![]() |
ໂຄງການສໍາຄັນປະກອບມີ: ທຶນການສຶກສາໄລຍະຍາວ, ເຄືອຂ່າຍສະຫວັດດີການສັງຄົມ, ກອງທຶນຢາປ້ອງກັນ-ປິ່ນປົວພະຍາດສັດລ້ຽງໃນ 16 ຄຸ້ມບ້ານ ແລະ ອາຫານທ່ຽງໃຫ້ 16 ໂຮງຮຽນໃນເມືອງນາກາຍ; ຮັບຮອງໂຄງການຟື້ນຟູປ່າ ຜະລິດເບ້ຍໄມ້ກວ່າ 30,000 ເບ້ຍຕໍ່ປີ.
ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງມະຕິສໍາຄັນ ລວມມີ ງົບປະມານກອງທຶນປະຈໍາປີ 2026, ການປັບປຸງງົບປະມານປີ 2025, ຄູ່ມືປະຕິບັດງານ NT2DF ໄລຍະ 2 ແລະ ໂຄງການ “ພັດທະນາສູນນາກາຍເໜືອ ເພື່ອກ້າເບ້ຍໄມ້ ແລະ ຟື້ນຟູປ່າເສື່ອມໂຊມໃນເຂດ 16 ຄຸ້ມບ້ານ” ດ້ວຍງົບປະມານກວ່າ 343 ລ້ານກີບ, ໂຄງການດັ່ງກ່າວ ມີເປົ້າໝາຍຟື້ນຟູປ່າໄມ້, ຜະລິດເບ້ຍໄມ້ຫຼາຍກວ່າ 30,000 ເບ້ຍຕໍ່ປີ ແລະ ສ້າງການມີສ່ວນຮ່ວມຂອງຊຸມຊົນໃນການອະນຸລັກປ່າໄມ້ ແລະ ສິ່ງແວດລ້ອມ.
ທ່ານ ສົມສະອາດ ອຸ່ນສີດາ ເນັ້ນວ່າ ການດໍາເນີນງານຂອງກອງທຶນຕ້ອງອາໄສຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າການຂອງທຸກພາກສ່ວນ ໃນການຂັບເຄື່ອນໂຄງການໃຫ້ບັນລຸຕາມແຜນງານ ເພື່ອໃຫ້ພື້ນທີ່ຮັບຜົນປະໂຫຍດຈາກໂຄງການນໍ້າເທີນ 2 ໄດ້ຮັບການພັດທະນາຢ່າງຮອບດ້ານ.
ທ່ານ ມາກ-ອັງຕວນ ຣຸບ ໄດ້ເນັ້ນເຖິງວິໄສທັດໄລຍະຍາວຂອງກອງທຶນຮອດປີ 2035 ໂດຍມຸ່ງກໍານົດບຸລິມະສິດທີ່ຊັດເຈນ ແລະ ພັດທະນາໂຄງການທີ່ມີຄຸນນະພາບ ເພື່ອສ້າງຜົນກະທົບໃນທາງບວກຕໍ່ຊຸມຊົນ.
ເພື່ອຢືນຢັນການສືບຕໍ່ຮ່ວມມື ປະທານອົງການປົກຄອງແຂວງ ແລະ ຜູ້ອຳນວຍການໃຫຍ່ບໍລິສັດນໍ້າເທີນ 2 ຍັງໄດ້ຮ່ວມລົງນາມ ເຊັນຮັບຮອງບັນດາກິດຈະກຳໂຄງການ ເພື່ອຢືນຢັນຄວາມມຸ່ງໝັ້ນໃນການສືບຕໍ່ສົ່ງເສີມການຮ່ວມມືລະຫວ່າງ ແຂວງຄຳມ່ວນ, ເມືອງນາກາຍ ແລະ ບໍລິສັດ ໄຟຟ້ານ້ຳເທີນ 2ຈຳກັດ ເພື່ອໃຫ້ກອງທຶນ NT2DF ສາມາດສ້າງຜົນປະໂຫຍດທີ່ຍືນຍົງໃຫ້ແກ່ຊຸມຊົນ ແລະ ສົ່ງເສີມການພັດທະນາເສດຖະກິດ-ສັງຄົມໃນແຂວງຄຳມ່ວນຢ່າງຕໍ່ເນື່ອງ.
ຂ່າວ: ມະນີວັນ

ຄໍາເຫັນ