ກອງປະຊຸມຖອດຖອນບົດຮຽນວຽກງານສື່ສານເພື່ອການປ່ຽນແປງພຶດຕິກຳ

ກອງປະຊຸມຖອດຖອນບົດຮຽນວຽກງານສື່ສານເພື່ອການປ່ຽນແປງພຶດຕິກຳ

ກອງປະຊຸມຖອດຖອນບົດຮຽນວຽກງານສື່ສານເພື່ອການປ່ຽນແປງພຶດຕິກຳ
ກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານສື່ສານ ເພື່ອການປ່ຽນແປງພຶດຕິກຳ ແລະ ການມີສ່ວນຮ່ວມຂອງຊຸມຊົນໃນຂະບວນການຈັດຕັ້ງປະຕິບັດວັນສັກວັກຊິນກັນພະຍາດແຫ່ງຊາດ (ວສຊ) ໃຫ້ວັກຊິນກັນພະຍາດໂປລີໂອ 2025 -2026 ໄດ້ຈັດຂຶ້ນໃນວັນທີ 8 ມິຖຸນານີ້ ທີ່ໂຮງແຮມສຸພັດຕາ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງທ່ານ ວັນນະໄຊ ຊາດຕະກຸນ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ແລະ ທ່ານ ບິລາລ ໂອແຮັງ ເຊັບ ດູຣານິ ຜູ້ຕາງໜ້າອົງການສະຫະປະຊາຊາດ ສຳລັບເດັກ ປະຈໍາ ສປປ ລາວ, ມີຜູ້ຕາງໜ້າ ສະຖາບັນ, ກົມ, ສູນ ອ້ອມຂ້ອງກະຊວງສາທາລະນະສຸກ, ສູນກາງຊາວໜຸ່ມ, ສູນກາງສະຫະພັນແມ່ຍິງລາວ, ສື່ມວນຊົນ, ໜ່ວຍງານສົ່ງເສີມສຸຂະພາບ ແລະ ສຸຂະສຶກສາ ຈາກພະແນກສາທາລະນະສຸກແຂວງຈາກທົ່ວປະເທດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊມຖອດຖອນບດຮຽນວຽກງານສສານເພອການປຽນແປງພດຕກຳ - image 1
 

 

ທ່ານ ວັນນະໄຊ ຊາດຕະກຸນ ໄດ້ກ່າວວ່າ: ກອງປະຊຸມທົບທວນວຽກງານສື່ສານລະດົມຊຸມຊົນກ່ຽວກັບ ວສຊ ໂປລີໂອ 2026 ຊຶ່ງເປັນກອງປະຊຸມທີ່ສໍາຄັນທີ່ຈະໄດ້ມາປຶກສາຫາລືໃນວຽກງານໂຄສະນາລະດົມຊຸມຊົນໃຫ້ມີຄວາມຮູ້ ຄວາມເຂົ້າໃຈໃນການກັນພະຍາດ ແລະ ສົ່ງເສີມສຸຂະພາບ ໂດຍສະເພາະແມ່ນການສ້າງຄວາມເຂົ້າໃຈກ່ຽວກັບວຽກງານການໃຫ້ວັກຊິນກັນພະຍາດຂອງເດັກນ້ອຍທີ່ມີອາຍຸຕ່ຳກວ່າ 5 ປີ ໃຫ້ໄດ້ຮັບວັກຊິນຄົບຕາມເກນອາຍຸ ແລະ ຄົບຕາມຕາຕະລາງການໃຫ້ວັກຊິນ; ວຽກງານສື່ສານລະດົມຊຸມຊົນ ຫຼື ທີ່ຮູ້ຈັກກັນໃນນາມວຽກງານໂຄສະນາສຸຂະສຶກສາເປັນວຽກງານທີ່ປູກຈິດສຳນຶກໃຫ້ປະຊາຊົນຊົນ, ຄົນໃນຊຸມຊົນມີຄວາມຮູ້, ຄວາມເຂົ້າໃຈ ແລະ ໃຫ້ຄວາມສຳຄັນໃນການຮັກສາສຸຂະພາບ ໂດຍປະຕິບັດພຶດຕິກຳການດຳລົງຊີວິດໃຫ້ຖືກສຸຂະລັກສະນະ ຊຶ່ງເປັນພື້ນຖານການປະຕິບັດອະນາໄມ 3 ສະອາດຄື: ກິນສະອາດ, ດື່ມສະອາດ, ຢູ່ສະອາດ, ໃນການກັນພະຍາດ ແລະ ສົ່ງເສີມສຸຂະພາບ ໜຶ່ງໃນນັ້ນກໍຄືເດັກນ້ອຍທີ່ເກີດມາຕ້ອງໄດ້ຮັບວັກຊິນໃຫ້ຄົບໂດສ ຕາມຕາຕະລາງການໃຫ້ວັກຊິນກັນພະຍາດແຫ່ງຊາດກ່ອນເດັກຈະອາຍຸໄດ້ 5 ປີ, ສິ່ງດັ່ງກ່າວຍັງເປັນບັນຫາ ແລະ ສິ່ງທ້າທາຍສຳລັບສາທາລະນະສຸກຍ້ອນພູມສັນຖານຂອງປະເທດເຊັ່ນ: ບ້ານເຮືອນຂອງປະຊາຊົນຕັ້ງຢູ່ເຂດຫ່າງໄກ, ເຂດທີ່ເຂົ້າເຖິງຍາກ, ພາສາປາກເວົ້າທີ່ແຕກຕ່າງກັນ, ຄວາມເຊື່ອດັ່ງເດີມ ລວມໄປເຖິງຄວາມບໍ່ເຊື່ອໝັ້ນຕໍ່ວັກຊິນ, ສັກແລ້ວລູກເຈັບ, ສັກແລ້ວລູກໄຂ້, ສັກແລ້ວຈະພາໃຫ້ລູກເສຍຊີວິດ ຫຼື ບໍ່ເຂົ້າໃຈວ່າສັກຢາກັນພະຍາດ, ສັກໄປເພື່ອຫຍັງ, ສັກຍ້ອນແພດມາສັກ, ສັກຍ້ອນມີແຈ້ງການຈາກການຈັດຕັ້ງ, ສິ່ງເຫຼົ່ານັ້ນແມ່ນຕິດພັນກັບວຽກງານສື່ສານໃນການລະດົມຊຸມຊົນ ຫຼື ການໂຄສະນາສຸຂະສຶກສາ ຈະຕ້ອງໄດ້ອອກແຮງເພື່ອສ້າງຄວາມເຊື່ອໝັ້ນກັບຊຸມຊົນເພື່ອເອົາຊະນະຕໍ່ກັບອຸປະສັກ ແລະ ຄວາມເຊື່ອຕ່າງໆທີ່ບໍ່ຖືກຕ້ອງຕໍ່ກັບວຽກງານການໃຫ້ວັກຊິນ ແລະ ເພື່ອເປັນການເພີ່ມອັດຕາປົກຄຸມວັກຊິນກັນພະຍາດ ໂດຍສະເພາະແມ່ນພະຍາດໂປລີໂອ ແລະ ພະຍາດໝາກແດງ, ທາງກະຊວງສາທາລະນະສຸກກໍຄືສູນສຸຂະພາບແມ່ ແລະ ເດັກ ຮ່ວມກັບຄູ່ຮ່ວມພັດທະນາ, ກໍໄດ້ຈັດຕັ້ງປະຕິບັດຂະບວນການຢອດວັກຊິນກັນພະຍາດ ໂປລີໂອ ແລະ ສັກວັກຊິນກັນພະຍາດໝາກແດງໃຫຍ່-ໝາກແດງນ້ອຍ ເພື່ອເພີ່ມພູມຄຸ້ມກັນໃຫ້ກຸ່ມເດັກອາຍຸລຸ່ມ 5 ປີ ໃນຂອບເຂດທົ່ວປະເທດ ແລະ ເພື່ອຮັບປະກັນໃຫ້ເດັກນ້ອຍໃນກຸ່ມເປົ້າໝາຍທຸກຄົນທັງໃນຕົວເມືອງ ແລະ ຊົນນະບົດໃຫ້ໄດ້ຮັບວັກຊິນທຸກຖ້ວນໜ້າໂດຍບໍ່ໃຫ້ມີເດັກຄົນໃດພາດໂອກາດ.

ກອງປະຊມຖອດຖອນບດຮຽນວຽກງານສສານເພອການປຽນແປງພດຕກຳ - image 2
 

ທ່ານ ວັນນະໄຊ ຊາດຕະກຸນ ໄດ້ກ່າວຕື່ມວ່າ: ການລາຍງານກໍລະນີທີ່ພົບເຊື້ອພະຍາດ ໂປລີໂອ ແລະ ພະຍາດໝາກແດງໃນ ສປປ ລາວ ທີ່ຖືກຢັ້ງຢືນຈາກຫ້ອງວິເຄາະຈາກປະເທດຍີປຸ່ນ ແລະ ສູນວິເຄາະລະບາດວິທະຍາຂອງລາວ ໃນປີ 2025 ແລະ ໄດ້ຖືກປະກາດເປັນປະເທດທີ່ມີການລະບາດຂອງພະຍາດໂປລີໂອ. ນອກຈາກນັ້ນ, ໃນການເຂົ້າເຖິງເດັກທີ່ພາດໂອກາດ, ຄົວເຮືອນເຄື່ອນຍ້າຍ, ກຸ່ມຊົນເຜົ່າ ແລະ ກຸ່ມປະຕິເສດວັກຊິນຂອງບາງກຸ່ມ, ທົບທວນຄືນກ່ຽວກັບຄຸນນະພາບ ແລະ ຄວາມຈະແຈ້ງຂອງຂໍ້ຄວາມສຳຄັນຂອງການໂຄສະນາ ແລະ ການລະດົມຊຸມຊົນ ລວມທັງການນຳໃຊ້ໂປສເຕີ, ວິທະຍຸ, ໂທລະໂຄ່ງ, ສື່ສັງຄົມອອນລາຍ ແລະ ທັກສະການສື່ສານຕ່າງໆ ລວມທັງຈະພັດທະນາຮູບແບບໃໝ່ ຫຼື ນະວັດຕະກຳອັນໃໝ່ ແລະ ທັນສະໄໝ ເພື່ອໃຫ້ຂໍ້ມູນຂ່າວສານໄດ້ເຂົ້າເຖິງກຸ່ມເປົ້າໝາຍໂດຍໄວ ແລະ ມີຄຸນນະພາບ. ໃນຕະຫຼອດໄລຍະ 50 ປີຜ່ານມາ ການພັດທະນາ ສປປ ລາວ ແມ່ນໄດ້ຕິດພັນກັບການເຕີບໃຫຍ່ຂະຫຍາຍຕົວຂອງວຽກງານສາທາລະນະ, ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ໄດ້ມີຄວາມພະຍາຍາມເອົາໃຈໃສ່ສົ່ງເສີມ ແລະ ເອົາໃຈໃສ່ໃນການຮັກສາສຸຂະພາບໃຫ້ແກ່ເດັກນ້ອຍທີ່ເກີດມາທຸກຄົນ ກໍຄືການກັນພະຍາດໃນການຫຼຸດຜ່ອນອັດຕາການເຈັບເປັນ ແລະ ການເສຍຊີວິດຈາກພະຍາດທີ່ສາມາດກັນໄດ້ດ້ວຍວັກຊິນ.

ກອງປະຊມຖອດຖອນບດຮຽນວຽກງານສສານເພອການປຽນແປງພດຕກຳ - image 3
 

ຂ່າວ-ພາບ: ບຸນອູ້ມ

ຄໍາເຫັນ

ຂ່າວການຮ່ວມມື

ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ໃນຕອນບ່າຍວັນທີ 15 ຕຸລານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 14-16 ຕຸລາ ນີ້.
ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ເຈີນ ເກີ້ມ ຕູ໊ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ພັກ, ລັດ ສປປ ລາວ ເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 14-16 ຕຸລາ 2026.
ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ປະຈຳ ສປປ ລາວ ໄດ້ມີຄວາມຄືບໜ້າທີ່ໜ້າເພິ່ງພໍໃຈພາຍໃຕ້ການຊີ້ນຳຂອງ ສະຫະພັນອາສາສະໝັກນະຄອນຮູໂຈ່ວ (Huzhou) ແລະ ສະຫະພັນບໍລິການອາສາສະໝັກເມືອງເຕີຊິງ (Deqing), ໂດຍການຮ່ວມມືຈັດຕັ້ງປະຕິບັດລະຫວ່າງ ສູນພັດທະນາສະຫວັດດີການສັງຄົມ ຊິງເຫີ ເມືອງເຕີຊິງ (Qinghe Charity Development Center) ແລະ ສະມາຄົມຮ່ວມມືພັດທະນາຊາວໜຸ່ມລາວ-ຈີນ. ໂຄງການດັ່ງກ່າວຈັດຂຶ້ນພາຍໃຕ້ຫົວຂໍ້ “ສາຍນ້ຳລ້ານຊ້າງ-ແມ່ນ້ຳຂອງ ເຢັນຊຸ່ມຊື່ນ” ແລະ “ອາຍອຸ່ນແຫ່ງແມ່ນ້ຳຂອງ”, ເພື່ອແນໃສ່ຊ່ວຍເຫຼືອປະຊາຊົນທີ່ຍັງຂາດເຂີນເຄື່ອງນຸ່ງຫົ່ມ, ແກ້ໄຂບັນຫາການຂາດແຄນອຸປະກອນການສຶກສາໃນເຂດຊົນນະບົດ, ພ້ອມທັງເສີມສ້າງກຳລັງຕອບໂຕ້ເຫດສຸກເສີນທີ່ຍັງຈຳກັດຢູ່ນະຄອນຫຼວງວຽງຈັນ ຜ່ານການຊ່ວຍເຫຼືອທາງສັງຄົມຂ້າມຊາດ.
ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ເມື່ອບໍ່ດົນມານີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍທ່ານ ໂພໄຊ ໄຂຄຳພິທູນ ປະທານກຳມາທິການການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 153 ທີ່ສາທາລະນະລັດ ຕັງຊານີ. ພາຍໃຕ້ຫົວຂໍ້: “ເສີມຂະຫຍາຍການຄຸ້ມຄອງບໍລິຫານທີ່ດີ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ໂດຍການມີສ່ວນຮ່ວມຢ່າງທົ່ວເຖິງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ໂອກາດສຳລັບທຸກຄົນ”.
ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ໃນຕອນເຊົ້າວັນທີ 13 ຕຸລານີ້, ສະພາທິດສະດີສູນກາງພັກໄດ້ຈັດກອງປະຊຸມ ເພື່ອແລກປ່ຽນບົດຮຽນລະຫວ່າງສະພາທິດສະດີສູນກາງພັກກັບຄະນະຊ່ຽວຊານຂອງພັກກອມມູນິດຈີນທີ່ຕຶກສະພາທິດສະດີສູນກາງພັກ (ຫຼັກ 6). ຄະນະຝ່າຍລາວນໍາໂດຍ ສະຫາຍ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ; ຄະນະຝ່າຍ ສປ ຈີນ ນໍາໂດຍ ສະຫາຍ ຫຼົວ ເຫວີນຕົງ ເລຂາຄະນະພັກ ນັກຄົ້ນຄວ້າສະຖາບັນລັດທິມາກສະພາບັນດິດວິທະຍາສາດສັງຄົມຈີນ. ເຂົ້າຮ່ວມກອງປະຊຸມມີ ຄະນະຜູ້ແທນຝ່າຍຈີນ 12 ສະຫາຍ, ຄະນະຜູ້ແທນຝ່າຍລາວປະກອບມີຄະນະມີຄະນະປະຈໍາ ສທພ, ຜູ້ຕາງໜ້າຄະນະເລຂາວິທະຍາສາດ, ບັນດາຄະນະກໍາມະການດ້ານຕ່າງໆ ສທພ, ບັນດາກະຊວງ, ອົງການປົກຄອງນະຄອນຫຼວງ (ຜູ້ຮັບຜິດຊອບກະກຽມຫົວຂໍ້ກອງປະຊຸມສໍາມະນາສອງພັກ ລາວ-ຈີນ ຄັ້ງທີ XIV) ແລະ ພະນັກງານຫ້ອງການ ສທພ ເຂົ້າຮ່ວມຢ່າງພ້ອມພຽງ.
ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ໃນວັນທີ 12 ຕຸລານີ້, ທີ່ຄະນະກວດກາສູນກາງພັກ ໄດ້ຈັດກອງປະຊຸມປາຖະກະຖາບົດຮຽນກ່ຽວກັບວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ. ພາຍໃຕ້ການເປັນປະທານກ່າວເປີດພິທີຂອງ ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ໂດຍມີຄະນະອາຈານຈາກໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ນຳໂດຍ ທ່ານ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ມີບັນດາທ່ານຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ຄະນະກົມ, ຕາງໜ້າຈາກບັນດາກະຊວງ-ອົງການ, ນະຄອນຫຼວງວຽງຈັນ, ຄະນະພະແນກ ແລະ ພະນັກງານວິຊາການອົງການກວດກາແຫ່ງລັດເຂົ້າຮ່ວມ ທັງໝົດຈໍານວນ 205 ທ່ານ ຍິງ 67 ທ່ານ.
ສະຫາຍ ວັນໄຊ ພອງສະຫວັນ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນໄຊ ພອງສະຫວັນ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບ ໃນວັນທີ 12 ຕຸລານີ້ ທີ່ຄະນະກວດກາສູນກາງພັກ. ເນື່ອງໃນໂອກາດ ທີ່ຄະນະະຜູ້ແທນດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້.
ຢຸດເຊົາບອກລາການເພິ່ງພານ້ຳມັນເຊື້ອໄຟ! ເປັນຫຍັງລາວຈຶ່ງມີຄວາມພະຍາມຍາມຮ່ວມມືກັບຈີນດ້ານພະລັງງານໃໝ່ຢ່າງຮີບດ່ວນ?

ຢຸດເຊົາບອກລາການເພິ່ງພານ້ຳມັນເຊື້ອໄຟ! ເປັນຫຍັງລາວຈຶ່ງມີຄວາມພະຍາມຍາມຮ່ວມມືກັບຈີນດ້ານພະລັງງານໃໝ່ຢ່າງຮີບດ່ວນ?

“ອິນເຕີເນັດໃນລົດຕ້ອງເສຍຄ່າໃຊ້ຈ່າຍເພີ່ມເຕີມຄ່າຕ່າງຫາກບໍ?” “ອຸດສາຫະກໍາລົດໄຟຟ້າອັດສະລິຍະຂອງຈີນຕອນນີ້ພັດທະນາໄປຮອດລະດັບໃດແລ້ວ?” “ຫາກຄົນຍ່າງອອກຈາກບ່ອນຈອດລົດ, ລົດຈະສາມາດຂັບອອກມາເອງໄດ້ບໍ?” ຜູ້ທີ່ຖາມສາມຄຳຖາມນີ້ແມ່ນທ່ານປອອາະນຸສັກພົງສະຫວັດຫົວຫນ້າສະຖາບັນອຸດສາຫະກຳການຄ້າແລະພະລັງານ.
ຄະນະຮັບຜິດຊອບວຽກງານຊາຍແດນ ລາວ-ຫວຽດນາມ ກອງປະຊຸມ ຄັ້ງທີ 2

ຄະນະຮັບຜິດຊອບວຽກງານຊາຍແດນ ລາວ-ຫວຽດນາມ ກອງປະຊຸມ ຄັ້ງທີ 2

ກອງປະຊຸມໄດ້ຈັ້ດຂຶ້ນ ໃນວັນທີ 8 ຕຸລາ 2026, ຢູ່ແຂວງສະຫວັນນະເຂດ ໂດຍແມ່ນຄະນະກໍາມະການຊາຍແດນແຫ່ງຊາດລາວ ຮ່ວມກັບຄະນະກໍາມະການຊາຍແດນແຫ່ງຊາດ ແຫ່ງ ສສ ຫວຽດນາມ ຈັດຂຶ້ນໂດຍການເປັນປະທານຮ່ວມ ຂອງສະຫາຍ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ສະຫາຍ ໂງ ເລ ວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ມີຄະນະຜູ້ແທນຈາກຂະແໜງກ່ຽວຂ້ອງຂອງສູນກາງ ແລະ ບັນດາແຂວງທີ່ມີຊາຍແດນຕິດຈອດກັນຈາກ 10 ແຂວງຊາຍແດນຂອງລາວ ແລະ 8 ແຂວງຊາຍແດນຂອງຫວຽດນາມ ເຂົ້າຮ່ວມ ເກືອບ 300 ຄົນ.
ສູນສະຖິຕິແຫ່ງຊາດ ແລະ ທະນາຄານໂລກ ລົງເຄື່ອນໄຫວເຮັດວຽກ ຢູ່ເມືອງໂຂງ

ສູນສະຖິຕິແຫ່ງຊາດ ແລະ ທະນາຄານໂລກ ລົງເຄື່ອນໄຫວເຮັດວຽກ ຢູ່ເມືອງໂຂງ

ທ່ານ ວິໄຊ ສັນຕິວົງ ຮອງຫົວໜ້າສູນສະຖິຕິແຫ່ງຊາດກະຊວງການເງິນ ແລະທ່ານ ນາງ ດຸງດ່ວນ (Dung Doan) ນັກເສດຖະກິດອາວຸໂສ ຈາກທະນາຄານໂລກ ພ້ອມ​ຄະນະຊ່ຽວຊານໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງໂຂງ, ແຂວງຈໍາປາສັກ, ໃນ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາ, ໂດຍມີທ່ານ ຈັນທະນົງສິນ ຈັນທະພິມ ປະທານຄະນະກຳມະການປົກຄອງເມືອງໂຂງພ້ອມ​ຄະ​ນະໃຫ້​ການ​ຕ້ອນ​ຮັບ.
ເພີ່ມເຕີມ