ກອງປະຊຸມ ລະດັບຊາດວ່າດ້ວຍປະຊາກອນ ແລະ ການພັດທະນາ

ກອງປະຊຸມ ລະດັບຊາດວ່າດ້ວຍປະຊາກອນ ແລະ ການພັດທະນາ
ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ຈັດກອງປະຊຸມ ລະດັບຊາດວ່າດ້ວຍປະຊາກອນ ແລະ ການພັດທະນາ ພາຍໃຕ້ຫົວຂໍ້: ຊຸກຍູ້ການພັດທະນາເສດຖະກິດ ແລະ ສັງຄົມຢ່າງຕັ້ງໜ້າ ໂດຍການນຳໃຊ້ຜົນປະໂຫຍດ ແລະ ເພີ່ມຄວາມສາມາດຂອງປະຊາກອນ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 23-24 ຕຸລາ ນີ້ ທີ່ໂຮງແຮມລາວພຣາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານ ຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ມີ ທ່ານ  ແບກທີຢໍ ຄາດິເຣິບ ຜູ້ຕາງໜ້າອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ປະຈຳລາວ, ບັນດາຮອງລັດຖະມົນຕີ, ຮອງເຈົ້າແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ກິແກ້ວ ໄຂຄຳພິທູນ ກ່າວວ່າ: ກອງປະຊຸມຄັ້ງນີ້ແມ່ນມີຄວາມໝາຍຄວາມສໍາຄັນທີ່ສຸດ ຕໍ່ ລັດຖະບານ ແຫ່ງ ສປປ ລາວ ເພື່ອໃຫ້ບັນດາພາກສ່ວນຕ່າງໆ ຈາກພາກລັດ ແລະ ຄູ່ຮ່ວມພັດທະນາ ສົນທະນາ ແລະ ປຶກສຫາລື ກ່ຽວກັບ ວິທີການແກ້ໄຂທີ່ເປັນຮູບປະທຳ ເພື່ອເລັ່ງລັດການຈັດຕັ້ງປະຕິບັດ ນະໂຍບາຍແຫ່ງຊາດດ້ານປະຊາກອນ ແລະ ການພັດທະນາ ທີ່ໄດ້ຮັບຮອງແລ້ວ; ນອກນັ້ນຍັງເປັນການຈັດຕັ້ງຜັນຂະຫຍາຍຄວາມໝາຍໝັ້ນ ການປະຕິບັດກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ (ICPD25, ICDP30, SDGs). ໃນນີ້, ບັນຫາທີ່ຕ້ອງໄດ້ສຸມໃສ່ແມ່ນ “ປະຊາກອນ                   ໜຸ່ມ” ເນື່ອງຈາກ ສປປ ລາວ ມີປະຊາກອນໜຸ່ມກວມ 60ກວ່າ% ຂອງປະຊາກອນທັງໝົດ ຊຶ່ງເປັນທັງກາລະໂອກາດ ແລະ ສິ່ງທ້າທາຍ. ສະນັ້ນ, ຈະຕ້ອງໄດ້ສຸມໃສ່ການພັດທະນາປະຊາກອນໜຸ່ມເຫຼົ່ານີ້ ໃຫ້ກາຍເປັນປະຊາກອນທີ່ມີຄຸນນະພາບ ແລະ ສາມາດປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແຕ່ລະໄລຍະຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ. ສິ່ງສຳຄັນອີກປະການໜຶ່ງ, ສປປ ລາວ ເປັນປະເທດກໍາລັງພັດທະນາ ຊຶ່ງມີຄວາມຕ້ອງການພັດທະນາໃນຫຼາຍດ້ານບໍ່ວ່າຈະເປັນທາງດ້ານເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ລວມທັງການປົກປັກຮັກສາສິ່ງແວດລ້ອມ. ພ້ອມທັງຮຽກຮ້ອງໃນການມີສ່ວນຮ່ວມຈາກຫຼາຍພາກສ່ວນ ເປັນຕົ້ນຄູ່ຮ່ວມພັດທະນາ, ພາກເອກະຊົນ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທາງສັງຄົມ. 
 ທ່ານກ່າວຕື່ມວ່າ: ໃນໄລຍະຜ່ານມາ ລັດຖະບານມີຄຳໝັ້ນສັນຍາທີ່ໜັກແໜ້ນ ໂດຍສະເພາະແມ່ນຈັດສັນງົບປະມານເຂົ້າໃສ່ການພັດທະນາຊັບພະຍາກອນມະນຸດ, ແຕ່ເນື່ອງຈາກສະພາບປັດຈຸບັນພວກເຮົາພົບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເຮັດໃຫ້ມີຄວາມຈຳກັດດ້ານງົບປະມານ ແລະ ບໍ່ທັນສາມາດຕອບສະໜອງທຶນຮອນ ເຂົ້າໃສ່ການພັດທະນາປະເທດຢ່າງເຕັມສ່ວນ. ເວົ້າລວມ, ເວົ້າສະເພາະແມ່ນການລົງທຶນໃສ່ການພັດທະນາຊັບສິນມະນຸດ ເພື່ອບັນລຸບັນດາເປົ້າໝາຍ ນະໂຍບາຍແຫ່ງຊາດ້ານປະຊາກອນ ແລະ ການພັດທະນາ. ໃນຕໍ່ໜ້າລັດຖະບານ ຈະໄດ້ເອົາໃຈໃສ່ເພີ່ມທະວີການປະສານງານຂອງບັນດາຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ເຂັ້ມແຂງກວ່າເກົ່າ, ຈະສຸມງົບປະມານ ເຂົ້າໃນການພັດທະນາວຽກງານການສຶກສາ, ສາທາລະນະສຸກ ໂດຍສະເພາະແມ່ນການລົງທຶນໃສ່ການວາງແຜນຄອບຄົວ, ຫຼຸດຜ່ອນການຖືພາກ່ອນໄວອັນຄວນ ແລະ ວຽກງານໂພຊະນາການ, ການຮັກສາເດັກນ້ອຍໃຫ້ສືບຕໍ່ຮຽນຢູ່ໃນໂຮງຮຽນ ແລະ ການມີວຽກເຮັດງານທຳຂອງແມ່ຍິງ ແລະ ສິ່ງສໍາຄັນ ແມ່ນຈະໄດ້ເພີ່ມທະວີການມີສ່ວນຮ່ວມ ແລະ ການຮ່ວມມືຢ່າງໃກ້ຊິດ ກັບບັນດາຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງອື່ນໆ ເພື່ອລະດົມທຶນຮອນເຂົ້າໃນວຽກງານການພັດທະນາຊັບພະຍາກອນມະນຸດໃຫ້ຫຼາຍກວ່າເກົ່າ. 
ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອເພີ່ມທະວີການຮ່ວມມື ແລະ ຂອດປະສານງານ ເພື່ອຈັດຕັ້ງປະຕິບັດວາລະທີ່ຍັງຄົງຄ້າງ ຂອງແຜນດໍາເນີນງານຂອງ ICPD, ວາລະ 2030 ສໍາລັບການພັດທະນາແບບຍືນຍົງ ໂດຍອີງໃສ່ແນວຄວາມຄິດ ແລະ ຊັບພະຍາກອນໃໝ່ໆ ຈາກຫຼາຍພາກສ່ວນ ທັງພາກລັດ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງທາງສັງຄົມ, ນັກວິຊາການ ພ້ອມທັງພາກເອກະຊົນ, ເພື່ອສ້າງຄວາມເຂົ້າໃຈເພີ່ມເຕີມຕໍ່ການເຊື່ອມໂຍງກັນລະຫວ່າງການຂ້າມຜ່ານດ້ານປະຊາກອນ ແລະ ການຂະຫຍາຍຕົວທາງດ້ານເສດຖະກິດ, ກຳນົດການລົງທຶນ ແລະ ນະໂຍບາຍທີ່ສຳຄັນຂອງ ສປປ ລາວ ເພື່ອຮັບຮູ້ຜົນປະໂຫຍດທາງດ້ານເສດຖະກິດ-ສັງຄົມ ຈາກການປ່ຽນແປງທາງດ້ານປະຊາກອນ ແລະ ຜົນປະໂຫຍດຈາກການຂ້າມຜ່ານຂອງປະຊາກອນ. ກອງປະຊຸມຄັ້ງນີ້ຍັງເປັນການເອົາພາກສ່ວນທີ່ກ່ຽວຂ້ອງ ແລະ ຄູ່ຮ່ວມພັດທະນາ ມາປຶກສາຫາລືກັນ ເພື່ອຊອກຫາຊ່ອງທາງແກ້ໄຂບັນຫາຕົວຈິງ ເພື່ອຂັບເຄື່ອນການຈັດຕັ້ງປະຕິບັດນະໂຍບາຍດ້ານປະຊາກອນ ແລະ ການພັດທະນາແຫ່ງຊາດ (NPDP) ໃນໄລຍະປີ 2019-2030, ລວມທັງແຜນງານຂອງຂະແໜງການ ແລະ ແຜນຂັ້ນແຂວງ ເພື່ອຊຸກຍູ້ ແລະ ເພີ່ມທະວີການສະໜອງທຶນທັງພາຍໃນ ແລະ ຕ່າງປະເທດ ສໍາລັບວາລະທີ່ກ່ຽວຂ້ອງກັບປະຊາກອນ ແລະ ການພັດທະນາ, ທັງເປັນເວທີປຶກສາຫາລືກ່ຽວກັບກົນໄກ ສໍາລັບວິທີການຮ່ວມມືລະ ຫວ່າງຂະແໜງການດ້ານປະຊາກອນ ແລະ ການພັດທະນາ ຢູ່ ສປປ ລາວ ໃນນັ້ນເປັນການເປີດໂອກາດໃຫ້ລັດຖະບານ ແຫ່ງ ສປປ ລາວ ຢັ້ງຢືນຕໍ່ຄຳໝັ້ນສັນຍາໃນການເລັ່ງລັດຈັດຕັ້ງປະຕິບັດແຜນດໍາເນີນງານ ICPD ແລະ ເປົ້າໝາຍການພັດທະນາແບບຍືນຍົງ (SDGs) ໃຫ້ໄດ້ຖືກສະທ້ອນເຂົ້າໃສ່ໃນການຮຽກຮ້ອງໃຫ້ມີການປະຕິບັດ, ພ້ອມທັງເປັນການປະກອບສ່ວນແນວຄວາມຄິດ ແລະ ເນື້ອໃນຈິດໃຈອັນສຳຄັນໃຫ້ແກ່ການທົບທວນກາງສະໄໝ ຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9.                 
(ຂ່າວ-ພາບ: ສຳນານ)

ຄໍາເຫັນ

ຂ່າວເສດຖະກິດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ອາທິດຜ່ານມານີ້, ທີ່ສະໂມສອນໃຫ່ຍຂອງເມືອງຈອເພັດ, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຢູ່ເມືອງຈອມເພັດ ໂດຍໄດ້ຮັບການຕ້ອນຂອງ ທ່ານ ນາງ ຈັນດີ ເຢັ່ງວື່ ກໍາມະການພັກແຂວງ ເລຂາພັກເມືອງຈອມເພັດ ພ້ອມດ້ວຍຄະນະ ແລະ ພະນັກງານຫຼັກແຫຼ່ງຂອງເມືອງ.
ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ເພື່ອຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາຂະແໜງການເງິນ ກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 10, ແຜນງົບປະມານແຫ່ງລັດ 5 ປີ (2026-2030), ຊຶ່ງຂະແໜງການເງິນຈະຕ້ອງໄດ້ສ້າງທ່າຫັນປ່ຽນຢ່າງແຂງແຮງ, ບຸກທະລຸ ພາຍໃຕ້ຄໍາຂວັນ: “ຍົກສູງບົດບາດຄວາມສາມາດນໍາພາຂອງຄະນະພັກ, ຕັ້ງໜ້າເປັນເຈົ້າຕົນເອງ ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝ, ຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ມີຄວາມເຂັ້ມແຂງ, ສີຂຽວ ແລະ ຍືນຍົງ”.
ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-5 ພະຈິກ 2025 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ມີບັນດາກໍາມະການຄະນະປະຈໍາ ແລະ ຮອງປະທານກໍາມາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີ ແລະ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ສະມາຊິກສະພາແຫ່ງຊາດຈາກ 18 ເຂດເລືອກຕັ້ງທົ່ວປະເທດ, ຜູ້ຕາງໜ້າຄູ່ຮ່ວມພັດທະນາ, ນັກຄົ້ນຄວ້າຈາກສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລແຫ່ງຊາດ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ໃນໂອກາດທີ່ມາເຄື່ອນໄຫວວຽກງານຢູ່ແຂວງສະຫວັນນະເຂດ ໃນວັນທີ 28 ຕຸລານີ້, ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດ ໄດ້ໃຫ້ກຽດໂອ້ລົມຄະນະການນຳຂັ້ນສູງຂອງແຂວງສະຫວັນນະເຂດ ຊຶ່ງການໂອ້ລົມຄັ້ງນີ້ໄດ້ຈັດຂຶ້ນທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງສະຫວັນນະເຂດ ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະນຳຂອງແຂວງ ເຂົ້າຮ່ວມຮັບຟັງດ້ວຍ.
ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ໄລຍະ 6 ເດືອນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊທານີ ນະຄອນ ຫຼວງວຽງຈັນໂດຍລວມດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຄໍ້າປະກັນດ້ານສະບຽງອາຫານ, ການຜະລິດເຄື່ອງອຸປະໂພກ ບໍລິໂພກພາຍໃນເມືອງໄດ້ມີບາດກ້າວໃໝ່.
ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ແຂວງຄໍາມ່ວນ ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການປຸກລະດົມທຸກກຳລັງແຮງ ທຸກພາກສ່ວນເສດຖະກິດ-ສັງຄົມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ໄປຕາມຍຸດທະສາດການພັດທະນາ ທີ່ກຳນົດໄວ້ “ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ” ເພື່ອບັນລຸບັນດາຄາດໝາຍຕ່າງໆ; ໃນນີ້, ສະເພາະດ້ານເສດຖະກິດ ແມ່ນໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ.
5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

ໄລຍະ 5 ປີຜ່ານມາເສດຖະກິດ ແຂວງຄໍາມ່ວນ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58.1 ລ້ານກີບ ຫຼື 2,701 ໂດລາສະຫະລັດ/ຄົນ/ປີ; ການລະດົມທຶນທົ່ວສັງຄົມເຂົ້າໃສ່ການພັດທະນາໄດ້ 1,245 ໂຄງການ, ມູນຄ່າ 19,026 ຕື້ກີບ, ລື່ນແຜນການ 13% (ພົ້ນເດັ່ນແມ່ນການດຶງດູດລົງທຶນຈາກ ສປ ຈີນ ມາລົງທຶນ ໃນຂະແໜງອຸດສາຫະກຳຕ່ອງໂສ້ ເກືອໂປຕາສ ມີ 24 ບໍລິສັດ ມູນຄ່າການລົງທຶນ 1,205 ລ້ານໂດລາສະຫະລັດ), ແຂວງສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1,079 ຕື້ກີບ, ສາມາດປິດບັນຊີໜີ້ສິນໄດ້ 159 ໂຄງ.
ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:
ເພີ່ມເຕີມ