ລາວ-ຈີນ ເປີດໂຕ ແພລັດຟອມການຄ້າເອເລັກໂຕຣນິກ ສໍາລັບຜະລິດຕະພັນກະສິກໍາລາວ

ລາວ-ຈີນ ເປີດໂຕ ແພລັດຟອມການຄ້າເອເລັກໂຕຣນິກ ສໍາລັບຜະລິດຕະພັນກະສິກໍາລາວ
ພາຍໃຕ້ໂຄງການຊ່ວຍເຫຼືອ ກໍ່ສ້າງລະບົບການຄ້າເອເລັກໂຕຣນິກ ສຳລັບສິນຄ້າກະສິກຳລາວ ທີ່ເປັນການຊ່ວຍເຫຼືອຈາກ ສປ ຈີນ ໃຫ້ແກ່ ສປປ ລາວ, ແພລັດຟອມ (Platform) ການຄ້າເອເລັກໂຕຣນິກໄດ້ສ້າງຂຶ້ນຢູ່ເທິງເວັບໄຊ ທີ່ມີຊື່ວ່າ www.laoproduct.com.laທີ່ເປັນແພລັດຟອມພາຍໃນ ແລະ www.laoproduct.com.cnທີ່ເປັນແພລັດຟອມຂ້າມແດນ ຊຶ່ງຈະເປັນແມ່ແຮງສຳຄັນໃນການສົ່ງເສີມການຜະລິດ, ການສົ່ງອອກ ແລະ ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ຂອງ ສປປ ລາວ ໃນຕໍ່ໜ້າ.
    ແພລັດຟອມການຄ້າເອເລັກໂຕຣນິກ ທີ່ມີຄວາມໝາຍສຳຄັນນີ້ ໄດ້ມີພິທີເປີດໂຕຢ່າງເປັນທາງການ ໃນວັນທີ 13 ພຶດສາພາຜ່ານມາທີ່ນະຄອນຫຼວງວຽງຈັນ; ເປັນປະທານຮ່ວມກົດປຸ່ມເພື່ອເປີດໂຕໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ແລະ ທ່ານ ຫວັງ ຊາງ (WANG CHANG) ອຸປະທູດ ສະຖານເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ; ມີບັນດາຮອງລັດຖະມົນຕີກະຊວງ ອຄ ພ້ອມດ້ວຍບັນດາຜູ້ຕາງໜ້າຈາກບັນດາກະຊວງ ແລະ ທຸກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
    ໃນພິທີ, ທ່ານ ວິທູນ ສິດທິມໍລະດາ ຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກຳ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງລະບົບການຄ້າເອເລັກໂຕຣນິກ ສຳລັບສິນຄ້າກະສິກຳລາວ ມີໄລຍະການກໍ່ສ້າງລະບົບ 2 ປີ ນັບແຕ່ປີ 2022-2023, ມາຮອດປັດຈຸບັນການກໍ່ສ້າງແມ່ນສໍາເລັດສົມບູນ ແລະ ກ້າວເຂົ້າສູ່ໄລຍະການຕິດຕາມ ແລະ ບໍາລຸງຮັກສາ ເປັນເວລາ 2 ປີ, ເລີ່ມແຕ່ປີ 2024 ນີ້ ຈົນໝົດປີ 2025; ແພລັດຟອມເທິງເວັບໄຊນີ້, ເຊື່ອມຕໍ່ລະບົບການຊຳລະສະສາງເອເລັກໂຕຣນິກ ກັບທະນາຄານ BCEL ສາມາດເຮັດທຸລະກໍາດ້ານການເງິນ ຫຼືການຊໍາລະເງິນ ຈາກການສັ່ງຊື້-ຂາຍ ໃນເວັບໄຊ; ມີຈຸດກະຈາຍສິນຄ້າ ແລະ ຈຸດບໍລິການການຄ້າເອເລັກໂຕຣນິກ 20 ຈຸດ, ເຊື່ອມຕໍ່ລະບົບຂົນສົ່ງ ກັບບໍລິສັດຮຸ່ງອາລຸນ ໂລຈິສຕິກ ໂດຍແພລັດຟອມພາຍໃນປະເທດ ແມ່ນສາມາດເບິ່ງເຫັນການຂົນສົ່ງສິນຄ້າທີ່ເກີດຂຶ້ນໃນເວລາຕົວຈິງ ທີ່ລົດຂົນສົ່ງເຄື່ອນທີ່ ສໍາລັບການເຊື່ອມຕໍ່ລະບົບຂົນສົ່ງ; ແພລັດຟອມຂ້າມແດນ, ບໍລິສັດຮຸ່ງອາລຸນ ກໍໄດ້ຮ່ວມມືກັບບໍລິສັດ ວາຍວາຍເອສ ຂົນສົ່ງສາກົນ ທີ່ຢູ່ໃນ ສປ ຈີນ ເພື່ອການຂົນສົ່ງໃນຈີນ ຊຶ່ງຈະສາມາດເບິ່ງເຫັນການຂົນສົ່ງສິນຄ້າແບບເປັນໄລຍະ. ນອກນີ້, ຍັງມີການວາງສະແດງສິນຄ້າລາວໃນ ເວັບໄຊ JD.comຊຶ່ງເປັນເວັບໄຊຂາຍສິນຄ້າອອນໄລທີ່ໃຫຍ່ ແລະ ມີຊື່ສຽງຂອງຈີນ ດ້ວຍແພລັດຟອມການຊື້-ຂາຍໂດຍກົງລະຫວ່າງຜູ້ຜະລິດກັບຜູ້ບໍລິໂພກ ເປົ້າໝາຍກໍເພື່ອເພີ່ມຊ່ອງທາງໂຄສະນາສິນຄ້າລາວທີ່ເປັນກະສິກຳປຸງແຕ່ງສຳເລັດຮູບ ແລະ ສິນຄ້າອື່ນໆທີ່ມີທ່າແຮງຂອງລາວ ໃຫ້ຄົນຈີນໄດ້ຮັບຮູ້ກວ້າງຂວາງຂຶ້ນ. ນັບແຕ່ເດືອນມັງກອນ 2024 ເປັນຕົ້ນມາ, ໄດ້ມີສິນຄ້າ ປະເພດຊາ ໄປວາງຂາຍຈຳນວນໜຶ່ງ ແລະ ກໍໄດ້ຮັບການຕອບສະໜອງ ໂດຍໄດ້ມີການສັ່ງຊື້ ແລະ ຂາຍໄປແລ້ວ. ປັດຈຸບັນທາງບໍລິສັດ ອາໂລ ກຳລັງຈະເພີ່ມລາຍການສິນຄ້າທີ່ມີມາດຖານເງື່ອນໄຂ ໄປວາງຂາຍໃນ JDຕື່ມອີກ 20 ກວ່າລາຍການເຊັ່ນ: ເຂົ້າ, ເບຍລາວ, ກາເຟດາວ, ກາເຟອື່ນໆ ແລະ ສິນຄ້າອື່ນຕື່ມອີກ.
    ທ່ານ ຫວັງ ຊາງ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງລະບົບການຄ້າເອເລັກໂຕຣນິກ ສຳລັບຜະລິດຕະພັນກະສິກລາວ ເປັນ 1 ໃນ 8 ໂຄງການ ທີ່ລັດຖະບານຈີນ ໃຫ້ການຊ່ວຍເຫຼືອແກ່ລັດຖະບານລາວ, ເປັນມາດຕະການສຳຄັນໃນການປະຕິບັດແຜນການດຳເນີນງານລົງເລິກການກໍ່ສ້າງພື້ນຖານໂຄງລ່າງທີ່ມີຄຸນນະພາບສູງ ແລະ ການຮ່ວມມືລະດັບສູງຂອງປະຊາຊົນລາວ-ຈີນ ທີ່ມີອະນາຄົດຮ່ວມກັນ, ໂດຍສະເພາະແມ່ນເພີ່ມທະວີການຮ່ວມມືດ້ານຍຸດທະສາດໃນຂົງເຂດເສດຖະກິດ ຊຶ່ງການນຳໃຊ້ປະສົບການການພັດທະນາການຄ້າເອເລັກໂຕຣນິກຂອງຈີນ ແມ່ນເພື່ອຊຸກຍູ້ການສົ່ງອອກຜະລິດຕະພັນກະສິກຳ ແລະ ເຄື່ອງຫັດຖະກຳອຸດສາຫະກຳຂອງລາວໄປຍັງຈີນໃຫ້ຫຼາຍກວ່າເກົ່າ ແລະ ເສີມຂະຫຍາຍການພົວພັນທາງດ້ານການຄ້າດີຈີຕອນ ລະຫວ່າງ ລາວ-ຈີນ ໃຫ້ດີຂຶ້ນຢ່າງມີປະສິດທິຜົນ ອັນຈະຊ່ວຍໃຫ້ລາວພັດທະນາ ແລະສ້າງລາຍໄດ້ໃຫ້ປະຊາຊົນ.
    ທ່ານ ມະໄລທອງ ກົມມະສິດ ກໍໄດ້ມີຄໍາເຫັນຊຶ່ງໄດ້ຕີລາຄາສູງວ່າ: ໂຄງການນີ້ແມ່ນອີກ 1 ໂຄງການ ທີ່ສາມາດປຽບເໝືອນ “ການໃຫ້ເບັດຕຶກປາ”  ການແນະນໍາວິທີຕຶກປາ ແຕ່ບໍ່ແມ່ນໃຫ້ປາມາກິນ ເພື່ອອີ່ມທ້ອງມື້ນີ້ ແລະ ມື້ອື່ນ. ການເປີດແພລັດຟອມການຄ້າເອເລັກໂຕຣນິກ ສຳລັບຜະລິດຕະພັນກະສິກຳລາວ ເປັນພຽງການປະກາດໃຫ້ພວກເຮົາຊາບວ່າ “ພວກເຮົາຈັດຕັ້ງປະຕິບັດການຊ່ວຍເຫຼືອການກໍ່ສ້າງລະບົບການຄ້າທາງເອເລັກໂຕນິກ ສຳລັບຜະລິດກະສິກຳລາວ ສຳເລັດໃນບາດກ້າວທຳອີດ ເທົ່ານັ້ນ, ແຕ່ຍັງບໍ່ທັນແມ່ນການບັນລຸເປົ້າໝາຍໂຄງການ”; ມື້ນີ້, ພວກເຮົາໄດ້ສຳເລັດການປະກອບ ເບັດຕຶກປາ, ຮຽນຮູ້ເພື່ອກ້າວ ແລະ ທົດລອງຕຶກປາ ເທົ່ານັ້ນ, ແຕ່ພວກເຮົາຍັງບໍ່ທັນສາມາດ ຕຶກປາໄດ້ຫຼາຍພຽງພໍທີ່ຈະເຮັດໃຫ້ພວກເຮົາມີລາຍຮັບ ແລະ ຊີວິດການເປັນຢູ່ທີ່ດີຂຶ້ນຢ່າງຂາດຂັ້ນເທື່ອ; ຈຶ່ງຮຽກຮ້ອງໃຫ້ຄະນະຮັບຜິດຊອບໂຄງການ, ຜູ້ປະກອບການ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ຮຽນຮູ້ ແລະ ນຳໃຊ້ຂອງຂວັນອັນສຳຄັນຂອງລັດຖະບານ ແລະ ປະຊາຊົນຈີນ ມອບໃຫ້ໃນຄັ້ງນີ້ ໃຫ້ເກີດປະໂຫຍດສູງສຸດ, ທັງຮູ້ຈັກບຳລຸງຮັກສາ ຕໍ່ຍອດ ແລະ ເສີມຂະຫຍາຍ, ເພື່ອໃຫ້ເກີດປະໂຫຍດແບບຍືນຍົງຕໍ່ໄປໃນອະນາຄົດ.
(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວການຮ່ວມມື

ສື່ມວນຊົນຕ່າງປະເທດເຂົ້າພົບຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ

ສື່ມວນຊົນຕ່າງປະເທດເຂົ້າພົບຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ

ທ່ານນາງ ເລ ທິ ທູ ຮັງ (Le Thi Thu Hang) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ໄດ້ຕ້ອນຮັບຄະນະສື່ມວນຊົນຕ່າງປະທາດ ເຂົ້າພົບປະໃນວັນທີ 19 ມັງກອນ ນີ້ ທີ່ກະຊວງການຕ່າງປະເທດ ຫວຽດນາມ ຊຶ່ງປະກອບມີ ສື່ມວນຊົນຈາກ ສປປ ລາວ, ກຳປູເຈຍ, ອິນເດຍ, ສີລັງກາ, ຣັດເຊຍ, ກູບາ ແລະ ໂມຊຳບິ ທີ່ໄດ້ເດີນທາງເຂົ້າຮ່ວມເກັບກຳຂ່າວກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ຊຶ່ງຈະໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 20 ມັງກອນ 2026 ແລະ ຈະດໍາເນີນໄປຈົນຮອດ ວັນທີ 25 ມັງກອນ 2026 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ.
ສະຫຼອງບຸນປີໃໝ່ຍີ່ປຸ່ນ 2026 ຢ່າງຄຶກຄື້ນ ເສີມສ້າງມິດຕະພາບ ລາວ-ຍີ່ປຸ່ນ

ສະຫຼອງບຸນປີໃໝ່ຍີ່ປຸ່ນ 2026 ຢ່າງຄຶກຄື້ນ ເສີມສ້າງມິດຕະພາບ ລາວ-ຍີ່ປຸ່ນ

ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ (LJI) ພາຍໃຕ້ການສະໜັບສະໜູນຂອງໄຈກາ (JICA) ແລະ ມູນນິທິຍີ່ປຸ່ນ (JF) ໄດ້ຈັດງານບຸນປີໃໝ່ຍີ່ປຸ່ນ ປະຈຳປີ 2026 ໃນລະຫວ່າງວັນທີ 16-17 ມັງກອນຜ່ານມາ ຢ່າງຄຶກຄື້ນ ໂດຍມີທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະລາຊະທູດຍີ່ປຸ່ນປະຈໍາ ສປປ ລາວ, ທ່ານ ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ມະຫາວິທະຍາໄລແຫ່ງຊາດ, ທ່ານ ນາງ ມິຢາໂກະ ໂຄບາຢາຊິ ຫົວໜ້າອົງການໄຈກາປະຈຳລາວ, ທ່ານ ພອນແກ້ວ ຈັນທະມາລີ ຜູ້ອຳນວຍການສະຖາບັນລາວຍີ່ປຸ່ນ ພ້ອມຄູ-ອາຈານ, ນັກສຶກສາ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຄວາມເຊື່ອໝັ້ນ ແລະ ຄວາມປາຖະໜາການພັດທະນາ

ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຄວາມເຊື່ອໝັ້ນ ແລະ ຄວາມປາຖະໜາການພັດທະນາ

ໃນຕົ້ນປີ 2026, ບັນຍາກາດທາງການເມືອງໃນທົ່ວປະເທດ ໄດ້ມຸ່ງໜ້າໄປສູ່ເຫດການໜຶ່ງທີ່ມີຄວາມສໍາຄັນເປັນພິເສດຕໍ່ການດໍາເນີນພາລະກິດປະຕິວັດຂອງພັກ ແລະ ຂອງຊາດ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ໄດ້ຈັດຂຶ້ນໃນສະພາບການທີ່ປະເທດໄດ້ຜ່ານການດໍາເນີນການປັບປຸງໃໝ່ເກືອບ 40 ປີ ພ້ອມກັບຜົນສໍາເລັດອັນຍິ່ງໃຫຍ່ ແລະ ຮອບດ້ານ. ໃນຂະນະດຽວກັນ ກໍກໍາລັງຢືນຢູ່ຕໍ່ໜ້າຄວາມຕ້ອງການໃໝ່ຂອງໄລຍະການພັດທະນາໃນອະນາຄົດ. ວຽກງານກະກຽມສໍາລັບເຫດການທາງການເມືອງອັນສໍາຄັນຢ່າງສູງນີ້ ໄດ້ຖືກດໍາເນີນຢ່າງເຂັ້ມງວດ ແລະ ເປັນລະບົບ, ສະທ້ອນໃຫ້ເຫັນຢ່າງຊັດເຈນຈິດວິນຍານແຫ່ງການປັບປຸງໃໝ່, ຄວາມຮັບຜິດຊອບ ແລະ ທັດສະນະວິໄສທັດຍຸດທະສາດ.
ຫົວ​ໜ້າ​ ຄຕພ ຕ້ອນຮັບ ທູດ ສ ອາ​ເມ​ຣິ​ກາ ເຂົ້າຢ້ຽມອໍາລາ

ຫົວ​ໜ້າ​ ຄຕພ ຕ້ອນຮັບ ທູດ ສ ອາ​ເມ​ຣິ​ກາ ເຂົ້າຢ້ຽມອໍາລາ

ໃນຕອນບ່າຍວັນທີ 16 ມັງກອນ ນີ້ ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາ ຂອງ ທ່ານ ນາງ ແຮັດເຕີ ວາເຣຍອາວາ (Heather Variara) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ, ໃນໂອກາດທີ່ສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
ເຊັນສັນຍາຮ່ວມມືດ້ານພະລັງງານ ພາຍໃຕ້ໂຄງການ LTMS-PIP

ເຊັນສັນຍາຮ່ວມມືດ້ານພະລັງງານ ພາຍໃຕ້ໂຄງການ LTMS-PIP

ໃນວັນທີ 14 ມັງກອນ ຜ່ານມານີ້ ທີ່ ນະຄອນຫຼວງບາງກອກ ສຳນັກງານໃຫຍ່ຂອງ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ໄດ້ມີພິທີເຊັນສັນຍາຮ່ວມມືດ້ານພະລັງງານ ລະຫວ່າງ ລັດວິສາຫະກິດໄຟຟ້າລາວ (EDL), ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ແລະ ເທນາການາຊຽນໂນເບີຮັດ (TNB) ປະເທດມາເລເຊຍ ພາຍໃຕ້ໂຄງການຮ່ວມມື ລາວ-ໄທ-ມາເລເຊຍ-ສິງກະໂປ LTMS-PIP.
ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ສ ອານບານີ

ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ສ ອານບານີ

ເມື່ອບໍ່ດົນມານີ້ ທີ່ສຳນັກງານປະທານາທິບໍດີແຫ່ງ ສາທາລະນະລັດ ອານບານີ ນະຄອນຫຼວງທີຣານາ(Tirana) ປະເທດ ສາທາລະນະລັດອານບານີ (ສອານບານີ), ທ່ານ ຄໍາພອນ ວົງສັນຕິ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ໄດ້ຍື່ນສານຕາຕັ້ງຕໍ່ ພະນະທ່ານ Bajram Begaj ປະທານາທິບໍດີແຫ່ງ ສ ອານບານີ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ສ ອານບານີ ຊຶ່ງມີສຳນັກງານຕັ້ງຢູ່ ນະຄອນຫຼວງ ບູດາແປສ ປະເທດຮົງກາຣີ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມຈະເປີດຂຶ້ນ 19 -25ມັງກອນ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມຈະເປີດຂຶ້ນ 19 -25ມັງກອນ

ໃນຕອນເຊົ້າທີ 16 ມັງກອນ ນີ້, ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈໍາລາວ ໄດ້ຈັດກອງປະຊຸມຖະແຫຼງຂ່າວ ກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ,ເປັນກຽດໃນພິທີ ໂດຍມີ ສະຫາຍ ຟາມ ມິງ ຈ້ຽນ (PHAN MINH CHIEN)ອຸປະທູດຊົ່ວຄາວຫວຽດນາມປະຈໍາລາວ, ສະຫາຍ ສາຄອນ ພົມມະລາດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ພ້ອມດ້ວຍແຂກຖືກເຊີນທີ່ກ່ຽວຂ້ອງ.
ຫົວໜ້າ ຄະນະພົວພັນຕ່າງປະເທດ ລາວ-ຈີນ ພົບປະ ແລະ ລົງນາມ ແຜນການຮ່ວມມືສອງພັກ

ຫົວໜ້າ ຄະນະພົວພັນຕ່າງປະເທດ ລາວ-ຈີນ ພົບປະ ແລະ ລົງນາມ ແຜນການຮ່ວມມືສອງພັກ

ໂດຍປະຕິບັດຕາມ ສັນຍາຮ່ວມມື ລະຫວ່າງ 2 ຄະນະພົວພັນຕ່າງປະເທດສູນກາງພັກ ລາວ-ຈີນ ສະບັບປີ 2023-2027, ໃນວັນທີ 13 ມັງກອນ ຜ່ານມາ ທີ່ ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ, ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ພົບປະເຮັດວຽກກັບ ສະຫາຍ ຫຼິວ ຫາຍຊິງ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ຜູ້ຕາງໜ້າພິເສດ ຂອງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ພັກກອມມູນິດຈີນ ມາ​ຊົມເຊີຍຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກ ປປ ລາວ.
ລາວ-ເຢຍລະມັນ ຮັດແໜ້ນການຮ່ວມມືໃນຂະແໜງອາຊີວະສຶກສາ

ລາວ-ເຢຍລະມັນ ຮັດແໜ້ນການຮ່ວມມືໃນຂະແໜງອາຊີວະສຶກສາ

ຄະນະນຳ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ພົບປະຫາລື ກັບຄະນະຜູ້ແທນຈາກກະຊວງຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ ປະເທດເຢຍລະມັນ ເພື່ອແລກປ່ຽນແນວທາງການຮ່ວມມືໃນຂະແໜງອາຊີວະສຶກສາ ໃນວັນທີ 12 ມັງກອນ ຜ່ານມາ ທີ່ກະຊວງ ສສກ.
ຮອງປະທານປະເທດ ຕ້ອນຮັບທູດສະຫະລັດ ອາເມຣິກາ ເຂົ້າຢ້ຽມຂໍ່ານັບອໍາລາ

ຮອງປະທານປະເທດ ຕ້ອນຮັບທູດສະຫະລັດ ອາເມຣິກາ ເຂົ້າຢ້ຽມຂໍ່ານັບອໍາລາ

ໃນວັນທີ 15 ມັງກອນນີ້ ທີ່ສະພາແຫ່ງຊາດ, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ນາງ ແຮັດເຕີ ວາເຣຍອາວາ (Heather VARIAVA) ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສະຫະລັດ ອາເມຣິກາ ປະຈໍາ ສປປ ລາວ, ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ເພີ່ມເຕີມ