ລັດຖະມົນຕີຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ກ່າວມອບໂດຍທ່ານ ວູ ຊິນ ລີຄະນະບໍລິຫານບໍລິສັດ ພີແອວຊີ ໂອໂຕຄາ ຈໍາກັດ; ມີທ່ານຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ,ຜູ້ຕາງໜ້າຈາກກະຊວງການຕ່າງປະເທດ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ເສີນ ອ່າງຕົວແທນດ້ານກົດໝາຍບໍລິສັດ ພີແອວຊີ ໂອໂຕຄາ ຈໍາກັດ ປະຈຳລາວ, ທ່ານ ນາງ ສຸລິນ ຊະນະໄຊຮອງປະທານບໍລິສັດ ພີແອວຊີ ໂອໂຕຄາ ຈໍາກັດ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ລົດເກງໄຟຟ້າ ທີ່ໄດ້ຮັບການຊ່ວຍເຫຼືອຈາກບໍລິສັດ ພີແອວຊີ ໂອໂຕຄາ ຈຳກັດ ໃນຄັ້ງນີ້ ແມ່ນຍີ່ຫໍ້ Hongqi, ຮຸ່ນ EQM5 ຈໍານວນ 5 ຄັນ ລວມມູນຄ່າທັງໝົດ 2.2 ຕື້ກີບ ເພື່ອມອບໃຫ້ແກ່ລັດຖະບານ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານລວມ, ທັງເປັນການປະກອບສ່ວນຜັນຂະຫຍາຍນະໂຍບາຍປະຢັດມັດທະຍັດ, ຫຼຸດຜ່ອນການນຳເຂົ້ານໍ້າມັນເຊື້ອໄຟ, ສົ່ງເສີມການນຳໃຊ້ພະລັງງານສະອາດ, ເປັນມິດກັບສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ.
ໃນໂອກາດນີ້, ທ່ານລັດຖະມົນຕີຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຕາງໜ້າໃຫ້ແກ່ລັດຖະບານ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ການສະໜັບສະໜູນຊ່ວຍເຫຼືອຂອງບໍລິສັດດັ່ງກ່າວ ໃນຄັ້ງນີ້ ຊຶ່ງສະແດງເຖິງການໃຫ້ຄວາມສຳຄັນຕໍ່ວຽກງານລວມ ແລະ ປະກອບສ່ວນເຂົ້າໃນການພັດທະນາ ສປປ ລາວ; ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະປົກປັກຮັກສາ ແລະ ນຳໃຊ້ລົດ ທີ່ໄດ້ຮັບການຊ່ວຍເຫຼືອໃນຄັ້ງນີ້ ໃຫ້ນຳໃຊ້ໄດ້ຍາວນານ, ເກີດປະໂຫຍດສູງສຸດ ແລະ ເປັນໄປຕາມຈຸດປະສົງທີ່ນຳມາມອບໃຫ້ແກ່ລັດຖະບານ ຢ່າງແທ້ຈິງ.
(ຂ່າວ. ກົມປະຊາສຳພັນ ຫສນຍ; ພາບ: ແສງຈັນ)
ຄໍາເຫັນ