ພິທີ ທ່ານກົງສູນໃຫຍ່ ສສ ຫວຽດນາມ ໄດ້ກ່າວວ່າ ໂດຍຕອບສະໜອງຕາມການສະເໜີ ຂອງທ່ານປະທານແນວລາວສ້າງຊາດແຂວງຫຼວງພະບາງ ໃນໂອກາດພົບປະກັນໃນໄລຍະຜ່ານມາ, ຄະນະກົງສູນ ສສ ຫວຽດນາມ ປະຈຳພາກເໜືອ ໄດ້ນໍາອຸປະກອນຮັບໃຊ້ປະເພດຄອມພິວເຕີໂນດບຸກ ຈໍານວນ 1 ເຄື່ອງ, ມູນຄ່າ 14,500,000 ກີບ ມອບໃຫ້ອົງການແນວລາວສ້າງຊາດແຂວງ ເພື່ອນຳໃຊ້ເຂົ້າໃນວໜກງານທີ່ຈຳເປັນ. ໂອກາດນີ້, ທ່ານປະທານແນວລາວສ້າງຊາດແຂວງ ໄດ້ກ່າວສະແດງຄວາມຂອບໃຈຢ່າງຈິງໃຈ ພ້ອມທັງຕີລາຄາສູງຕໍ່ກັບການຊ່ວຍເຫຼືອໃນຄັ້ງນີ້ ເປັນການສະແດງເຖິງຄວາມຮັກແພງ, ການເອົາໃຈໃສ່ຮ່ວມມື ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ, ທັງເປັນການເສີມຂະຫຍາຍການພົວພັນຽຮ່ວມມືລະວ່າງ ສະຖານກົງສູນໃຫຍ່ ສສ ຫວຽດນາມ ປະຈຳພາກເໜືອ ແຂວງຫຼວງພະບາງ ກັບອົງການແນວລາວສ້າງຊາດແຂວງຫຼວງພະບາງ ໃຫ້ນັບມື້ແໜ້ນແຟ້ນ ຍີ່ງໆຂື້ນ.
ຂ່າວ-ພາບ: ພິພາພອນ
ຄໍາເຫັນ