່ອນ ຈຳກັດແລະ Yuan Qi Huaneng Sole Co., Ltdຢຶດໝັ້ນແນວຄິດ“ຮ່ວມມືກັນເພື່ອຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ການພັດທະນາສີຂຽວ” , ພະຍາຍາມສ້າງໂຄງການນີ້ ໃຫ້ກາຍເປັນໂຄງການຕົວແບບໃນການຮ່ວມມືບໍ່ແຮ່ ລາວ-ຈີນເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງເສດຖະກິດຂອງແຂວງຄຳມ່ວນ ແລະ ການພັດທະນາສາຍພົວພັນມິດຕະພາບ ລາວ-ຈີນ.




ຄໍາເຫັນ