ກອງປະຊຸມແລກປ່ຽນບົດຮຽນວຽກງານຂົນຂວາຍປະຊາຊົນ

ກອງປະຊຸມແລກປ່ຽນບົດຮຽນວຽກງານຂົນຂວາຍປະຊາຊົນ
ສູນກາງແນວລາວສ້າງຊາດ (ສນຊ) ຮ່ວມກັບຄະນະຂົນຂວາຍປະຊາຊົນ ສູນກາງພັກກອມມູນິດຫວຽດ ນາມ ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນວຽກງານຂົນຂວາຍປະຊາຊົນຂຶ້ນໃນລະຫວ່າງວັນທີ 11-14 ທັນວາ ນີ້ ທີ່ ສນຊ ໂດຍການເປັນປະທານຮ່ວມຂອງສະຫາຍນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ຮອງປະ ທານ ສນຊ ແລະ ສະຫາຍ ຈ໋ຽວ ຕ໋າຍ ວິງ ຮອງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດ ສສ ຫວຽດນາມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
    ສະຫາຍນາງ ອິນລາວັນ ແກ້ວບຸນພັນ ກ່າວວ່າ: ກອງປະຊຸມໃນຄັ້ງນີ້ຖືເປັນວຽກໜຶ່ງທີ່ສໍາຄັນຂອງພັກໃນການເຮັດວຽກງານການເມືອງແນວຄິດໃຫ້ສະມາຊິກພັກ-ພະນັກງານ ແລະ ປະຊາຊົນລາວບັນດາເຜົ່າ ທັງພາຍໃນ ແລະ ພີ່ນ້ອງຄົນເຊື້ອຊາດລາວຢູ່ຕ່າງປະເທດ, ພາລະບົດບາດ ແລະ ໜ້າທີ່ຂອງ ສນຊ ມີຂອບເຂດກວ້າງຂວາງ ມີການພົວພັນກັບບັນດາອົງການຈັດຕັ້ງຕ່າງໆທັງພາກລັດ ແລະ ສັງຄົມ, ທັງອົງການຈັດຕັ້ງສາກົນພາຍໃນ ແລະ ຕ່ງປະເທດ ຮ່ວມມືກັບບັນດາປະເທດຕ່າງໆໃນປະຊາຄົມໂລກ. ເວົ້າລວມ, ເວົ້າສະເພາະກັບ ສສ ຫວຽດນາມມີ 4 ຄະນະ, ລະດັບສູນກາງພັກກອມມູນິດຫວຽດນາມເປັນຕົ້ນ ວຽກງານແນວໂຮມ, ວຽກງານຊົນເຜົ່າ, ວຽກງານສາສະໜາ ແລະ ວຽກງານຂົນຂວາຍປະຊາຊົນໃນການແລກປ່ຽນບົດຮຽນກ່ຽວກັບວຽກງານຂົນຂວາຍປະຊາຊົນ ທີ່ທາງວິທະຍາກອນຜູ້ທີ່ມີຄວາມຊ່ຽວຊານຈາກຄະນະຂົນຂວາຍປະຊາຊົນ ສູນກາງພັກກອມມູນິດຫວຽດນາມໄດ້ນໍາມາແລກປ່ຽນນຳບັນດາທ່ານ, ບັນດາສະຫາຍຊຶ່ງບົດຮຽນດັ່ງກ່າວມີທັງດ້ານທິດສະດີ ແລະ ພຶດຕິກຳຕົວຈິງທີ່ລ້ວນແລ້ວແຕ່ເປັນຫົວຂໍ້ທີ່ສຳຄັນຫຼາຍເປັນຕົ້ນ ວຽກງານຂົນຂວາຍໃນສະພາບການໃໝ່, ວຽກງານຂົນຂວາຍປະຊາຊົນບັນດາເຜົ່າສ່ວນໜ້ອຍ, ຂົນຂວາຍປະຊາຊົນໃນການຄຸ້ມຄອງສາສະໜາ ແລະ ຂະບວນການແຂ່ງຂັນຂົນຂວາຍ ປະຊາຊົນແບບຄ່ອງແຄ້ວ. ຊຶ່ງບົດຮຽນດັ່ງກ່າວຈະເຮັດໃຫ້ຜູ້ເຂົ້າຮ່ວມຮັບຮູ້ ແລະ ເຂົ້າໃຈ ເພື່ອນຳມາໝູນໃຊ້ເຂົ້າໃນວຽກງານໃຫ້ສອດຄ່ອງ ແລະ ເໝາະສົມ ປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ການເມືອງໃນໄລຍະໃໝ່ໂດຍສະເພາະປະກອບສ່ວນປຸກລະດົມຂົນຂວາຍປະຊາຊົນຊັ້ນຄົນຕ່າງໆ ເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ ແລະພັດທະນາ ຕິດພັນກັບການປະຕິບັດ 2 ວາລະແຫ່ງຊາດ, ຂະບວນການຕ່າງໆເຊັ່ນ: ສ້າງເມືອງ, ບ້ານ ແລະຄອບຄົວສາມັກຄີປອງດອງ, “ຮັກບ້ານເກີດ, ພັດທະນາຊົນນະບົດໃໝ່ ແລະ ບ້ານພັດທະນາຢູ່ໃນບ້ານຂອງຕົນ, ຄົນລາວຜະລິດ-ຊື້ສິນຄ້າລາວ, ຕ້ານຢາເສບຕິດ, ພົນລະເມືອງດີ, ນັກທຸລະກິດດີເດັ່ນ ແລະ 4 ເສີມສ້າງ.
 (ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວການຮ່ວມມື

ອັດຕະປື-ກວາງຫງາຍ ລົງນາມຮ່ວມມື ສອງຝ່າຍ

ອັດຕະປື-ກວາງຫງາຍ ລົງນາມຮ່ວມມື ສອງຝ່າຍ

ກອງປະຊຸມພົບປະ ແລະ ລົງນາມບົດບັນທຶກຊ່ວຍຈຳ ລະຫວ່າງ ຫ້ອງວ່າການແຂວງອັດຕະປື ແຫ່ງ ສປປ ລາວ ແລະ ພະແນກຊົນເຜົ່າ ແລະ ສາສະໜາ ແຂວງກວາງຫງາຍ ແຫ່ງ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 12 ສິງຫາຜ່ານມາ ທີ່ ແຂວງອັດຕະປື.
ຄະນະຜູ້ແທນ ພັກປະຊາຊົນ ປະຕິວັດລາວ ເຂົ້າຮ່ວມກອງປະຊຸມສາກົນທີ່ ສ ກູບາ

ຄະນະຜູ້ແທນ ພັກປະຊາຊົນ ປະຕິວັດລາວ ເຂົ້າຮ່ວມກອງປະຊຸມສາກົນທີ່ ສ ກູບາ

ຄະນະຜູ້ແທນພັກປະຊາຊົນ ປະຕິວັດລາວ ນຳໂດຍ ສະຫາຍ ບຸນເຫຼືອ ພັນດານຸວົງ ກຳມະ ການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສາກົນຂອງບັນດາພັກກອມມູນິດ ແລະ ກຳມະກອນ ຄັ້ງທີ 24 (The 24th International Meeting of Communist and Workers’ Parties) ແລະ ກອງປະຊຸມສຳມະນາສາກົນ ຄັ້ງທີ I“ຟີແດນ: ມູນເຊື້ອ ແລະ ອະນາຄົດ” (The 1st International Colloquium “Fidel: Legacy and Future”)ແຕ່ວັນທີ 7-12 ສິງຫາ 2026 ທີ່ ນະຄອນຫຼວງລາຮາວານ, ສ ກູບາ ໂດຍມີບັນດາພັກການເມືອງໃນທົ່ວໂລກ ເຂົ້າຮ່ວມຫຼາຍກວ່າ 48 ພັກການເມືອງ.
ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ອວຍພອນໜັງສືພິມປະຊາຊົນ

ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ອວຍພອນໜັງສືພິມປະຊາຊົນ

ໃນວັນທີ 13 ສິງຫານີ້ ທີ່ສໍານັກງານໜັງສືພິມປະຊາຊົນ ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈໍາລາວ ໄດ້ນໍາເອົາກະຕ່າດອກໄມ້ເຂົ້າອວຍພອນ ໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ປປ ລາວ ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ ຄົບຮອບ 76 ປີ ( 13/8/1950-13/8/2026) ໂດຍໃຫ້ກຽດຕ້ອນຮັບຂອງສະຫາຍ ສີວັນ ຫອມໄຊຍະເດດ ຮັກສາການຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ.
ຄະນະຜູ້ແທນພັກ ປປ ລາວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສ ກູບາ

ຄະນະຜູ້ແທນພັກ ປປ ລາວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສ ກູບາ

ໃນນາມຜູ້ຕາງໜ້າພິເສດ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ຄະນະຜູ້ແທນພັກປະຊາຊົນ ປະຕິວັດລາວ ນໍາໂດຍ ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສາກົນຂອງບັນດາພັກກອມມູນິດ ແລະ ກໍາມະກອນ ແລະ ສໍາມະນາສາກົນ ຢູ່ ສ ກູບາ ແຕ່ວັນທີ 4-12 ສິງຫາ 2026.
ສະຫຼອງວັນມີຜົນບັງຄັບໃຊ້ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ(CCM) ຄົບຮອບ 16 ປີ

ສະຫຼອງວັນມີຜົນບັງຄັບໃຊ້ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ(CCM) ຄົບຮອບ 16 ປີ

ໃນວັນທີ 11 ສິງຫານີ້ ທີ່ໂຮງເເຮມສຸພັດຕຣາ ນະຄອນຫຼວງວຽງຈັນ, ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ໄດ້ຈັດພິທີສະເຫຼີມ ສະຫຼອງວັນມີຜົນບັງຄັບໃຊ້ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (CCM) ຄົບຮອບ 16 ປີ(1/8/2010-1/8/2026), ໂດຍການເປັນປະທານຮ່ວມຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຮອງປະທານ ຜູ້ປະຈຳການ ຄຊກລ ແລະ ມີບັນດາທ່ານທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ພະນັກງານລັດຖະບານ ແລະ ນັກສຶກສາເຂົ້າຮ່ວມ ຈຳນວນ 200 ຄົນ.
ສະຫາຍ ເຈີນ ເກີມ ຕູ ເຂົ້າວາງພວງມາລາ ໄວ້ອາໄລ ຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ

ສະຫາຍ ເຈີນ ເກີມ ຕູ ເຂົ້າວາງພວງມາລາ ໄວ້ອາໄລ ຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ

ໃນວັນທີ 12 ສິງຫາ ນີ້ ທີ່ ຫໍປະຊຸມແຫ່ງຊາດ, ຄະນະຜູ້ແທນຂັ້ນສູງ ສສ ຫວຽດນາມ ນໍາໂດຍ ສະຫາຍ ເຈີນ ເກີມ ຕູ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 8 ສິງຫາ ຜ່ານມາ.
ສະຖານທູດ ແລະ ອົງການຈັດຕັ້ງສາກົນ ວາງພວງມາລາ ໄວ້ອາໄລ ເຖິງສະຫາຍ ໄຊສົມພອນ ພົມວິຫານ

ສະຖານທູດ ແລະ ອົງການຈັດຕັ້ງສາກົນ ວາງພວງມາລາ ໄວ້ອາໄລ ເຖິງສະຫາຍ ໄຊສົມພອນ ພົມວິຫານ

ວັນທີ 11 ສິງຫານີ້ ທີ່ຫໍປະຊຸມແຫ່ງຊາດ ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ເຊັ່ນ: ສະຖານທູດຈີນ, ກູບາ, ອິນໂດເນເຊຍ, ຣັດເຊຍ, ຮົງກາລີ, ຕວັກກີ, ການາດາ, ມຽນມາ, ເຢຍລະມັນ, ມົງໂກລີ, ຕີມໍ, ຟີລິບປິນ, ອາເມຣິກາ, ຝຣັ່ງ, ອົສຕຣາລີ, ສປປ ເກົາຫຼີ, ສະວິດເຊີແລນ, ບຣູໄນ, ຍີ່ປຸ່ນ, ສ ເກົາຫຼີ, ມາເລເຊຍ, ສິງກະໂປ, ລຸກຊຳບວກ, ອິນເດຍ, ສະມາຄົມມິດຕະພາບມຽນມາ-ລາວ, ທະນາຄານພັດທະນາອາຊີ (ADB), ສະຫະພາບເອີຣົບ, ຫ້ອງການສະ ຫະປະຊາຊາດປະຈຳລາວ, ທະນາຄານໂລກ ໄດ້ມາວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ເຖິງສະຫາຍ ໄຊສົມພອນ ພົມວິຫານ; ນອກຈາກນີ້, ສະຖານເອກອັກຄະຣາຊາທູດ ແຫ່ງ ຣາສະອານາຈັກໄທ ປະຈຳ ສປປ ລາວ ກໍໄດ້ນຳເອົາ ພວງມາລາ ພະຣາສະທານສົມເດັດພະກະນິດຖາຣາດເຈົ້າກົມສົມເດັດພະເທບພະຣັດຣາດຊະສຸດາ ສະຫຍາມບໍຣົມມະຣາດສະກຸມມາຣີ, ພວງມາລາຂອງ ນາຍົກລັດ ຖະມົນຕີ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາສະອານາຈັກໄທ, ກະຊວງກະລາໂຫມ ແຫ່ງ ຣາຊະອານາຈັກໄທ, ປະທານສະມາຄົມໄທ-ລາວເພື່ອມິດຕະພາບ, ພ້ອມດ້ວຍຜູ້ຕາງໜ້າອົງການຈັດຕັ້ງ ພັກ-ລັດ ແລະ ຫົວໜ່ວຍທຸລະກິດ ແລະ ປະຊາຊົນຂັ້ນຕ່າງໆ ໄດ້ເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປ ຂອງ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.
ສະຫາຍ ໄຊສົມພອນ ພົມວິຫານ ກັບການປະກອບສ່ວນ ເພີ່ມພູນຄູນສ້າງ ສາຍພົວພັນ ລາວ – ຫວຽດນາມ

ສະຫາຍ ໄຊສົມພອນ ພົມວິຫານ ກັບການປະກອບສ່ວນ ເພີ່ມພູນຄູນສ້າງ ສາຍພົວພັນ ລາວ – ຫວຽດນາມ

ສະ​ຫາຍ ໄຊສົມພອນ ພົມວິຫານກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດລາວ, ໄດ້ເຖິງແກ່ມໍລະນະກຳໃນເວ​ລາ 11:18 ໂມງ ຂອງວັນທີ 8 ສິງຫາ 2026, ຖືເປັນການສູນເສຍອັນໃຫຍ່ຫຼວງ ບໍ່ພຽງແຕ່ຕໍ່ກັບ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າເທົ່ານັ້ນ, ຫາກຍັງໄດ້ຝາກຄວາມອາໄລຮັກ ແລະ ໂສກເສ້າເສຍດາຍຢ່າງສຸດຊຶ້ງ ຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ອີກດ້ວຍ.
ປະທານລັດຖະສະພາ ແລະ ສະພາຜູ້ແທນຣາຊະດອນໄທ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ

ປະທານລັດຖະສະພາ ແລະ ສະພາຜູ້ແທນຣາຊະດອນໄທ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ

ໃນວັນທີ 11 ສິງຫານີ້, ທ່ານ ໂສພົນ ຊາຣຳ ປະທານລັດຖະສະພາ ແລະ ສະພາຜູ້ແທນຣາດຊະດອນ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ທີ່ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 8 ສິງຫາ 2026 ຜ່ານມາ.
ຄະນະຜູ້ແທນຂັ້ນສູງ ກຳປູເຈຍ ເຂົ້າວາງພວງມາລາ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ

ຄະນະຜູ້ແທນຂັ້ນສູງ ກຳປູເຈຍ ເຂົ້າວາງພວງມາລາ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ

ໃນວັນທີ 11 ສິງຫານີ້ ທີ່ຫໍປະຊຸມແຫ່ງຊາດ, ຄະນະຜູ້ແທນຂັ້ນສູງຈາກກຳປູເຈຍ ນຳພາໂດຍ ສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ ປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກຳປູເຈຍ ໄດ້ເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 8 ສິງຫາ 2026 ຜ່ານມາ.
ເພີ່ມເຕີມ